Accessibility links

Breaking News

ບົດບັນນາທິການ: ສປ​ຊ ຮຽກຮ້ອງໃຫ້ຣັດເຊຍ ຊົດໃຊ້ຄວາມເສຍຫາຍແກ່ຢູເຄຣນ


ພວກ​ດັບ​ໄຟ ຂອງ ອົງ​ການ​ຮັບ​ມື​ກັບ​ເຫດການ​ສຸກ​ເສີນ​ຂອງ​ຢູ​ເຄ​ຣນ ພວມມອດ​ໄຟ ຈາກ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ທີ່​ເມືອງວິ​ສ​ໂກ​ຣອດ ຢູ່ນອກ​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 23 ພະ​ຈິກ 2022.
ພວກ​ດັບ​ໄຟ ຂອງ ອົງ​ການ​ຮັບ​ມື​ກັບ​ເຫດການ​ສຸກ​ເສີນ​ຂອງ​ຢູ​ເຄ​ຣນ ພວມມອດ​ໄຟ ຈາກ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ທີ່​ເມືອງວິ​ສ​ໂກ​ຣອດ ຢູ່ນອກ​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 23 ພະ​ຈິກ 2022.

ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຮັບຮອງເອົາມະຕິສະບັບນຶ່ງ ຮຽກຮ້ອງໃຫ້ຣັດເຊຍເປັນຜູ້ຮັບຜິດຊອບ ໃນການລະເມີດກົດໝາຍລະຫວ່າງປະເທດ ແລະຮັບເອົາຜົນທີ່ຕິດຕາມມາທາງດ້ານກົດໝາຍ ໃນການກະທຳຄວາມຜິດຕໍ່ລະຫວ່າງປະເທດຢູ່ໃນຢູເຄຣນ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ນັບ​ແຕ່​ຊຸມມື້​ທຳ​ອິດ ໃນ​ການ​ຮຸກ​ຮານ​ຢ່າງ​ເຕັມ​ອັດ​ຕາ​ຂອງວ​ລາ​ດີ​ເມຍ ປູ​ຕິນ ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ເມື່ອ​ເດືອນ​ກຸມ​ພາ ປີ 2022 ການ​ໂຈ​ມ​ຕີ​ຂອງ​ຣັດ​ເຊຍ​ໄດ້​ຖືກ​ພົນ​ລະ​ເຮືອນ ແລະ​ພື້ນ​ຖານ​ໂຄ​ງ​ລ່າງ​ທາງ​ດ້ານ​ພົນ​ລະ​ເຮືອນ ​ສ້າງ​ຄວາມ​ເສຍ​ຫາຍ ​ໃຫ້​ແກ່​ບ່ອນ​ພັກ​ພາ​ອາ​ໄສ ໂຮງ​ຮຽ​ນ ໂຮງ​ໝໍ ຕາ​ຂ່າຍ​ໄຟ​ຟ້າ ແລະ​ນ້ຳ​ປະ​ປາ. ການ​ໂຈມ​ຕີ​ແບບ​ໄຮ້​ຄວາມ​ຮູ້​ສຶກ​ເຫຼົ່າ​ນີ້​ໄດ້ເຮັດ​ໃຫ້​ພົນ​ລະ​ເຮືອນ​ບາດ​ເຈັບ​ລົ້ມ​ຕາຍ​ໃນ​ຈຳ​ນວນ​ທີ່​ນັບ​ບໍ່​ຖ້ວນ ແລະ​ສ້າງ​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ເສດ​ຖະ​ກິດ​ໃຫ້​ແກ່​ຢູ​ເຄ​ຣນ​ຢ່າງ​ຫຼວງ​ຫຼາຍ.

ເມື່ອ​ວັນ​ທີ 14 ພະ​ຈິກ​ຜ່ານ​ມານີ້ ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປ​ະຊາ​ຊາດ​ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ສະ​ບັບ​ນຶ່ງ ຮຽກ​ຮ້ອງ​ໃຫ້​ຣັດ​ເຊຍ​ເປັນ​ຜູ້​ຮັບ​ຜິດ​ຊອບ ໃນ​ການ​ລະ​ເມີດ​ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ ແລະ​ຮັບ​ເອົາ​ຜົນ​ທີ່​ຕິດ​ຕາມ​ມາ​ທາງ​ດ້ານ​ກົດ​ໝາຍ ໃນ​ການ​ກະ​ທຳ​ຄວາມ​ຜິດ​ຕໍ່​ລະ​ຫວ່າງ​ປະ​ເທດຢູ່​ໃນ​ຢູ​ເຄ​ຣນ. ມະ​ຕິ​ດັ່ງ​ກ່າວໄດ້​ຮັບ​ຮູ້​ເຖິງ​ຄວາມ​ຈຳ​ເປັນ​ໃນ​ການສ້າງ​ຕັ້ງ​ກົນ​ໄກ​ລະ​ຫວ່າງ​ປະ​ເທດ​ຂຶ້ນ​ມາ ເພື່ອ​ໃຫ້ຣັດ​ເຊຍ​ຊົດ​ໃຊ້ຕໍ່​ຄວາມ​ເສຍ​ຫາຍ ການ​ເສຍ​ຊີ​ວິດ ການ​ບາດ​ເຈັບແລະ​ໄດ້​ສະ​ ເໜີໃຫ້​ມີ​ການ​ສ້າງ​ຕັ້ງ ການ​ຈົດ​ທະ​ບຽນ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ຕ່າງໆ ເພື່ອ​ຈົດ​ບັນ​ທຶກ​ຫຼັກ​ຖານ ແລະ​ການ​ກ່າວ​ອ້າງ​ຕ່າງໆນັ້ນ.

“ການ​ໂຈມ​ຕີ​ທີ່​ສ້າງ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ ທີ່​ມີ​ຕໍ່​ຫົວ​ເມືອງ​ທັງ​ໃຫຍ່​ແລະ​ນ້ອຍ​ຢູ່​ໃນ​ຢູ​ເຄ​ຣນ ຊຶ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ທີ່​ສຳ​ຄັນ​ໃນ​ການ​ທຳ​ລາຍ​ພື້ນ​ຖານ​ໂຄງລ່າງ​ທີ່​ມີ​ຄວາມ​ຫຼໍ່​ແຫຼມ​ທາງ​ດ້ານ​ພະ​ລັງ​ງານ ໃນ​ຂະ​ນະ​ທີ່​ລະ​ດູ​ໜາວ​ພວມ​ຍັບ​ໃກ້​ເຂົ້າ​ມາ​ຢ່າງວ່ອງ​ໄວ” ຮອງ​ຜູ້​ຕາງ​ໜ້າ​ຂອງ​ສະ​ຫະ​ລັດ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ຣິ​ເຈີດ ມິ​ລ​ສ໌ ໄດ້​ອະ​ທິ​ບາຍ​ກ່ຽວ​ກັບ​ວ່າ​ເປັນ​ຫຍັງ​ສະ​ຫະ​ລັດ​ຈຶ່ງ​ໄດ້ລົງ​ຄະ​ແນນ​ສຽງ​ເຫັນ​ພ້ອມ​ກັບ​ມະ​ຕິ​ສະ​ບັບ​ດັ່ງ​ກ່າວ.

“ລາ​ຄາ​ຕົ້ນ​ທຶນ​ທີ່​ສູງ​ຂຶ້ນ ຮວມ​ທັງ​ໂຕ​ເລກ​ຂອງ​ມະ​ນຸດ​ທີ່ໜ້າ​ຕົກ​ໃຈ ຈາກ​ການ​ຮຸກ​ຮານແບບ​ບໍ່​ມີ​ເຫດ​ຜົນ ແລະ​ຜິດ​ກົດ​ໝາຍ​ຂອງ​ຣັດ​ເຊຍຕໍ່​ປະ​ເທດ​ເພື່ອນ​ບ້ານ​ແລະ ​ຕໍ່​ສະ​ມາ​ຊິກ​ອົ​ງ​ການ​ສະ​ຫະ​ປະ​ຊາ​ຊາດ​ດ້ວຍ​ກັນ​ນັ້ນ​ ແມ່ນ​ໃຫຍ່​ຫຼວງ. ມາ​ຮອດ​ເວ​ລານີ້ ແມ່ນ​ມີ​ຫຼາຍ​ພັນ​ຄົນ​ໄດ້​ເສຍ​ຊີ​ວິດ ຫຼາຍ​ລ້ານ​ຄົນ​ຕ້ອງ​ໄດ້​ອົບ​ພະ​ຍົບ​ຫຼົບ​ໄພ ແລະ​ກໍ​ມີ​ຈຳ​ນວນ​ທີ່​ນັບ​ບໍ່​ຖ້ວນ​ໄດ້​ຫາຍ​ສາບ​ສູນ​ໄປ. ມີ​ລາຍ​ງານ​ເພີ້ມ​ຂຶ້ນ​ເລື້ອຍໆ ກ່ຽວ​ກັບ​ການ​ກໍ່​ໂທດ​ກຳ ແລະ​ການ​ລ່ວງ​ລະ​ເມີດ​ອື່ນໆ ຮວມ​ທັງ​ການ​ບັງ​ຄັບ​ໃຫ້​ເນລະ​ເທດ​ເຂົ້າ​ໄປ​ໃນ​ຣັດ​ເຊຍ ການ​ທໍ​ລະ​ມານ ແລະ​ການ​ຖິ້ມ​ລະ​ເບີດ​ໃສ່​ໂຮງ​ໝໍ​ແມ່ຍິງ​ອອກ​ລູກ.”

ເອກ​ອັກ​ຄະ​ລັດ​ຖະ​ທູດ​ມິ​ລ​ສ໌ ກ່າວ​ຕື່ມ​ວ່າ “ການ​ສະ​ເໜີ​ແນະ​ເພື່ອ​ໃຫ້​ສ້າງ​ຕັ້ງການ​ຈົດ​ທະ​ບຽນ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ ແມ່ນ​ບາດ​ກ້າວ​ທີ່​ສຳ​ຄັນ​ໃນ​ການ​ເລີ້ມ​ຕົ້ນ​ໄປ​ສູ່​ການ​ສ້າງ​ຕັ້ງ​ກົນ​ໄກ​ເພື່ອ​ຕັດ​ສິນ​ກ່ຽວ​ກັບ​ການ​ກ່າວ​ອ້າງໃນ​ການ​ຊັ່ງ​ຊາ​ເບິ່ງຂອບ​ເຂດຄວາມ​ເສຍ​ຫາຍ​ຢ່າງ​ເຕັມ​ທີ່ ໃນ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ຂະ​ໜາດ​ໃຫຍ່ ຢູ່​ໃນ​ສົ​ງ​ຄາມ​ທີ່​ບໍ່​ຈຳ​ເປັນ​ຕໍ່​ຢູ​ເຄ​ຣນແລະ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ດັ່ງ​ກ່າວ.” ເອກ​ອັກ ຄະ​ລັດ​ຖະ​ທູດ​ມິ​ລ​ສ໌ ກ່າວ​ວ່າ:

“ຢູ​ເຄ​ຣນ​ໃນ​ວັນ​ນຶ່ງ​ຂ້າງ​ໜ້າ​ ຈະ​ໄດ້​ຮັບ​ການ​ບູ​ລະ​ນະ​ສ້າງ​ສາ​ຄືນ​ໃໝ່ ນັ້ນ​ບໍ່​ແມ່ນ​ຄຳ​ຖາມ​ໃນ​ທີ່ນີ້ິ້. ຈຸດ​ຢາກ​ເວົ້າ​ກໍ​ແມ່​ນ​ຄວາມ​ຈຳ​ເປັນ ຄວາມ​ຮີບ​ດ່ວນ​ສຳ​ລັບ​ພວກ​ເຮົາ ສຳ​ລັບ​ປະ​ຊາ​ຄົມ​ນາໆ​ຊາດ ເພື່ອ​ຈະ​ນຳ​ເອົາ​ຕົວ​ພວກ​ກໍ່​ການ​ມາ​ຮັບ​ຜິດ​ຊອບ ຕໍ່​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ ​ທີ່​ບໍ່​ຈຳ​ເປັນ​ເຫຼົ່າ​ນີ້. ຄວາມ​ຮັບ​ຜິ​ດຊອບ​ແມ່ນ​ອົງ​ປະ​ກອບ​ທີ່​ສຳ​ຄັນ ຕໍ່​ການ​ຕົກ​ລົງ​ກັນ​ໃດໆ​ ໃນ​ທີ່​ສຸດ​ກໍ​ຕາມ​ຂອງ​ສົງ​ຄາມນີ້. ການ​ຮັບ​ຜ່ານ​ມະ​ຕິ​ສະ​ບັບ​ນີ້ ຍັງ​ມີ​ໜ້າ​ທີ່​ໃຊ້​ເປັນສິ່ງ​ຂັດ​ຂວາງໃນ​ການ​ລ່ວງ​ລະ​ເມີດ​ຕໍ່​ສັນ​ຕິພາບ​ ແລະ​ຄວາມ​ໝັ້ນ​ຄົງ​ລະ​ຫວ່າງ​ປະ​ເທດ ​ໃນ​ອະ​ນາ​ຄົດ ຕະ​ຫຼອດ​ທັງ​ຊ່ວຍ​ໃນ​ການ​ບັນ​ລຸ​ຕໍ່​ການ​ສ້​າງ​ຄວາມ​ປອງດອງ​ກັນ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ມິ​ລ​ສ໌ກ່​າວ​ວ່າ “ປະ​ຊາ​ຄົມ​ນາໆ​ຊາດ​ຕ້ອງ​ຖື​ວ່າ​ຣັດ​ເຊຍ​ເປັນ​ຜູ້​ຮັບ​ຜິດ​ຊອບ​ໃນການ​ລ່ວງ​ລະ​ເມີດ​ຕໍ່​ອະ​ທິ​ປະ​ໄຕ ແລະ​ຜືນ​ແຜ່ນ​ດິ​ນ​ອັນ​ຄົບ​ຖ້ວນຂອງ​ຢູ​ເຄ​ຣນ ແລະ​ຜົນ​ຂອງ​ຄວາມ​ເສຍ​ຫາຍ​ ຕະ​ຫຼອດ​ທັງ​ການ​ກະ​ທຳ​ຜິດ​ຕ່າງໆ​ທີ່​ກໍ່​ຂຶ້ນ​ຕໍ່​ປະ​ຊາ​ຊົນ​ຊົນ​ຊາວ​ຢູ​ເຄ​ຣນ. ມະ​ຕິ​ສະ​ບັບ​ນີ້ ແມ່ນ​ເປັນ​ບາດ​ກ້າວ​ໄປ​ໜ້າ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ຮັບ​ເອົາ​ຄວາມ​ຮັບ​ຜິດ​ຊອບ.”

XS
SM
MD
LG