Accessibility links

Breaking News

ບົດບັນນາທິການ: ສະຫະລັດ ຈະສືບຕໍ່ ຕ້ານກິດຈະການກໍ່ຄວາມວຸ້ນວາຍ ຂອງອີຣ່ານ


ໃນ​ຮູບນີ້ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ຂອງ​ອີ​ຣ່ານ ນາຍ​ຊ່າງ​ພວມ​ເຮັດ​ວຽກ​ ທີ່​ເຕົາ​ແຍກ​ນິວ​ເຄ​ລຍ​ອາ​ຣັກ ຂະ​ນະ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ແລະ​ສື່ມວນ​ຊົນ​ ໄປ​ຢ້ຽມ​ໂຮງ​ໄຟ​ຟ້າ​ດັ່ງ​ກ່າວ ໃກ້ໆ​ເມືອງ​ອາ​ຣັກ ປະ​ເທດ​ອີ​ຣ່ານ. (ແຟ້ມ)
ໃນ​ຮູບນີ້ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ຂອງ​ອີ​ຣ່ານ ນາຍ​ຊ່າງ​ພວມ​ເຮັດ​ວຽກ​ ທີ່​ເຕົາ​ແຍກ​ນິວ​ເຄ​ລຍ​ອາ​ຣັກ ຂະ​ນະ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ແລະ​ສື່ມວນ​ຊົນ​ ໄປ​ຢ້ຽມ​ໂຮງ​ໄຟ​ຟ້າ​ດັ່ງ​ກ່າວ ໃກ້ໆ​ເມືອງ​ອາ​ຣັກ ປະ​ເທດ​ອີ​ຣ່ານ. (ແຟ້ມ)

ສະຫະລັດໄດ້ຕັດສິນໃຈແລ້ວ ທີ່ຈະປ້ອງກັນ ບໍ່ໃຫ້ອຳນາດການປົກຄອງອີຣ່ານ ມີອາວຸດນິວເຄລຍ ຢູ່ໃນຄວາມຄອບຄອງ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະ​ຫະ​ລັດ​ໄດ້​ຕັດ​ສິນ​ໃຈ​ແລ້ວ ທີ່​ຈະ​ປ້ອງ​ກັນ​ບໍ່​ໃ​ຫ້​ອຳ​ນາດ​ການ​ປົກ​ຄອງ​ອີ​ຣ່ານ​ມີ​ອາ​ວຸດ​ນິວ​ເຄ​ລຍ​ຢູ່​ໃນ​ຄວາມ​ຄອບ​ຄອງ. ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນໄດ້​ກ່າວ​ຢ້ຳ ​ຢ່າງ​ເປັນ​ທີ່​ຈະ​ແຈ້ງ​ຫຼາຍໆ​ຄັ້ງ. ນອກນັ້ນ ທ່ານ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ໂຈ່ງ​ແຈ້ງວ່າ ​ທ່ານ​ເຊື່ອ​ວ່າ​ວິ​ທີ​ທີ່​ດີ​ທີ່​ສຸດ ເພື່ອ​ຈະ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ນັ້ນ ​ກໍແມ່ນ​ໂດຍ​ຜ່ານ​ທາງ​ດ້ານ​ການ​ທູດ.

ນັບ​ແຕ່​ເດືອນ​ເມ​ສາ ​ປີ 2021 ເປັນ​ຕົ້ນ​ມາ ສະ​ຫະ​ລັດ​ໄດ້​ທຳ​ການ​ພົວ​ພັນ ​ໃນ​ການເຈ​ລະ​ຈາ​ທາງ​ອ້ອມ​ກັບ​ປະ​ເທດ​ອີ​ຣ່ານ ໂດຍ​ແນ​ໃສ່ ​ເພື່ອ​ໃຫ້​ທັງ​ສອງ​ຝ່າຍຕ່າງ​ກໍ​ກັບ​ຄືນ​ໄປ​ສູ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ເຕັມ ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ກັບ​ອີ​ຣ່ານທີ່​ເອີ້ນ​ຫຍໍ້​ວ່າ JCPOA. ສະ​ຫະ​ລັດ​ໄດ້​ຖອນ​ຕົວ ​ອອກ​ຈາກ​ຂໍ້​ຕົກ​ລົງ​ສະ​ບັບ​ນີ້ ພາຍ​ໃຕ້​ລັດ​ຖະ​ບານຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໃນ​ປີ 2018 ແລະ​ນັບ ແຕ່ນັ້ນ​ມາ ອີ​ຣ່ານ​ກໍ​ໄດ້​ໃຊ້​ເວ​ລາ​ໃນ​ການ​ຜະ​ລິດ​ວັດ​ຖຸ​ຢ່າງ​ພຽງ​ພໍ​ສຳ​ລັບ​ສ້າງ​ອາ​ວຸດ​ນິວ​ເຄ​ລຍ ຖ້າ​ປະ​ເທດ​ດັ່ງ​ກ່າວ​ຫາກ​ເລືອກ​ເສັ້ນ​ທາງ​ທີ່​ຈະ​ເຮັດ​ແບບນັ້ນ ຊຶ່ງຈະ​ຫຼຸດ​ລົງ​ຈ​າກ​ເວ​ລາ​ປະ​ມານ 1 ປີ ກ່ອນ​ສະ​ຫະ​ລັດ ​ຖອນ​ຕົວ​ອອກ​ຈາກ​ຂໍ້​ຕົກ ​ລົງ ເປັນ​ພຽງ​ບໍ່​ເທົ່າ​ໃດ​ອາ​ທິດ ​ຫຼື​ນ້ອຍກວ່ານັ້ນ​ໃນ​ທຸກມື້ນີ້. ໃນ​ການ​ໃຫ້​ສຳ​ພາດແກ່​ໂທ​ລະ​ພາບ ອາ​ລ-ອາ​ຣາ​ເບຍ, ຜູ້​ປະ​ສານ​ງານ ຂອງສະ​ພາຄວາມ​ໝັ້ນ​ຄົງ ແຫ່ງ​ຊາ​ດ​ດ້ານ​ຍຸດ​ທະ​ສາດ​ສື່​ສານ​ຄົມ​ມະ​ນາ​ຄົມ ທ່ານ​ຈອນ ເຄີ​ບີ ໄດ້​ກ່າວ​ຢ້ຳ​ວ່າ ບໍ່​ວ່າ​ຈະ​ມີ​ການ​ກັບ​ຄືນ​ໄປ​ສູ່ ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ເຕັມຫຼື​ບໍ່ ຊຶ່ງ​ໃນ​ທີ່​ສຸດຂໍ້​ຕົກ​ລົງ JCPOA ໄດ້​ມີ​ການ​ບັນ​ລຸກັນ ສະ​ຫະ​ລັດ​ແມ່ນ​ໄດ້​ກະ​ກຽມ​ໄວ້​ຢ່າງ​ເປັນ​ທີ່​ຄົບ​ຖ້ວນ​ແລ້ວ ເພື່ອ​ຕອບ​ໂຕ້​ຕໍ່​ກິດ​ຈະ​ກຳ​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ​ຢູ່​ໃນ​ຂົງ​ເຂດ ຊຶ່ງຍັງ​ສືບ​ຕໍ່​ເພີ້ມ​ທະ​ວີ​ຂຶ້ນ ນັບ​ຕັ້ງ​ແຕ່​ສະ​ຫະ​ລັດ ​ໄດ້​ຖອນ​ຕົວ​ອອກ​ຈາກ​ JCPOA ໃນ​ປີ 2018.

“ມີ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ ​ຫຼື​ບໍ່​ກໍ​ຕາມ ພວກ​ເຮົາ​ຈະ​ປ້ອງ​ກັນ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ພວກ​ເຮົາ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ເຄີ​ບີ ຜູ້​ປະ​ສານ​ງານ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ໄດ້​ກ່າວ. “ພວກ​ເຮົາ​ຈະ​ເຮັດ​ສິ່ງນັ້ນ ທາງ​ດ້ານ​ເສດ​ຖະ​ກິດ, ດ້ວຍ​ການ​ລົງ​ໂທດ​ທີ່​ຍັງ​ມີ​ຢູ່ ແລະ​ພວກ​ເຮົາ​ສາ​ມາດ​ເຮັດ​ສິ່ງນັ້ນ ທາງ​ດ້ານທະ​ຫານ ເມື່ອ​ເວົ້າ​ເຖິງ​ການ​ປົກ​ປ້ອງ​ປະ​ຊາ​ຊົນ​ແລະ​ສະ​ຖານ​ທີ່​ຕ່າງໆ​ຂອງ​ພວກ​ເຮົາ.”

ສະ​ຫະ​ລັດ​ບໍ່​ຢາກ​ຈະ​ເອົາ​ບາດ​ກ້າວ​ແບບນັ້ນ ທ່ານ​ເຄີ​ບີ​ກ່າວ. “ອີ​ຣ່ານ​ມີ​ການ​ຕັດ
ສິນ​ໃຈ​ຈຳ​ນວນ​ນຶ່ງ​ທີ່​ຈະ​ຕ້ອງ​ໄດ້​ເຮັດ. ບໍ່​ພຽງ​ແຕ່​ກ່ຽວ​ກັບ​ເລື້ອງ​ຂໍ້​ຕົກ​ລົງ​ນິວ​ເຄຼຍ
ທີ່​ຢູ່​ເທິງ​ໂຕະ ແຕ່​ອະ​ນາ​ຄົດ​ແບບ​ໃດ ​ທີ່​ພວກ​ເຂົາ​ເຈົ້າ​ຢາກ​ຈະ​ເຫັນ​ສຳ​ລັບ​ພວກ​ເຂົາ​ເຈົ້າເອງ ໃນ​ອະ​ນາ​ຄົດ​ຕໍ່​ໜ້າ​ຢູ່​ໃນ​ຂົງ​ເຂດ.”

ທ່ານ​ເຄີ​ບີ​ໃຫ້​ຂໍ້​ສັງ​ເກດ​ວ່າ ພວກ​ຜູ້​ນຳ​ຂອງ​ອີ​ຣ່ານ “ແມ່ນ​ຜູ້​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕາ​ໜ່າງ​ກໍ່​ການ​ຮ້າຍ. ພວກ​ເຂົາ​ເຈົ້າ​ແມ່ນ​ຜູ້​ທີ່​ຂົ່ມ​ຂູ່​ການ​ເດີນ​ເຮືອ​ທາງ​ທະ​ເລ. ພວກ​ເຂົາ​ເຈົ້າ​ແມ່ນ​ມີ​ສ່ວນ​ຕໍ່​ການ​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ​ທາງ​ດ້ານ​ການ​ເມືອງ​ຢູ່​ໃນເຂດ​ພາກ​ຕາ​ເວັນ​ອອກ​ກາງ. ແລະ​ພວກ​ເຂົາ​ເຈົ້າ​ສາ​ມາດ​ເຮັດ​ການ​ຕັດ​ສິນ​ໃຈ​ຈຳ

ນວນ​ນຶ່ງ​ດ້ວຍ​ຕົວ​ຂອງ​ພວກ​ເຂົາ​ເຈົ້າ​ເອງ ​ເພື່ອ​ຈະ​ຢຸດ​ເຊົາ ​ການ​ເຮັດ​ແບບນັ້ນ. ແລະ​ພວກ​ເຂົາ​ເຈົ້າ​ຈະ​ບໍ່​ປະ​ເຊີນ​ກັບຄວາມ​ກົດ​ດັນ​ແບບ​ທີ່​ພວກ​ເຂົາ​ເຈົ້າ​ຈະ​ໄດ້​ ຮັບ​ຈາກ​ສະ​ຫະ​ລັດ​ແລະ​ປະ​ເທດ​ອື່ນໆ ທັງ​ທາງ​ດ້ານ​ເສດ​ຖະ​ກິດ​ແລະ​ດ້ານ​ການ​ທະ​ຫານ.”

XS
SM
MD
LG