Accessibility links

Breaking News

ບົດບັນນາທິການ: ສະຫະລັດ ມີຄວາມໝັ້ນໝາຍ ຈະບໍ່ທົດລອງ ລູກສອນໄຟຕໍ່ຕ້ານດາວທຽມ


ຊິ້ນ​ສ່ວນ​ຕ່າງໆ​ໃນ​ອະ​ວະ​ກາດ
ຊິ້ນ​ສ່ວນ​ຕ່າງໆ​ໃນ​ອະ​ວະ​ກາດ

ສະຫະລັດໃຫ້ຄຳໝັ້ນໝາຍໄວ້ວ່າ ຈະບໍ່ທຳການທົດລອງລູກສອນໄຟຕໍ່ຕ້ານດາວທຽມ ທີ່ສາມາດສ້າງຄວາມເສຍຫາຍຮ້າຍແຮງ ເຮັດໃຫ້ສະຫະລັດກາຍເປັນປະເທດທຳອິດ ທີ່ໄດ້ໃຫ້ຄວາມໝັ້ນໝາຍດັ່ງກ່າວ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະ​ຫະ​ລັດ​ໃຫ້​ຄຳ​ໝັ້ນ​ໝາຍ​ໄວ້​ວ່າຈະ​ບໍ່​ທຳ​ການ​ທົດ​ລອງ​ລູກ​ສອນ​ໄຟຕໍ່​ຕ້ານ​ດາວ​ທຽມ​ທີ່​ສາ​ມາດ​ສ້າງ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ ເຮັດ​ໃຫ້​ສະ​ຫະ​ລັດ​ກາຍ​ເປັນ​ປະ​ເທດ​ທຳ​ອິດ ທີ່​ໄດ້​ໃຫ້​ຄວາມ​ໝັ້ນ​ໝາຍ​ດັ່ງ​ກ່າວ ນັ້ນ​ຄື​ຄຳ​ປະ​ກາດ ​ຂອງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ຄາ​ມາ​ລາ ແຮ​ຣິ​ສ ໃນ​ຄຳ​ປາ​ໄສ​ທີ່​ຖານ​ທັບ​ອະ​ວະ​ກາດ​ວານ​ເດັນ​ເບີກ.

ລັດ​ຖະ​ບານ​ຂອງ​ທ່ານ​ໄບ​ເດັນ ໄດ້​ໃຫ້​ຄວາມ​ໝັ້ນ​ໝາຍ​ແບບ​ສະ​ໝັກ​ໃຈ​ດັ່ງ​ກ່າວ ໃນ​ຄວາມ​ພະ​ຍາ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ “ໃຫ້​ມີ​ການ​ປະ​ພຶດ​ແບບ​ມີ​ຄວາມ​ຮັບ​ຜິດ​ຊອບ​ຢູ່​ໃນ​ອະ​ວະ​ກາດ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ແຮ​ຣິ​ສ.

ຄຳ​ປະ​ກາດ​ໃໝ່​ດັ່ງ​ກ່າວ ມີ​ຂຶ້ນ​ຫຼັງ​ຈາກ​ຣັດ​ເຊຍ ໄດ້​ທຳ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຕໍ່​ຕ້ານ​ດາວ​ທຽມ ​ໃນ​ເດືອ​ນພະ​ຈິກ​ປີ​ກາຍນີ້ ທີ່​ໄດ້ຍິງ​ທຳ​ລາຍ ​ຍານ​ອະ​ວະ​ກາດ​ຄອ​ສ​ໂມ-1408 ​ຊຶ່ງ​ເປັນ​ຍານ​ອະ​ວະ​ກາດ​ສະ​ໄໝ​ສະ​ຫະ​ພາບ​ໂຊວຽດ ​ທີ່​ຖືກ​ປະ ຖິ້ມ​ໄວ້ ​ຢູ່​ເທິງ​ອະ​ວະ​ກາດ ​ໃນ​ຊຸມ​ປີ 1980. ໃນ​ປີ 2007 ຈີນ​ກໍ​ໄດ້​ທຳ​ການ​ທົດທີ່​ຄ້າຍ​ຄື​ກັນ​. ການ​ທົດ​ລອງ​ເຫຼົ່າ​ນີ້​ແມ່ນ​ເປັນ​ສ່ວນ​ນຶ່ງ​ຂອ​ງ​ຄວາມ​ພະ​ຍາ​ຍາມ​ເພື່ອ​ພັ​ດ​ທະ​ນາ​ລະ​ບົບ​ອາ​ວຸດ​ຕໍ່​ຕ້ານ​ດາວ​ທຽມ.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ແຮ​ຣິ​ສ ກ່າ​ວ​ວ່າ “ອາ​ວຸດ​ເຫຼົ່າ​ນີ້​ແມ່ນ​ຕັ້ງ​ໃຈ​ທີ່​ຈະ​ປະ​ຕິ​ເສດ​ບໍ່

​ໃຫ້​ສະ​ຫະ​ລັດ ໃຊ້​ຄວາມ​ສາ​ມາດ​ໃນ​ດ້ານ​ອະ​ວະ​ກາດ ຂອງ​ພວກ​ເຮົາ ​ໂດຍ​ທຳ​ການ​ລົບ​ກວນ ທຳ​ລາຍ​ດາວ​ທຽມ​ຂອງ​ພວກ​ເຮົາ ຊຶ່ງ​ມີ​ຄວາມ​ສຳ​ຄັນ​ຕໍ່​ຄວາມ​ໝັ້ນ​ຄົງແຫ່ງ​ຊາດ​ຂອງ​ພວກ​ເຮົາ. ການ​ທົດ​ລອງ​ເຫຼົ່​ານີ້ ແນ່ນອນ​ແມ່ນ​ເປັນ​ການ​ກະ​ທຳ​ທີ່​ບໍ່​ມີ​ການ​ໄຕ່​ຕອງ ແລະ​ເປັນ​ການ​ກະ​ທຳ​ທີ່​ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ.”

ການ​ທົດ​ລອງ​ໃນທຳ​ນອງນີ້ ​ໄດ້​ມີ​ການ​ສ້າງ​ຄວາມ​ເສຍ​ຫາຍ​ແບບ​ທີ່​ບໍ່​ໄດ້​ເວົ້າ​ເຖິງ ຊຶ່ງ​ຮອງ​ປະ​ທານ​າ​ທິ​ບໍ​ດີ​ແຮ​ຣິ​ສ ​ເຕືອນ​ວ່າ “​ເວ​ລາ​ຈີນ ແລະ​ຣັດ​ເຊຍ ໄດ້​ທຳ​ລາຍ ດາ​ວ​ທຽມ​ຂອງ​ພວກ​ເຂົາ​ເອງ ມັນ​ໄດ້​ກໍ່​ໃຫ້​ເກີດ ​ມີ​ຊິ້ນ​ສ່ວນ​ຫຼາຍ​ໆ​ພັນ​ຊິ້ິ້ນ ຊຶ່ງ​ໃນ​ເວ​ລານີ້​ຈະ​ພາ​ກັນ​ໂຄ​ຈອນ​ອ້ອມ​ໂລກ​ຂອງ​ພວກ​ເຮົາ​ເປັນ​ເວ​ລາ​ຫຼາຍໆ​ປີ ຖ້າ​ຫາກ​ບໍ່​ແມ່ນ​ຫຼາຍໆ​ທົດ​ສະ​ວັດ.”

ມາ​ຮອດ​ປັດ​ຈຸ​ບັນ​ນີ້ ຝູງ​ບິນ​ປ້ອງ​ກັນ​ອະ​ວະ​ກາດ​ທີ 18 ໄດ້​ລະ​ບຸ​ຊິ້ນ​ສ່ວນ​ເຫຼົ່າ​ນີ້​ໄດ້ 1,600 ຊິ້ນ​ສ່ວນ​ແລ້ວ ​ຈາກ​ການ​ທົດ​ລອງ​ຂອງ​ຣັດ​ເຊຍ. ເວ​ລານີ້​ຍັງ​ມີ​ຊິ້ນ​ສ່ວນ​ຕ່າງໆ​ຢູ່ 2,800 ຊິ້ນ​ສ່ວນ​ຈາກ​ການ​ທົດ​ລອງ​ຂອງ​ຈີນ​ເມື່ອ 15 ປີ​ກ່ອນຍັງລ່ອງ​ລອຍ ​ຢູ່​ໃນ​ອະວະ​ກາດ. ກອງ​ບິນ​ປ້ອງ​ກັນ​ອະ​ວະ​ກາດ​ທີ 18 ໄດ້​ຕິດ​ຕາມ​ເບິ່ງ​ຊິ້ນ​ສ່ວນ​ເຫຼົ່າ​ນີ້ ແລະ​ດາວ​ທຽມ​ຕ່າງໆ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ຕຳ​ກັນ​ເກີດ​ຂຶ້ນ. ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ແຮ​ຣິ​ສ ກ່າວ​ວ່າ “ຊິ້ນ​ສ່ວ​ນ​ເຫຼົ່າ​ນີ້​ຍັງ​ພາ​ໃຫ້​ມີ​ຄວາມ​ສ່ຽງ​ຕໍ່​ຄວາມ​ປອດ​ໄພ​ ຂອງ​ນັກ​ບິນ​ອະ​ວະ​ກາດຂອງ​ພວກ​ເຮົາ ດາວ​ທຽມ​ຂອງ​ພວກ​ເຮົາ ແລະ​ການ​ມີ​ໜ້າ​ທາງ​ດ້ານ​ກາ​ນ​ຄ້າ​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ຂອງ​ພວກ​ເຮົາ.”

ທ່ານ​ນາງ​ໄດ້​ຮຽກ​ຮ້ອງ​ໃຫ້​ທຸກໆ​ປະ​ເທດ ມາ​ຮ່ວມ​ກັບ​ສະ​ຫະ​ລັດ​ໃນ​ການ​ໃຫ້​ຄວາມ​ໝັ້ນ​ໝາຍ​ວ່າ ​ຈະ​ບໍ່​ທຳ​ການ​ທົດ​ລອ​ງ​ລູກ ​ສອນ​ໄຟ​ປະ​ເພດນີ້. ລັດ​ຖະ​ບານ​ຂອງ

​ທ່ານໄບ​ເດັນ​ໄດ້​ເລີ້ມ​ທຳ​ການ​ລະ​ບຸ ແລະ​ຈັດ​ຕັ້ງ​ຫຼັກ​ການ​ໃນ​ການ​ປະ​ຕິ​ບັດ​ແບບ​ມີ​ຄວາມ​ຮັບ​ຜິດ​ຊອບ​ຢູ່​ໃນ​ອະ​ວະ​ກາດ​ໃນ​ບໍ​ລິ​ບົດ​ແບບ​ອື່ນ.

ຕົວ​ຢ່າງ​ນຶ່ງ​ກໍ​ແມ່ນ​ສັນ​ຍາ​ອາ​ເຕ​ມິ​ສ (Artemis) ຊຶ່ງ​ເປັນ​ຫຼັກ​ການ​ທີ່​ບໍ່​ມີ​ຂໍ້​ຜູກ​ມັດ​ຈຳ​ນວນ​ນຶ່ງ ອີງ​ຕາມ​ສົນ​ທິ​ສັນ​ຍາ​ເຂດນອກ​ອະ​ວະ​ກາດສະ​ບັບ​ປີ 1967 ທີ່​ເປັນ​ທິດ​ທາງ​ນຳ​ພາ ໃນ​ການ​ສຳ​ຫຼວດ​ແລະ​ການ​ນຳ​ໃຊ້​ອ​ະ​ວະ​ກາດ​ຂອງ​ພົນ​ລະ​ເຮືອນ. 18 ປະ​ເທດ​ໄດ້​ຮ່ວມ​ລົງ​ນາມ​ໃນ​ສັນ​ຍາ​ດັ່ງ​ກ່າວ ໂດຍ​ໃຫ້​ຄວາມ​ໝັ້ນ​ໝາຍ​ຕໍ່​ການ​ກະ​ທຳ​ແບບ​ມີ​ຄວາມ​ຮັບ​ຜິດ​ຊອບ​ຢູ່​ໃນ​ອະ​ວະ​ກາດ ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການສຳ​ຫຼວ​ດ​ອະ​ວະ​ກາດ ກິດ​ຈະ​ການ​ທາ​ງ​ດ້ານ​ວິ​ທະ​ຍາ​ສາດ​ແລະ​ການ​ຄ້າ.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ແຮ​ຣິ​ສກ່າ​ວ​ວ່າ “ໃນ​ຂະ​ນະ​ທີ່​ພວກ​ເຮົາ​ກ້າວ​ເດີນ​ໄປ​ຂ້າງ​ໜ້າ ພວກ​ເຮົາ​ຍ​ຍັງ​ຈະ​ສືບ​ຕໍ່​ເພັ່ງ​ເລັງ​ໃສ່​ການ​ຂຽນ​ກົດ​ລະ​ບຽບ​ໃໝ່ ໃນ​ການ​ຈະ​ລາ​ຈອນ ເພື່ອ​ຄ້ຳ​ປະ​ກັນ​ວ່າ ກິດ​ຈະ​ກຳ​ຕ່າງໆ​ທາງ​ດ້ານ​ອະ​ວະ​ກາດແມ່ນ​ໄດ້​ກະ​ທຳ​ກັນ​ແບບ​ມີ​ຄວາມ​ຮັບ​ຜິດ​ຊອບ ແບບ​ສັນ​ຕິ ແລະ​ໃນ​ວິ​ທີ​ທີ່​ຍືນ​ຍົງ. ສະ​ຫະ​ລັດ​ຈະ​ສືບ​ຕໍ່​ເປັນ​ຜູ້​ນຳ​ພາ​ດ້ວຍ​ການ​ເປັນ​ຕົວ​ຢ່າງ.

XS
SM
MD
LG