ບົດບັນນາທິການ: ຄວາມສຳພັນ ລະຫວ່າງ ສະຫະລັດ ກັບ ຫວຽດນາມ ຍັງສືບຕໍ່ຂະຫຍາຍຕົວ

ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ຈັດກອງປະຊຸມຖະແຫຼງຂ່າວ ກ່ອນເດີນທາງອອກຈາກຫວຽດນາມ ເມື່ອວັນທີ 26 ສິງຫາ 2021.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ນັບຕັ້ງແຕ່ໄດ້ມີການສ້າງຕັ້ງ ສາຍພົວພັນແບບປົກກະຕິທາງດ້ານການທູດໃນປີ 1995 ຄວາມສໍາພັນລະຫວ່າງສະຫະລັດ ກັບປະເທດຫວຽດນາມກໍໄດ້ກ້າວໄປ ສູ່ຈຸດ ບ່ອນທີ່ປະເທດທັງສອງໃນເວລານີ້ໄດ້ມີການຮ່ວມມືກັນຢ່າງກວ້າງຂວາງ ໃນຫຼາຍໆບັນຫາ. ຮວມທັງການຕໍ່ສູ້ກັບໂຄວິດ-19, ການຮັບມືກັບວິກິດການດ້ານດິນຟ້າອາກາດ ແລະການຊຸກຍູ້ຮ່ວມກັນກ່ຽວກັບໂອກາດທາງດ້ານ
ເສດຖະກິດ.

ໃນການເດີນທາງໄປຢ້ຽມຢາມຫວຽດນາມເມື່ອໄວໆມານີ້ ຮອງປະທານາທິຄາມາລາ ແຮຣິສ ໄດ້ປະກາດວ່າ ສະຫະລັດ ຈະບໍລິຈາກຢາວັກຊີນ ຟາຍເຊີ ກັນໂຄວິດ-19 ຕື່ມອີກ 1 ລ້ານໂດສໃຫ້ແກ່ຫວຽດນາມເຮັດໃຫ້ການບໍລິຈາກຢາວັກຊີນທັງໝົດໃຫ້ປະເທດດັງກ່າວເພີ້ມຂຶ້ນເປັນຫຼາຍກວ່າ 6 ລ້ານໂດສ. ອົງການຊ່ວຍເຫຼືອລະຫວ່າງປະເທດຂອງສະຫະລັດ ຫຼື USAID ແລະສູນກາງຄວບຄຸມແລະ
ປ້ອງກັນພະຍາດຂອງສະຫະລັດພວມສະໜອງການຊ່ວຍເຫຼືອທາງດ້ານເຕັກນິກເພີ້ມຕື່ມແກ່ຫວຽດນາມ 23 ລ້ານໂດລາ ເພື່ອເລັ່ງລັດການຈັດສົ່ງວັກຊີນກັນໂຄວິດ-19 ໄປໃຫ້ຫວຽດນາມ ເສີມຄວາມເຂັ້ມແຂງໃຫ້ແກ່ລະບົບຮັກສາສຸຂະພາບຂອງຫວຽດນາມໃນການຮັບມືກັບໂຄວິດ-19 ແລະ ເສີມສ້າງຄວາມສາມາດໃນການກວດແລະຕິດຕາມເບິ່ງໄພຂົ່ມຂູ່ໃນອະນາຄົດຂອງໂຄວິດ-19.

ເວລານີ້ ສະຫະລັດແມ່ນຄູ່ການຄ້າທີ່ໃຫຍ່ທີ່ສຸດອັນດັບ 2 ຂອງຫວຽດນາມແລະອັນດັບ 1 ໃນການສົ່ງອອກສິນຄ້າໄປຍັງທົ່ວໂລກ. ອົງການ USAID ແລະສະພາການຄ້າແລະອຸດສາຫະກຳຫວຽດນາມໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອເສີມຄວາມເຂັ້ມແຂງ ໃນການແຂ່ງຂັນຂອງຫວຽດນາມ ຂະຫຍາຍໂອກາດໃນດ້ານການຕະຫຼາດ ສຳລັບບໍລິສັດຂອງສະຫະລັດ ແລະເສີມຂະຫຍາຍຄວາມເຂັ້ມແຂງ ຕໍ່ນະໂຍບາຍສິ່ງແວດລ້ອມຂອງຫວຽດນາມ ຫຼຸດຜ່ອນການປ່ອຍແກັສເຮືອນແກ້ວ ແລະແກ້ໄຂວິກິດການດ້ານດິນຟ້າອາກາດ.

ລັດຖະບານຂອງປະທານາທິບໍດີໄບເດັນ ແລະທ່ານນາງແຮຣິສ ຈະຖືກເອົາບັນ ຫາດ້ານສິດທິມະນຸດ ເປັນຈຸດສູນກາງ ຂອງນະໂຍບາຍການຕ່າງປະເທດ. ໃນຂະນະທີ່ຢູ່ໃນຫວຽດນາມ ຮອງປະທານາທິບໍດີແຮຣິສໄດ້ສະແດງຄວາມສະໜັບສະໜຸນຕໍ່ກຸ່ມສັງຄົມພົນລະເຮືອນຂອງຫວຽດນາມແລະສະແດງການສະໜັບສະ
ໜຸນຕໍ່ອິດສະຫຼະພາບໃນການປາກເວົ້າ ອິດສະຫຼະພາບໃນການເຊື່ອຖືແລະສິດເສລີພາບໃນການຄົບຄ້າສະມາຄົມຢູ່ໃນປະເທດຫວຽດນາມ ໂດຍໃຫ້ຂໍ້ສັງເກດວ່າ ສະຫະລັດຈະສືບຕໍ່ມີຄວາມເປີດເຜີຍກັບຫວຽດນາມ ກ່ຽວກັບການທ້າທາຍທີ່ພວມດຳເນີນຢູ່ທາງດ້ານສິດທິມະນຸດ ຮວມທັງການສະໜັບສະໜຸນໃຫ້ຫວຽດ
ນາມ ປ່ອຍສ່ວນບຸກຄົນ ທີ່ຖືກຄຸມຂັງຍ້ອນຊົມໃຊ້ອິດສະຫຼະພາບ ຂັ້ນພື້ນຖານຂອງພວກເຂົາເຈົ້າ.

ຮອງປະທານາທິບໍດີແຮຣິສ ໃຫ້ຄວາມໝັ້ນໝາຍ ຕໍ່ພວກຜູ້ນຳຂອງລັດຖະບານຫວຽດນາມ ໃນການຕັດສິນໃຈຂອງສະຫະລັດ ທີ່ຈະສືບຕໍ່ແກ້ໄຂບັນຫາຂັດແຍ້ງຕ່າງໆທີ່ມີຮ່ວມກັນກ່ຽວກັບສົງຄາມ ດ້ວຍເຫດນັ້ນສະຫະລັດຈຶ່ງຈະສະໜອງເງິນຕື່ມອີກ 17 ລ້ານ 5 ແສນໂດລາ ເພື່ອທຳການສຳຫຼວດ ແລະເກັບກູ້ລະເບີດທີ່ບໍ່ທັນແຕກຕົກຄ້າງແຕ່ປາງສົງຄາມ.

ການເດີນທາງໄປຫວຽດນາມຂອງຮອງປະທານາທິບໍດີແຮຣິສ ແມ່ນໄດ້ໃຫ້ຄວາມສຳຄັນເປັນພິເສດໃນຄວາມໝັ້ນໝາຍຢ່າງເລິກເຊິ່ງຂອງສະຫະລັດ ຕໍ່ຄວາມເຂັ້ມແຂງ ຄວາມອຸດົມຮັ່ງມີແລະຄວາມເປັນເອກກະລາດຂອງຫວຽດນາມ ຕະຫຼອດທັງເຂດອິນໂດປາຊີຟິກທີ່ເສລີ ເປີດກວ້າງ ມີຄວາມເຂັ້ມແຂງ ແລະທົບໄດ້ງໍໄດ້.