Accessibility links

Breaking News

ບົດບັນນາທິການ: ການຟື້ນຟູສັນຕິພາບ ແລະຄວາມເປັນທຳ ຢູ່ໃນຊູດານ


ຊາວ​ຊູ​ດານ​ເດີນ​ຂະ​ບວນ​ປະ​ທ້ວງ ທີ່​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ປະ​ເທດ​ຊູ​ດານ. (ແຟ້ມ)
ຊາວ​ຊູ​ດານ​ເດີນ​ຂະ​ບວນ​ປະ​ທ້ວງ ທີ່​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ປະ​ເທດ​ຊູ​ດານ. (ແຟ້ມ)

ສະຫະລັດເຊື່ອວ່າ “ການແກ້ໄຂວິກິດການທາງດ້ານການເມືອງຂອງຊູດານ ແມ່ນຈຳເປັນຈະຕ້ອງໄດ້ມີການສ້າງຕັ້ງລັດຖະບານໄລຍະຂ້າມຜ່ານ ທີ່ນຳພາໂດຍພົນລະເຮືອນ ທີ່ສາມາດເຮັດວຽກໃນການຈັດຕັ້ງປະຕິບັດຄຳໝັ້ນສັນຍາທີ່ໃຫ້ໄວ້ໃນການປະຕິວັດປີ 2019” ນັ້ນຄືຄຳປະກາດຂອງເອກອັກຄະລັດຖະທູດມິລສ໌.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ນັບ​ແຕ່​ໄດ້​ມີ​ການ​ເຂົ້າ​ຢຶດ​ອຳ​ນາດ​ ໂດຍ​ພວກ​ທະ​ຫານ ​ຢູ່​ໃນ​ປະ​ເທດ​ຊູ​ດານ​ເມື່ອ​ເດືອນ​ຕຸ​ລາປີ​ກາຍ ປະ​ຊາ​ຊົນ​ຊາວ​ຊູ​ດານ ​ໄດ້​ລົງ​ສູ່​ຖະ​ໜົນ​ຫົນ​ທາງ​ເພື່ອ​ຮຽກຮ້ອງໃຫ້​ພວກ​ເຂົາ​ເຈົ້າ​ມີ​ອະ​ນາ​ຄົດ​ທີ່​ດີ​ຂຶ້ນ ສາ​ມາດ​ບັນ​ລຸ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ ໃນການ​ມີ​ປະ​ຊາ​ທິ​ປະ​ໄຕ ແລະ​ມີ​ການ​ເຄົາ​ລົບ​ນັບ​ຖື​ສິດ​ທິ​ມະ​ນຸດ ນັ້ນ​ຄື​ການ​ໃຫ້​ຂໍ້​ສັງເກດ​ຂອງ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດຣິ​ເຈີດ ມິ​ລ​ສ໌ (Richard Mills) ຮອງ​ຜູ້​ຕາງ​ໜ້າສະ​ຫະ​ລັດ​ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເມື່ອ​ວັນ​ທີ 23 ສິງ​ຫາ​ຜ່ານ​ມານີ້.

ສະ​ຫະ​ລັດ​ເຊື່ອ​ວ່າ “ການ​ແກ້​ໄຂວິ​ກິດ​ການ​ທາງ​ດ້ານ​ການ​ເມືອງ​ຂອ​ງ​ຊູ​ດານ​ແມ່ນ​ຈຳ​ເປັນ​ຈະ​ຕ້ອງ​ໄດ້​ມີ​ການ​ສ້າງ​ຕັ້ງ​ລັດ​ຖະ​ບານ​ໄລ​ຍະ​ຂ້າມ​ຜ່ານ ທີ່​ນຳ​ພາ​ໂດຍ​ພົນ​ລະ​ເຮືອນ ທີ່​ສາ​ມາດ​ເຮັດ​ວຽກ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໃຫ້​ໄວ້​ໃນ​ການ​ປະ​ຕິ​ວັດ​ປີ 2019” ນັ້ນ​ຄື​ຄຳ​ປະ​ກາດ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມິ​ລ​ສ໌.

ການ​ຮວບ​ຮວມ​ເອົາ​ຄວາມ​ພ​ະ​ຍາ​ຍາມ​ຂອງ​ລະ​ຫວ່າງ​ປະ​ເທດ​ແມ່ນ​ມີ​ຄວາມ​ສຳ​ຄັນ​ເພື່ອ​ຊ່ວຍ​ອຳ​ນວຍ​ຄວາມ​ສະ​ດວກໃນ​ການ​ເຈ​ລະ​ຈາ​ຫາ​ລື​ຂອງ​ຊູ​ດານ ເພື່ອ​ຟື້ນ​ຟູ​ປະ​ຊາ​ທິ​ປ​ະ​ໄຕໃນ​ໄລ​ຍະ​ຂ້າມ​ຜ່ານ​ ແລະ​ການ​ປົກ​ຄອງ​ຂອງ​ພົນ​ລະ​ເຮືອນ. ເອກ​ອັກ​ຄະ​ລັດ​ຖະ​ທູດ​ມິ​ລ​ສ໌ ກ່າວ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ ໃຫ້​ການ​ສະ​ໜັບ​ສະ​ໜຸນຕໍ່ ການຊ່ວຍ​ເຫຼືອ​ຮ່ວມ ​ໃນ​ໄລ​ຍະ​ຂ້າມ​ຜ່ານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊ​າດ​ ແກ່​ຊູ​ດານຫຼື UNITAMS ໂດຍ​ຈັດ​ຕັ້ງ​ພາ​ລະ​ກິດ​ທີ່​ໄດ້​ຮັບ​ມອບ​ໝາຍ​ໂດຍ​ເຕັມ ຮວມທັງ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ຈູ​ບາ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມິ​ລ​ສ໌.

ທ່ານ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ມີ​ຄວາມເປັນ​ຫ່ວງ​ກັງ​ວົນ​ກ່ຽວ​ກັບ​ຄວາມ​ຮຸນ​ແຮງ​ຢູ່ໃນເຂດ​ດາ​ຟົ​ວ ຊຶ່ງ​ເຮັດ​ໃຫ້​ມີ​ຜູ້​ອົບ​ພະ​ຍົບ​ຫຼົບ​ໄພ​ ຫລາຍກວ່າ 100,000 ຄົນ. ຄວາມ​ຮຸນ​ແຮງ​ລະ​ຫວ່າງ​ຊຸມ​ຊົນ​ຂົ່ມ​ຂູ່​ຕໍ່​ຄວາມ​ເປັນ​ປຶກ​ແຜ່ນແລະ​ເຮັດ​ໃຫ້​ຄວາມ ​ເປັນ​ໄປ​ໄດ້​ໃນ​ການຈະ​ຢູ່​ຮ່ວມ​ກັນ​ແບບ​ສັນ​ຕິແລະ​ຄວາມ​ຍືນ​ຍົງ​ກ່ຽວ​ກັບ​ຂັ້ນ​ຕອນ​ສັນ​ຕິ​ພາບ​ຫຼຸດນ້ອຍ​ລົງ.” ຄວາມ​ຈຳ​ເປັນ​ທີ່ຕ້ອງ​ໄດ້​ປົກ​ປ້ອງ​ພົນ​ລະ​ເຮືອນ ແມ່ນ​ບັນ​ຫາ​ອັນ​ຮີບ​ດ່ວນ ໃນ​ຂະ​ນະ​ທີ່​ພາກ​ສ່ວນ​ຄວາມ​ໝັ້ນ​ຄົງ​ ພວມ​ມີ​ການ​ປ​ະ​ຕິ​ຮູບ ແລະສ້າງ​ຕັ້ງ​ຄະ​ນະ​ສັງ​ເກດ​ການ​ນາໆ​ຊາດ ແລະກົນ​ໄກ​ໃນ​ການ​ລາ​ຍ​ງານ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ມິ​ລ​ສ໌ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ພັກ​ຝ່າຍ​ທີ່​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ຈູ​ບາ ທີ່​ໄດ້​ໃຫ້​ການ​ຝຶກ​ແອບແລະ​ຢືນ​ຢັດຕໍ່ກຳ​ລັງຮັກ​ສາ​ຄວາມ​ສະ​ຫງົບ​ຮ່ວມ​ໃນ​ເຂດ​ດາ​ຟົວ. ທ່ານ​ເວົ້າ​ວ່າ “ນີ້​ແມ່ນ​ບາດ​ກ້າວ​ທີ່​ສຳ​ຄັນ ເພື່ອ​ປັບ​ປຸງ​ການ​ປົກ​ປ້ອງ​ພົນ​ລະ​ເຮືອນ.”

​ໄອ​ຍະ​ການຂອງສານ​ອາ​ຍາ​ສາ​ກົນ​ຮັບ​ຜິດ​ຊອບ​ເລື້ອງ​ຊູ​ດານ​ ໃຫ້​ຂໍ້​ສັງ​ເກດ​ຢູ່​ໃນ​ລາຍ​ງານ​ເມື່ອ​ໄວໆ​ມານີ້​ວ່າ ເຈົ້າ​ໜ້າ​ທີ່​ຊູ​ດານ​ໄດ້​ເອົາ​ບາດ​ກ້າວ ​ເພື່ອ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ໃນ​ການ​ສືບ​ສວນ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ເຂດ​ດາ​ຟົວ. ເອກ​ອັກ​ຄະ​ລັດ​ຖະ​ທູດ​ມີ​ລ​ສ໌​ຂໍ​ຮຽກ​ຮ້ອງ​ໃຫ້​ການ​ຮ່ວມ​ມື​ດັ່ງ​ກ່າວ​ດຳ​ເນີນ​ຕໍ່​ໄປ. ອັນ​ເປັນ​ຜົນ​ເນື່ອງ​ມາ​ຈາກ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ສານ ​ເມື່ອ​ເດືອນ​ເມ​ສາໃນ​ປີນີ້ ສະ​ຫະ​ລັດ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ ໃນ​ການ​ເລີ້ມ​ຕົ້ນ​ດຳ​ເນີນ​ຄະ​ດີ ​ຕໍ່​ທ້າວ​ອາ​ລີ ໂມ​ຮຳ​ເໝັດ ອາ​ລີ ອັບ​ດາ​ລ ຣາ​ມານ ອະ​ດີດ​ຜູ້​ບັນ​ຊາ​ການ​ກຳ​ລັງ ​ຈານ​ຈາ​ວີດ ທີ່​ປະ​ເຊີນ​ໜ້າ​ກັບ 31 ​ຂໍ້​ຫາໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມແລະ​ອາ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ.

ໃນ​ໄລ​ຍະ​ຫຼາຍໆ​ເດືອນ​ຜ່ານ​ມານີ້ ບັນ​ດາພະ​ຍານ​ໄດ້​ພາ​ກັນ​ເດີນ​ທາງ​ ໃນ​ໄລ​ຍະ​ຫຼາຍ​ພັນ​ໄມ​ລ໌ ໄປ​ຍັງ​ນະ​ຄອນ​ເຮກ ປະ​ເທດ​ເນ​ເທີ​ແລນ ເພື່ອ​ໃຫ້​ການ​ກ່ຽວ​ກັບ​ການ​ສັງ​ຫານ​ພົນ​ລະ​ເຮືອນ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ ການ​ປຸ້ນ​ສະ​ດົມ ການ​ກະ​ທຳ​ທີ່​ບໍ່​ຖືກ​ບໍ່​ຕ້ອງ ແລະ​ການ​ທຳ​ລາຍ​ລ້າງ​ປະ​ຊາ​ຄົມ​ຕ່າງໆ​ຢູ່​ໃນ​ເຂດ​ດາ​ຟົວ.

ສະ​ຫະ​ລັດ​ຂໍ​ຮຽກ​ຮ້ອງ​ຢ່າງ​ແຂງ​ຂັນ​ໃຫ້​ເຈົ້າ​ໜ້າ​ທີ່​ຊູ​ດານສືບ​ຕໍ່​ການ​ໃຫ້​ຄວາມ​ຮ່ວມ​ມື​ກັບ​ສານ​ອາ​ຍາ​ສາ​ກົນ ຫຼື ICC ເພື່ອ​ສະ​ໜອງ​ຫຼັກ​ຖານ​ແລະ​ການ​ເຂົ້າ​ເຖິງ​ພະ​ຍານ​ທີ່​ສຳ​ຄັນໆ ​ແບບ​ບໍ່​ມີ​ການ​ຂັດ​ຂວາງ. ເອກ​ອັກ​ຄະ​ລັດ​ຖະ​ທູດ​ມິ​ລ​ສ໌ ກ່າວ​ຢ້ຳ​ວ່າ “ພວກ​ທີ່​ມີ​ໝາຍ​ຈັບ​ໂດຍ​ສານ​ອາ​ຍາ​ສາ​ກົນ ຕ້ອງ​ປະ​ເຊີນ​ໜ້າ ​ກັບ​ຄວາມ​ຍຸ​ຕິ​ທຳ ແລະ​ຖືກ​ສົ່​ງ​ໂຕ​ໄປ​ດຳ​ເນີນ​ຄະ​ດີ.”

ສະ​ຫະ​ລັດ​ຂໍ​ຢືນ​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ປະ​ຊາ​ຊົນ​ຊາວ​ຊູ​ດານໃນ​ການ​ຊອກ​ສະ​ແຫວງຫາ​ປະ​ຊາ​ທິ​ປະ​ໄຕຂອງ​ພວກ​ເຂົາ​ເຈົ້າ ການ​ເຄົາ​ລົບ​ນັບ​ຖື​ສິດ​ທິ​ມະ​ນຸດ ແລະ​ປະ​ເທດ​ຊູ​ດານ​ທີ່​ອຸ​ດົມ​ຮັ່ງ​ມີ.

XS
SM
MD
LG