Accessibility links

Breaking News

ບົດບັນນາທິການ: ສະຫະລັດໃຫ້ການຊ່ວຍເຫຼືອ ແກ່ເຂດແຫຼມຮອນ ໃນອາຟຣິກາ ທີ່ປະສົບກັບໄພແຫ້ງແລ້ງ


ຊາວ​ໂຊ​ມາ​ເລຍ ທີ່​ຫຼົບ​ໜີ​ໄພ​ແຫ້ງ​ແລ້ງ ພວມ​ຍ່າງ​ຢູ່​ໃກ້​ກັບ​ຕູບ ທີ່​ສູນ​ຜູ້​ປະ​ສົບ​ໄພ ໃນ​ເຂດ​ຊານ​ເມືອງ ຂອງ​ນະ​ຄອນ​ຫຼວງ​ໂມ​ກາ​ດິ​ສ​ຊູ ປະ​ເທດ​ໂຊ​ມາ​ເລຍ ເມື່ອ​ວັນ​ທີ 4 ມິ​ຖຸ​ນາ 2022.
ຊາວ​ໂຊ​ມາ​ເລຍ ທີ່​ຫຼົບ​ໜີ​ໄພ​ແຫ້ງ​ແລ້ງ ພວມ​ຍ່າງ​ຢູ່​ໃກ້​ກັບ​ຕູບ ທີ່​ສູນ​ຜູ້​ປະ​ສົບ​ໄພ ໃນ​ເຂດ​ຊານ​ເມືອງ ຂອງ​ນະ​ຄອນ​ຫຼວງ​ໂມ​ກາ​ດິ​ສ​ຊູ ປະ​ເທດ​ໂຊ​ມາ​ເລຍ ເມື່ອ​ວັນ​ທີ 4 ມິ​ຖຸ​ນາ 2022.

ໄພແຫ້ງແລ້ງທີ່ຮ້າຍແຮງເປັນປະຫວັດການ ພວມຂົ່ມຂູ່ຕໍ່ຊີວິດຫຼາຍລ້ານຄົນໃນເຂດແຫຼມຮອນຂອງອາຟຣິກາ ຊຶ່ງສະຫະລັດ ໂດຍຜ່ານອົງການພັດທະນາສາກົນ ຫຼືຢູເສດ ໄດ້ສະໜອງການຊ່ວຍເຫຼືອທາງດ້ານມະນຸດສະທຳເກືອບ 105 ລ້ານໂດລາ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ໄພ​ແຫ້ງ​ແລ້ງ​ທີ່​ຮ້າຍ​ແຮງ​ເປັນ​ປະ​ຫວັດ​ການ ພວມ​ຂົ່ມ​ຂູ່​ຕໍ່​ຊີ​ວິດ​ຫຼາຍລ້ານ​ຄົນ​ໃນ​ເຂດ​ແຫຼມ​ຮອນ​ຂອງ​ອາ​ຟ​ຣິ​ກາ. ເພື່ອ​ນຳ​ເອົາ​ການ​ຊ່ວຍ​ເຫຼືອ​ໄປ​ຊ່ວຍ​ບັນ​ເທົາ​ຕໍ່​ຜູ້​ທີ່​ຕົກ​ຢູ່​ໃນ​ຄວາມ​ຂັດ​ສົນ​ຫຼາຍ​ທີ່​ສຸດນັ້ນ ສະ​ຫະ​ລັດ ໂດຍ​ຜ່ານ​ອົງ​ການ​ພັດ​ທະ​ນາ​ສາ​ກົນ ຫຼື​ຢູ​ເສດ ໄດ້​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ເກືອບ 105 ລ້ານ​ໂດ​ລາ.

ປີນີ້​ແມ່ນ​ປີ​ທີ 4 ລຽນ​ຕິດ ທີ່​ຟ້າຝົນ​ບໍ່​ມາ​ຕາມ​ລະ​ດູ​ການ ຊຶ່ງ​ມີ​ທ່າ​ທາງວ່າ​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ຫລາຍ​ຮ້ອຍ​ພັນ​ຄົນ ​ໃນ​ເຂດ​ແຫຼມ​ຮອນ ​ຂອງ​ອາ​ຟ​ຣິ​ກາ ​ປະ​ສົບ​ກັບ​ຄວາມ​ອຶດ​ຢາກ. ສຳ​ລັບ​ລະ​ດູ​ຝົນ​ຂອງ​ປີ​ທີ 5 ຊຶ່ງ​ມີ​ການ​ພະ​ຍາ​ກອນ​ວ່າ ຈະ​ແຫ້ງ​ແລ້ງກວ່າ​ປົກ​ກະ​ຕິ ຍິ່ງ​ຈະເປັນ​ໄພ​ເພີ້ມ​ຂຶ້ນ​ ຕໍ່​ຊີ​ວິດ​ການ​ເປັນ​ຢູ່ ຂອງບັນ​ດາ​ຄອບ​ຄົວ ​ທີ່​ເພິ່ງ​ພາ​ອາ​ໄສ​ຫຼື​ກາງ​ຕໍ່​ຜົນ​ລະ​ປູກ​ແລະ​ສັດ​ລ້ຽງ​ມາ​ເປັນ​ອາ​ຫານ​ເພື່ອ​ໃຫ້​ມີ​ຊີ​ວິດ​ຢູ່​ລອດ. ດ້ວຍ​ເຫດ​ຜົນ​ດັ່ງ​ກ່າວຫຼາຍກວ່າ 16 ລ້ານ​ຄົນແມ່ນ​ຕ້ອງ​ການ​ຄວາມຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ໃນ​ທັນ​ທີ. ໂຕ​ເລກນີ້ ​ຄາດ​ວ່າ​ຈະ​ເພີ້ມ​ຂຶ້ນ​ສູ່​ລະ​ດັບ ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ຄື​ມີ​ເຖິງ 20 ລ້ານ​ຄົນ​ ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ພາຍ​ໃນເດືອນ​ກັນ​ຍາ​ປີນີ້.

​ເງິນ​ທຶນ​ເພີ້ມ​ຕື່ມ​ຈະ​ຊ່ວຍ​ໃຫ້​ພາ​ຄີ​ຂອງ​ອົງ​ການ​ຢູ​ເສດ​ສະ​ໜອງ​ອາ​ຫານ ການ​ບໍ​ລິ​ການ​ດ້ານ​ປິ່ນ​ປົວ​ສຸ​ຂະ​ພາບ​ແລະ​ສະ​ໜອງ​ສານ​ອາ​ຫານຕະ​ຫຼອດ​ທັງ​ການ​ເຂົ້າ​ເຖິງນ້ຳ​ສະ​ອາດ. ເງິນ​ທຶນ​ດັ່ງ​ກ່າວ​ຍັງ​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ເພື່ອ​ໃຫ້​ບ່ອນ​ຢູ່​ທີ່​ປອດໄພ​ແລະ​ການ​ຄຸ້ມ​ຕໍ່​ພວກ​ແມ່​ຍິງ ແລະ​ເດັກ​ຍິງ​ທີ່​ຕ້ອງ​ໄດ້​ອົບ​ພະ​ຍົບ​ຍ້ອນ​ໄພ​ແຫ້ງ​ແລ້ງ.

ການ​ຮຸກ​ຮານ​ແບບ​ໂຫດ​ຮ້າຍ​ປ່​າ​ເຖື່ອນຂອງ​ຣັດ​ເຊຍ ໃນ​ການ​ເຮັດ​ສົງ​ຄາມ​ແບບ​ບໍ່​ມີ​ການ​ເກາະ​ຜິດ​ຕໍ່​ຢູ​ເຄ​ຣ​ນ​ ເຮັດ​ໃຫ້​ວິ​ກິດ​ການ​ທາງ​ດ້ານ​ອາ​ຫານ​ຮ້າຍ​ແຮງ​ຂຶ້ນ​ຕື່ມ ໃນ​ເຂດ​ແຫຼມ​ຮອນ​ຂອງ​ອາ​ຟ​ຣິ​ກາ ໃນ​ຂະ​ນະ​ທີ່ລາ​ຄາ​ອາ​ຫານ ເຊື້ອ​ໄຟ ແລະ​ຝຸ່ນ​ວິ​ທະ​ຍາ​ສາດ ຖີບ​ໂຕ​ສູງ​ຂຶ້ນແລະ​ການ​ຂ​າດ​ແຄນ​ແມ່ນ​ຮ້າຍ​ແຮງ​ກວ່າ​ເກົ່າ. ຄື​ກັນ​ກັບ​ເຂດ​ອື່ນໆ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ແລະ​ອາ​ຟ​ຣິ​ກາ ແຫຼມ​ຮອ​ນ​ກໍ​ບໍ່​ສາ​ມາດ​ນຳ ເຂົ້າ​ເບ​ລ່ ແລະ​ອາ​ຫານ​ປະ​ເພດ​ເມັດ​ອື່ນໆ​ຈາກ​ຢູ​ເຄ​ຣນ ​ຍ້ອນ​ການ​ຮຸກ​ຮານ​ຢ່າງ​ເຕັມ​ອັດ​ຕາ​ຂອງ​ຣັດ​ເຊຍ ເຮັດ​ໃຫ້​ພວກ​ແມ່​ຍິງ ຜູ້​ຊາຍແລະ​ເດັກ​ນ້ອຍ​ຫຼາຍໆລ້ານ​ຄົນ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ ຕໍ່​ການ​ເສຍ​ຊີ​ວິດ ຖ້າ​ພວກ​ເຂົາ​ຫາກ​ບໍ່​ສາ​ມາດ​ຊອກ​ຫາ​ອາ​ຫານ​ມາ​ກິນ​ໄດ້. ເກືອບ 70 ເປີ​ເຊັນ ​ຂອງ​ອາ​ຫານ​ປະ​ເພດ​ເມັດ​ໃນ​ໂຊ​ມາ​ເລຍ ແລະ​ເກືອບ 10 ເປີ​ເຊັນຢູ່​ປະ​ເທດ​ເຄນ​ຢາ ແມ່ນ​ມາ​ຈາກ​ຢູ​ເຄ​ຣນ.

ສະ​ຫະ​ລັດ​ ແມ່ນ​ເປັນ​ພຽງ​ປະ​ເທດ​ດຽວ​ເທົ່າ​ນັ້ນ ທີ່​ໃຫ້​ການ​ບໍ​ລິ​ຈາກ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ຫຼາຍ​ທີ່​ສຸດ​ແກ່​ເຂດ​ແຫຼມ​ຮອນ​ຂອງ​ອາ​ຟ​ຣິ​ກາ, ໂດຍ​ສະ​ໜ​ອງ​ເງິນ​ຫຼາຍເງິນ​ຫຼາຍກວ່າ 507 ລ້ານ​ໂດ​ລາ ໃນ​ທົ່ວ​ຂົງ​ເຂດ ນັບ​ແຕ່​ເລີ້ມ​ຕົ້ນ​ສົກ​ງົບ​ປະ​ມານ ປີ 2022 ເປັນ​ຕົ້ນ​ມາ. ແຕ່​ເງິນ​ທຶນ​ເພີ້ມ​ຕື່ມ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ສຳ​ລັບ​ປະ​ເທດ​ທີ່​ໃຫ້​ບໍ​ລິ​ຈາກ​ອື່ນໆ. ເມື່ອ​ເວົ້າ​ເຖິງ​ຄວາມ​ຮ້າຍ​ແຮງຂອງ​ໄພ​ແຫ້ງ​ແລ້ງ ແລະ​ຂອບ​ເຂດຂອງ​ຄວາມ​ຕ້ອງ​ການ​ໃນ​ດ້ານ​ມະ​ນຸດ​ສະ​ທຳ​ແລ້ວ ລັດ​ຖະ​ບານ​ສະ​ຫະ​ລັດ​ ຂໍຮຽກ​ຮ້ອງ​ບັນ​ດ​າປະ​ເທດ​ທີ່​ໃຫ້​ການ​ບໍ​ລິ​ຈາກ​ອື່ນໆເພີ້ມ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຂອງເຂົ​າ​ເຈົ້າເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ໄພ​ອຶດ​ຢາກ​ແລະ​ຊ່ວຍ​ຊີ​ວິດ​ຂອງ​ຫຼາຍໆ​ລ້ານ​ຄົນ.

ສະ​ຫະ​ລັດ​ບໍ່​ສາ​ມາດ​ສະ​ໜອງຕອບ​ຕໍ່​ຄວາມ​ຕ້ອງ​ການ​ໃນ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ໄດ້​ຕາມ​ລຳ​ພັງ ມັນ​ເຖິງ​ເວ​ລາ​ແລ້ວ​ທີ່​ປະ​ຊາ​ຄົມ​ໃຫ້​ການ​ບໍ​ຈາກມາ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ເພື່ອ​ປ້ອງກັນ​ບໍ່​ໃຫ້​ເກີດ​ຄວາມ​ທຸກ​ທໍ​ລະ​ມານ​ເພີ້ມ​ຕື່ມ ແລະ​ຊ່ວຍ​ຊີ​ວິດ​ຂອງ​ຜູ້​ຄົນ.

XS
SM
MD
LG