Accessibility links

Breaking News

ບົດບັນນາທິການ: ວັນຂອບຄຸນພະເຈົ້າ ປີ 2022


​ວັນ​ຂອບ​ຄຸນ​ພະ​ເຈົ້າ
​ວັນ​ຂອບ​ຄຸນ​ພະ​ເຈົ້າ

ໃນວັນພະຫັດທີສີ່ ຂອງເດືອນພະຈິກ ຊາວອາເມຣິກັນ ຈະພາກັນສະຫຼອງ ວັນຂອບຄຸນພະເຈົ້າ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ໃນ​ວັນ​ພະ​ຫັດ​ທີສີ່ ຂອງ​ເດືອນ​ພະ​ຈິກ ຊາວ​ອາ​ເມ​ຣິ​ກັນ​ຈະ​ພາ​ກັນ​ສະ​ຫຼອງ ວັນ​ຂອບ​ຄຸນ​ພະ​ເຈົ້າ. ໃນ​ຕ​ອນ​ຕົ້ນ​ໆ​ຂອງການ​ສະ​ຫຼອງ​ວັນ​ພັກ​ບຸນ​ດັ່ງ​ກ່າວໂດຍພວກ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານຢູ່​ໃນ​ໂລກ​ໃໝ່ນັ້ນ ແມ່ນ​ບໍ່​ແຕກ​ຕ່າງ​ຫຍັງ​ຫຼາຍໄປ​ຈາກ ​ບຸນ​ເກັບ​ກ່ຽວ ທີ່​ພວກ​ເຂົາ​ເຈົ້າ​ເຄີຍ​ສະ​ຫຼອງ​ກັນ​ມາ ​ຕາມ​ປະ​ເພ​ນີ​ໃນ​ຢູ​ໂຣບ. ແຕ່​ການ​ຫາ​ກໍ​ມາ​ເຖິງ​ທະ​ວີບ​ອາ​ເມ​ຣິ​ກາ​ເໜືອ​ໃນ​ຂະ​ນະ​ທີ່​ລະ​ດູ​ໜາວ​ພວມເລີ້ມຂຶ້ນນັ້ນ ພວກ​ມາ​ຕັ້ງ​ຖິ່ນ​ຖານ​ໃນ​ໂລກ​ໃໝ່ ​ຫຼື​ພິ​ລກ​ຣິມ ບໍ່​ໄດ້​ມີ​ການ​ກະ​ກຽມ​ ເພື່ອ​ຮັບ​ມື​ກັບ​ສະ​ພາອ​າ​ກາດ​ໜາວ​ຈັດ. ພວກ​ເຂົາ​ເຈົ້າ​ເກືອບ​ເຄິ່ງ​ນຶ່ງ ​ໄດ້​ເສຍ​ຊີ​ວິດໄປ​ ໃນ​ປີ​ທຳ​ອິດ​. ງານ​ບຸນ​ທີ່​ພວກ​ເຂົາ​ເຈົ້າ​ໄດ້ຈັດ​ຂຶ້ນ ໃນ​ລະ​ຫວ່າງວັນຂອບ​ຄຸນ​ພະ​ເຈົ້າ ​ທີ່​ມີ​ການ​ສະ​ເຫຼີ​ມ​ສະ​ຫຼອງ​ເທື່ອ​ທຳ​ອິດ​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນຫຼາຍ​ເປັນ​ພິ​ເສດ​ຍ້ອນ​ຄວາມ​ທຸກ​ທໍ​ລະ​ມານ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ສູ້​ຊົນ​ມາ.

ວັນ​ພັກ​ບຸນ​ຂອບ​ຄຸນ​ພະ​ເຈົ້າ ທີ່​ຊາວ​ອາ​ເມ​ຣິ​ກັນ​ສ່ວນ​ໃຫຍ່​ພາ​ກັນ​ສະ​ເຫຼີມ​ສະ​ຫຼອງ​ໃນ​ທຸກ​ມື້ນີ້ ແມ່ນ​ຈັດ​ຂຶ້ນ​ສ່ວນ​ນຶ່ງ ຕາມ​ແບບ​ສະ​ບັບ ງານ​ສະ​ຫຼອງຢູ່ໃນ​ລັດ​ແມັ​ສ​ຊາ​ຈູ​ແຊັດ​ໃນ​ລະ​ຫວ່າງວັນ​ທີ 21 ກັນ​ຍາ​ຫາ 11 ພະ​ຈິກປີ 1621. ດັ່ງ​ທີ່​ເລື້ອງ​ລາວ ​ໄດ້​ມີ​ການ​ເລົ່າ​ຂານກັນ ຊາວ​ອັງ​ກິດ​ຜູ້​ຊາຍ ແມ່​ຍິງ ແລະ​ເດັກ​ນ້ອຍ 53 ຄົນ ​ໄດ້​ເຂົ້າ​ຮ່ວມ​ກັບ​ຄົນ​ເຜົ່າ​ພື້ນ​ເມືອງຂອງ​ອາ​ເມ​ຣິ​ກາປະ​ມານ 90 ຄົນໃນ​ງາ​ນ​ລ້ຽງ​ເພື່ອ​ຂອບ​ບຸນ​ຂອບ​ຄຸນ ​ຕໍ່​ການ​ເກັບ​ກ່ຽວ​ເທື່ອ​ທຳ​ອິດ ​ຢູ່​ໃນ​ດິນ​ແດນ​ໃໝ່​ຂອງ​ພວກ​ເຂົາ​ເຈົ້າ.

ແລະ​ພວກ​ເຂົາ​ເຈົ້າ​ທີ່​ຈະ​ຕ້ອງ​ໄດ້​ຂອບ​ໃຈ. ເມື່ອ​ນຶ່ງ​ປີ​ກ່ອນນັ້ນ, ໃນ​ກາງ​ເດືອນພະ​ຈິກປີ 1620 ເຂົາ​ເຈົ້າ​ເປັນ​ສ່ວນ​ນຶ່ງ​ຂອງ​ພວກ​ທີ່​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່ຈຳ​ນວນ 102 ຄົນ ແລະ​ລູກ​ເຮືອ 30 ຄົນ​ທີ່​ໄດ້​ເດີນ​ທາງ​ມາ​ເຖິງ​ອາ​ເມ​ຣິ​ກາ​ເໜືອ ໂດຍ​ກຳ​ປັ່ນ​ທີ່​ມີ​ຊື່​ວ່າ Mayflower. ພວກ​ເຂົາ​ເຈົ້າເປັນ​ພວກ​ທີ່​ເຄັ່ງ​ຄັດ​ສາ​ສະ​ໜາ ບໍ່​ຢາກ​ຮ່ວມ​ກັບ​ກຸ່ມ​ສາ​ສະ​ໜາ​ອື່ນ ແລະ​ຊອກ​ຫາ​ບ້ານ​ໃໝ່ເພື່ອ​ປະ​ຕິ​ບັດ​ຄວາມ​ເຊື່ອ​ຂອງພວກ​ເຂົາ​ເຈົ້າ ​ໃນ​ວິ​ທີ​ທີ່​ເຫັນ​ວ່າ​ເໝາະ​ສົມ.

ມາ​ຮອດ​ງານ​ສະ​ຫຼອງ​ບຸນ​ຂອບ​ຄຸນ​ພະ​ເຈົ້າ​ເທື່ອ​ທຳ​ອິດ ເຄິ່ງ​ນຶ່ງ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ເສຍ​ຊີ​ວິດ​ໄປ​ແລ້ວ ຍ້ອນ​ຄວາມ​ອຶດຢ​າກ ພະ​ຍາດ​ໂຣ​ຄາ ແລະ​ ສະ​ພາບ​ອາ​ກາດ​ທີ່​ໜາວ​ຈັດ. ແຕ່​ກໍຍັງໂຊກ​ດີ​ຢູ່​ສຳ​ລັບ​ພວກ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່, ພວກ​ເພື່ອນ​ບ້ານ​ທີ່​ເປັນ​ຄົນ​ອິນ​ເດຍ​ແດງ​ຊົນ​ເຜົ່າ​ວາມ​ປາ​ໂນແອັກທີ່​ມີ​ຄວາມ​ສົງ​ສານ​ເຂົາ​ເຈົ້າ. ພວກ​ອິນ​ເດຍ​ແດງ​ໄດ້​ເອົາ​ອາ​ຫານມ​າ​ບໍ​ລິ​ຈາກແລະ​ສອນ​ພວກ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່​ໃຫ້​ຮູ້​ຈັກນຳ​ໃຊ້​ທຳ​ມະ​ຊາດ​ແບບ​ໃດ​ໃຫ້ແກ່​ພວກ​ເຂົາ​ເຈົ້າ. ບຸນ​ສະ​ຫຼອງ​ຄັ້ງ​ທຳ​ອິດແມ່ນ​ການ​ສະ​ແດງ​ອອກ​ເຖິງ​ຄວາມ​ຮູ້​ບຸນ​ຄຸນ​ສຳ​ລັບ​ພວກ​ທີ່​ມາ​ຕັ້ງ​ຖິ່ນ​ຖານ ​ໃໝ່​ ທີ່​ລອດ​ຊີ​ວິດ​ມາ​ໄດ້.

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ກ່າວ​ວ່າ “ເມື່ອ 400 ປີ​ກ່ອນ ເວ​ລາ​ພວກ​ພິ​ລກ​ຣິມ​ຫຼື​ພວກ​ສະ​ແຫວງ​ບຸນ​ສາ​ມາດ​ສະ​ເຫຼີມ​ສະ​ຫຼອງ​ຄວາມ​ສຳ​ເລັດ​ໃນ​ການ​ເກັບ​ກ່ຽວ​ປີ​ທຳ​ອິດ​ທັງ​ນີ້​ກໍ​ຍ້ອນ​ຄວາມ​ເອື້ອ​ເຟື້ອ​ເພື່ອ​ແຜ່​ ແລະ​ການ​ສະ​ໜັບ​ສະ​ໜຸນຂອງ​ຊາວ​ວາມ​ປາ​ໂນແ​ອັກ ທຸກມື້ນີ້ ​ພວກ​ເຮົາກໍ​ເຊັ່ນ​ດຽວ​ກັນ ​ຂໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ພວກ​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ພວກ​ເຮົາ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ໃນ​ຮອບ​ປີ​ທີ່​ຜ່ານ​ມາ.

“ຂອບ​ຄຸນ​ພະ​ເຈົ້າ ທີ່​ໄດ້​ສະ​ໜອງ​ໃຫ້​ພວກ​ເຮົາ​ມີ​ໂອ​ກາດ​ເວ​ລາ​ ເພື່ອ​ສະ​ທ້ອນ​ຄືນເຖິງ​ການອວຍ​ພອນ​ຫຼາຍໆ​ຢ່າງ ຈາກ​ພະ​ຜູ້​ເປັນ​ເຈົ້າ ​ຈາກປະ​ເທດນີ້ ແລະ​ຊຶ່ງ​ກັນ​ແລະ​ກັນ. ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ການອວຍ​ພອນ​ເຫຼົ່າ​ນີ້ ເຖິງ​ແມ່ນ ແລະ​ໂດຍສະ​ເພາະ​ແລ້ວ ໃນ​ລະ​ຫວ່າງ​ໂອ​ກາດ​ເວ​ລາ ​ທີ່​ມີ​ການ​ທ້າ​ທາຍ.”

XS
SM
MD
LG