Accessibility links

Breaking News

ບົດບັນນາທິການ: ກຸ່ມຕາລີບານ ຫ້າມບໍ່ໃຫ້ອອກອາກາດ ລາຍການຂອງວີໂອເອ ແລະອົງການຂ່າວອື່ນໆ


ຄ​ວາມ​ວຸ້ນ​ວາຍ​ໃນ​ອັ​ຟ​ກາ​ນິ​ສ​ຖານ - ຮູບນີ້​ທີ່​ຖາຍ​ເມື່ອ​ວັນ​ທີ 12 ຕຸ​ລາ 2021 ຜູ້​ປະ​ກາດ​ລາຍ​ການ ອີບ​ຣາ​ຮິມ ປາ​ກາ ອ່ານ​ຂ່າວ​ໃນ​ລະ​ຫວ່າງ​ການ​ອອກ​ອາ​ກາດ​ທີ່​ສະ​ຖາ​ນີ​ອູ​ຣຸ​ຈ ໃນ​ແຂວງ​ຟາ​ຣາ.
ຄ​ວາມ​ວຸ້ນ​ວາຍ​ໃນ​ອັ​ຟ​ກາ​ນິ​ສ​ຖານ - ຮູບນີ້​ທີ່​ຖາຍ​ເມື່ອ​ວັນ​ທີ 12 ຕຸ​ລາ 2021 ຜູ້​ປະ​ກາດ​ລາຍ​ການ ອີບ​ຣາ​ຮິມ ປາ​ກາ ອ່ານ​ຂ່າວ​ໃນ​ລະ​ຫວ່າງ​ການ​ອອກ​ອາ​ກາດ​ທີ່​ສະ​ຖາ​ນີ​ອູ​ຣຸ​ຈ ໃນ​ແຂວງ​ຟາ​ຣາ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

​ກຸ່ມ​ຕາ​ລີ​ບານ​ ໄດ້​ຫ້າ​ມ​ບໍ່​ໃຫ້​ສະ​ຖາ​ນີ​ໂທ​ລະ​ພາບ​ເອກກ​ະ​ຊົນ ​ໃນ​ອັ​ຟ​ກາ​ນິ​ສ​ຖານ​ອອກ​ອາ​ກາດ ລາຍ​ການ​ຂອງ​ສຽງ​ອາ​ເມ​ຣິ​ກາ ອົງ​ການ​ກະ​ຈາຍ​ສຽງ​ຂອງ​ອັງ​ກິດ ແລະ​ລາຍ​ການຂອງ​ອົງ​ການ​ກະ​ຈາຍ​ສຽງ​ Deutche Welle ຂອງ​ເຢຍ​ຣະ​ມັນ.

ວີ​ໂອ​ເອ​ຂໍ​ປະ​ນາມ​ກຸ່ມ​ຕາ​ລີ​ບານ​ທີ່​ໄດ້​ງົດ​ບໍ່​ໃຫ້​ອອກ​ອາ​ກາດ​ລາຍ​ການ​ຂອງ​ຕົນ. ຢູ່​ໃນ​ຖະ​ແຫຼງ​ການນັ້ນ ຮັກ​ສາ​ການ​ຜູ້​ອຳ​ນວຍ​ການ​ຂອງວີ​ໂອ​ເອ ທ່ານ​ນາງ​ໂຢ​ລານ​ດາ ໂລ​ເປັ​ສ ກ່າວ​ວ່າ “ພວກ​ເຮົາ​ໄດ້​ຮ້ອງ​ຂໍ​ໃຫ້​ກຸ່ມ​ຕາ​ລີ​ບານ ​ພິ​ຈາ​ລະ​ນາ​ຄືນ​ໃໝ່ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ ​ທີ່​ເປັນ​ບັນ​ຫາ​ແລະ​ບໍ່​ເປັນ​ຈັ່ງ​ໂຊກ​ດັ່ງ​ກ່າວ. ເນື້ອ​ໄນ​ຂອງ​ການ​ຈຳ​ກັດ​ຮັດ​ແຄບທີ່​ກຸ່ມ​ຕາ​ລີ​ບານ​ພະ​ຍາ​ຍາມ​ຈະ​ວາງ​ອອກນັ້ນແມ່ນ​ກົງ​ກັນ​ຂ້າມ​ກັບ​ສິດ​ເສ​ລີ​ພາບ​ໃນ​ການ​ສະ​ແດງ​ອອກ​ຊຶ່ງ​ຄວາມ​ຄິດ​ຄວາມ​ເຫັນທີ່​ປະ​ຊາ​ຊົນ​ຊາວ​ອັ​ຟ​ກາ​ນິ​ສ​ຖານ​ສົມ​ຄວນ​ໄດ້​ຮັບ.”

ວີ​ໂອ​ເອ​ຜະ​ລິດ​ລາຍ​ການ​ຂ່າວ​ສັ້ນ​ເປັນ​ເວ​ລາ​ເຄິ່ງ​ຊົ່ວ​ໂມງ​ໃນ​ພາ​ສາ​ປາ​ສ​ໂ​ຕ​ແລະ​ດາ​ຣີ ຊຶ່ງ​ເປັນ​ພາ​ສາ​ຫຼັກ ​ທີ່​ເວົ້າ​ກັນ​ໃນ​ອັ​ຟ​ກາ​ນິ​ສ​ຖານ, 5 ມື້​ຕໍ່​ອາ​ທິດ​ ສຳ​ລັບ​ຄູ່​ຮ່ວມ​ງານໃນ​ອັ​ຟ​ກາ​ນິ​ສ​ຖານ ອົງ​ການ​ຂ່າວ​ໂຕ​ໂລ ແລະ​ໂທ​ລະ​ພາບ​ແຊມ​ຊັ​ສ.

ທ່ານ​ນາງ​ໂລ​ເປັ​ສກ່າ​ວວ່າ ວີ​ໂອ​ເອ​ຍັງ​ສືບ​ຕໍ່​ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ອອກ​ອາ​ກາດ​ກ່ຽວ​ກັບ​ຄວາມ​ຈິງ “ຄວາມ​ໝັ້ນ​ໝາຍ​ຂອງ​ພວກ​ເຮົາ ທີ່​ຈະ​ສະ​ໜອງ​ຂໍ້​ມູນ ​ທີ່​ເປັນ

ຄວາມ​ຈິງຕໍ່​ປະ​ຊາ​ຊົນ​ຊາວ​ອັ​ຟ​ກາ​ນິ​ສ​ຖານແມ່ນ​ນຶ່ງ​ໃນ​ສິ່ງ​ທີ່​ວີ​ໂອ​ເອ​ຈະ​ສືບ​ຕໍ່ອອກອາ​ກາດ​ທາງ​ໂທ​ລະ​ພາບ ວິ​ທະ​ຍຸແລະ​ອິນ​ເຕີ​ແນັດ ທີ່ www.pashtovoa.com ແລະ www.darivoa.com ຕະ​ຫຼອດ​ທັງ​ຜ່ານ​ທາງ​ສື່​ສັງ​ຄົມ.”

ຫົວ​ໜ້າ​ຮັບ​ຜິດ​ຊອບ​ດ້ານ​ພາ​ສາ ຂອງ​ອົງ​ການ​ຂ່າວ ບີ​ບີ​ຊີ​ໂລກ ທ່ານ​ທາ​ຣິກ ຄາ​ລີ​ຟາ ຮຽກ​ຮ້ອງ​ໃຫ້​ກຸ່ມ​ຕາ​ລີ​ບານ ຟື້ນ​ຟູ​ລາຍ​ການ​ຂ່າວ​ສັ້ນ​ໂດຍ​ທັນ​ທີ. ທ່ານ​ກ່າວ​ວ່າ ການ​ຫ້າມ​ດັ່ງ​ກ່າວ “ແມ່ນ​ເລື້ອງ​ທີ່​ໜ້າ​ເປັນ​ຫ່ວງ ໃນ​ເວ​ລາ​ທີ່​ເກີດ​ຄວາມ​ບໍ່​ແນ່ນອນ​ແລະ​ຄວາມ​ວຸ້ນ​ວາຍ​ສຳ​ລັບ​ປະ​ຊາ​ຊົນ​ຊາວ​ອັ​ຟ​ກາ​ນິ​ສ​ຖານ.”

ນີ້​ແມ່ນ​ມາດ​ຕະ​ການ​ຫຼ້າ​ສຸດ ​ໃນການ​ເຄື່ອນ​ໄຫວ​ທີ່​ມີ​ມາ​ເປັນ​ລຳ​ດັບ ​ຂອງ​ກຸ່ມ​ຕາ​ລີ​ບານ ເພື່ອ​ປິດ​ປາກ​ປິດ​ສຽງ ​ບໍ່​ໃຫ້​ມີ​ການ​ສະ​ແດງ​ອອກ​ ຊຶ່ງ​ສິດ​ເສ​ລີ​ພາບ​ໃນ​ການ​ປາກເວົ້າ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ນັບ​ຕັ້ງ​ແຕ່​ໄດ້​ເຂົ້າ​ຢຶດ​ອຳ​ນາດ​ຢູ່​ທີ່​ປະ​ເທດ​ດັ່ງ​ກ່າວ​ນັບ​ແຕ່​ເດືອນ​ສິງ​ຫາ​ເປັນ​ຕົ້ນ​ມາ. ອີງ​ຕາມ​ການ​ສຳ​ຫຼວດ ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງການ​ນັກ​ຂ່າວ​ບໍ່​ມີ​ພົມ​ແດນ​ເມື່ອ​ເດືອນ​ທັນ​ວາ​ແລ້ວນີ້ ມີ​ອົງ​ການ​ສື່ມວນ​ຊົນ​ອັ​ຟ​ກາ​ນິ​ສ​ຖານ​ຢ່າງ​ໜ້ອຍ 40 ເປີ​ເຊັນ​ໄດ້​ຫາຍ​ສາບ​ສູນ​ໄປ ແລະ​ພວກ​ນັກ​ຂ່າວ​ແມ່​ຍິງ​ຫຼາຍກວ່າ 80 ເປີ​ເຊັນ ໄດ້​ສູນ​ເສຍ​ວຽກ​ການ​ຂອງ​ເຂົາ​ເຈົ້າ ນັບ​ແຕ່​ກຸ່ມ​ຕາ​ລີ​ບານ​ໄດ້​ເຂົ້າ​ຄວບ​ຄຸມ​ປະ​ເທດ.

ນັກ​ຄົ້ນ​ຄວ້າ​ຂອງກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ Human Rights Watch ເຟ​ເຣັ​ສ​ຕາ ອັບ​ບາ​ສີ ລາຍ​ງານ​ໃນ​ເດືອນ​ກຸມ​ພາ​ຜ່ານ​ມານີ້​ວ່າ “ກຸ່ມ​ຕາ​ລີ​ບານ​ໄດ້​ຮາ​ວີ​ລົບ​ກວນແລະ​ໂຈມ​ຕີ​ພວກ​ນັກ​ຂ່າວ ຢູ່ນອກ​ເຂດ​ເທດ​ສະ​ບານ​ທີ່​ສຳ​ຄັນໆ ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ໄດ້​ມີ​ຂຶ້ນ ໂດຍ​ບໍ່​ມີ​ການ​ລາຍ​ງານ ເຮັດ​ໃຫ້​ອົງ​ການ​ຂ່າວ​ຕ່າງໆ​ຢູ່​ໃນ​ບັນ​ດາ​ແຂວງ​ທາງນອກ ກວດ​ກາ​ຕົນ​ເອງ ຫຼື​ບໍ່​ດັ່ງ​ນັ້ນ​ກໍຖືກ​ປິດ​ລົງ.”

ທ່ານ​ນາງ​ກ່າວ​ຕື່ມ​ວ່າ “ໃນ​ຫຼາຍໆ​ຄັ້ງ ກຸ່ມ​ຕາ​ລີ​ບານ​ ແມ່ນ​ເກືອບ​ວ່າ​ໄດ້​ລຶບ​ລ້າງ​ລາຍ​ງານ​ຕ່າງໆ​ໃນ​ຂອບ​ເຂດ​ທີ່ກວ້າ​ງ​ຂວາງຂອງ​ບັນ​ຫາ​ຕ່າງໆ ແລະ​ໄດ້​ຜັກ​ດັນ​ໃຫ້​ພວກ​ນັກ​ຂ່​າວ​ແມ່​ຍິງ​ອອກ​ຈາກ​ອາ​ຊີບນີ້​ໄປ​ເລີຍ.”

ໂຄ​ສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ເນດ ໄພ​ຣ​ສ໌ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ສະ​ຫະ​ລັດ​ມີ​ຄວາມ​ໝັ້ນ​ໝາຍ ທີ່​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່ສິດ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ​ຢູ່​ໃນ​ທົ່ວ​ໂລກ ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ພວກ​ນັກ​ຂ່າວ​ແລະ​ພວກ​ທີ່​ຕໍ່​ສູ້​ເພື່ອ​ປົກ​ປ້ອງ​ສິດ​ທິ​ມະ​ນຸດໃຫ້​ປະ​ຕິ​ບັດ​ງານ​ໄດ້ຢ່າງ​ເສ​ລີ​ໂດຍປາ​ສະ​ຈາກ​ຄວາມ​ຢ້ານ​ກົວ​ທີ່​ຈະ​ເກີດ​ຄວາມ​ຮຸນ​ແຮງ​ຕໍ່​ພວກ​ເຂົາ​ເຈົ້າ.”

ສະ​ຫະ​ລັດ​ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸ​ນ​ຕໍ່​ສິດ​ເສ​ລີ​ພາບ​ໃນ​ການ​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນແລະ​ສືບ​ຕໍ່​ຢືນ​ຢູ່​ຄຽງ​ຂ້າງ​ປະ​ຊາ​ຊົນ​ຊາວ​ອັ​ຟ​ກາ​ນິ​ສ​ຖານ.

XS
SM
MD
LG