Accessibility links

Breaking News

ສະຫະລັດ ສະໜັບສະໜູນ ສິດເສລີພາບໃນການນັບຖືສາສະໜາ ແລະ ເອກກະລັກດ້ານວັດທະນະທຳຂອງຊາວ ທິເບດ


ຄູບາ ທິເບດ ສູດມົນໃນຂະນະທີ່ເພິ່ນສຶກສາປຶ້ມສູດມົນຢູ່ວັດ ນານໂມ, ເມືອງ ຄາງດິງ.
ຄູບາ ທິເບດ ສູດມົນໃນຂະນະທີ່ເພິ່ນສຶກສາປຶ້ມສູດມົນຢູ່ວັດ ນານໂມ, ເມືອງ ຄາງດິງ.

ຮອງ​ລັດ​ຖະ​ມົນ​ຕີ ເຊ​ຢາ ກ່າວ​ວ່າ “ຫຼາຍ​ທົດ​ສະ​ວັດ​ແລ້ວ, ສ​ປ​ ຈີນ ໄດ້​ພັດ​ທະ​ນາ​ລະ​ບົບ​ການ​ກົດ​ຂີ່​ທີ່​ເຂັ້ມ​ງວດ ​ທີ່​ແນ​ໃສ່ການ​ເຮັດ​ໃຫ້​ສາ​ສະ​ໜາ​ພຸດ​ ທິ​ເບດ ເປັນ “ຄວາມ​ບາບ.” 

ໃນ​ທົ່ວ​ໂລກ, ພວກ​ເຮົາ​ເຫັນ​ລັດ​ຖະ​ບານ​ຜະ​ເດັດ​ການ​ ບໍ່​ມີ​ການ​ຜ່ອນ​ຜັນ ກັບ ຄວາມ​ຄິດ, ຄວາມ​ເຊື່ອ, ແລະ ການ​ປະ​ຕິ​ບັດ ​ທີ່​ແຕກ​ຕ່າງ​ຈາກ​ເຂົາ​ເຈົ້າ​ຫຼາຍ ​ຂຶ້ນ,” ອີງ​ຕາມ​ການ​ກ່າວ​ຂອງ​ທ່ານນາງ ອັ​ສ​ຣາ ເຊ​ຢາ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ຄວາມ​ປອດ​ໄພ​ຂອງ​ພົນ​ລະ​ເຮືອນ, ປະ​ຊາ​ທິ​ປະ​ໄຕ ແລະ ສິດ​ທິ​ມະ​ນຸດ, ຢູ່​ງານ​ທີ່​ຈັດ​ຕ່າງ​ຫາ​ກ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ໃຫຍ່ ​ພັນ​ທະ​ມິດ​ເສ​ລີ​ພາບ ​ໃນ​ການ​ນັບ​ຖື​ສາ​ສະ​ໜາ ຫຼື ຄວາມ​ເຊື່ອ​ສາ​ກົນ.

ລັດ​ຖະ​ບານ​ຜະ​ເດັດ​ການ​ພວກນີ້ບໍ່​ໃຫ້​ຄວາມ​ສົນ​ໃຈ ແລະ ທຳ​ລາຍ​ສິ​ດ​ທິ​ມະ​ນຸດ, ປະ​ຊາ​ທິ​ປະ​ໄຕ ແລະ ລະ​ບຽບ​ກົດ​ໝາຍ​ທີ່​ຖືກ​ຮັບ​ຮູ້​ໃນ​ສາ​ກົນ, ກ່າວ​ຢ້ຳ​ໂດຍ​ທ່ານນາງ ເຊ​ຢາ, ຜູ້​ທີ່​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ຜູ້​ປະ​ສານ​ງານ​ພິ​ເສດ​ຂອງ ສະ​ຫະ​ລັດ ສຳ​ລັບ​ບັນ​ຫາ​ຕ່າງໆ ກ່ຽວ​ກັບ ທິ​ເບດ.

ທ່ານ​ນາງກ່າວ​ວ່າ “ເຫດ​ການ​ທີ່​ເສົ້າ​ສະຫຼົດ​ໃຈ​ທີ່​ໄດ້​ເກີດ​ຂຶ້ນ​ໃນ ທິ​ເບດ ເປັນ​ພຽງ​ຕົວ​ຢ່າງ​ນຶ່ງ​ຂອງ​ອຳ​ນາດ​ທີ່​ມີ​ບັນ​ຫານີ້. ສາ​ສະ​ໜາ​ພຸດ​ທິ​ເບດ, ເຊິ່ງ​ແມ່ນ​ສາ​ສະ​ໜາ​ຂອງ​ຊາວ​ພຸດ ທິ​ເບດ ນັ້ນແມ່ນຖືກ​ອະ​ທິ​ບາຍ​ວ່າ​ໄດ້​ຝັງ​ເລິກ​ໃນ​ຄວາມ​ເມດ​ຕາ​ກະ​ລຸ​ນາ, ຄວາມ​ເຂົ້າ​ເອິກ​ເຂົ້າ​ໃຈ, ແລະ ການບໍ່​ໃຊ້​ຄວາມ​ຮຸນ​ແຮງ, ແມ່ນນອນ​ຢູ່​ໃນ​ໝາກ​ຫົວ​ໃຈ​ຂອງມູນ​ເຊື້ອທີ່​ເປັນ​ເອ​ກະ​ລັກ ແລະ​ວັດ​ທະ​ນະ​ທຳ​ຂອງ​ຊາວ ທິ​ເບດ ແລະອີກ​ຄັ້ງ​ນຶ່ງ, ພວກ​ເຈົ້າ​ໜ້າ​ທີ່​ພັກ​ຄອມ​ມູ​ນິ​ສ ຈີນ, ແນວ​ໃດ​ກໍ່​ຕາມ​ໄດ້​ພັ​ນ​ລະ​ນາ​ສາ​ສະ​ໜາ​ແຫ່ງ​ສັນ​ຕິ​ພາບນີ້​ດັ່​ງ​ກັບ​ໄພ​ຂົ່ມ​ຂູ່​ທີ່​ມີ​ຢູ່​ຕໍ່​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ຈີນ, ຫຼື ສ​ປ ຈີນ.”

ຮອງ​ລັດ​ຖະ​ມົນ​ຕີ ເຊ​ຢາ ກ່າວ​ວ່າ “ຫຼາຍ​ທົດ​ສະ​ວັດ​ແລ້ວ, ສ​ປ​ ຈີນ ໄດ້​ພັດ​ທະ​ນາ​ລະ​ບົບ​ການ​ກົດ​ຂີ່​ທີ່​ເຂັ້ມ​ງວດ ​ທີ່​ແນ​ໃສ່ການ​ເຮັດ​ໃຫ້​ສາ​ສະ​ໜາ​ພຸດ​ ທິ​ເບດ ເປັນ “ຄວາມ​ບາບ.”

ທ່ານ​ນາງກ່າວ​ວ່າ “ເຂົາ​ເຈົ້າ​ພະ​ຍາ​ຍາມ​ທີ່​ຈະ​ຈັດ​ປະ​ເພ​ນີ​ທີ່​ອຸ​ດົມ​ສົມ​ບູນ ແລະ ຈິດ​ໃຈ​ທີ່​ມີ​ຊີ​ວິດ​ຊີ​ວານີ້​ເຂົ້າ​ໃນ​ໂຄງ​ຮ່າງ​ການ​ເມືອງ​ຂອງ ສ​ປ ຈີນ ແລະ ປ່ຽນ​ແປງ​ແກ​ນ​ທິ​ດ​ສະ​ດີ​ຂອງ​ເຂົາ​ເຈົ້າ ​ໃຫ້​ສອດ​ຄ່ອງ​ກັບ​ຄຸນ​ຄ່າ​ຂອງ​ພັກ​ຄອມ​ມູ​ນິ​ສ​ຈີນ.”

ຮອງ​ລັດ​ຖະ​ມົນ​ຕີ ເຊ​ຢາ ໄດ້​ອ້າງ​ເຖິງ​ສິ່ງ​ທີ່​ເອີ້ນ​ວ່າ “ການ​ໂຄ​ສະ​ນາ​ນ້ຳ​ໃຈ​ຮັກ​ຊາດ” ທີ່​ບັງ​ຄັບ​ໃຫ້​ຄູ​ບາ ແລະ ແມ່​ຊີ​ສັນ​ຍາ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ລັດ ຈີນ, ການ​ລົງ​ທະ​ບຽນ​ຂອງ ສ​ປ ຈີນ ກ່ຽວ​ກັບ ການ​ຮັບ​ຮູ້ ລາ​ມະ ຢ່າງ​ເປັນ​ທາງ​ການ, ຈຸດ​ປະ​ສົງ​ທີ່​ຊັດ​ເຈນ​ຂອງ​ເຂົາ​ເຈົ້າ​ເພື່ອ​ເລືອກ​ຜູ້​ສືບ​ທອດ​ອົງ ດາ​ໄລ ລາ​ມະ, ແລະ ການ​ຫ້າມ​ຂອງ​ລັດ​ຖະ​ບານ ກ່ຽວ​ກັບ ເຜີຍ​ແຜ່​ຊາວ ທິ​ເບດ, ລວມ​ທັງ​ການ​ຫ້າມ​ເດັກ​ນ້ອຍ​ຈາກ​ການ​ເຂົ້າ​ຮ່ວມ​ໃນ​ກິດ​ຈະ​ກຳ​ທາງ​ສາ​ສະ​ໜາ.

ຮອງລັດ​ຖະ​ມົນ​ຕີ ເຊ​ຢາ ກ່າວ​ວ່າ “ຂ້າພ​ະ​ເຈົ້າ​ພູມ​ໃຈ​ທີ່ ສະ​ຫະ​ລັດ ສືບ​ຕໍ່​ການ​ນຳ​ພາ​ເພື່ອ​ນຳ​ເອົາ​ຄວາມ​ສົນ​ໃຈ​ມາ​ສູ່​ການ​ລ່ວງ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຂອງ ສ​ປ ຈີນ.”

ທ່ານນາງ​ກ່າວ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ເພື່ອ​ຂະ​ຫຍາຍ​ຄວາມ​ສາ​ມັກ​ຄີ​ສາ​ກົນ ໃນ​ການ​ສະ​ໜັບ​ສະ​ໜູນ​ສິດ​ທິ​ມະ​ນຸດ​ຂອງ​ຊາວ ທິ​ເບດ ແລະ ການ​ປົກ​ປັ​ກ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ພິ​ເສດ​, ສາ​ສະ​ໜາ ແລະ ເອ​ກະ​ລັກ​ໃນ​ພາ​ສາ​ຂອງ​ເຂົາ​ເຈົ້າ… ພວກ​ເຮົາ​ຈະ​ສືບ​ຕໍ່​ຮຽ​ກ​ຮ້ອງໃຫ້ ສ​ປ ຈີນ ສືບ​ຕໍ່​ການ​ສົນ​ທະ​ນາ​ທີ່​ມີ​ຄວາມ​ໝາຍ ແລະ ໂດຍ​ກົງ​ກັບ​ອົງ ດາ​ໄລ ລາ​ມະ ຫຼື ຜູ້​ແທນ​ຂອງ​ເພິ່ນ, ໂດຍ​ປາ​ສະ​ຈາກ​ເງື່ອນ​ໄຂ​ລ່ວງ​ໜ້າ, ໃນ​ລະ​ດັບ​ສູງ​ສຸດ​ຂອງ​ລັດ​ຖະ​ບານ​ຂອງ​ພວກ​ເຮົາ.”

ຮອງ​ລັດ​ຖະ​ມົນ​ຕີ ເຊ​ຢາ ປະ​ກາດ​ວ່າ “ຄວາມ​ຕັ້ງ​ໃຈ​ຂອງ ສະ​ຫະ​ລັດ ແມ່ນບໍ່​ປ່ຽນ​ແປງ, ແລະ​ພວກ​ເຮົາ​ຈະ​ສືບ​ຕໍ່​ເຮັດ​ວຽກ​ຢ່າງບໍ່​ອິດ​ເມື່ອຍ​ເພື່ອ​ພັດ​ທະ​ນາ​ສິ​ດ​ທິ​ມະ​ນຸດ ແລະ ກຽດ​ສັກ​ສີ​ຂອງ​ຊາວ ທິ​ເບດ ໝົດ​ທຸກ​ຄົນ.”

XS
SM
MD
LG