Accessibility links

Breaking News

ບົດບັນນາທິການ: ສະຫະລັດແລະອອສເຕຣເລຍ - ພັນທະມິດທີ່ບໍ່ແຕກຫັກໄດ້


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ແລະ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ​ລອຍ ອອ​ສ​ຕິນ ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ​ຝ່າຍອອ​ສ​ເຕ​ຣ​ເລຍ
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ແລະ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ​ລອຍ ອອ​ສ​ຕິນ ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ​ຝ່າຍອອ​ສ​ເຕ​ຣ​ເລຍ

ສະຫະລັດແລະອອສເຕຣເລຍ ມີວິໄສທັດຮ່ວມກັນ ກ່ຽວກັບຂົງເຂດ ບ່ອນທີ່ປະເທດຕ່າງໆສາມາດຕັດສິນໃຈ ກ່ຽວກັບອະນາຄົດ ຂອງພວກເຂົາເຈົ້າເອງ​ໄດ້.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດທ່ານ​ລອຍ ອອ​ສ​ຕິນ ເອີ້ນຄວາມ​ສຳ​ພັນ​ລະ​ຫວ່າງ​ສະ​ຫະ​ລັດ ກັບ​ອອ​ສ​ເຕ​ຣ​ເລຍ​ວ່າ “ເປັນ​ພັນ​ທະ​ມິດ​ທີ່​ບໍ່​ສາມາດ​ແຕກ​ຫັກ​ໄດ້” ລຸນ​ຫຼັງ​ການ​ພົບ​ປະ​ ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອອ​ສ​ເຕ​ຣ​ເລຍ ທ່ານ​ນາງ​ເພັນ​ນີ ວອງແລະ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລະ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງອອ​ສ​ເຕ​ຣ​ເລຍ ທ່ານ​ຣິ​ເຈີດ ມາ​ເລັ​ສ. ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານອ​ອ​ສ​ຕິນ ​ໃຫ້​ຂໍ້​ສັງ​ເກດ​ວ່າ “ອອ​ສ​ເຕ​ຣ​ເລຍ​ແລະ​ສະ​ຫະ​ລັດ ໄດ້​ຢືນ​ຄຽງ​ບ່າ​ຄຽງ​ໄຫຼ່​ຢູ່​ໃນ​ບັນ​ຫາ​ຂັດ​ແຍ້ງ​ທີ່​ສຳ​ຄັນໆ​ມາ​ໄດ້​ຫຼາຍກວ່າ​ນຶ່ງ​ສັດ​ຕະ​ວັດ​ແລ້ວ.” ທ່ານອອ​ສ​ຕິນກ່າວ​ວ່າ:

“ຄວາມ​ເຊື່ອມ​ໂຍງ​ລະ​ຫວ່າງ​ປະ​ຊາ​ທິ​ປະ​ໄຕ​ຂອງ​ພວກ​ເຮົາ ແລະ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ ໄດ້​ມີ​ການ​ຫຼໍ່​ຫຼອມ​ໂດຍ​ການ​ເສຍ​ສະ​ຫຼະ​ຮ່ວມ ຫຼັກ​ຄຸນ​ຄ່າ​ຮ່ວມແລະ​ປະ​ຫວັດ​ສາດ​ທີ່​ມີ​ຮ່ວມ​ກັນ ແລະ​ໃນ​ຂະ​ນະ​ທີ່​ພວກ​ເຮົາ​ມອງ​ໄປ​ຂ້າງ​ໜ້າ ​ເບິ່ງ​ອະ​ນາ​ຄົດ ຄວາມ​ເຊື່ອມ​ໂຍງ​ເຫຼົ່າ​ນັ້ນ​ແມ່ນ​ຍິ່ງ​ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນກວ່າ​ທີ່​ເຄີຍ​ມີ​ມາ.”

ສະ​ຫະ​ລັດ​ແລະ​ອອ​ສ​ເຕ​ຣ​ເລຍ​ມີ​ວິ​ໄສ​ທັດ​ຮ່ວມ​ກັນ​ກ່ຽວ​ກັບ​ຂົງ​ເຂດບ່ອນ​ທີ່​ປະ​ເທດ​ຕ່າງໆ​ສາ​ມາດ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ພວກ​ເຂົາ​ເຈົ້າ ແລະ​ກໍ​ສາ​ມາດ​ທີ່ຈະ​ຊອກ​ຫາ​ຄວາມ​ໝັ້ນ​ຄົງ ແລະ​ຄວາມ​ອຸ​ດົມ​ຮັ່ງ​ມີ​ໄດ້​ຢ່າງ​ເສ​ລີ​ ໂດຍ​ປາ​ສະ​ຈາກ​ການ​ຂູ່​ເຂັນ​ບັງ​ຄັບ​ແລະ​ການ​ຂົ່ມ​ຂູ່​ໃດໆ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດອອ​ສ​ຕິນ:

“ແຕ່​ບໍ່​ເປັນ​ຈັ່ງ​ໂຊກ ວິ​ໄສ​ທັດ​ອັນ​ນັ້ນ​ ໄດ້​ຖືກ​ທ້າ​ທາຍ​ໃນ​ທຸກມື້ນີ້. ການ​ກະ​ທຳ​ທີ່​ເປັນ​ອັນຕະ​ລາຍ​ແລະ​ມີ​ການ​ບີບ​ບັງ​ຄັບ​ຂອງ​ຈີນ ໃນ​ທົ່ວ​ຂົງ​ເຂດ​ອິນ​ໂດ​ປາ​ຊີ​ຟິກ ຮວມ​ທັງ​ຢູ່​ທີ່​ໄຕ້​ຫວັນ ແລະ​ບັນ​ດາ​ປະ​ເທດ​ເກາະ​ດອ​ນ ໃນ​ເຂດ​ອິນ​ໂດ​ປາ​ຊີ​ຟິກ ແລະ​ໃນ​ເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ ແລະ​ທະ​ເລ​ຈີນ​ໃຕ້​ນັ້ນ ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສັນຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຢູ່​ໃນ​ຂົງ​ເຂດ.”

ຂະ​ນະ​ດຽວ​ກັນ ການ​ເຮັດ​ສົງ​ຄາມທີ່​ໂຫດ​ຮ້າຍ​ປ່າ​ເຖື່ອນ ​ແລະ​ບໍ່​ມີ​ການ​ເກາະ​ຜິດ ຂອງ​ຣັດ​ເຊຍຕໍ່​ຢູ​ເຄ​ຣນ ແມ່ນ​ເປັນ​ການ​ໂຈມ​ຕີ ​ຕໍ່ລະ​ບຽບ​ການ​ປົກ​ຄອງດ້ວຍ​ຕົວ​ບົດ​ກົດ​ໝາຍ​ຂອງ​ລະ​ຫວ່າງ​ປະ​ເທດ ທີ່​ຊ່ວຍ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ທຸກ​ແຫ່ງ​ຫົນ​ມີ​ຄວາມ​ໝັ້ນ​ຄົງ​ຫຼາຍ​ຂຶ້ນນັ້​ນ.

ທ່າມ​ກາງ​ການ​ປ​ະ​ເຊີນ​ໜ້າ​ກັບ​ບັນ​ຫາ​ທ້າ​ທາຍ​ຂອງ​ໂລກ ສະ​ຫະ​ລັດ​ ແລະ​ອອ​ສ​ເຕ​ຣ​ເລຍໄດ້​ຕົກ​ລົງທີ່​ຈະ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ ໂດຍ​ເພີ້ມ​ທະ​ວີ​ການ​ມີ​ໜ້າ​ແບບ​ໝູນ​ວຽນ​ຂອງ​ກຳ​ລັງ​ສະ​ຫະ​ລັດ ຢູ່​ໃນ​ປະ​ເທດອອ​ສ​ເຕ​ຣ​ເລຍ ຊຶ່ງ​ໃນ​ນັ້​ນ ແມ່ນ​ຮວມ​ທັງ​ການ​ສັບ​ປ່ຽນ ກຳ​ລັງ​ໂຈມ​ຕີ​ຖິ້ມ​ລະ​ເບີດ ເຮືອ​ບິນ​ລົບ ແລະ​ການ​ສັບ​ປ່ຽນ​ກອງ​ທັບ​ເຮືອ​ແລະ​ກອງ​ທັບ​ບົກຂອງ​ສະ​ຫະ​ລັດ​ໃນ​ອະ​ນາ​ຄົດນຳ​ດ້ວຍ.

ສະ​ຫະ​ລັດ​ແລະ​ອອ​ສ​ເຕ​ຣ​ເລຍຍັງ​ໄດ້​ຕົກ​ລົງ​ທີ່​ຈະ​ຂະ​ຫຍາຍ​ການ​ຮ່ວມ​ມື​ທາງ​ດ້ານ ພະ​ລາ​ທິ​ການຂອງ​ພວກ​ເຂົາ​ເຈົ້າແລະ​ການ​ສົ່ງ​ກຳ​ລັງ​ບຳ​ລຸງ ຊຶ່ງ​ທ່ານອອ​ສ​ຕິນ​ໃຫ້ການ​ອະ​ທິ​ບາຍ​ວ່າ ຈ​ະ​ມີ​ການ​ລົງ​ເລິກ “ໃນ​ຄວາມ​ສາ​ມາດ​ຂອງ​ການ​ປະ​ຕິ​ບັດ​ງານ​ຮ່ວມ​ ແລະ​ພາ​ໃຫ້​ມີ​ການ​ເຄື່ອນ​ໄຫວ ​ແລະ​ຄວາມ​ສາ​ມາດ​ໃນ​ການ​ປັບ​ໂຕ​ໄດ້​ຢ່າງ ວ່ອງໄວ. ນອກນັ້ນ ພວກ​ເຮົາ​ຍັງ​ຈະ​ສືບ​ຕໍ່​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ໃຫ້​ມີ​ການ​ຮວມ​ຕົວ​ຫຼາຍ​ຂຶ້ນ​ໃນ​ອຸດ​ສາ​ຫະ​ກຳ​ດ້ານ​ປ້ອງ​ກັນ​ປະ​ເທດໃນ​ຊຸມ​ປີ​ຕໍ່​ໜ້າ ແລະ​ພວກ​ເຮົາ ຍັງ​ໄດ້​ຕົກ​ລົງ ​ທີ່​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ໃນດ້ານ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງ ສາມຝ່າຍ​ແລະ​ເຊື້ອ​ເຊີນ​ໃຫ້​ຍີ່​ປຸ່ນເຂົ້າ​ຮ່ວມ ​ໃນຂໍ້​ລິ​ເລີ້ມການ​ມີ​ໜ້າ​ກັບກຳ​ລັງ​ຂອງ​ພວກ​ເຮົາຢູ່​ໃນ​ອອ​ສ​ເຕ​ຣ​ເລຍ.”

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດອອ​ສ​ຕິນ ປະ​ກາດ​ວ່າ “ຄ​ວາມ​ພະ​ຍາ​ຍາມ​ເຫຼົ່າ​ນີ້​ບໍ່​ພຽງ​ແຕ່​ໄດ້​ສະ​ແດ​ງ​ໃຫ້​ເຫັນ​ເຖິງ​ຄວາມ​ໃກ້​ຊິດ​ໃນ​ການ​ເປັນ​ພັ​ນ​ທະ​ມິດ​ຂອງ​ພວກ​ເຮົາ ມັນ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງວຽກ​ງານ​ທີ່​ວ່າ ພວກ​ເຮົາ​ໄດ້​ດຳ​ເນີນ​ຮ່ວມ​ກັນ ເພື່ອ​ນຳ​ເອົາ​ຜົນ​ທີ່​ເປັນ​ຮູບ​ປະ​ທຳ​ມາ​ສູ່​ການ​ມີ​ວິ​ໄສ​ທັດ​ຮ່ວມ​ກັນ​ຂອງ​ພວກ​ເຮົາ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ພາກ​ພູ​ມ​ໃຈ​ຕໍ່​ສິ່ງ​ທີ່​ພວກ​ເຮົາ​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ ຂ້າ​ພະ​ເຈົ້າ​ມີ​ຄວາມ​ຕື່ນ​ເຕັ້ນ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຮົາ​ຈະ​ເຮັດ​ໃຫ້​ສຳ​ເລັດ​ຮ່ວມ​ກັນໃນ​ອະ​ນາ​ຄົດ​ອັນ​ໃກ້ໆ​ນີ້.”

ຍິ່ງ​ໄປ​ກວ່ານັ້ນ ການ​ເປັນ​ພັນ​ທະ​ມິດ​ລະ​ຫວ່າງ​ສະ​ຫະ​ລັດກັບ​ອອ​ສ​ເຕ​ຣ​ເລຍແລະ ການ​ເປັນ​ພາ​ຄີ​ທີ່​ຂະ​ຫຍາຍ​ວົງ​ກວ້າງ​ອອກ ​ໄກ​ອອກ​ໄປ​ກວ່າ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ແລະ​ຄວາມ​ໝັ້ນ​ຄົງ: ປະ​ເທດ​ທັງ​ສອງ​ຍັງ​ມີ​ຄວາມ​ໝັ້ນ​ໝາຍທີ່​ຈະ​ລົງ​ເລິກ​ໃນການ​ຮ່ວມ​ມື​ຂອງ​ພວກ​ເຂົາ​ເຈົ້າເພື່ອ​ເສີມ​ຂະ​ຫຍາຍ​ແລະ​ປະ​ຕິ​ຮູບ​ລະ​ບົບ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ແລະ​ມາດ​ຕະ​ການ​ໃນ​ການ​ກະ​ຕຸ້ນ​ຮ່ວມ ເພື່ອ​ແກ້​ໄຂວິ​ກິ​ການ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ການ​ປົກ​ປ້ອງ​ແລະ​ສົ່ງ​ເສີມ​ສິດ​ທິ​ມະ​ນຸດແລະ​ອິ​ດ​ສະ​ຫຼະ​ພາບ​ຂັ້ນ​ພື້ນ​ຖານ ປະ​ຊາ​ທິ​ປະ​ໄຕ ແລະ​ຄວາມ​ສະ​ເໝີ​ພາບແລະ​ຄວາມ​ເທົ່າ​ທຽມທາງ​ເພດ ແລະ​ສ້າງ​ຄວາມ​ກ້າວ​ໜ້າ​ ໃຫ້​ແກ່​ກົດ​ລະ​ບຽບ​ສຳ​ລັບ​ເສັ້​ນ​ທາງໃນດ້ານ​ເທັກ​ໂນ​ໂລ​ຈີ ​ໄຊ​ເບີ ການ​ຄ້າ ແລະ​ພາ​ນິດ.

XS
SM
MD
LG