Accessibility links

Breaking News

ຍານ​ຂອງ​ໂຄງ​ການ​ອາ​ເທ​ມີ​ສ 1 ຖືກ​ສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ ດ້ວຍ​ຄ​ຄວາມ​ສຳ​ເລັດຜົນ


ຈະ​ຫຼວດ​ຊະ​ນິດ​ໃໝ່​ຂອງ​ອົງ​ການ​ນາ​ຊາ ທະ​ຍານ​ຂຶ້ນ​ຈາກ​ຖານ​ຍິງ 39B ຢູ່ທີ່​ສູນ​ກາງ​ອະ​ວະ​ກາດ​ເຄັນ​ເນ​ດີ ​​ໃນແຫຼມ​ຄາ​ນາ​ເວີ​ຣານ ລັດ​ຟ​ລໍ​ຣິ​ດາ (Nov. 16, 2022.)
ຈະ​ຫຼວດ​ຊະ​ນິດ​ໃໝ່​ຂອງ​ອົງ​ການ​ນາ​ຊາ ທະ​ຍານ​ຂຶ້ນ​ຈາກ​ຖານ​ຍິງ 39B ຢູ່ທີ່​ສູນ​ກາງ​ອະ​ວະ​ກາດ​ເຄັນ​ເນ​ດີ ​​ໃນແຫຼມ​ຄາ​ນາ​ເວີ​ຣານ ລັດ​ຟ​ລໍ​ຣິ​ດາ (Nov. 16, 2022.)

ໃນຕອນເຊົ້າມືດ ຂອງວັນທີ 16 ພະຈິກຜ່ານມານີ້ ການຍິງຈະຫຼວດ ໄດ້ປະສົບຜົນສຳ ເລັດ ພາຍໃຕ້ໂຄງການອາເທມິສ 1 ເພື່ອສົ່ງຍານອະວະກາດໂອຣຽນຈາກ ສູນກາງອະວະກາດເຄນເນດີ ເດີນທາງໄປໂຄຈອນອ້ອມດວງຈັນ ແລະເປັນບາດກ້າວທີ່ສຳຄັນ ໄປສູ່ເປົ້າໝາຍ ໃນການສົ່ງມະນຸດກັບຄືນໄປດວງຈັນ ພາຍໃນປີ 2025.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ໃນ​ຕອນ​ເຊົ້າ​ມືດຂອງວັນ​ທີ 16 ພະ​ຈິກ​ຜ່ານ​ມານີ້ ​ການ​ຍິງຈະ​ຫຼວດໄດ້​ປະ​ສົບ​ຜົນ​ສຳ​ເລັດ​ພາຍ​ໃຕ້​ໂຄງ​ການ​ອາ​ເທ​ມິ​ສ 1 ເພື່ອ​ສົ່ງ​ຍານ​ອະ​ວະ​ກາດ​ໂອ​ຣຽນຈາກ ​ສູນ​ກາງ​ອະ​ວະ​ກາດ​ເຄນ​ເນ​ດີ ​ເດີນ​ທາງ​ໄປ​ໂຄ​ຈອນ​ອ້ອມດວງ​ຈັນແລະ​ເ​ປັນ​ບາດ​ກ້າວ​ທີ່​ສຳ​ຄັນ ໄປ​ສູ່​ເປົ້າ​ໝ​າຍ ໃນ​ການ​ສົ່ງ​ມະ​ນຸດ​ກັບ​ຄືນ​ໄປ​ດວ​ງ​ຈັນ ພາຍ​ໃນ​ປີ 2025. ອົງ​ການ​ອະ​ວະ​ກາດຫຼື​ NASA ຂອງ​ສະ​ຫະ​ລັດ​ໄດ້​ຕັ້ງ​ຊື່​ໂຄງ​ການ​ກັບ​ຄືນ​ໄປ​ດວງ​ຈັນ​ຂອງ​ຕົນ​ວ່າ​ ອາ​ເທ​ມີ​ສ ຕາມ​ຊື່​ເອື້ອຍ​ຝາ​ແຝດຂອງ​ອາ​ປອນ​ໂລ ເພື່ອ ​ເປັນ​ການ​ເຫັນ​ພ້ອມ​ກັບ​ຄວາມ​ສຳ​ເລັດ ​ໃນ​ການ​ລົງຈອດ​ເທິງດວງ​ຈັນ​ສະ​ໄໝ​ຍານ​ອາ​ປອນ​ໂລ. ​ການ​ປະ​ຕິ​ບັດ​ງານ​ໃນໂຄງ​ການ​ອາ​ປອນ​ໂລ​ຄັ້ງ​ສຸດ​ທ້າຍ​ໄປ​ຍັງ​ດວງ​ຈັນ ມີ​ຂຶ້ນ​ໃນ​ເດືອນ​ທັນ​ວາ​ປີ 1972.

ຜູ້​ອຳ​ນວຍ​ການຂອງ​ໂຄງ​ການ​ອາ​ເທ​ມິ​ສ 1 ທ່ານຊາ​ຣລີ ແບ​ລັກ​ແວ​ລ-ທອມ​ສັນ (Charlie Blackwell-Thompson) ກ່າວ​ຕໍ່​ຄະ​ນະ​ທີມ​ງານຫຼັງ​ຈາກ​ໄດ້​ມີການ ​ສົ່ງ​ຍານ​ໃນໂຄງ​ການ​ແລ້ວ ໂດຍ​ເວົ້າ​ວ່າ “ພວກ​ເຮົາ​ທັງ​ໝົດ ​ແມ່ນ​ສ່ວນ​ນຶ່ງ ຂອງ​ສິ່ງ​ພິ​ເສດ​ແບບບໍ່​ໜ້າ​ເຊື່ອ, ຊຶ່ງ​ເປັນ​ການ​ຍິງ​ສົ່ງ​ໂຄງ​ການ​ອາ​ເທ​ມິ​ສ​ຄັ້ງ​ທຳອິດ ບາດ​ກ້າວ​ທຳ​ອິດ​ໃນ​ການ​ກັບ​ຄືນຂອງ​ປະ​ເທດ​ເຮົາ ໄປ​ສູ່ດວງ​ຈັນ ແລະ​ຕໍ່​ໄປ​ຍັງ​ດາວ​ພະ​ອັງ​ຄານ. ສິ່ງ​ທີ່​ພວກ​ທ່ານ​ໄດ້​ເຮັດ​ຈະ​ເປັນ​ແຮງ​ດົນ​ໃຈ​ໃຫ້​ແກ່​ຜູ້​ຄົນ​ໃນ​ຮຸ້​ນ​ຕໍ່ໆ​ໄປ.”

ການ​ສົ່ງ​ໂຄງ​ການ​ອາ​ເທ​ມິ​ສ 1 ແມ່ນ​ໄດ້​ດຳ​ເນີນ​ມາ​ເປັນ​ເວ​ລາ​ດົນ​ກວ່າ​ນຶ່ງ​ທົດ​ສະວັດແລະ​ໄດ້​ປະ​ເຊີນ​ກັບ​ການຊັກ​ຊ້າ​ຊ້ຳ​ແລ້ວ​ຊ້ຳ​ອີກຍ້ອນ​ສະ​ພາບ​ດິນ​ຟ້າ​ອາ​ກາດ ແລະ​ບັນ​ຫາ​ດ້ານ​ເຕິກ​ນິກ. ຍານ​ອະ​ວະ​ກາດ​ໂອ​ຣຽນ​ ຈະ​ເດີນ​ທາງ​ປະ​ມານ 40 ພັນ​ໄມ​ລ໌ ຫຼື 64,000 ກວ່າ​ກິ​ໂລ​ແມັດ​ໃນ​ດ້ານ​ທີ່​ຢູ່​ໄກ​ສຸດ​ຂອງດວງ​ຈັນ ຊຶ່ງ​ໄກ​ກວ່າ​ທີ່​ຍານ​ອະ​ວະ​ກາດ​ຂອງ​ມະ​ນຸດ​ໃດໆ ໄດ້ເຄີຍ​ໄປ​ມາ​ແລ້ວ ອີງ​ຕາມ​ອົງ​ການ​ NASA. ​ຖ້ຽວ​ບິນ​ທົດ​ລອງຂອງ​ໂຄງ​ການ​ອາ​ເທ​ມິ​ສ 1 ມີ​ກຳ​ນົດ​ທີ່​ຈະ​ສິ້ນ​ສຸດ​ລົງ ເວ​ລາ​ຍານ​ໂອ​ຣ​ຽນ ​ລົງ​ສູ່​ຜິວ​ນ້ຳ​ຂອງ​ມະ​ຫາ​ສະ​ມຸດ​ປາ​ຊີ​ຟິກໃນ​ວັນ​ທີ 11 ທັນ​ວາ​ທີ່​ຈະ​ມາ​ນີ້.

“ຄວາມ​ສຳ​ເລັດ​ໃນ​ການ​ສົ່ງ ​ໂຄງ​ການ​ອາ​ເທ​ມິ​ສ 1 ແມ່ນ​ຜົນ​ຂອງ​ຄວາມ​ພະ​ຍາ​ຍາມ​ ໃນ​ການ​ຮ່ວມ​ມືກັນ​ເພື່ອ​ສຳ​ຫຼວດ​ອະ​ວະ​ກາດ ​ໃຫ້ບັນ​ລຸ​ການ​ມີ​ໜ້າ​ແບບ​ຍືນ​ຍົງຢູ່​ເທິງດວງ​ຈັນ ພາຍ​ໃນ​ທ້າຍ​ທົດ​ສະ​ວັດ​ນີ້ແລະ​ກະ​ກຽມເພື່​ອ​ສົ່ງ​ມະ​ນຸດ​ໄປ​ປ​ະ​ຕິບັດ​ງານຄັ້ງ​ປະ​ຫວັດ​ສາດ​ຢູ່​ດາວ​ພະ​ອັງ​ຄານ.” ນັ້ນ​ຄື​ຄ້ຳ​ເວົ້າ​ຂອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ທີ່​ໄດ້​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ.

“ໂດຍ​ຜ່ານ​ໂຄງ​ການ​ອາ​ເທ​ມິ​ສ ສະ​ຫະ​ລັດ​ຈະ​ສ້າງ​ການ​ສຳ​ຫຼວດ​ອະ​ວະ​ກາດ​ໂດຍ​ມະ​ນຸດ​ຂອງ​ລະ​ຫວ່າງ​ປະ​ເທດ ທີ່ກວ້າ​ງ​ຂວາງ ​ແລະ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ ທີ່​ຈະ​ເພັ່ງ​ເລັງ​ໃສ່​ການ​ຄົ້ນ​ພົບ​ທາງ​ດ້ານ​ວິ​ທະ​ຍາ​ສາດ​ແລະ​ເທັກ​ໂນ​ໂລ​ຈີເພື່ອ​ສ້າງ​ຄວາມ​ກ້າວ​ໜ້າ ໃຫ້​ແກ່​ຄວາມ​ພະ​ຍາ​ຍາມ​ກ່ຽວ​ກັບ​ຫ້ວງ​ອະ​ວະ​ກາດນອກ​ລະ​ບົບ​ສຸ​ລິ​ຍະ​ຈັກ​ກະ​ວານ​ຂອງ​ພວກ​ເຮົາ ແລະ​ນຳ​ເອົາ​ຜົນ​ປະ​ໂຫຍດ​ກັບ​ຄືນ​ມາ​ສູ່​ໂລກ​ມະ
ນຸດ​ຂອງ​ພວກ​ເຮົາ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານບ​ລິງ​ກັນ ແລະ​ທ່ານຍັງ​ກ່າ​ວຕື່ມ​ວ່າ “ພວກເຮົາ​ຫວັງ​ວ່າ​ຈະ​ໄດ້​ສືບ​ຕໍ່​ເຮັດ​ວຽກ​ກັບ​ບັນ​ດາ​ພາ​ຄີ​ລະ​ຫວ່າງ​ປະ​ເທດ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ງານ​ໃນ​ອະ​ນາ​ຄົດ.”

ໂດຍ​ຂໍ້​ຕົກ​ລົງ​ອາ​ເທ​ມິ​ສ ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ອົງ​ການ ​NASA ພວມ​ນຳ​ເອົາ​ປະ​ເທດ​ຕ່າງໆ​ມາ​ເຕົ້າ​ໂຮມ​ກັນ ພາຍ​ໃຕ້​ຫຼັກ​ການຮ່ວມ​ມື ​ທີ່​ສຳ​ຄັນ​ ໂດຍ​ອີງ​ໃສ່​ສົນ​ທິ​ສັນ​ຍາ ​ເຂດນອກ​ອະ​ວະ​ກາດ ສະ​ບັບ​ປີ 1967 ເພື່ອ​ນຳ​ພາ​ການ​ສຳ​ຫຼວດ​ອະ​ວະ​ກາດ​ຂອງ​ພົນ​ລະ​ເຮືອນ ແລະ​ກຳ​ນົດເງື່ອນ​ໄຂ​ໃຫ້​ການ​ສຳ​ຫຼວດ​ທີ່ມີ​ຈຸດ​ປະ​ສົງ​ໃນ​ທາງ​ສັນ​ຕິ ມີ​ຄວາມ​ຮັບ​ຜິດ​ຊອບ ແລະ​ການ​ຮ່ວມ​ມື​ທີ່​ໃຫ້​ດອກ​ອອກ​ຜົນ ສຳ​ລັບ​ເຂດນອກ​ອະ​ວະ​ກາດ.

ດ້ວຍ​ການ​ຍິງ​ສົ່ງ​ທີ່​ສຳ​ເລັດ​ຜົນ​ ຂອງ​ໂຄງ​ການ​ອາ​ເທ​ມິ​ສ 1 ນີ້ ອົງ​ການ ​NASA ແມ່ນ​ອີກ​ບາດ​ກ້າວ​ນຶ່ງ ຍັບ​ເຂົ້າ​ໃກ້​ການ​ສົ່​ງ​ມະ​ນຸດ​ກັບ​ຄືນ​ໄປ​ສູ່ດວງ​ຈັນ. ດັ່ງ​ທີ່​ມະ​ນຸດ​ອະ​ວະ​ກາດ​ຄົນ​ສຸດ​ທ້າຍ ທີ່​ໄດ້​ຍ່າງ ​ຢູ່​ເທິງ​ພື້ນ​ຜິວດວງ​ຈັນ ທີ່​ເປັນ​ຂຸມ​ເປັນ​ບໍ່​ທ່ານ​ຢູ​ຈີນ ເຊີ​ແນັນ (Eugen Cernan) ​ກ່າວ​ວ່າ “ພວກ​ເຮົາ​ໄດ້​ຈາກ​ໄປ ດັ່ງ​ດຽວ​ກັນ​ກັບ​ທີ່​ພວກ​ເຮົາ​ມາ ແລະ ຖ້າ​ພະ​ເຈົ້າ​ປ​ະ​ທານ ພວກ​ເຮົາ​ຈະ​ຕ້ອງ​ໄດ້​ກັບ​ຄືນ​ມາອີກ ​ພ້ອມດ້ວຍ​ສັນ​ຕິ​ພາບ ແລະ​ຄວາມ​ຫວັງ ສຳ​ລັບ​ມະ​ນຸດ​ທຸກ​ຖ້ວນ​ໜ້າ.”

XS
SM
MD
LG