Accessibility links

Breaking News

ບົດບັນນາທິການ: ສະຫະລັດ ຍັງມີຄວາມໝັ້ນໝາຍ ຕໍ່ການສະແຫວງຫາປະຊາທິປະໄຕ ຂອງປະຊາຊົນມຽນມາ


ທ່ານ​ນາງ​ອອງ​ຊານ ຊູ​ຈີ ຍ່າງ​ໄປ​ສາ​ບານ​ຕົວ ທີ່​ສະ​ພາ​ຕ່ຳ​ຂອງ​ມຽນ​ມາ. (ແຟ້ມ)
ທ່ານ​ນາງ​ອອງ​ຊານ ຊູ​ຈີ ຍ່າງ​ໄປ​ສາ​ບານ​ຕົວ ທີ່​ສະ​ພາ​ຕ່ຳ​ຂອງ​ມຽນ​ມາ. (ແຟ້ມ)

ສະຫະລັດຍັງສືບຕໍ່ມີຄວາມໝັ້ນໝາຍທີ່ຈະໃຫ້ການສະໜັບສະໜຸນຕໍ່ປະຊາຊົນຊາວມຽນມາ ທີ່ມີຄວາມປາຖະໜາຢ່າງແຮງກ້າ ຢາກໃຫ້ມີສັນຕິພາບ ຄວາມອຸດົມຮັ່ງມີ ແລະປະຊາທິປະໄຕໃນປະເທດມຽນມາ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະ​ຫະ​ລັດ​ຍັງ​ສືບ​ຕໍ່​ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ປະ​ຊາ​ຊົນ​ຊາວ​ມຽນ​ມາ ​ທີ່​ມີ​ຄວາມ​ປາ​ຖະ​ໜາ​ຢ່າງ​ແຮງ​ກ້າ ຢາ​ກ​ໃຫ້​ມີ​ສັນ​ຕິ​ພາບ ຄວາມ​ອຸ​ດົມ​ຮັ່ງ​ມີ ແລະ​ປະ​ຊາ​ທິ​ປະ​ໄຕ​ໃນປະ​ເທດມຽ​ນ​ມາ. ເມື່ອ​ສອງ​ປີ​ກ່ອນນັ້ນ ປະ​ຊາ​ຊົນ 27 ລ້ານ​ຄົນ​ ​ໄດ້​ພາ​ກັນ​ໄປ​ລົງ​ຄະ​ແນນ​ສຽງເພື່ອ​ປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປຊຶ່ງ​ເປັນ​ຂີດ​ໝາຍ​ໃນ​ບາດ​ກ້າວ​ອັນ​ສຳ​ຄັນ​ສຳ​ລັບ​ການ​ຫັນ​ປ່ຽນ​ໄປ​ສູ່​ປະ​ຊາ​ທິ​ປະ​ໄຕ​ໃນ​ປະ​ເທດ​ດັ່ງ​ກ່າວ. ແຕ່​ຄວາມ​ມຸ້ງ​ມາດ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ ​ໄດ້​ຖືກ​ປະ​ຕິ​ເສດ​ເວລາ​ພວກ​ທະ​ຫານ​ມຽ​ນ​ມາ​ໄດ້​ເຮັດ​ລັດ​ຖະ​ປະ​ຫານ ໃນ​ເດືອ​ກຸມ​ພາ​ປີ 2021 ​ຊຶ່ງ​ໄດ້​ຕ່າວປີ້​ນ​ຄວາມ​ກ້າວ​ໜ້າ ​ໃນ​ດ້ານ​ປະ​ຊາ​ທິ​ປະ​ໄຕ​ທີ່​ໄດ້​ຮັບ​ມາ ​ເປັນ​ເວ​ລາ​ນຶ່ງ​ທົດ​ສະ​ວັດ.

ຢູ່​ໃນ​ຖະ​ແຫຼງ​ການ ເນື່ອງ​ໃນ​ໂອ​ກາດ​ວັນ​ຄົບ​ຮອບ​ປີ​ທີ​ສອງ ຂອງ​ການ​ເລືອກ​ຕັ້ງ​ຢູ່​ໃນ​ມຽນ​ມານັ້ນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໃຫ້​ຂໍ້​ສັງ​ເກດ​ວ່າ ນັບ​ແຕ່ນັ້​ນ​ມາພວກ​ທະ​ຫານ​ແມ່ນ​ໄດ້​ທຳ​ການປາບ​ປາມ​ ໂດຍ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ປະ​ຊາ​ຊົນ​ຊາວ​ມຽນ​ມາ ຊຶ່ງ​ໄດ້​ສັງ​ຫານ​ຫຼາຍ ກວ່າ 2,400 ຄົນ ແລະ​ຈັບ​ກຸມ 16,000 ກວ່າ​ຄົນ ຮວມ​ທັງ​ປະ​ທາ​ນາ​ທິ​ບໍ​ດີ​ວິນມິນ ແລະ​ທີ່​ປຶກ​ສາ​ຂອງ​ລັດ​ຖະ​ບານ ທ່ານ​ນາງ​ອອງ​ຊານ ຊູ​ຈີ.

ສະ​ຫະ​ລັດ​ຈະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ຂະ​ບວນ​ການ​ເຄື່ອນ​ໄຫວ​ເພື່​ອ​ປະ​ຊາ​ທິ​ປະ​ໄຕ ແລະ​ພວກ​ທີ່​ພ​ວມ​ເຮັດ​ວຽກ​ທັງ​ໝົດ ເພື່ອ​ສ້າງ​ຕັ້ງ​ອະ​ນາ​ຄົດ ​ທີ່​ຮວມ​ເອົາ​ທຸກ​ພັກ​ຝ່າຍ​ ແລະ​ເປັນ​ປະ​ຊາ​ທິ​ປະ​ໄຕ​ ຢູ່​ໃນ​ປະ​ເທດມຽນ​ມາ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ບ​ລິງ​ເກັນ ກ່າວ​ວ່າ ແມ່ນ​ມີ​ຄວາມ​ເຊື່ອ​ໝັ້ນ ​ແບບ​ດຽວ​ກັນ ກັບ​ຜູ້​ນຳ​ຂອງ​ຂະ​ບວນ​ການ​ທີ່​ວ່າ ແຜນ​ການ​ເລືອກ​ຕັ້ງ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ສິງ​ຫາ​ປີ 2023 “ອາດຈະ​ບໍ່​ສາ​ມາດ​ເປັນ​ການ​ເລືອກ​ຕັ້ງ​ທີ່​ເສລີ ​ແລະ​ເປັນ​ທຳ​ໄດ້ ເມື່ອ​ເວົ້າ​ເຖິງ​ສະ​ພາບ​ການ​ໃນ​ປັດ​ຈຸ​ບັນ… ແລະກໍຈະ​ເລື່ອນ​ກຳ​ນົດ​ເວ​ລາ​ໃນ​ການຫັນ​ປ່ຽນ​ປະ​ເທດ​ໄປ​ສູ່​ປະ​ຊາ​ທິ​ປະ​ໄຕ​ແລະ​ໃຫ້​ມີ​ສະ​ຖຽນ​ລະ​ພາບ.”

ທ່ານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ສະ​ຫະ​ລັດ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ແລະ​ພາ​ຄີ ແມ່ນ​ຈະ​ສືບ​ຕໍ່​ທຳ​ການ​ລົງ​ໂທດ​ຕໍ່​ການ​ກໍ່​ໂທດ​ກຳ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ດັ່ງ​ກ່າວ.

ມາ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ສະ​ຫະ​ລັດ​ໄດ້​ລະ​ບຸ​ໂຕ 74 ສ່ວນ​ບຸກ​ຄົນ ແລະ 29 ອົງ​ການ ມີ​ຄວາມ​ເຊື່ອມ​ໂຍງ​ກັບ​ການ​ເຮັດ​ລັດ​ຖະ​ປະ​ຫານ​ຂອງ​ພວກ​ທະ​ຫານ ຫຼື​ບໍ່​ກໍໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ອຳ​ນາດ​ການ​ປົກ​ຄອງ ຮວມ​ທັງ​ການ​ກໍ່​ຄວາມ​ຮຸນ​ແຮງ​ທີ່ໜ້າ​ຢ້ານ​ກົວ.

ເທື່ອ​ຫຼ້າ​ສຸດ ຄື​ໃນ​ວັນ​ທີ 8 ພະ​ຈິກ​ຜ່ານ​ມານີ້ ສະ​ຫະ​ລັດ​ກໍ​ໄດ້​ທຳ​ການ​ລົງ​ໂທດ​ຕໍ່​ພວກ​ທີ່​ປະ​ຕິ​ບັດ​ງານ ​ຢູ່​ໃນ​ພາກ​ສ່ວນ​ເສດ​ຖ​ະ​ກິດ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ມຽນ​ມາ ແລະ​ສະ​ໜອງ​ເຮືອ​ບິນ​ແລະ​ອາ​ວຸດ​ຍຸດ​ທະ​ພັນ​ຕ່າງໆ​ໃຫ້​ແກ່ກອງ​ທັບ​ຂອງ​ມຽນ​ມາ. ໃນ​ຂະ​ນະ​ທີ່​ມີ​ການ​ປັບ​ທຽບ ເພື່ອ​ຫຼີກ​ລ່ຽງ​ຜົນ​ທີ່​ຕິດ​ຕາມ​ມາ ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ​ສຳ​ລັບ​ປະ​ຊາ​ຊົນ​ສ່ວນ​ໃຫຍ່ນັ້ນ ການ​ເອົາ​ມາດ​ຕະ​ການ​ເຫຼົ່າ​ນີ້ ແມ່ນ​ໄດ້​ແນ​ໃສ່​ອົງ​ການ​ທີ່​ສຳ​ຄັນໆ​ ແລະ​ການ​ສ້າງ​ລາຍ​ໄດ້ ​ເພື່ອ​ສະ​ໜັບ​ສະ​ໜຸນ​ພວກ​ຜູ້​ນຳ​ທະ​ຫານ ພວກ​ຄ້າ​ອາ​ວຸດ ແລະ​ພວກ​ນັກ​ທຸ​ລະ​ກິດ​ທີ່​ເປັນ​ເພື່ອນ​ຝູງ​ໃກ້​ຊິດ ​ກັບ​ອຳ​ນາດ​ການ​ປົກ​ຄອງ.

ນີ້​ແມ່ນ​ສອດ​ຄ່ອງ ​ກັບ​ການ​ລົງ​ໂທດ​ຮອບ​ທີ 5 ຕໍ່​ມ​ຽນ​ມາ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ​ເມື່​ອ​ວັນ​ທີ 8 ພະ​ຈິກ​ຜ່ານ​ມາຊຶ່ງ​ໄດ້​ມີ​ການ​ຮັບ​ຮອງ​ເອົາ “ເພື່ອ​ເປັນ​ການ​ຕອບ​ໂຕ້​ໃນ​ການ​ສືບ​ຕໍ່​ເພີ້​ມ​ທະ​ວີ​ຄວາມ​ຮຸນ​ແຮງ ແລະ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢ່າງ​ຮ້າຍ​ແຮງ ຫຼັງ​ຈາກ​ພວກ​ທະ​ຫານ​ໄດ້​ເຂົ້າ​ຢຶດ​ອຳ​ນາດ​ເມື່ອ​ສ​ອງ​ປີ​ກ່ອນ.”

ສະ​ຫະ​ລັດ ​ຈະ​ສືບ​ຕໍ່​ເຮັດ​ວຽກຢ່າງ​ໃກ້​ຊິດ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ແລະ​ພາ​ຄີ ຮວມ​ທັງ​ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ກາ​ນາ​ດາ ແລະ​ສະ​ຫະ​ພາບ​ຢູ​ໂຣບ ເພື່ອ​ສົ່ງ​ສັນ​ຍານ​ຢ່າງ​ແຂງ​ຂັນ ໄປ​ໃຫ້​ອຳ​ນາດ​ການ​ປົກ​ຄອງແລະ​ພວກ​ສະ​ໜັບ​ສະ​ໜຸນ ໃຫ້​ຮູ້​ວ່າ ປະ​ຊາ​ຄົມ​ນາໆ​ຊາດ ​ຈະ​ຢືນ​ຢູ່​ດ້ວຍ​ຄວາມ​ເປັນ​ເອກ​ກະ​ພາບ ຕ້ານ​ການ​ປະ​ຕິ​ບັດ​ງານ​ອັນ​ໜ້າ​ຢ້ານ​ກົວ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ມຽນ​ມາ.

XS
SM
MD
LG