Accessibility links

Breaking News

ບົດບັນນາທິການ: ອົງ​ການຢູເສດ ຊ່ວຍຢູເຄຣນ ໃຫ້ລອດພົ້ນ ລະດູໜາວນີ້


ຫົວ​ໜ້າ​ອົງ​ການ​ຢູ​ເສດ ທ່ານ​ນາງ​ຊາ​ແມນ​ຕ້າ ພາວ​ເວີ ໃນ​ລະ​ຫວ່າງ​ການ​ໄປ​ຢ້ຽມ​ຢາມ​ຊາວ​ໄຮ່​ຊາວ​ນາ ທີ່​ໄດ້​ຮັບ​ໂດ​ຣນ​ຫວ່ານ​ຢາ ຈາກ​ອົງ​ການ​ຢູ​ເສດ ໃນ​ເຂດ​ຊານ​ເມືອງ ນະ​ຄອນ​ຫຼວງ​ກີ​ຢິບ ປະ​ເທດ​ຢູ​ເຄ​ຣ​ນ ເມື່ອ​ວັນ​ທີ 6 ຕຸ​ລາ 2022.
ຫົວ​ໜ້າ​ອົງ​ການ​ຢູ​ເສດ ທ່ານ​ນາງ​ຊາ​ແມນ​ຕ້າ ພາວ​ເວີ ໃນ​ລະ​ຫວ່າງ​ການ​ໄປ​ຢ້ຽມ​ຢາມ​ຊາວ​ໄຮ່​ຊາວ​ນາ ທີ່​ໄດ້​ຮັບ​ໂດ​ຣນ​ຫວ່ານ​ຢາ ຈາກ​ອົງ​ການ​ຢູ​ເສດ ໃນ​ເຂດ​ຊານ​ເມືອງ ນະ​ຄອນ​ຫຼວງ​ກີ​ຢິບ ປະ​ເທດ​ຢູ​ເຄ​ຣ​ນ ເມື່ອ​ວັນ​ທີ 6 ຕຸ​ລາ 2022.

ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ມີຄວາມຕັ້ງໃຈທີ່ຈະໃຊ້ລະດູໜາວ ເປັນອາວຸດສົງຄາມ ນັ້ນຄືຄຳປະກາດ ຂອງຫົວໜ້າອົງການພັດທະນາສາກົນຂອງສະຫະລັດ ຫຼືຢູເສດ ທ່ານນາງຊາແມນຕາ ພາວເວີ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ໃຊ້​ລະ​ດູ​ໜາວ​ເປັນ​ອາ​ວຸດ​ສົງ​ຄາມ ນັ້ນ​ຄື​ຄຳ​ປະ​ກາດ​ຂອງ​ຫົວ​ໜ້າ​ອົງ​ການ​ພັດ​ທະ​ນາ​ສາ​ກົນ​ຂອງ​ສະ​ຫະ​ລັດ ຫຼື​ຢູ​ເສດ ທ່ານ​ນາງ​ຊາ​ແມນ​ຕາ ພາວ​ເວີ. ໂດຍ​ເພີ້ມ​ທະວີ​ການ​ໂຈມ​ຕີ​ໃສ່​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ພົນ​ລະ​ເຮືອນ​ນັ້ນ ກອງ​ກຳ​ລັງ​ຂອງ​ຣັດ​ເຊຍ​ໄດ້​ຂົ່ມ​ຂູ່​ທີ່ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນ​ຫຼາຍ​ຮ້ອຍ​ພັນ​ຄົນບໍ່​ມີ​ອາຍ​ອຸ່ນ ແລະ​ໄຟ​ຟ້າ​ໃຊ້ ໃນ​ຊຸມ​ເດືອນ ​ທີ່​ໜາວ​ທີ່​ສຸດ​ຂອງ​ປີ. ​ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ ຊ່ວຍ​ເຫຼືອຊາວ​ຢູ​ເຄ​ຣນ ​ປ້ອງ​ກັນ​ຕໍ່​ການ​ນຳ​ໃຊ້​ກົນ​ລະ​ຍຸດ​ດັ່ງ​ກ່າວ ທ່ານ​ນາງ​ໄດ້​ປະ​ກາດການ​ໃຫ້​ເງິນ​ເພີ້ມ​ຕື່ມ 55 ລ້ານ​ໂດ​ລາ ເພື່ອ​ໃຫ້​ຊາວ​ຢູ​ເຄ​ຣນ​ມີ​ອາຍ​ອຸ່ນໃຊ້ ​ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເມື່ອ​ໄວໆ​ມານີ້​.

ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນນີ້ ທ່ານ​ຊາ​ແມນ​ຕາ ພາວ​ເວີ ກ່າວ​ວ່າ ຈະ​ຊ່ວຍ​ຊາວ​ຢູ​ເຄ​ຣນ​ຫຼາຍ​ເຖິງ 7 ລ້ານ​ຄົນ ມີ​ອາຍ​ອຸ່ນ​ໃຊ້​ໃນ​ລະ​ດູ​ໜາວນີ້. “ພວກ​ເຮົາຮູ້​ວ່າ ມີ​ຄວາມ​ຈຳ​ເປັນ​ເພີ້ມ​ຕື່ມ ແລະ​ພວກ​ເຮົາ​ກຳ​ລັງ​ເຮັດ​ວຽກ​ຮ່ວມ​ກັບ​ປະ​ເທດຕ່າງໆ ຜູ້​ບໍ​ລິ​ຈາກ​ອື່ນໆ ເພື່ອ​ສຶກ​ສາ​ເບິ່ງ​ບັນ​ຫາ​ທີ່​ມີ​ຄວາມ​ຫຼໍ່​ແຫຼມທາງ​ດ້ານ​ພະ​ລັງ​ງານ ໄຟ​ຟ້າ ແລະ​ແກັ​ສ​ທຳ​ມະຊາດ.

ທ່ານ​ນາງ​ຊາ​ແມນ​ຕາ ພາວ​ເວີ​ ໄດ້​ພົບ​ປະ​ກັບ​ພວກ​ພໍ​ໄຮ່​ຊາວ​ນາ ທີ່​ດິນ​ດອນ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ຢຶດ​ຄອງ​ໂດຍ​ກຳ​ລັງ​ຣັດ​ເຊຍ ແລະ​ຫຼັງ​ຈາກນັ້ນ​ກໍ​ໄດ້​ຖືກ​ປົດ​ປ່ອຍ ທີ່​ພົບ​ເຫັນ​ວ່າ​ອຸບ​ປະ​ກອນ​ເຮັດ​ໄຮ່​ເຮັດ​ນາ​ຂອງ​ພວກ​ເຂົ​າ​ເຈົ້າຖືກລັກ​ຂະ​ໂມຍ​ໄປຫຼື​ບໍ່​ກໍ​ຖືກ​ທຳ​ລາຍ ແລະ​ບາງ​ຄົນ​ກໍ​ພົບ​ວ່າໄຮ່​ນາ​ຮົ້ວ​ສວນ​ແລະ​ເຮືອນ​ຊານ​ຂອງ​ພວກ​ເຂົາ​ເຈົ້າ ​ມີ​ການ​ຫ້າງ​ລະ​ເບີດ​ໃສ່. ນອກນັ້ນ ທ່ານ​ນາງ​ຍັງ​ໄດ້​ພົບ​ພໍ້​ກັບ​ພວກ​ພໍ່​ໄຮ່​ຊາວ​ນາທີ່​ໄດ້​ເກັບ​ກ່ຽວ​ຜົນ​ລະ​ປູກ​ຂອງ​ພວກ​ເຂົາ​ເຈົ້າ ແລະ​ຈົນ​ເທົ່າ​ໄດ້ມີຂໍ້​ຕົກ​ລົງ​ທະ​ເລ​ດຳ ​ທີ່​ໄກ່​ເກ່ຍ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ເທີ​ກີ ພວກເຂົາ​ເຈົ້າ​ແມ່ນ​ບໍ່​ມີ​ທາງ​ເລີຍ ທີ່​ຈະ​ສົ່ງ​ເຂົ້າ​ເບ​ລ່​ຂອງ​ພວກ​ເຂົາ​ເຈົ້າ​ອອກ​ໄປ​ຂາຍ​ຢູ່​ໃນ​ຕ່າງ​ປະ​ເທດ​ໄດ້. ອົງ​ການ​ຢູ​ເສດ​ໄດ້​ປະ​ກາດ​ເມື່ອ​ຫຼາຍໆ​ເດືອນ​ຜ່ານ​ມານີ້​ກ່ຽວກັບ​ຂໍ້​ລິ​ເລີ້ມ​ກະ​ສິ​ກຳ​ຢູ​ເຄ​ຣນຊຶ່ງ​ເປັນ​ໂຄງ​ການ​ໃນ​ມູນ​ຄ່າ 100 ລ້ານ​ໂດ​ລາ​ເພື່ອສະ​ໜັບ​ສະ​ໜຸນ​ພວກ​ພໍ່​ໄຮ່​ຊາວ​ນາ​ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ ​ຊອກ​ຫາ​ຊ່ອງ​ທາງ​ທີ່​ຈະຂົນ​ສົ່ງ​ອາ​ຫານ​ປະ​ເພດ​ເມັດໃນ​ປະ​ລິ​ມານ​ເພິ້ີ້ມ​ຂຶ້ນ​ຂອງ​ພວກ​ເຂົາ​ເຈົ້າ ​ໂດຍ​ທາງ​ພາກ​ພື້ນ​ດິນ ທາງ​ລົດ​ໄຟ ແລະ​ທາງ​ອາ​ກາດ.

ໂຄງ​ການ​ກະ​ສິ​ກຳ​ຢູ​ເຄ​ຣນ ແມ່ນ​ມີ​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ ເພື່ອ​ຊ່ວຍ​ໃຫ້​ຊາວ​ຢູ​ເຄ​ຣນ​ສາ​ມາດ​ຢືນຢູ່ດ້ວຍ​ລຳ​ແຂ່ງ​ຂອງ​ໂຕ​ເອງ ​ໃນ​ຂະ​ນະ​ທີ່​ປະ​ເທດ​ດັ່ງ​ກ່າວ​ຍັງ​ຈະ​ຕ້ອງ​ສືບ​ຕໍ່​ດຳ​ເນີນ​ການ ​ເພື່ອ​ໃຫ້​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ສະ​ໜາມ​ລົບ. ເສດ​ຖະ​ກິດ​ຢູ​ເຄ​ຣນ ​ບໍ່​ສາ​ມາດ​ທີ່​ຈະ​ລໍ​ຖ້າ ​ການ​ສິ້ນ​ສຸດ​ລົງ​ຂອງ​ບັນ​ຫາ​ຂັດ​ແຍ້ງ ​ຢ່າງ​ເປັນ​ທາງ​ການ ນັ້ນ​ຄື​ຄຳ​ເຕືອນ ​ຂອງ​ທ່ານ​ນາງ​ຊາ​ແມນ​ຕາ ພາວ​ເວີ. ພວກ​ນາຍ​ຄູ ຂ້າ​ລັດ​ຖະ​ການ ເຈົ້າ​ຂອງ​ຫ້າງ​ຮ້ານ ແລະ​ຜູ້​ຄົນ​ໃນ​ທຸກໆ​ວີ​ຊາ​ຊີບ ທີ່​ຕ້ອງ​ການ​ຢາກ​ເຮັດ​ວຽກ​ຢູ່​ທີ່ນີ້ ແລະ​ໃນ​ເວ​ລາ​ນີ້ ແລະ​ເງິນ​ລາຍ​ໄດ້​ຈາກ​ພາ​ສີ​ທີ່​ພວກ​ເຂົາ​ເຈົ້າ​ຈ່າຍ​ໃຫ້​ນັ້ນ ແມ່ນ​ມີ​ຄວາມ​ສຳ​ຄັນ​ສຳ​ລັບ​ເຮັ​ດ​ໃຫ້​ຢູ​ເຄ​ຣນ​ສາ​ມາດ​ກັບ​ຄືນ​ມາ​ຢືນ​ຢູ່​ດ້ວຍ​ລຳ​ແຂ່ງ​ຂອງ​ຕົນ​ເອງ​ຄືນ​ອີກ.

ຫົວ​ໜ້າ​ອົງ​ການ​ຢູ​ເສດ ທ່ານ​ນາງ​ຊາ​ແມນ​ຕາ ພາວ​ເວີ ປະ​ກາດ​ວ່າ “ຂໍ້​ສະ​ຫຼຸບ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ທີ່ນີ້ ກໍ​ຍັງ​ຄື​ເກົ່າ. ສະ​ຫະ​ລັດ ພວກ​ເຮົາ​ຊາວ​ອາ​ເມ​ຣິ​ກັນ ຢືນ ​ຢູ່​ກັບປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນໃນ​ຍາມ​ທີ່​ພວກ​ເຂົາ​ເຈົ້າ​ຕ້ອງ​ການແລະ​ພວກ​ເຮົາ​ຈະ​ຢືນຢູ່​ກັບ​ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນ ຕາບ​ໃດ​ທີ່​ຍັງ​ມີ​ຄວາມ​ຕ້ອງ​ການ ພວກ​ເຮົາ​ຢູ່. ພວກ​ເຮົາ​ຮັບຮູ້​ເຖິງ​ຄວາມ​ຫຍຸ້ງ​ຍາກ ຄວາມ​ໜ້າ​ຢ້ານ​ກົວ ​ທີ່​ປະ​ຊາ​ຊົນ ​ຂອງ​ປະ​ເທດ​ອັນ​ຍິ່ງ​ໃຫຍ່​ແຫ່ງນີ້​ໄດ້​ຮັບ​ໂດຍ​ບໍ່​ມີ​ເຫດ​ຜົນ​ໃດໆ​ເລີຍ. ແລະ​ພວກ​ເຮົາ​ຢາກ​ຈະ​ເຮັດ​ທຸກ​ສິ່ງ​ຢ່າງ​ທີ່​ຢູ່​ໃນ​ຄວາມ​ສາ​ມາດ​ຂອງ​ພວກ​ເຮົາ ເພື່ອ​ຊ່ວຍ​ບັນ​ດາ​ພາ​ຄີ​ຂອງພວກ ​ເຮົາໃນ​ພາກ​ພື້ນ​ດິນ ສາ​ມາດ​ຜ່ານ​ຜ່າ ບໍ່​ພຽງ​ແຕ່​ໃນ​ລະ​ດູ​ໜາວ​ເທົ່າ​ນັ້ນ ແຕ່​ໃນໃນ​ວິ​ກິດ​ການຫຼາຍໆ​ຮູບ​ແບບ​ທີ່​ມະ​ນຸດ​ເຮັດ​ຂຶ້ນນັ້ນນຳ​ດ້ວຍ.

XS
SM
MD
LG