Accessibility links

Breaking News

ບົດບັນນາທິການ: ເຖິງເວລາແລ້ວ ທີ່ຄວນເລືອກເອົາສັນຕິພາບ ແທນທີ່ຈະແມ່ນການສູ້ລົບ ຢູ່ໃນເຢເມນ


ດິນ​ລະ​ເບີດ ຈາກ​ອີ​ຣ່ານ​ໄປ​ຍັງ​ເຢ​ເມນ (ແຟ້ມ)
ດິນ​ລະ​ເບີດ ຈາກ​ອີ​ຣ່ານ​ໄປ​ຍັງ​ເຢ​ເມນ (ແຟ້ມ)

ສະຫະລັດ ຍັງສືບຕໍ່ມີຄວາມເປັນຫ່ວງກັງວົນຢ່າງເລິກເຊິ່ງ ກ່ຽວກັບວ່າ ພວກກະບົດຮູຕີບໍ່ໄດ້ກຳນົດເສັ້ນທາງການເຈລະຈາ ໄປສູ່ການມີສັນຕິພາບແບບຍືນຍົງ ແລະແທນທີ່ໄດ້ມີການເອົາບາດກ້າວ ຊຶ່ງເປັນການບ່ອນທຳລາຍ ຕໍ່ຄວາມພະຍາ ຍາມເພື່ອສ້າງສັນຕິພາບ ແລະຂົ່ມຂູ່ທີ່ຈະນຳເອົາຊາວເຢເມນ ໃຫ້ກ້າວເຂົ້າສູ່ວົງ ຈອນຂອງຄວາມຮຸນແຮງ ແລະຄວາມທຸກທໍລະມານ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ເຖິງ​ແມ່ນ​ອົງ​ປະ​ກອບອັນ​ສຳ​ຄັນ ​ໃນ​ການ​ຢຸດ​ຍິງ​ທີ່​ໄກ່​ເກ່ຍ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ລະ​ຫວ່າງ​ລັດ​ຖະ​ບານ​ເຢ​ເມນແລະ​ພວກ​ກະ​ບົດ​ຮູ​ຕີ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ ຍັງ​ໄດ້​ຮັບ​ການ​ເຄົາ​ລົບ​ຢູ່​ຕໍ່​ມາ​ກໍ​ຕາມ ແຕ່​ສະ​ຫະ​ລັດ​ຍັງ​ສືບ​ຕໍ່​ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ ກ່ຽວ​ກັບ​ວ່າ ພວກ​ກະ​ບົດ​ຮູ​ຕີ​ບໍ່​ໄດ້​ກຳ​ນົດ​ເສັ້ນ​ທາງ​ຂອງ​ການ​ເຈ​ລະ​ຈາ​ໄປ​ສູ່ການ​ມີ​ສັນ​ຕິ​ພາບ​ແບບ​ຍື​ນ​ຍົງ ແລະ​ແທນ​ທີ່​ໄດ້​ມີ​ການ​ເອົາ​ບາດ​ກ້າວ​ ຊຶ່ງ​ເປັນ​ການ​ບ່ອນ​ທຳ​ລາຍ ​ຕໍ່​ຄວາມ​ພະ​ຍາ​ຍາມ​ເພື່ອ​ສ້າງ​ສັນ​ຕິ​ພາບແລະ​ຂົ່ມ​ຂູ່​ທີ່​ຈະ​ນຳ​ເອົາ​ຊາວ​ເຢ​ເມນໃຫ້​ກ້າວ​ເຂົ້າ​ສູ່​ວົງ​ຈອນ​ຂອງ​ຄວາມ​ຮຸນ​ແຮງ​ແບບ​ໄຮ້​ຈຸດ​ໝາຍ​ແລະ​ຄວາມ​ທຸກ​ທໍ​ລະ​ມານ.

“ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ຮູ​ຕີ​ເມື່ອ​ໄວໆ​ມານີ້ ຕໍ່​ສາງ​ເກັບ​ນ້ຳ​ມັນອາ​ລ-ດາ​ບາ (al-Dhaba) ແລະ​ ທ່າ​ກຳ​ປັ່ນ​ກາ​ນາ (Qana) ແມ່ນ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້” ນັ້ນ​ຄື​ຄຳ​ປະ​ກາດຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ ​ຣິ​ເຈີດ ມີ​ລ​ສ໌ ຮອງ​ຜູ້​ຕາງ​ໜ້າ​ຂອງ​ສະ​ຫະ​ລັດ​ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ລະ​ຫວ່າງກອ​ງ​ປະ​ຊຸມ​ຄັ້ງ​ວັນ​ທີ 22 ພະ​ຈິກ​ຜ່ານ​ມາຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງອົງ​ການ​ສະ​ຫະ​ປະ​ຊາ​ຊາດກ່ຽວ​ກັບ​ເຢ​ເມນ.

“ມັນ​ເປັນ​ການ​ສົບ​ປະ​ໝາດ​ຕໍ່​ປະ​ຊາ​ຊົນ​ຊາວ​ເຢ​ເມນ ​ແລະ​ປະ​ຊາ​ຄົມ​ນາໆ​ຊາດ​ທັງ​ມວນ. ການ​ໂຈມ​ຕີ​ເຫຼົ່າ​ນີ້​ຂອງ​ພວກ​ກະ​ບົດ​ຮູ​ຕີ​ຕໍ່​ກຳ​ປັ່ນ​ພາ​ນິດ ທີ່​ຂົນ​ສົ່ງ​ສິນ​ຄ້າອັນຈຳ​ເປັນ ​ແມ່ນມີ​ຜົນ​ໂດຍກົງເຮັດ​ໃຫ້​ຊາວ​ເຢ​ເມນ​ໄດ້​ຮັບ​ຄວາມ​ທຸກ​ທໍ​ລະ​ມານ​ເພີ້ມ​ຂຶ້ນ ແລະ​ຂົ່ມ​ຂູ່​ທີ່​ຈະ​ເຮັດ​ໃຫ້​ປະ​ເທດ​ດັ່ງ​ກ່າວ​ກ້າວກັບ​ຄືນ​ສູ່​ບັນ​ຫາ​ຂັດ​ແຍ້ງ.”

ຍິ່ງ​ໄປ​ກວ່ານັ້ນ ກອງ​ທັບ​ເຮືອ​ຂອງ​ສະ​ຫະ​ລັດຢຶດໄດ້​ວັດ​ສະ​ດຸ​ຮ້າຍ​ແຮງ​ທີ່​ເປັນ​ອົງ​ປະ​ກອບ​ສຳ​ລັບ​ໃຊ້​ເປັນ​ເຊື້ອ​ໄຟ​ຂອງ​ລູກ​ສອນ​ໄຟ​ແລະ​ດິນ​ລະ​ເບີດ 170 ໂຕນທີ່​ເຊື່ອງ​ໄວ້​ຢູ່​ເທິງ​ສຳ​ເພົາ​ລຳ​ນຶ່ງ ທີ່​ມຸ່ງ​ໜ້າ​ຈາກ​ອີ​ຣ່ານ​ໄປ​ສູ່​ເຢ​ເມນ ເມື່ອ​ວັນ​ທີ 16 ພະ​ຈິກ​ທີ່​ຜ່ານ​ມານີ້. ​ການ​ຢຶດ​ອົງ​ປະ​ກອບ ​ຂອງ​ເຊື້ອ​ໄຟ​ດັ່ງ​ກ່າວ ​ແມ່ນ​ພຽງ​ພໍ​ໃນ​ການ​ໃຊ້​ສຳ​ລັບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂະ​ໜາດ​ກາງ​ສິບກວ່າ​ລູກ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ມິ​ລ​ສ໌ກ່າວ​ວ່າ “ການ​ກະ​ທຳ​ເຫຼົ່າ​ນີ້​ມີ​ແຕ່​ຈະ​ເຮັດ​ໃຫ້​ເສດ​ຖະ​ກິດ​ຂອງ​ເຢ​ເມນ ​ຊຸດ​ໂຊມ​ລົງ​ຕື່ມ ນຳ​ໄປ​ສູ່​ການ​ເສຍ​ຊີ​ວິດ​ຂອງ​ພົນ​ລະ​ເຮືອນ​ຄືນ​ອີກ ແລະ​ເຮັດ​ໃຫ້​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ​ຮ້າຍ​ແຮງ​ຕື່ມ​ຂຶ້ນ.”

“ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ໃຫ້​ກະ​ບົດ​ຮູ​ຕີ​ຈົ່ງ​ເອົາ​ເສັ້ນ​ທາງ​ໃໝ່. ຍາດ​ເອົາ​ໂອ​ກາດ​ອັນ​ນີ້​ແລະ​ເລືອກ​ເອົາ​ການ​ສິ້ນ​ສຸດ​ລົງ​ຂອງ​ສົງ​ຄາມ​ທີ່​ຮ້າຍ​ແຮງ 8 ປີ. ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ໃຫ້​ກະ​ບົດ​ຮູ​ຕີ​ດຳ​ເນີນ​ການ​ພົວ​ພັນ​ດ້ວຍ​ຄວາມ​ຈິງ​ໃຈ ຕໍ່​ການ​ເຈ​ລະ​ຈາ​ທີ່​ນຳ​ພາ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດແລະ​ນຳ​ເອົາ​ເຢ​ເມນ​ກັບ​ຄືນ​ໄປ​ສູ່​ເສັ້ນ​ທາງ​ສັນ​ຕິ​ພາບ ໂດຍ​ຜ່ານ​ການ​ເຈ​ລະ​ຈາ ຮວມ​ທັງ​ການ​ຕົກ​ລົງ​ທາງ​ດ້ານ​ການ​ເມືອງ​ທີ່​ນຳ​ພາ​ໂດຍ​ຊາວ​ເຢ​ເມນ. ຊາວ​ເຢ​ເມນ​ຫຼາຍໆ​ລ້ານ​ຄົນ​ພວມ​ຮຽກ​ຮ້ອງ​ໃຫ້​ມີ​ສັນ​ຕິ​ພາບ ຄວາມ​ເປັນ​ທຳ​ ແລະ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ເສດ​ຖະ​ກິດ. ບໍ່​ມີ​ການ​ແກ້​ໄຂ​ທາງ​ທະ​ຫານ​ຕໍ່​ບັນ​ຫາ​ຂັດ​ແຍ້ງນີ້.”

ຂໍ້​ຕົກ​ລົງ​ກ່ຽວ​ກັບ​ຂັ້ນ​ຕອນ​ສັນ​ຕິ​ພາບ​ ມີ​ແຕ່​ຈະ​ເຮັດ​ໃຫ້​ເຢ​ເມນ​ກ້າວ​ໄປ​ສູ່​ເສັ້ນ​ທາງ​ໃນ​ການ​ຟື້ນ​ໂຕ​ຄືນໄດ້​ຫຼາຍ​ຂຶ້ນແລະ​ໃຫ້​ຜົນ​ປະ​ໂຫຍດ​ຕື່ມ​ຂຶ້ນ​ຕໍ່​ຊາວ​ເຢ​ເມນ ເຊັ່ນ​ວ່າ ​ການ​ຈ່າຍ​ເງິນ​ເດືອນ​ໃຫ້​ແກ່​ພະ​ນັກ​ງານ​ຂອງ​ລັດ​ຖະ​ບານ ການ​ເປີດ​ຫົນ​ທາງ ເປີດ​ຖ້ຽວ​ບິນ​ເພີ້ມ​ຂຶ້ນ ແລະ​ຈັດ​ແຈງ​ຂັ້ນ​ຕອນ​ໃນ​ການ​ນຳ​ເຂົ້າ​ສິນ​ຄ້າ.

ທູດ​ພິ​ເສດ​ຂອງ​ສະ​ຫະ​ລັດ ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ເລື້ອງ​ເຢ​ເມນ ທ່ານ​ທິມ ເລັນ​ເດີ​ຄິງ ກ່າວ​ວ່າ “ໃນ​ໂອ​ກາດ​ເວ​ລາ​ທີ່​ຫຼໍ່​ແຫຼມ​ສຳ​ຄັນ​ນີ້ ພວກ​ເຮົາ​ຂໍ​ເຕືອນ​ກະ​ບົດ​ຮູ​ຕີ​ວ່າ ຊາວ​ເຢ​ເມນ​ກຳ​ລັງ​ຮຽກ​ຮ້ອງ​ໃຫ້​ມີ​ສັນ​ຕິ​ພາບ ບໍ່​ຄວນ​ກັບ​ຄືນ​ໄປ​ສູ່​ສົງ​ຄາມ​ອີກ​ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ໃຫ້​ກະ​ບົດ​ຮູ​ຕີ​ຈົ່ງ​ຍາດ​ເອົາ​ໂອ​ກາດ​ອັນ​ນີ້ເພື່ອ​ໃຫ້​ມີ​ສັນ​ຕິ​ພາບ​ ຮ່ວມ​ມື​ກັບ​ສະ​ຫະ​ປະ​ຊາ​ຊາດ ແລະ​ຍອມ​ຮັບ​ວ່າ ມີ​ແຕ່​ເສັ້ນ​ທາງ​ດຽວ​ໄປ​ໜ້າ ເພື່ອ​ຍຸ​ຕິ​ສົງ​ຄາມ​ ແຫ່ງ​ການ​ທຳ​ລາຍ​ລ້າງ 8 ປີ ແມ່ນ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ ການ​ຕົກ​ລົງ​ກັນ​ທາງ​ດ້ານ​ການ​ເມືອງ ທີ່​ປະ​ກອບ​ດ້ວຍ​ທຸກ​ພັກ​ຝ່າຍຂອງ​ຊາວ​ເຢ​ເມນ.

XS
SM
MD
LG