Accessibility links

Breaking News

ບົດບັນນາທິການ: ສະຫະປະຊາຊາດ ແລະສະຫະລັດ ມີຄວາມເປັນຫ່ວງ ໃນການປາບປາມພວກປະທ້ວງອີຣ່ານ


ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ໄປ​ຮ່ວມ​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ຢູ່​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ເຕ​ຫະ​ຣ່ານ. (ແຟ້ມ)
ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ໄປ​ຮ່ວມ​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ຢູ່​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ເຕ​ຫະ​ຣ່ານ. (ແຟ້ມ)

ພວກນັກຊ່ຽວຊານດ້ານສິດທິມະນຸດ ຂອງອົງການສະຫະປະຊາຊາດ 8 ຄົນ ໄດ້ສະແດງຄວາມເປັນຫ່ວງກັງວົນຕໍ່ການປາບປາມຢ່າງຮຸນແຮງຂອງລັດຖະບານອີຣ່ານ ຕໍ່ພວກເດີນຂະບວນປະທ້ວງດ້ວຍຄວາມສະຫງົບ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ພວກ​ນັກ​ຊ່ຽວ​ຊານ​ດ້ານ​ສິດ​ທິ​ມະ​ນຸດ ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ 8 ຄົນ ໄດ້​ສ​ະ​ແດງ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ຕໍ່​ການ​ປາບ​ປາມ​ຢ່າງ​ຮຸນ​ແຮງ​ຂອງ​ລັດ​ຖະ​ບານ​ອີ​ຣ່ານ ຕໍ່​ພວກ​ເດີນ​ຂະ​ບວນ​ປະ​ທ້ວງ​ດ້ວຍ​ຄວາມ​ສ​ະ​ຫງົບ. ພວກ​ເຂົາ​ເຈົ້າ​ໄດ້​ຂຽນ​ລົງ​ໃນ​ຖະ​ແຫຼງ​ການ​ວ່າ “ພວກ​ເຮົາມີ​ຄວາມ​ຕື່ນ​ຕົກ​ໃຈ ຕໍ່​ການ​ຈັບກຸມ​ຄຸມ​ຂັງ​ໂດຍ​ພະ​ລະ​ການ ທີ່​ມີ​ເພີ້ມຂຶ້ນ​ເມື່ອ​ໄວໆ​ມານີ້ ຕໍ່​ພວກ​ນາຍ​ຄູ ພວກປົກ​ປ້ອງ​ສິດ​ຄົນ​ງານແລະ​ຜູ້​ນຳ​ກຳ​ມະ​ບານ ​ທະ​ນາຍ​ຄວາມ ​ພວກ​ປົກ​ປ້ອງ​ສິດທິ​ມະນຸດ​ແລະ​ຜູ້​ເຮັດ​ວຽກ​ໃຫ້​ກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນ. ພື້ນ​ທີ່​ສຳ​ລັບ​ກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນ ແລະ​ສະ​ມາ​ຄົມ​ອິດ​ສະ​ຫຼະ ເພື່ອ​ໃຫ້​ເຮັດວຽກ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ພວກ​ເຂົາ​ເຈົ້າ​ນັ້ນ ແມ່ນ​ມີ​ໜ້ອຍ​ຫຼາຍ​ເກືອບ​ວ່າ​ເປັນ​ໄປ​ບໍ່​ໄດ້.”

ພວກ​ນັກ​ຊ່ຽວ​ຊານ​ສະ​ປະ​ຊາ​ຊາດໄດ້​ພາ​ກັນ​ອອກ​ມາ​ຖະ​ແຫຼງ ໃນ​ຂະ​ນະ​ທີ່​ການ​ເດີນ​ຂະ​ບວນ​ປະ​ທ້ວງ​ຍັງ​ດຳ​ເນີນ​ຕໍ່​ໄປ​ໃນທົ່ວ​ປະ​ເທດ​ອີ​ຣ່ານ. ​ຫຼາຍໆ​ພາກ​ສ່ວນ​ຂອງ​ສັງ​ຄົມ​ໄດ້​ພາ​ກັນ​ປະ​ທ້ວງ​ຕໍ່​ຫຼາຍໆ​ບັນ​ຫາຮວມ​ທັງ​ເງິນ​ເດືອນ​ຕ່ຳ ​ສະ​ພາບ ​ຢູ່​ບ່ອນ​ເຮັດ​ວຽກ​ບໍ່​ປອດ​ໄພ ອັດ​ຕາ​ເງິນ​ເຟີ້​ສູງ ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ລັດ​ຖະ​ບານ ແລະ​ການ​ກົດ​ຂີ່​ທາງ​ດ້ານ​ການ​ເມືອງ. ພວກ​ນັກ​ຊ່ຽວ​ຊານ​ຂອງ​ສະ​ຫະ​ປະຊາ​ຊາດ​ຍັງ​ໃຫ້​ຂໍ້​ສັງ​ເກດ​ວ່າກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ໄດ້​ຕອບ​ໂຕ້ “​ດ້ວຍ​ກຳ ລັງ​ທີ່​ເກີນ​ຂອບ​ເຂດ.” ມີ​ພວກ​ປະ​ທ້ວງ​ຢ່າງ​ນ້ອຍ 5 ຄົນ​ຖືກ​ຂ້າ​ຕາຍນັບ​ແຕ່​ເລີ້ມ​ມີ​ການ​ປະ​ທ້ວງ​ເມື່ອ​ເດືອນ​ພຶດ​ສະ​ພາແລະ​ຫຼາຍ​ຄົນ​ຍັງ​ຖືກ​ທຸບ​ຕີ. ຍິ່ງ​ໄປ​ກວ່າ​ນັ້ນ ຍັງມີ​ພວກ​ປະ​ທ້ວງ​ຫຼາຍ​ສິ​ບ​ຄົນ​ໄດ້​ຖືກ​ຈັບ ແລະ​ລັດ​ຖະ​ບານ​ໄດ້​ປິດ​ການ​ບໍ​ລິ​ການ​ອິນ​ເຕີ​ແນັດ​ ຢູ່​ໃນ​ຫຼາຍ​ຫົວ​ເມືອງ.

ໃນ​ການ​ໃຫ້​ການ​ຕໍ່​ສະ​ພາ​ສູງ​ສະ​ຫະ​ລັດ​ນັ້ນ ທ່ານ​ໂຣ​ເບີດ ມ​າ​ລ​ລີ ທູດ​ພິ​ເສດ​ສະ
ຫະ​ລັດ ຮັບ​ຜິດ​ຊອບ​ໃນ​ເລື້ອງ​ອີ​ຣ່ານ ກ່າວ​ວ່າ “ການ​ປະ​ທ້ວງ​ທີ່​ພວກ​ເຮົາ​ເຫັນ​ຢູ່​ໃນ​ປະ​ເທດ​ອີ​ຣ່ານ​ເວ​ລານີ້ ແມ່ນ​ມາ​ດ​ຕະ​ການ ຂອງ​ລັດ​ຖະ​ບານສໍ້​ລາດ​ບັງ​ຫຼວງ​ແລະ​ການ​ບໍ​ລິ​ຫານງານ​ທີ່​ພິດ​ພາດ​ ແລະ​ການ​ຕອບ​ໂຕ້​ຢ່າງ​ໂຫດ​ຮ້າຍ​ປ່​າ​ເຖື່ອນ ​ຕໍ່​ການ​ປະ​ທ້ວງນັ້ນ ແມ່ນ​ເປັນ​ການ​ເຕືອນ ​ກ່ຽວ​ກັບ​ການ​ລົ້ມລະ​ລາຍ​ທາງ​ດ້ານ​ສິນ​ທຳ​ຂອງ​ລັດ​ຖະ​ບານ.”

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ເນດ ໄພ​ຣ​ສ໌ ໄດ້​ຕົບ​ມື​ຊົມ​ເຊີຍ ຕໍ່​ຜົນ​ງານ​ຂອງ​ພວກ​ນັກ​ຊ່ຽວ​ຊານ ​ດ້ານ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ ແລະ​ໄດ້​ປະ​ກາດ​ວ່າ ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ພ​ວກ​ເຂົາ​ເຈົ້າ ​ກ່ຽວ​ກັບ​ການ​ໃຊ້​ກຳ​ລັງ​ເກີນ​ຂອບ​ເຂດຕໍ່​ພວກ​ປະ​ທ້ວງ “ແມ່ນ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ຢ່າງແນ່​ນອນ​ຂອງ​ພວກ​ເຮົາ.”

ທ່ານ​ເນດ ໄພ​ຣ​ສ໌ ກ່າວ​ວ່າ “ພວກ​ເຮົາ​ຂໍ​ປະ​ນາມ ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ພວກ​ປ​ະ​ທ້ວງ​ແບບ​ສັນ​ຕິ. ພວກ​ເຮົາ​ສະ​ໜັບ​ສະ​ໜຸນ ສິດ​ທິ​ມະ​ນຸດ​ຂອງ​ຊາ​ວ​ອີ​ຣ່ານ ຕໍ່​ການ​ໂຮມ​ຊຸມ​ແບບ​ສັນ​ຕິແລະ​ໄດ້​ສະ​ແດງ​ອອກ​ຄວາມ​ຄິດ​ຄວາມ​ເຫັນ ໂດຍ​ປາ​ສ​ະ​ຈາກ​ຄວາມ​ຢ້ານ​ກົວຫຼື​ຄວາມ​ຮຸນ​ແຮງ​ໃດໆ.”

ທ່ານ​ເນດ​ ໄພ​ຣ​ສ໌ ໃຫ້​ຂໍ້​ສັງ​ເກດ​ວ່າ ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດໄດ້​ອະ​ນຸ​ມັດໃຫ້​ມີ​ການ​ນຳ​ໃຊ້​ຊົ່ວ​ຄາວຊອບ​ແວ​ໃນ​ການ​ຕິດ​ຕໍ່​ກັບ​ສ່ວນ​ບຸກ​ຄົນ​ຢ່າງກວ້າງ

​ຂວາງ ແລະ​ການ​ບໍ​ລິ​ການ​ຕໍ່​ຊາວ​ອີ​ຣ່ານ. “ພວກ​ເຮົາ​ຈະ​ສື​ບ​ຕໍ່​ເຮັດ​ວຽກ ​ກັບ​ພາກ​ ​ເອ​ກ​ກະ​ຊົນ​ ແລະ​ກະ​ຊວງ​ການ​ເງິນ​ຈະ​ລະ​ບຸ​ການ​ເອົາ​ມາດ​ຕະ​ການ​ເພີ້ມ​ຕື່ມ ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ ແລະ​ອຳ​ນວຍ​ຄວາມ​ສະ​ດວກ ໃຫ້​ມີ​ການ​ຫຼັ່ງ​ໄຫຼ​ໄປ​ມາ​ຂອງ​ຂໍ້​ມູນ​ຂ່າວ​ສານ​ຢູ່​ໃນ​ປະ​ເທດ​ອີ​ຣ່ານ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ.

ມາ​ຈົນ​ເຖິງ​ເວ​ລານີ້ ສະ​ຫະ​ລັດ​ໄດ້​ທຳ​ການ​ລົງ​ໂທດ ​ຕໍ່​ເຈົ້າ​ໜ້າ​ທີ່​ອີ​ຣ່ານ​ຫຼາຍໆ​ສິບ​ຄົນ ແລະ​ບັນ​ດາ​ບໍ​ລິ​ສັດ ທີ່​ພົວ​ພັນ​ກັບ​ການ​ກົດ​ຂີ່​ຕໍ່​ພວກ​ປະ​ທ້ວງ ແລະ​ພວກ​ນັກ​ເຄື່ອນ​ໄຫວ ​ຂອງ​ກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນ ​ແລະ​ອົງ​ການ​ຕ່າງໆ. ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເນດ ໄພ​ຣ​ສ໌ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ “ສະ​ຫະ​ລັດ​ຈະ​ສືບ​ຕໍ່​ຖື​ວ່າ​ອີ​ຣ່ານ​ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ ທີ່​ເກີດ​ຂຶ້ນ​ພາຍ​ໃນ​ປະ​ເທດ​ອີ​ຣ່ານ​ເອງ. ພວກ​ເຮົາ​ຈະ​ສືບ​ຕໍ່ ​ຖື​ວ່າ​ອີ​ຣ່ານ​ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່​ທຸກໆ​ກິດ​ຈະ​ກຳ​ທີ່​ຊົ່ວ​ຮ້າຍ​ ທີ່​ອີ​ຣ່ານ​ໄດ້​ກະ​ທຳ​ໄປ​ນັ້ນ.

XS
SM
MD
LG