ບົດບັນນາທິການ: ຄວາມໂຫດຮ້າຍທາລຸນ ທີ່ໜ້າຢ້ານກົວ ໃນມຽນມາ

​ແຟ້ມ - ພາບ​ຖ​່າ​ຍ​ທາງ​ອາ​ກາດ ຂອງ​ບ້ານ​ນຶ່ງ​ໃນ​ເຂດ​ຊາ​ແກັງ ຫຼັງ​ຈາກ​ພວກ​ຊາວ​ບ້ານ​ກ່າວ​ວ່າ ໄດ້​ຖືກ​ຈູດ​ໂດຍ​ພວກ​ທະ​ຫານ.

ໃນຂະນະທີ່ປະຊາຊົນຫຼາຍຮ້ອຍຄົນ ຮວມທັງແມ່ຍິງແລະເດັກນ້ອຍ ພວມເຕົ້າໂຮມກັນເພື່ອສະຫຼອງການເປີດອາຄານທີ່ສ້າງຂຶ້ນໂດຍກຸ່ມນິຍົມປະຊາທິປະໄຕ ອຳນາດການປົກຄອງມີລາຍງານວ່າ ໄດ້ຖິ້ມລະເບີດຫຼາຍໆລູກລົງໃສ່ພວກຊາວບ້ານ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

​ນັບ​ແຕ່​ໄດ້​ມີ​ການ​ເຮັດ​ລັດ​ຖະ​ປະ​ຫານ​ຂອງ​ພວກ​ທະ​ຫານ​ໃນ​ມຽນ​ມາ​ເມື່ອ​ 2 ປີ​ກ່ອນ ແລະ​ການ​ປາບ​ປາມຂອງ​ອຳ​ນາດ​ການ​ປົກ​ຄອງ​ຕໍ່​ພວກ​ທີ່​ຄັດ​ຄ້ານ ເຮັດ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ ຄື​ມີ​ຫຼາຍກວ່າ 3,000 ຄົນ​ແລ້ວ​ຖືກ​ຂ້າ​ຕາຍ ເກືອບ 17,000 ຄົນ​ຖືກຈັບ ແລະ​ຫຼາຍກວ່າ 1 ລ້ານ 3 ແສນ​ຄົນ​ຕ້ອງ​ໄດ້​ອົບ​ພະ​ຍົບ​ຫຼົບ​ໜີ.

ແຕ່​ເຖິງ​ແມ່ນ​ມີ​ການ​ປະ​ເຊີນ​ໜ້າ​ກັບ​ຫຼັກ​ຖານ​ແຫ່ງ​ຄວາມ​ໂຫດ​ຮ້າຍປ່​າ​ເຖື່ອນ​ຂອງ​ອຳ​ນ​າດ​ການ​ປົກ​ຄອງ ການ​ໂຈມ​ຕີ​ທາງ​ອາ​ກາດ​ທີ່​ໄດ້​ທຳ​ລາຍ​ບ້ານ​ໆ​ນຶ່ງ​ໃນ​ເຂດ​ຊາ​ແກັງເມື່ອ​ວັນ​ທີ 11 ເມ​ສາ​ຜ່ານ​ມາ ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໂຫດ​ຫ້ຽມ​ແລະອຳ​ມະ​ຫິດ​ຂອງ​ພວກ​ເຂົາ.

ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ​ຫຼາຍ​ຮ້ອຍ​ຄົນ ຮວມ​ທັງ​ແມ່​ຍິງ​ແລະ​ເດັກ​ນ້ອຍ ພວມ​ເຕົ້າ​ໂຮມ​ກັນ​ເພື່ອ​ສະ​ຫຼອງ​ການ​ເປີດ​ອາ​ຄານ​ທີ່​ສ້າງ​ຂຶ້ນ​ໂດຍ​ກຸ່ມ​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ ອຳ​ນາດ​ການ​ປົກ​ຄອງ​ມີ​ລາຍ​ງານ​ວ່າ ໄດ້​ຖິ້ມ​ລະ​ເບີດ​ຫຼາຍໆ​ລູກ​ລົງ​ໃສ່​ພວກ​ຊາວ​ບ້ານ. ຫຼັງ​ຈາກນັ້ນ ກໍ​ສົ່ງ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້​ທຳ​ການ​ໂຈມ​ຕີ​ຂະ​ນະ​ທີ່​ປະ​ຊາ​ຊົນ​ພະ​ຍາ​ຍາມ​ຫຼົບ​ໜີ. ເຖິງ​ແມ່ນ​ໂຕ​ເລກການ​ເສຍ​ຊີ​ວິດຂອງ​ເຈົ້າ​ໜ້າ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ກໍ​ຕາມ ແຕ່​ກໍ​ມີ​ການ​ຄາດ​ຄະ​ເນ​ກັນ​ວ່າ ມີ​ຫຼາຍກວ່າ 100 ຄົນ​ເສຍ​ຊີ​ວິດ ຫຼາຍໆ​ຄົນ​ໃນ​ນັ້ນ​ແມ່ນ​ເປັນ​ເດັກ​ນ້ອຍ.

ພວກ​ນັກ​ສັງ​ເກດ​ການ​ໃຫ້​ຂໍ້​ສັງ​ເກດ​ວ່າ ອຳ​ນາດ​ການ​ປົກ​ຄອງ​ໄດ້​ໃຊ້​ການ​ໂຈມ​ຕີ​ທາງ​ອາ​ກາດ​ເພີ້ມ​ຂຶ້ນ​ຕໍ່​ພົນ​ລະ​ເຮືອນ ທີ່​ໄດ້​ສ້າ​ງ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ. ຕົວ​ຢ່າງ ໃນ​ເດືອນ​ຕຸ​ລາ ມີ​ລາຍ​ງານ​ວ່າ ປະ​ມານ 80 ຄົນ​ໄດ້​ເສຍ​ຊີ​ວິດ​ຍ້ອນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຢູ່​ພາກ​ເໜືອ​ຂອງ​ມຽນ​ມາ. ເມື່ອ​ວັນ​ທີ 10 ເມ​ສາ ນຶ່ງມື້​ກ່ອນ​ການ​ໂຈມ​ຕີ​ທີ່​ຊາ​ແກັງ ກໍ​ໄດ້​ມີ​ການ​ໂຈມ​ຕີ​ທີ່​ລັດ​ຈິນ ຊຶ່ງ​ລາຍ​ງານ​ແຈ້ງວ່າ​ມີ​ຜູ້​ເສ​ຍ​ຊີ​ວິດ​ຢ່າງ​ໜ້ອຍ 9 ຄົນ.

ປະ​ຊາ​ຄົມ​ນາໆ​ຊາດ​ໄດ້​ສະ​ແດງ​ປະ​ຕິ​ກິ​ລິ​ຍາ​ດ້ວຍ​ຄວາມ​ຕື່ນ​ຕົກ​ໃຈ​ແລະ​ການ​ປະ​ນາມ. ຮອງ​ໂຄ​ສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ວີ​ແດນ ພາ​ແທ​ລ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ການ​ລ່ວງ​ລະ​ເມີດ​ເຫຼົ່​ານີ້ ມີ​ແຕ່​ຈະ​ເນັ້ນ​ໃຫ້​ເຫັນ​ເຖິງ​ການ​ບໍ່​ໃຫ້​ຄວາມ​ສົນ​ໃຈ ຂອງ​ອຳ​ນາດ​ການ​ປົກ​ຄອງ ​ຕໍ່​ຊີ​ວິດ​ຂອງ​ຜູ້​ຄົນ ແລະ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ ຢູ່​ໃນ​ວິ​ກິດ​ການ​ທາງ​ດ້ານ​ການ​ເມືອງ​ແລະ​ມະ​ນຸດ​ສະ​ທຳ​ທີ່​ໜ້າ​ຢ້ານ​ກົວ ຢູ່​ໃນ​ປະ​ເທດ​ມຽນ​ມາ ຫຼັງ​ຈາກ​ການ​ກໍ່​ລັດ​ຖະ​ປະ​ຫານ​ເມື່ອ​ເດືອນ​ກຸມ​ພາ​ປີ 2021.”

ຂ້າ​ຫຼວງ​ໃຫຍ່​ດ້ານ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ວອ​ລ​ເກີ ເທີກ ກ່າວ​ວ່າ ທ່ານ “​ຕື່ນ​ຕົກ​ໃຈ” ຈາກ​ການ​ໂຈມ​ຕີ ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ “ມັນ​ປາ​ກົດ ​ແມ່ນ ພວກ​ເດັກ​ນ້ອຍ​ກຳ​ລັງ​ສະ​ແດງ​ຟ້ອນ ຕະ​ຫຼອດ​ທັງ​ພົນ​ລະ​ເຮືອນ​ຄົນ​ອື່ນໆ…ແມ່ນ​ຮວມ​ຢູ່​ໃນ​ບັນ​ດາ​ຜູ້​ເຄາະ​ຮ້າຍ.”

ທ່ານ​ນາ​ບີ​ລາ ມັ​ສ​ສາ​ຣາ​ລີ ໂຄ​ສົກ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ຮັບ​ຜິດ​ຊອ​ບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ແລະ​ຄວາມ​ໝັ້ນ​ຄົງ ກ່າວ​ວ່າ “ສະ​ຫະ​ພາບ​ຢູ​ໂຣບ​ແມ່ນ​ຕື່ນ​ຕົກ​ໃຈ​ຈາກ​ລາຍ​ງານ​ຫຼ້າ​ສຸດ​ໃນ​ການ​ກໍ່​ໂທດ​ກຳ ໂດຍ​ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ​ທີ່​ຊາ​ແກັງ ເອົາ​ຊີ​ວິດ​ຂອງ​ພົນ​ລະ​ເຮືອນ​ ທີ່​ໄຮ້​ດຽງ​ສາ​ ໄປ​ຫຼາຍ​ສິບ​ຄົນ. ສະ​ມາ​ຄົມ​ອາ​ຊຽນ​ກໍ​ໄດ້​ປະ​ນາມ “​ຢ່າງ​ແຮງ” ຕໍ່​ການ​ໂຈມ​ຕີ​ທາງ​ອາ​ກາດ​ດັ່ງ​ກ່າວ.

ຮອງ​ໂຄ​ສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ພາ​ແທ​ລ ກ່າວ​ວ່າ “ສະ​ຫະ​ລັດ​ຂໍ​ຮຽກ​ຮ້ອງ​ໃຫ້​ອຳ​ນາດ​ກາ​ນ​ປົກ​ຄອງ​ຂອງ​ມຽນ​ມາ ​ຢຸດ​ເຊົາ​ການ​ກໍ່​ຄວາມ​ຮຸນ​ແຮງ​ທີ່​ໜ້າ​ຢ້ານ​ກົວ ອະ​ນຸ​ຍາດ​ໃຫ້​ສົ່ງ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ເຂົ້າ​ໄປ​ແບບ​ບໍ່​ມີ​ການ​ລົບ​ກວນ ແລະ​ໃຫ້​ການ​ເຄົາ​ລົບ​ຢ່າງ​ແທ້​ຈິງ​ຕໍ່​ຄວາມໄຝ່​ຝັນ​ຂອງ​ປະ​ຊົນ​ຊາວ​ມຽນ​ມາ ທີ່​ຢາກ​ເປັນ​ປະ​ຊາ​ທິ​ປະ​ໄຕ​ແບບ​ຮວມ​ເອົາ​ທຸກ​ພັກ​ຝ່າຍ.”

“ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ​ຕ້ອງ​ປະ​ຕິ​ບັດ​ຕາມ​ພັນ​ທະ ພາຍ​ໃຕ້​ກົດ​ໝາຍ​ທາງ​ດ້ານ​ມະ​ນຸດ​ສະ​ພາ​ລະ​ຫວ່າງ​ປະ​ເທດຮວມ​ທັງ​ກົດ​ລະ​ບຽບ​ໃນ​ການ​ຄຸ້ມ​ຄອງ​ພົນ​ລະ​ເຮືອນ. ສະ​ຫະ​ລັດ​ຈະ​ສືບ​ຕໍ່​ເຮັດ​ວຽກ​ກັບ​ປະ​ຊາ​ຄົມ​ສາ​ກົນ ເພື່ອ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່​ການ​ລ່ວງ​ລະ​ເມີດແລະ​ກະ​ທຳ​ຄວາມ​ຜິດ​ຕ່າງໆ​ຢູ່​ໃນ​ປະ​ເທດ​ມຽນ​ມາ.”