Accessibility links

Breaking News

ບົດບັນນາທິການ: ການບິດເບືອນຄວາມຍຸຕິທຳ ຢູ່ໃນຫວຽດນາມ


ນັກ​ຂ່າວ​ອິດ​ສະ​ຫຼະ​ຂອງ​ຫວຽດ​ນາມ ທ່ານ​ນາງ​ຟາມ ດ​ວານ ຈາງ ໄປ​ປາ​ກົດ​ຕົວ​ຕໍ່​ສານ ໃນ​ການ​ຂໍ​ອຸ​ທອນ ເມື່ອ​ວັນ​ທີ 25 ສິງ​ຫາ 2022 ທີ່​ນະ​ຄອນ​ຫຼວງ​ຮາ​ໂນ່ຍ.
ນັກ​ຂ່າວ​ອິດ​ສະ​ຫຼະ​ຂອງ​ຫວຽດ​ນາມ ທ່ານ​ນາງ​ຟາມ ດ​ວານ ຈາງ ໄປ​ປາ​ກົດ​ຕົວ​ຕໍ່​ສານ ໃນ​ການ​ຂໍ​ອຸ​ທອນ ເມື່ອ​ວັນ​ທີ 25 ສິງ​ຫາ 2022 ທີ່​ນະ​ຄອນ​ຫຼວງ​ຮາ​ໂນ່ຍ.

ສະຫະລັດ ມີຄວາມເປັນຫ່ວງຢ່າງເລິກເຊິ່ງ ກ່ຽວກັບການຕັດສິນ ຂອງສານປະຊາຊົນຊັ້ນສູງຂອງຮາໂນ່ຍ ທີ່ເຫັນພ້ອມກັບການຕັດສິນໂທດຈຳຄຸກເປັນເວລາ 9 ປີ ຕໍ່ທ່ານນາງຟາມ ດວານ ຈາງ ນັກຂຽນ ແລະນັກຂ່າວທີ່ມີຊື່ສຽງຂອງຫວຽດນາມ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະ​ຫະ​ລັດ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກເຊິ່ງ ກ່ຽວ​ກັບ​ການ​ຕັດ​ສິນ​ຂອງ​ສານປະ​ຊາ​ຊົນຊັ້ນສູງ​ຂອງ​ຮາ​ໂນ່ຍ ທີ່​ເຫັນ​ພ້ອມ​ກັບ​ການ​ຕັດ​ສິນ​ໂທດ​ຈຳ​ຄຸກ​ເປັນ​ເວ​ລາ 9 ປີຕໍ່​ທ່ານ​ນາງ​ຟາມ ດ​ວານ ຈາງ ນັກ​ຂຽນ​ ແລະ​ນັກ​ຂ່າວ​ທີ່​ມີ​ຊື່​ສຽງຂອງ​ຫວຽດ​ນາມ. ດັ່ງ​ທີ່​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຂອງ​ສະ​ຫະ​ລັດ ທ່ານ​ເນດ ໄພ​ຣ​ສ໌ ໃຫ້ຂໍ້​ສັງ​ເກດຢູ່​ໃນ​ຖະ​ແຫຼງ​ຂ່າວ​ສະ​ບັບນຶ່ງສະ​ແດງ​ຄ​ວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ຕັດ​ສິນໂດຍ​ເວົ້າ​ວ່າ ທ່ານນາງ​ຈາງ​ໄດ້​ຖືກ​ຮັບ​ຮູ້​ໂດຍ​ສາ​ກົນ​ໃນ​ຜົນ​ງານ​ຂອງ​ທ່ານ​ນາງ ເພື່ອ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ສິດ​ທິ​ມະ​ນຸດແລະ​ການ​ປົກ​ຄອງ
ທີ່​ດີ​ຢູ່​ໃນ​ຫວຽດ​ນາມ ແລະ​ເປັນ​ຜູ້​ທີ່ໄດ້​ຮັບ​ລາງວັນ​ແມ່​ຍິງ​ກ້າ​ຫານ​ສາ​ກົນ ຂອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດສ​ະ​ຫະ​ລັດ ​ປີ 2022.

ທ່ານ​ນາງ​ຈາງໄດ້​ຖືກ​ຈັບ​ໃນ​ເດືອນ​ຕຸ​ລາ​ປີ 2020 ແລະ​ຖືກ​ຕັດ​ສິນ​ໃນ​ເດືອນ​ທັນ​ວາ ​ປີ 2021 ໃຫ້​ຕິດ​ຄຸກ 9 ປີ ພາຍ​ໃຕ້​ມາດ​ຕາ 117 ຂອງ​ກົດ​ໝາຍ​ອາ​ຍາ​ຫວຽດ​ນາມ ຊຶ່ງ​ຖື​ວ່າ “ການ​ຜະ​ລິດ ເກັບ​ຮັກ​ສາ ແຈກ​ຢາຍ ຫຼື​ເຜີນແຜ່​ເອກ​ກະ​ສານ ​ແລະສິ່ງ​ຂອງ​ຕ່າງໆ ທີ່ຕໍ່​ຕ້ານ​ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ” ເປັ​ນຄວາມ​ຜິດ​ທາງ​ອາ​ຍາ. ບັນ​ດາ​ອົງກຸ່ມປ້ອງ​ສິດ​ທິ​ມະ​ນຸດ​ລ​ະ​ຫວ່າງ​ປະ​ເທດ​ ເອີ້ນມາດ​ຕາ 117 ນີ້​ວ່າ ເປັນ​ເຄື່ອງ​ມື​ສຳ​ລັບ​ໃຊ້​ປິດ​ປາກປິດ​ສຽງສ່ວນ​ບຸກ​ຄົນທີ່​ຕ້ອງ​ຕິ​ລັດຖະ​ບານ ບໍ່​ວ່າ​ພວກ​ເຂົາ​ເຈົ້າ​ຈະ​ເປັນ​ນັກ​ຂ່າວ ນັກ​ຂຽນ ຫຼື​ປະ​ຊາ​ຊົນ​ທີ່​ຊົມ​ໃຊ້​ສິດ​ທິ​ພື້ນ​ຖານ​ ໃນ​ການ​ສະ​ແດງ​ອອກ​ຊຶ່ງ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ເສ​ລີ​ຂອງ​ພວກ​ເຂົາ​ເຈົ້າ ຫຼື​ບໍ່ກໍ​ຕາມ.

ກຸ່ມ​ເຮັດ​ວຽກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດກ່ຽວ​ກັບ​ການ​ຈັບ​ກຸມ​ຄຸມ​ຂັງ​ໂດຍ​ພາ​ລະ​ການ​ພົບ​ເຫັນ​ວ່າ ການ​ຈັບ​ກຸມ​ຄຸມຂັງ​ທ່ານ​ນາງ​ຈາງ ແມ່ນ​ເປັນ​ການ​ຈັບ​ກຸມ​ຄຸມ​ຂັງ​ໂດຍ​ພາ​ລະ​ການ ແລະ​ເປັນ​ການ​ລະ​ເມີດ​ຕໍ່​ຄວາມ​ໝັ້ນ​ໝາຍ​ ແລະ​ພັນ​ທະ​ທາງ​ດ້ານ​ສິດ​ທິ​ມະ​ນຸດຂອງ​ຫວຽດ​ນາມ​ທີ່​ມີ​ຕໍ່​ລະ​ຫວ່າງ​ປະ​ເທດ. ລັດ​ຖະ​ບານ​ໄດ້​ຈັບ​ກຸມ​ຄຸມ​ຂັງ​ທ່ານ​ນາງ​ຈາງ​ກ່ອນ​ການ​ດຳ​ເນີນ​ຄະ​ດີ​ມາ​ໄດ້​ນຶ່ງ​ປີ ໂດຍ​ບໍ່​ໄດ້​ອະ​ນຸ​ຍາດ​ໃຫ້​ທ່ານ​ນາງ ​ຕິດ​ຕໍ່​ກັບ​ທະ​ນາຍ​ຄວາມ​ເລີຍ. ໃນ​ໄລ​ຍະ​ເກືອບ 2 ປີ ທ່ານ​ນາງໄດ້​ຖືກ​ຄຸມ​ຂັງ​ນັ້ນ ມີ​ລາຍ​ງານ​ວ່າ​ສຸ​ຂະ​ພາບ​ຂອງ​ທ່ານ​ນາງ​ຈາງທີ່ໄດ້​ທົນ​ທຸກ​ທໍ​ລະ​ມານ ຊຸດ​ໂຊມ​ລົງ.

ໂຄ​ສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ເນດ ໄພ​ຣ​ສ໌ ກ່າວ​ວ່າ ສະ​ຫະ​ລັດ “ຂໍ​ຮຽກ​ຮ້ອງ​ໃຫ້​ຫວຽດ​ນາມຄ້ຳ​ປະ​ກັນ​ວ່າ ມີ​ການ​ປິ່ນ​ປົວ​ຢ່າງ​ພຽງ​ພໍ ແລະ​ອະ​ນຸຍາດ​ໃຫ້​ທ່ານ​ນາງ​ຈາງ​ໄດ້​ຮັບ​ການກວດ​ ແລະ​ຊັ່ງ​ຊາ​ເບິ່ງ​ເງື່ອນ​ໄຂ​ທາງ​ໃນດ້ານ​ການ​ແພດ​ຂອງ​ທ່ານ​ນາງ.”

ໃນ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ການ​ດ້ານ​ສິດ​ທິ​ມະ​ນຸດ​ສະ​ບັບ​ຫຼ້າ​ສຸດຢູ່​ໃນ​ຫວຽດ​ນາມນັ້ນ ກະ​ຊວງ​ການຍ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ໄດ້​ອ້າງ​ການ​ປະ​ເມີນ​ຂອງ​ອົງ​ການ​ຈັດ​ຕັ້ງ ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານທີ່​ເວົ້າ​ວ່າ ມາ​ເຖິງ​ເດືອນ​ສິງ​ຫາ​ປີ 2021 “ເຈົ້າ​ໜ້າ​ທີ່​ໄດ້ຄຸມ​ຂັງ​ລະ​ຫວ່າງ 130 ຫາ 288 ຄົນຍ້ອນ​ເຫດ​ຜົນ​ທາງ​ດ້ານ​ການ​ເມືອງ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂຽນ​ວ່າ “ແຕ່​ວັນ​ທີ 1 ມັງ​ກອນ ຫາ​ວັ​ນ​ທີ 9 ພະ​ຈິກ ເຈົ້າ​ໜ້າ​ທີ່​ໄດ້​ຈັບ 29 ຄົນແລະ​ພົບ​ວ່າ 27 ຄົນ​ໄດ້​ຊົມ​ໃຊ້​ສິດ​ທິ​ມະ​ນຸດ​ທີ່​ນາໆຊາດ​ຮັບ​ຮູ້ ເຊັ່ນ​ ​ສິດ​ເສ​ລີ​ພາບ​ແລະ​ການ​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ ການ​ໂຮມ​ຊຸມ​ນຸມ​ແບບ​ສັນ​ຕິ ແລະ​ການ​ຄົບ​ຄ້າ​ສະ​ມາ​ຄົມ.”

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເນດ​ ໄພ​ຣ​ສ໌ກ່າ​ວ​ວ່າ “ການ​ສືບ​ຕໍ່​ຄຸມ​ຂັງ​ທ່ານ​ນາງ​ຈາງ ແມ່ນ​ເຫດ​ການ​ຫຼ້າ​ສຸດ ໃນ​ການ​ຈັບ​ກຸມ​ຄຸມ​ຂັງ​ແລະ​ຕັດ​ສິນ​ໂທດ​ທີ່​ໜ້າຕື່ນ​ຕົກ​ໃຈ ຕໍ່​ສ່ວນ​ບຸກ​ຄົນ​ຢູ່​ໃນ​ຫວຽດ​ນາມ ທີ່​ໄດ້​ສະແດງ​ຄວາມ​ຄິດ​ຄວາມ​ເຫັນ​ແບບ​ສັນ​ຕິ. ພວກ​ເຮົາ​ຂໍ​ຮຽກ​ຮ້ອງ ​ໃຫ້​ລັດ​ຖະ​ບານ​ຫວຽດ​ນາມ ​ປ່ອຍ​ທ່ານ​ນາງ​ຈາງ ແລະ​ອະ​ນຸ​ຍາດ​ໃຫ້​ສ່ວນ​ບຸກ​ຄົນ​ທັງ​ໝົດຢູ່​ໃນ​ຫວຽດ​ນາມ​ ສາ​ມາດ​ຊົມ​ໃຊ້ ສິດ​ທິຂອງ​ພວກ​ເຂົາ​ເຈົ້າ ໃນ​ການ​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ ໂດຍ​ປາ​ສະ​ຈາກ​ຄ​ວາມ​ຢ້ານ​ກົວ​ທີ່​ຈະ​ຖືກ​ແກ້​ແຄ້ນ​ຄືນ ຊຶ່ງ​ເປັນ​ການ​ສອດ​ຄ່ອງ​ກັບ​ຂໍ້​ກຳ​ນົດວ່າ​ດ້ວຍ​ສິດ​ທິ​ມະ​ນຸດ ຢູ່​ໃນ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ຫວຽດ​ນາມ ​ພ້ອມ​ທັງ​ພັນ​ທະ
ແລະ​ຄວາມ​ໝັ້ນ​ໝາຍ​ຕໍ່​ນາໆ​ຊາດ​ຂອງ​ຫວຽດ​ນາມ.

XS
SM
MD
LG