Accessibility links

Breaking News

ບົດບັນນາທິການ: ພະລັງງານທີ່ໜ້າເຊື່ອຖື ສຳລັບເຂດພາກໃຕ້ ທະເລຊາຍຊາຮາຣາ


ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ ພາ​ກັນ​ຕໍ່​ໄຟ​ຟ້າ​ແບບ​ຜິດ​ກົດ​ໝາຍ ໃນ​ເມືອງ​ໂຊ​ເວ​ໂຕ້ ອາ​ຟ​ຣິ​ກາ​ໃຕ້. (ແຟ້ມ)
ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ ພາ​ກັນ​ຕໍ່​ໄຟ​ຟ້າ​ແບບ​ຜິດ​ກົດ​ໝາຍ ໃນ​ເມືອງ​ໂຊ​ເວ​ໂຕ້ ອາ​ຟ​ຣິ​ກາ​ໃຕ້. (ແຟ້ມ)

ໄຟຟ້າຍັງເປັນທີ່ບໍ່ໜ້າເຊື່ອຖືໄດ້ ໃນເຂດພາກໃຕ້ທະເລຊາຍຊາຮາຣາຂອງອາຟຣິກາ. ການສະໜອງໄຟຟ້າແບບຢຸດໆເຊົາ ແມ່ນມີຜົນກະທົບໂດຍສະເພາະແລ້ວແມ່ນຕໍ່ພວກທ່ານໝໍອາຊີບແລະການປິ່ນປົວຄົນເຈັບແບບມີຄຸນນະພາບ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

​ໄຟ​ຟ້າ​ຍັງ​ເປັນທີ່​ບໍ່​ໜ້າ​ເຊື່ອ​ຖື​ໄດ້ ໃນ​ເຂດ​ພາກ​ໃຕ້​ທະ​ເລ​ຊາຍ​ຊ​າ​ຮາ​ຣາ​ຂອງ​ອາ​ຟ​ຣິ​ກາ. ການ​ສະ​ໜອງ​ໄຟ​ຟ້​າ​ແບບ​ຢຸດໆ​ເຊົາ ແມ່ນ​ມີ​ຜົນ​ກະ​ທົບ​ໂດຍ​ສະ​ເພາະແລ້ວ​ແມ່ນ​ຕໍ່​ພວກ​ທ່ານ​ໝໍ​ອາ​ຊີບ​ແລະ​ການ​ປິ່ນ​ປົວ​ຄົນ​ເຈັບ​ແບບ​ມີ​ຄຸນ​ນະ​ພາບ. ທີ່​ຈິງ​ແລ້ວ ສອງ​ສ່ວນ​ສາມ​ຂອງ​ສະ​ຖານ​ທີ່​ປິ່ນ​ປົວ​ພະ​ຍາ​ບານ ຢູ່​ໃນ​ຂົງ​ເຂດ ແມ່ນ​ບໍ່​ມີ​ໄຟ​ຟ້າ​ໃຊ້ ​ທີ່​ໜ້າ​ເຊື່ອ​ຖື​ໄດ້ ແລະ​ປະ​ມານ​ນຶ່ງ​ສ່ວນ​ສີ່ ແມ່ນ​ບໍ່​ມີ​ໄຟ​ຟ້າ​ໃຊ້​ເລີຍ. ສິ່ງ​ເຫຼົ່າ​ນີ້ ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ໄດ້​ກາຍ​ເປັນ​ບັນ​ຫາ ເວ​ລາ​ມີ​ການ​ສົ່ງ​ຢາ​ວັກ​ຊີນກັນ​ໂຄວິດ-19 ໄປ​ໃຫ້ ຊຶ່ງ​ຈຳ​ເປັນ​ຕ້ອງ​ມີ​ຕູ້​ເຢັນ. ຫົວ​ໜ້າ​ອົງ​ການ​ພັດ​ທະ​ນາລະ​ຫວ່າງ​ປະ​ເທດ​ຂອງ​ສະ​ຫະ​ລັດ ຫຼື​ຢູ​ເສດ ທ່ານ​ນາງ​ຊາ​ແມນ​ຕາ ພາວ​ເວີ້​ໃຫ້​ຂໍ້​ສັງ​ເກດ​ໃນ​ລະ​ຫວ່າງ​ການ​ກ່າ​ວ​ຄຳ​ປາ​ໄສ ​ເມື່ອ​ໄວໆ​ມານີ້​ວ່າ “ບັນ​ຫາທ້າ​ທາຍ​ໃນ​ຂັ້ນ​ສຸດ​ທ້າຍ ເຊັ່ນ​ຕ່ອງ​ໂສ້​ການ​ເກັບ​ຮັກ​ສາ​ທີ່​ໃຊ້​ຄວາມ​ເຢັນ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຢາ​ວັກ​ຊີນ​ຫຼາຍໆ​ລ້ານ​ໂດ​ສ ພາ​ໃຫ້​ໃຊ້​ບໍ່​ໄດ້​ ແລະ​ໂຍນ​ຖິ້ມ.”

ການ​ຂາດ​ແຄນ​ໃນ​ການ​ເຂົ້າ​ເຖິງ​ແຫຼ່ງ​ທີ່​ມາ​ຂອງ​ໄຟ​ຟ້າ ມັນ​ບໍ່​ພຽງ​ແຕ່​ບໍ່​ໄດ້​ສ້າ​ງ​ຄວາມ​ບໍ່​ສະ​ດວກ​ສະ​ບາຍ​ເທົ່າ​ນັ້ນ ມັນ​ສາ​ມາດ​ພິ​ສູດ​ໃຫ້​ເຫັນ​ໄດ້​ວ່າ​ເປັນ​ອັນ​ຕະ​ລາຍ​ຮ້າຍ​ແຮງ​ນຳ​ດ້ວຍ. ຄວາມ​ບໍ່​ແນ່ນອນ​ໃນ​ດ້ານ​ໄຟ​ຟ້າ ​ໄດ້​ຂັດ​ຂວາງ​ບໍ່​ໃຫ້​ທ່ານ​ໝໍທຳ​ການ​ຜ່າ​ຕັດ​ຫຼື​ປິ່ນ​ປົວ​ທີ່​ສະ​ຫຼັບ​ຊັບ​ຊ້ອນ. ມັນ​ສາ​ມາດ​ທີ່​ຈະ​ຂັດ​ຂວາງ​ ບໍ່​ໃຫ້​ພວກ​ເຂົາ​ເຈົ້າ​ສະ​ໜອງ​ການ​ປິ່ນ​ປົວ​ສຸກ​ເສີນແລະ​ສາ​ມາດ​ນຳ​ໄປ​ສູ່​ການ​ເສຍ ​ຊີ​ວິດທີ່​ປ້ອ​ງ​ກັນ​ໄດ້​ແລະ​ບໍ່​ຈຳ​ເປັນ.

ການ​ແກ້​ໄຂ​ຕໍ່ບັນ​ຫາ​ໄຟ​ຟ້າ​ເຫຼົ່າ​ນີ້ ທ່ານ​ນາງ​ຊາ​ແມນ​ຕາ ພາວ​ເວີ້ ກ່າວ​ວ່າ “ບໍ່ ຄວນທີ່​ຈ​ະ​ເພິ່ງ​ພາ​ຕໍ່​ແຫຼ່ງ​ພະ​ລັງ​ງາ​ນ​ເກົ່າ ເຊັ່ນ​ຈັກ​ຜະ​ລິ​ດ​ໄຟ​ຟ້າ​ນ້ຳ​ມັນ ທີ່​ເຮັດ​ໃຫ້​ສະ​ພາບ​ແວດ​ລ້ອມ ແລ​ະ​ມາດ​ຕະ​ຖານ​ທາງ​ດ້ານ​ສຸ​ຂະ​ພາບ ​ຂີ້​ຮ້າຍ​ລົງ​ຕື່ມ.” ໃນ​ຖາ​ນະ​ທີ່​ເປັນ​ສ່ວນ​ນຶ່ງ​ໃນການ​ຮັບ​ມືຂອງອົງ​ການ​ຢູ​ເສດ​ກັບ​ບັນ​ຫາໂຄວິດ-19
ຂອງ​ໂລກນັ້ນ ອົງ​ການ​ໄຟ​ຟ້າ​ອາ​ຟ​ຣິ​ກາໄດ້​ໃຫ້​ການ​ຊ່ວຍ​ເຫຼືອ 2 ລ້ານ 6 ແສນ​ໂດ​ລາ ​ແກ່​ບໍ​ລິ​ສັດ​ພະ​ລັງ​ງານ​ແສງ​ຕາ​ເວັນ 9 ບໍ​ລິ​ສັດ ເພື່ອ​ສະ​ໜອງ​ໄຟ​ຟ້າ​ໃຫ້​ແກ່ 220 ສຸກ​ສາ​ລາ​ຫຼືຄ​ລີ​ນິກ. ນຶ່ງ​ໃນ​ພາ​ຄີ​ການ​ດຳ​ເນີນ​ຄ​ວາມ​ພະ​ຍາ​ຍາມ​ນີ້ ກໍ​ແມ່ນ​ບໍ​ລິ​ສັດຕັ້ງ​ໃໝ່ ​ທີ່​ມີ​ສຳ​ນັກ​ງານ ​ຕັ້ງ​ຢູ່​ປະ​ເທດ​ເລ​ໂຊ​ໂທ ເອີ້ນ​ວ່າ ບໍ​ລິ​ສັດ OnePower. ໃນ​ການ​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ທີ່​ຕັ້ງ​ຢູ່​ອາ​ຟ​ຣິ​ກາ​ໃຕ້ ພວກ​ເຂົາ​ເຈົ້າ​ໄດ້​ສົ່ງ​ແຜງ​ຮັບ​ແສງ​ຕາ​ເວັນ ​ໄປ​ຍັງ​ສຸກ​ສາ​ລາທີ່​ຕັ້ງ​ຢູ່​ໃນ​ເຂດ​ຊົນ​ນະ​ບົດ​ທີ່​ສອກ​ຫຼີກ​ຫ່າງ​ໄກ.

ອົງ​ການ​ຢູ​ເສດ​ຫວັງ​ວ່າ​ ຈະ​ຂະ​ຫຍາຍ​ຄວາມ​ພ​ະ​ຍາ​ຍາມ​ໃນ​ການ​ຜ​ະ​ລິດ​ໄຟ​ຟ້າ​ດັ່ງ​ກ່າວໄປ​ທົ່ວ​ຂົງ​ເຂດ​ພາກ​ໃຕ້​ທະ​ເລ​ຊາຍ​ຊ​າ​ຮາ​ຣາ ໂດຍ​ຜ່ານ​ໂຄງ​ການ​ໃໝ່​ທີ່​ເອີ້ນ​ວ່າ ພັນ​ທະ​ມິດ​ໃນ​ການ​ຜະ​ລິດ​ໄຟ​ຟ້າ​ແລະ​ການ​ສື່​ສານ​ເພື່ອ​ການ​ຮັກ​ສາ​ສຸ​ຂະ​ພາບ​ໃນ​ອາ​ຟ​ຣິ​ກາ ອັນ​ເປັນ​ສ່ວນ​ນຶ່ງ​ໃນ​ຂໍ້​ລິ​ເລີ້ມ​ການ​ສ້າງ​ພື້ນ​ຖານ​ໂຄ​ງ​ລ່າງ​ຂອງ​ໂລກໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ​ ຊຶ່ງພັນ​ທະ​ມິດນີ້​ ຈະ​ສະ​ໜອງ​ໄຟ​ຟ້າ​ໃຫ້​ແກ່​ສຸກ​ສາ​ລາ 10,000 ກວ່າ​ແຫ່ງ ໃນ​ໄລ​ຍະ 5 ປີ​ຕໍ່​ໜ້າ. ສຸກ​ສາ​ລາ​ເຫຼົ່າ​ນີ້​ຈະ​ຖືກ​ສ້າງ​ຂຶ້ນ​ໂດຍ​ພື້ນ​ຖານ​ທີ່​ໜ້າ​ເຊື່ອຖືແລະ​ໃຊ້​ພະ​ລັງ​ງານ​ທົດ​ແທນ ແລະ​ຈະ​ເຊື່ອມ​ຕໍ່​ໂດຍ​ລະ​ບົບ​ດີ​ຈີ​ຕອ​ລ ອ​ະ​ນຸ​ຍາດ​ໃຫ້​ສາ​ມາດ​ຕິດ​ຕໍ່​ກັນທາງ​ດ້ານ​ສື່ສານທີ່​ດີ​ຂຶ້ນ ແລະ​ຮ່ວມ​ມື​ກັນ​ກັບ​ສຸກ​ສາ​ລາ​ ແລະ​ທ່ານ​ໝໍຢູ່​ບ່ອນ​ອື່ນໆ ໃນ​ຂົງ​ເຂດ​ໄດ້.

ທ່ານ​ນາງ​ຊາ​ແມນ​ຕາ ພາວ​ເວີ້ ຫົວ​ໜ້າ​ອົງ​ການ​ຢູ​ເສດ ກ່າວ​ວ່າ “ການ​ພັດ​ທະ​ນາ​ເພື່ອ​ຫາ​ທາງ​ແກ້​ໄຂ​ຂະ​ໜາດ​ໃຫຍ່ນີ້ ບໍ່​ສາ​ມາດ​ທີ່​ຈະ​ດຳ​ເນີນ​ການ​ຕາມ​ລຳ​ພັງ​ໄດ້. ດັ່ງ​ນັ້ນ ພວກ​ເຮົາ​ຈຶ່ງ​ມີ​ຄູ່​ຮ່ວມ​ງານ​ກັບ 20 ກວ່າ​ບໍ​ລິ​ສັດ​ເອກ​ກະ​ຊົນ ເພື່ອ​ໃຫ້​ບັນລຸ​ເປົ້າ​ໝາຍນີ້.” ພັນ​ທະ​ມິດນີ້ຈະ​ສະ​ໜອງໃຫ້​ຫຼາຍ​ຮ້ອຍ​ພັນ​ຄົນ ໃນ​ເຂດ​ພາກ​ໃຕ້​ທະ​ເລ​ຊາ​ຍ​ຊາ​ຮາ​ຣາ​ ຂອງ​ອາ​ຟ​ຣິ​ກາ ມີລະ​ບົບ​ບໍ​ລິ​ການ​ສຸ​ຂະ​ພາບ ​ທີ່​ດີກວ່າ​ເກົ່າ ຍືນ​ຍົງ​ກວ່າ​ເກົ່າ ແລະ​ມີ​ການ​ເຊື່ອມ​ຕໍ່​ກັນ​ດ້ວຍ​ລະ​ບົບ​ດີ​ຈີ​ຕອ​ລ.

XS
SM
MD
LG