ບົດບັນນາທິການ: ການປະຕິບັດ ຕໍ່ພວກນັກຂ່າວຕ່າງປະເທດ ຂອງ ສປ ຈີນ ເປັນທີ່ຮັບເອົາບໍ່ໄດ້

ນັກຂ່າວໜັງສືພິມວອລສຕຣີດເຈີໂນ Stu Woo (ຂວາ) ພວມແທນອຸນຫະພູມ ໃນຂະນະທີ່ເພື່ອຮ່ວມງານ Julie Wernau ລໍຖ້າ ໃນຂະນະທີ່ພວກເຂົາເຈົ້າໄປເຖິງສະໜາມບິນສາກົນປັກກິ່ງ ໃນລະຫວ່າງຖືກຂັບໄລ່ອອກຈາກຈີນ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

“ສະຫະລັດ ມີຄວາມເປັນຫ່ວງກັງວົນຢ່າງເລິກເຊິ່ງ ກ່ຽວກັບການຕິດຕາມສິ້ງຊອມຢ່າງເຂັ້ມງວດ ການຮາວີລົບກວນ ແລະການຂົ່ມຂູ່ເພີ້ມຂຶ້ນ ຕໍ່ພວກນັກຂ່າວຂອງສະຫະລັດ ແລະນັກຂ່າວຕ່າງປະເທດອື່ນໆຢູ່ໃນສາທາລະນະລັດປະຊາຊົນຈີນ” ນັ້ນຄືຄຳເວົ້າຂອງທ່ານເນດ ໄພຣສ໌ ໂຄສົກຂອງກະຊວງການຕ່າງປະ ເທດສະຫະລັດ.

ຢູ່ໃນບົດຖະແຫຼງຂ່າວນັ້ນ ທ່ານເນດ ໄພຣສ໌ ໄດ້ກ່າວອ້າງເຖິງໂຕຢ່າງໃນການຮາວີລົບກວນເມື່ອໄວໆມານີ້ ແມ່ນການຂົ່ມຂູ່ທີ່ເປັນໄພອັນຕະລາຍ ຕໍ່ພວກນັກຂ່າວຕ່າງປະເທດທີ່ລາຍງານຂ່າວກ່ຽວກັບໄພນ້ຳຖ້ວມ ແລະການເສຍຊີວິດຢູ່ທີ່
ແຂວງເຫໜານ ໃນພາກກາງຂອງປະເທດຈີນ. ພວກນັກຂ່າວຫຼາຍໆຄົນໄດ້ຖືກຂົ່ມຂູ່ຕໍ່ການໃຊ້ຄວາມຮຸນແຮງໂດຍທາງອອນລາຍນ໌ ແລະບາງຄົນກໍໄດ້ປະເຊີນໜ້າແບບຕົວຈິງກັບຝູງຄົນທີ່ມີຄວາມໂກດແຄ້ນ. ດັ່ງທີ່ໂຄສົກຂອງກະຊວງການຕ່າງປະເທດເນດ ໄພຣສ໌ ໄດ້ຂຽນລົງໄປນັ້ນ ການທີ່ ສປ ຈີນ “ໃຊ້ສຳນວນໂວ
ຫານທີ່ຮຸນແຮງ ຊຸກຍູ້ໂດຍຜ່ານສື່ມວນຊົນຂອງທາງການ ຕໍ່ອົງການຂ່າວໃດໆກໍຕາມ ທີ່ຕົນມອງເຫັນວ່າ ຕ້ອງຕິນະໂຍບາຍຂອງ ສປ ຈີນນັ້ນ ໄດ້ກໍ່ໃຫ້ເກີດ ມີຄວາມຮູ້ສຶກໃນທາງລົບຂອງປະຊາຊົນ ຊຶ່ງນຳໄປສູ່ຄວາມເຄິ່ງຕຶງ ການປະເຊີນ
ໜ້າດ້ວຍບຸກຄົນ ແລະການຮາວີລົບກວນ ຮວມທັງ ການລ່ວງລະເມີດດ້ວຍຄຳເວົ້າທາງອອນລາຍນ໌ ແລະການຂົ່ມຂູ່ຈະເອົາຊີວິດ ຕໍ່ພວກນັກຂ່າວ ທີ່ພຽງແຕ່ເຮັດໜ້າທີ່ຂອງພວກເຂົາເຈົ້າເທົ່ານັ້ນ.”

ໃນກອງປະຊຸມຖະແຫຼງຂ່າວເມື່ອໄວໆມານີ້ໂຄສົກຂອງກະຊວງການຕ່າງປະເທດຈີນ ທ່ານຈາວ ຫຼີຈ້ຽນກ່າວອ້າງວ່າ “ບັນຍາກາດສຳລັບການລາຍງານຂ່າວຂອງພວກນັກຂ່າວຕ່າງປະເທດຢູ່ໃນປະເທດຈີນ ແມ່ນເສລີ ແລະເປີດກວ້າງ.” ແຕ່ນີ້ແມ່ນບໍ່ຖືກຕ້ອງ. ລາຍງານປະຈຳປີ ຂອງສະໂມສອນນັກຂ່າວຕ່າງປະເທດຢູ່ຈີນ
ກ່ຽວກັບອິດສະຫຼະພາບຂອງສື່ມວນຊົນພົບວ່າ 82 ເປີເຊັນ ຂອງພວກທີ່ຖືກສຳຫຼວດ ກ່າວວ່າ ພວກເຂົາເຈົ້າໄດ້ປະເຊີນ ກັບການເຂົ້າແຊກແຊງ ຮາວີລົບກວນຫຼືບໍ່ກໍໃຊ້ຄວາມຮຸນແຮງໃນຂະນະທີ່ເຮັດລາຍງານ.

ລາຍງານວ່າດ້ວຍການເຄົາລົບນັບຖືສິດທິມະນຸດ ຂອງກະຊວງການຕ່າງປະເທດສະຫະລັດກ່ຽວກັບ ສປ ຈີນ ໃຫ້ຂໍ້ສັງເກດວ່າ “ການຮາວີລົບກວນ ຂອງລັດຖະ ບານ ຕໍ່ພວກນັກຂ່າວຕ່າງປະເທດ ແມ່ນມີຄວາມຮຸນແຮງເປັນພິເສດ ຢູ່ໃນເຂດຊິນຈຽງ” ຮວມທັງການຕິດຕາມສອດແນມຢູ່ຕະຫຼອດເວລາ ຈັດໃຫ້ມີອຸປະຕິເຫດເກີດຂຶ້ນຢູ່ຕາມເສັ້ນທາງ ອັດຖະໜົນ ແລະການໂຈມຕີທາງໄຊເບີ້. ນອກນັ້ນລາຍງານຍັງໄດ້ກ່າວເຖິງ ການຂັບໄລ່ນັກຂ່າວ ໃນປີ 2020 ຂອງວາລະສານ ວອລສຕຣີດແລະການລະບຸຊື່ຂອງໜັງສືພິມວໍຊິງຕັນໂພສທ໌ ວາລະສານວອລ- ສຕຣີດ ແລະສຽງອາເມຣິກາ ໂດຍລັດຖະບານວ່າ ເປັນຄະນະປະຕິບັດງານຂອງຕ່າງປະເທດ “ໂດຍບັງຄັບໃຫ້ອົງການຂ່າວທັງ 3 ລາຍງານຢ່າງລະອຽດໃຫ້ລັດຖະບານຮູ້ ກ່ຽວກັບເລື້ອງພະນັກງານ ການເງິນ ແລະການປະຕິບັດງານຂອງພວກເຂົາເຈົ້າ ຢູ່ພາຍໃນປະເທດຈີນ.”

ຍິ່ງໄປກວ່ານັ້ນ ກະຊວງການຕ່າງປະເທດ ລາຍງານວ່າ ຂັ້ນຕອນໃນການຂໍຕໍ່ວີຊາ ໄດ້ຖືກເຈົ້າໜ້າທີ່ ສປ ຈີນ ທ້າທາຍຕໍ່ພວກນັກຂ່າວແລະບັງຄັບໃຫ້ພວກນັກຂ່າວໃນຈຳນວນຕື່ມຂຶ້ນຕ້ອງໄດ້ອອກຈາກປະເທດ ໃນຂະນະທີ່ພະນັກງານທ້ອງຖິ່ນທີ່ເຮັດວຽກໃຫ້ແກ່ອົງການຂ່າວຕ່າງປະເທດ ໄດ້ຖືກຮາວີລົບກວນແລະຂົ່ມຂູ່ເພີ້ິ້ມຂຶ້ນ.

ການປຸກລະດົມທີ່ເພີ້ິ້ມທະວີຂຶ້ນຂອງປັກກິ່ງຕໍ່ສື່ມວນຊົນຂອງຕ່າງປະເທດ ມີຂຶ້ນພຽງບໍ່ເທົ່າໃດເດືອນ ກ່ອນທີ່ຈີນເປັນເຈົ້າພາບຈັດການແຂ່ງຂັນກິລາໂອລິມປິກລະດູໜາວ ປີ 2022. ໂຄສົກກະຊວງການຕ່າງປະເທດເນດ ໄພຣສ໌ ຮຽກຮ້ອງໃຫ້ ສປ ຈີນ “ປະຕິບັດຕົນ ເປັນປະເທດທີ່ມີຄວາມຮັບຜິດຊອບ ເພື່ອໃຫ້ການຕ້ອນຮັບສື່ມວນຊົນຂອງຕ່າງປະເທດ ແລະຂອງໂລກ” ໄປຮ່ວມການແຂ່ງຂັນກິລາໂອລິມປິກ.

ທ່ານໃຫ້ຂໍ້ສັງເກດວ່າ ໃນການພົບປະຂອງທ່ານນາງ ກັບເຈົ້າໜ້າທີ່ ສປ ຈີນ ທີ່ເມືອງທຽນຈິງ ເມື່ອໄວໆມານີ້ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຂອງສະຫະລັດ ທ່ານນາງວິນດີ ເຊີແມນ ໄດ້ຍົກເອົາເລື້ອງຄວາມສຳຄັນໃນການເປີດກວ້າງຂອງສື່ມວນຊົນ ສິດເສລີພາບຈາກການຖືກຮາວີລົບວນ ແລະອິດສະຫລະພາບດ້ານການຂ່າວ ຂຶ້ນມາໂອ້ລົມກັນ. ທ່ານເນດ ໄພຣສ໌ ກ່າວວ່າ “ພວກເຮົາຂໍຮຽກຮ້ອງໃຫ້ເຈົ້າໜ້າທີ່ ສປ ຈີນ ຈົ່ງໃຫ້ການຄ້ຳປະກັນວ່າ ພວກນັກຂ່າວຍັງມີຄວາມປອດໄພ ແລະສາມາດລາຍງານຂ່າວໄດ້ຢ່າງເສລີ.”