ບົດບັນນາທິການ: ສະຫະລັດ ຈະປ້ອງກັນກຳລັງຂອງຕົນ ໃນອີຣັກ ແລະຊີເຣຍ

ທະ​ຫານ​ສະ​ຫະ​ລັດ ທີ່​ຖ່າຍ​ຮູບ​ໃນ​ປະ​ເທດ​ອີ​ຣັກ. (ແຟ້ມ)

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ການ​ປະ​ຕິ​ບັດ​ງານ​ຂອງ​ສະ​ຫະ​ລັດ​ໃນ​ປະ​ເທດ​ອີ​ຣັກ ໄດ້​ຫັນ​ປ່ຽນ​ຈາກ​ການ​ສູ້​ລົບ ມາ​ເປັນ​ການ​ໃຫ້​ຄຳ​ແນະ​ນຳແລະ​ສະ​ໜັບ​ສະ​ໜຸນ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ
ຂອງ​ອີ​ຣັກ. ທະ​ຫານ​ສະ​ຫະ​ລັດ ​ປະ​ມານ 2,500 ຄົນ ຍັງ​ຈະ​ຢູ່​ໃນ​ປະ​ເທດ​ອີ​ຣັກ​ແລະ​ປະ​ມານ 1,000 ຄົນ ​ໃນ​ປະ​ເທດ​ຊີ​ເຣຍ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ກຳ​ລັງ​ແນວ​ໂຮມ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫະ​ລັດ ເພື່ອຕໍ່ຕ້ານ​ກຸ່ມ​ກໍ່​ການ​ຮ້າຍ​ໄອ​ຊິ​ສ ຊຶ່ງ​ເປັນ​ທີ່​ຮູ້​ກັນ​ໃນ​ຊື່ ​ປະ​ຕິ​ບັດ​ການ Inherent Resolve.

ກຳ​ລັງ​ສະ​ຫະ​ລັດ ຍັງ​ຕົກ​ຢູ່​ໃນ​ຄວາມ​ສ່ຽງຢູ່ໃນ​ຂົງ​ເຂດ​ ບໍ່​ພຽງ​ແຕ່​ຈາກ​ກຸ່ມ​ໄອ​ຊິ​ສ​ທໍ່​ນັ້ນ. ໃນ​ລະ​ຫວ່າງ​ອາ​ທິດ​ທຳ​ອິດ ​ຂອງ​ເດືອນ​ມັງ​ກອນ ຖານ​ທັບ​ຕ່າງໆ​ຊຶ່ງ​ເປັນ​ບ່ອນ​ຢູ່​ຂອງ​ທະ​ຫານ​ສະ​ຫະ​ລັດ ໃນ​ປະ​ເທດ​ອີ​ຣັກແລະ​ຊີ​ເຣຍໄດ້​ຕົກ​ເປັນ​ເປົ້າ ໃນ ​ການ​ໂຈມ​ຕີ​ຫຼາຍໆ​ຄັ້ງ ຮວມ​ຢູ່​ໃນ​ນັ້ນ ກໍ​ແມ່ນ​ການ​ໂຈມ​ຕີ​ໂດຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ທີ່​ບັນ​ທຸກ​ລະ​ເບີດ 2 ລຳທີ່​ແນ​ເປົ້າ​ໝາຍ​ໃສ່​ກຳ​ລັງ​ສະ​ຫະ​ລັດ​ໃກ້ຖານ​ທັບ​ອາ​ກາດ ​ເອນ ອາ​ລ ອາ​ຊາດ (Ain al-Asad) ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ອີ​ຣັກ. ກຳລັງ​ປ້ອງ​ກັນ​ຖານ​ທັບ​ດັ່ງ​ກ່າວ ໄດ້​ທຳ​ລາຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ທັງ​ສອງ. ນອກຈາກ​ນັ້ນ​ ບ້ານ​ສີ​ຂຽວ ຊຶ່ງຖານ​ທັບ​ຂອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ຊຶ່ງ​ເປັນ​ທີ່​ຢູ່​ຂອງ​ກຳ​ລັງອາ​ເມຣິ​ກັນ​ຈຸ​ນ້ອຍ​ໆ​ແລະ ​ແນວ​ໂຮມ ໄດ້​ຖືກ​ຍິງ​ໂຈມ​ຕີ​ໂດຍ​ທາງ​ອ້ອມຈາກ​ພ​າຍ​ໃນເຂດພື້ນຖານ​ໂຄງ​ລ່າງ​ຂອງ​ພົນ​ລະ​ເຮືອນ.

ການ​ໂຈມ​ຕີ​ດັ່ງ​ກ່າວ ມີ​ຂຶ້ນ​ໃນຫຼາຍໆ​ມີ້ລະ​ຫວ່າງ​ໂອ​ກາດ​ຄົບ​ຮອບ 2 ປີ​ໃນ​ການ​ໂຈມ​ຕີ​ຂອງ​ສະ​ຫະ​ລັດ​ ທີ່​ໄດ້​ສັງ​ຫານ ​ນາຍ​ພົນ​ກາ​ແຊມ ໂຊ​ເລ​ມານີ ຊຶ່ງ​ເປັນ​ຜູ້ບັນ​ຊາ​ການ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອິ​ສ​ລາມຫຼື​ກຳ​ລັງ​ກອດ ແລະ​ເປັນ​ຜູ້​ຮັບ​ຜິດ​ຊອບຕໍ່​ການ​ບາດ​ເຈັບ​ລົ້ມ​ຕ​າຍ​ຂອງ​ທະ​ຫານ​ສະ​ຫະ​ລັດ​ຫຼາຍໆ​ພັນ​ຄົນ. ສະ​ຫະ​ລັດ​ລະ​ບຸວ່າ​ກຳ​ລັງ​ກອດ ເປັນ​ອົງ​ການ​ກໍ່​ການ​ຮ້າຍ​ຕ່າງ​ປະ​ເທດ​ໃນ​ປີ 2019.

ໃນ​ລະ​ຫວ່າງ​ການ​ຖະ​ແຫຼງ​ຂ່າວ​ເມື່ອ​ບໍ່​ດົນ​ມານີ້ ທ່ານ​ຈອນ ເຄີ​ບີ ໂຄ​ສົກ​ກະ​ຊວງປ້ອງ​ກັນ​ປະ​ເທດສະ​ຫະ​ລັດກ່າ​ວ​ວ່າ ການ​ໂຈມ​ຕີ​ຕໍ່​ກອງ​ກຳ​ລັ​ງ​ຂອງ​ສະ​ຫະ​ລັດ ຢູ່​ໃນ​ປະ​ເທດອີ​ຣັກ ແລະ​ຊີ​ເຣຍ ແມ່ນ “ຄ້າຍ​ຄື​ກັນ​ຫຼາຍ ກັບ​ແບບ​ສະ​ບັບ ໃນ​ການ​ໂຈມ​ຕີ ທີ່​ພວກເຮົາ​ເຄີຍ​ເຫັນ​ມາ​ແລ້ວຈາກ​ພວກ​ທະ​ຫານ​ບ້ານ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ ຈາກ​ອີ​ຣ່ານການ​ຄາດ​ຄະ​ເນ​ໃນ​ລະ​ດັບ​ເຮັດ​ວຽກ​ຂອງ​ພວກ​ເຮົາ ກໍ​ແມ່ນ​ວ່າ ກຸ່ມ​ດັ່ງ​ກ່າ​ວ​ເປັນ​ຜູ້ຮັບ​ຜິດ​ຊອບ​ໃນ​ການ​ໂຈມ​ຕີ​ເຫຼົ່າ​ນີ້.”

ທັງ​ໂຄ​ສົກ ຈອນ​ ເຄີ​ບີ ແລະ​ຜູ້​ບັນ​ຊາ​ການ ກຳ​ລັງ​ປະ​ຕິ​ບັດ​ງານ​ຮ່ວມ​ແນວ​ໂຮມ​ ຕໍ່​ຕ້ານ​ກຸ່ມ​ໄອ​ຊິ​ສ ພົນ​ຕີ​ຈອນ ເບ​ຣັນ​ແນນ ​ໄດ້​ສະ​ແດງໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ກຳ​ລັ​ງ​ຂອງ​ສະ​ຫະ​ລັດແມ່ນ​ມີ​ຄວາມ​ສາມ​າດແລະ​ກໍ​ຈ​ະທຳ​ການ​ປ້ອງກັນ​ໂຕ.

ພົນ​ຕີເບ​ຣັນ​ແນນ ກ່າວ​ວ່າ “ກຳ​ລັງ​ແນວ​ໂຮມຂໍ​ສະ​ຫງວນ​ສິດ ໃນ​ການ​ປ້ອງ​ກັນ​ໂຕ ແລະ​ກຳ​ລັງ​ຂອງ​ຄູ່​ຮ່ວມ​ງານ​ຈາກ​ໄພ​ຂົ່ມ​ຂູ່ໃດ​ໆ​ກໍ​ຕາມແລະ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ທຸກ​ສິ່ງ​ຢ່າງພາຍ​ໃນ​ອຳ​ນາດ​ຂອງ​ຕົ​ນ ເພື່ອ​ໃຫ້​ການ​ປົກ​ປ້ອງຄຸ້ມ​ຄອງກຳ​ລັງ​ເຫຼົ່າ​ນັ້ນ. ທ່ານ​ກ່າວ​ຕື່ມ​ວ່າ “ແນວ​ໂຮມ​ຂອງ​ພວກ​ເຮົາ​ຍັງ​ສືບ​ຕໍ່​ມອງ​ເຫັນ​ໄພ​ຂົ່ມ​ຂູ່ຕໍ່​ກຳ​ລັງ​ຂອງ​ພວກ​ເຮົາ​ໃນ​ອີ​ຣັກ ແລະ​ຊີ​ເຣຍ ໂດຍ​ກຸ່ມ​ທະ​ຫານ​ບ້ານ​ທີ່​ໄດ້​ຮັບ​ການ

ໜຸນ​ຫຼັງ​ຈາກ​ອີ​ຣ່ານ. ການ​ໂຈມ​ຕີ​ເຫຼົ່າ​ນີ້​ແມ່ນ​ການ​ລົບ​ກວນ​ທີ່​ເປັນ​ອັນ​ຕະ​ລາຍ​ໄປ​ຈາກ​ເປົ້າ​ໝາຍ​ທີ່​ມີ​ຮ່ວມ​ກັນ​ຂອງ​ແນວ​ໂຮມ ເພື່ອ​ໃຫ້​ຄຳ​ແນະ​ນຳ ຊ່ວຍ​ເຫຼືອ​ແລະຊຸກ​ຍູ້​ກຳ​ລັງ​ຂອງ​ພາ​ຄີ ໃນ​ການ​ປົກ​ປັກ​ຮັກ​ສາ​ການ​ໄດ້​ຮັບ​ໄຊ​ຊະ​ນະ​ແບບ​ຍືນ​ຍົງ​ຕໍ່ກຸ່ມ​ດາ​ແອສ ຫຼື​ໄອ​ຊິ​ສ ນັ້ນ.”