ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ
ໃນວັນຈັນອາທິດທີ 3 ຂອງເດືອນກຸມພາ ຊາວອາເມຣິກັນພາກັນສະເຫຼີມສະຫຼອງວັນປະທານາທິບໍດີ. ວັນພັກດັ່ງກ່າວແມ່ນຕົກຢູ່ລະຫວ່າງ ວັນເກີດຂອງປະທານາທິບໍດີທີ່ມີອິດທິພົນຫຼາຍທີ່ສຸດແລະໄດ້ຮັບການຍົກຍ້ອງນັບຖືຫຼາຍທີ່ສຸດສອງທ່ານ ຄືປະທານາທິບໍດີແອບຣາແຮມ ລິນຄອນ ໃນວັນທີ 12 ກຸມພາແລະຈອຣ໌ຈ ວໍຊິງຕັນ ໃນວັນທີ 22 ກຸມພາ. ແຕ່ລະທ່ານຕ່າງກໍມີອິດທິພົນຢ່າງໃຫຍ່ຫຼວງ ໃນວິທີທາງຂອງພວກທ່ານເອງ ຕໍ່ພື້ນຖານ ແລະການພັດທະນາປະເທດ ຂອງສະຫະລັດ.
ທ່ານຈອຣ໌ຈ ວໍຊິງຕັນ ໃນບາງຄັ້ງຖືກເອີ້ນວ່າ ບິດາຂອງສະຫະລັດ ແລະຍ້ອນ
ເຫດຜົນທີ່ດີ. ໃນຖານະທີ່ເປັນຜູ້ນຳຂອງທະຫານ ທີ່ລຸກຂຶ້ນຕໍ່ຕ້ານ ທີ່ໄດ້ຊະນະເອກກະລາດຈາກກະສັດອັງກິດ ທ່ານຈຶ່ງໄດ້ຮັບການຍົກຍ້ອງເປັນວິລະບຸລຸດນ້ຳເບີນຶ່ງຂອງສະຫະລັດ ແລະໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ ບໍ່ຄືກັນ
ກັບບຸກຄົນອືນໃດ. ທ່ານໄດ້ເປັນບຸກຄົນທີ່ນ້ອຍກວ່າ ທີ່ທ່ານອາດສາມາດນຳໃຊ້ ຄວາມນິຍົມຊົມຊອບອັນໃຫຍ່ຫຼວງຂອງທ່ານຂຶ້ນສູ່ຕຳແໜ່ງທີ່ມີອຳນາດ ເປັນກະສັດຂອງ 13 ອານານິຄົມໃນອາເມຣິກາເໜືອ. ທ່ານໄດ້ກ່າວຕໍ່ພວກທີ່ນັບຖືທ່ານ ຊຶ່ງໄດ້ສະເໜີຄວາມຄິດແບບນັ້ນ ໂດຍກ່າວວ່າ “ຈົ່ງເລີກຄວາມຄິດແບບນັ້ນຊະ.”
ແຕ່ແນວໃດກໍຕາມ ທ່ານໄດ້ນຳໃຊ້ອິດທິພົນອັນໃຫຍ່ຫຼວງຂອງທ່ານ ເພື່ອຊ່ວຍຫຼໍ່ຫຼອມພື້ນຖານ ຂອງປະເທດໃໝ່ແທນ. ພາຍໃນໄລຍະ 6 ປີ ຫຼັງຈາກການປະຕິວັດ ໃນຂະນະທີ່ປະເທດຍັງໜຸ່ມນ້ອຍ ໄດ້ດີ້ນຮົນຕໍ່ສູ້ເພື່ອອອກແບບກ່ຽວກັບລັດຖະບານກາງທີ່ສາມາດນຳເອົາອະດີດອານານິຄົມທັງໝົດໃຫ້ມາເຕົ້າໂຮມເປັນນຶ່ງດຽວ ແຕ່ບໍ່ໄດ້ກະທົບກະເທືອນ ຕໍ່ສິດທິໃນຖານະ ທີ່ເປັນລັດນຶ່ງນັ້ນ ທ່ານໄດ້ນຳພາ ສະຫະລັດອາເມຣິກາ ທີ່ຍັງອ່ອນປະສົບພະການຢູ່ນັ້ນ ຜ່ານຜ່າຄວາມເຈັບປວດທໍລະມານໃນຂັ້ນຕົ້ນ ຊຶ່ງໃນທີ່ສຸດກໍໄດ້ໃຫ້ກຳເນີດແກ່ລັດຖະບານທີ່ມີຄວາມໝັ້ນຄົງ ເປັນປະຊາທິປະໄຕ ແລະຢ່າງຖືກຕ້ອງຕາມກົດໝາຍ.
ທ່ານວໍຊິງຕັນຍັງໄດ້ຫຼໍ່ຫຼອມ ອະນາຄົດຂອງປະທານາທິບໍດີ ໂດຍເຮັດເປັນຕົວແບບຫຼາຍຢ່າງ ສຳລັບຜູ້ທີ່ຈະເຂົ້າມາກຳຕຳແໜ່ງຫຼັງຈາກທ່ານ. ການກະທຳທີ່ສຳຄັນອັນສຸດທ້າຍຂອງທ່ານ ໃນຖານະປະທານາທິບໍດີກໍແມ່ນການລົງຈາກຕຳແໜ່ງດ້ວຍຄວາມສະໝັກໃຈ ຫຼັງຈາກໄດ້ຮັບໃຊ້ປະເທດສອງສະໄໝ ສະໄໝລະ 4 ປີ ເພື່ອໃຫ້ເປັນການຄ້ຳປະກັນ ໃນການໂອນອຳນາດແບບສັນຕິ ແກ່ຜູ້ທີ່ໄດ້ຮັບເລືອກ ໃຫ້ສືບທອດຕຳແໜ່ງຕໍ່ຈາກທ່ານ.
ໃນອີກດ້ານນຶ່ງນັ້ນ ທ່ານເອບຣາແຮມ ລິນຄອນ ເປັນຜູ້ປົກຄອງໃນຂະນະທີ່ປະເທດ ພວມໄດ້ຮັບການຂົ່ມຂູ່ ທີ່ຈະແຍກອອກຈາກກັນຍ້ອນສົງຄາມກາງເມືອງ. ແຕ່ຍັງເປັນຈັ່ງໂຊກຢູ່ ສຳລັບສະຫະລັດ ທ່ານແມ່ນມີຄວາມສຳຄັນຫຼາຍໄປກວ່າຜູ້ນຳຂອງຝ່າຍທີ່ໄດ້ຮັບໄຊຊະ. ໃນຂະນະທີ່ສົງຄາມໃກ້ຈະສິ້ນສຸດລົງນັ້ນ ທ່ານໄດ້ເລີ້ມກະກຽມ ສຳລັບການຫັນປ່ຽນໄປສູ່ສັນຕິພາບ ໃນການແຈກຢາຍອຳນາດ ລະຫວ່າງພະແນກການຕ່າງໆຂອງລັດຖະບານກາງ ແລະລັດຖະບານລັດ. ດ້ວຍເຫດຜົນດັ່ງກ່າວ ສະຫະລັດຈຶ່ງໄດ້ໂຜ່ໂຕອອກມາ ຈາກສົງຄາມກາງເມືອງໃນຖານະປະເທດທີ່ເຂັ້ມແຂງກວ່າເກົ່າ: ເປັນສະຫະພັນລັດທີ່ແທ້ຈິງ ນຳພາໂດຍລັດຖບານກາງທີ່ເຂັ້ມແຂງ.
ໃນທຸກມື້ນີ້ ວັນປະທານາທິບໍດີ ແມ່ນໄດ້ສະຫຼອງເພື່ອເປັນກຽດໃຫ້ແກ່ທຸກໆຄົນທີ່ໄດ້ເຂົ້າກຳຕຳແໜ່ງສູງສຸດຂອງປະເທດ. ແຕ່ກໍບໍ່ມີຜູ້ໃດໄດ້ພາໃຫ້ເກີດຜົນ ຫຼືໄດ້ຮັບກຽດຫຼາຍໄປກວ່າ ປະທານາທິບໍດີວໍຊິງຕັນ ແລະປະທານາທິບໍດີລິນຄອນ ທີ່ໄດ້ເຕົ້າໂຮມປະເທດຊາດ ພາຍໃຕ້ຫຼັກອຸດົມການ ທີ່ມີມາຈົນເທົ່າເຖິງທຸກມື້ນີ້ ໃນການກຳນົດຊະຕາກຳຂອງປະເທດຊາດ ແລະປະຊາຊົນຂອງຕົນ.