Accessibility links

Breaking News

ພັກຄອມມູນິສຈີນ ບ່ອນທຳລາຍ ການປົກຄອງຕົນເອງ ຂອງຮົງກົງ


ບົດບັນນາທິິການ ທີ່ສະທ້ອນເຖິງທັດສະນະຂອງລັດຖະບານສະຫະລັດ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ນຳສະເໜີຕໍ່ລັດຖະສະພາ ລາຍຊື່ຈຳນວນນຶ່ງ ຂອງພວກທີ່ບ່ອນທຳລາຍສິດເສລີພາບແລະການປົກຄອງຕົນເອງຂອງຮົງກົງ ແລະໄດ້ເຕືອນວ່າ ຈະມີການລົງໂທດຕໍ່ສະຖາບັນການເງິນ ທີ່ເຮັດທຸລະກິດຢ່າງຫຼວງຫຼາຍກັບພວກເຂົາ ໃນອີກບໍ່ຊ້ານີ້.

ລາຍງານໃນປີນີ້ ແມ່ນຮວມທັງເຈົ້າໜ້າທີ່ ສາທາລະນະລັດປະຊາຊົນຈີນ ແລະຮົງກົງ 10 ຄົນຊຶ່ງການເຄື່ອນໄຫວຂອງພວກເຂົາເຈົ້າໄດ້ບ່ອນທຳລາຍຕໍ່ສິດເສ
ລີພາບໃນການໂຮມຊຸມນຸມ ສິດເສລີພາບໃນການປາກເວົ້າ ສິດເສລີພາບດ້ານ
ການຂ່າວ ຫຼືການປົກຄອງດ້ວຍຕົວບົດກົດໝາຍ ຫລືການກະທຳຂອງພວກເຂົາ
ເຈົ້າໄດ້ຕັດຮອນອຳນາດໃນການປົກຄອງຕົນເອງລະດັບສູງຂອງຮົງກົງລົງ. ຮວມ
ຢູ່ໃນບັນຊີລາຍຊື່ນີ້ ກໍມີຫົວໜ້າບໍລິຫານງານ ຂອງຮົງກົງ ທ່ານນາງແຄຣີ ແລມ. ເມື່ອວັນທີ 7 ສິງຫາຜ່ານມາ ສະຫະລັດໄດ້ທຳການລົງໂທດຕໍ່ສ່ວນບຸກຄົນຈຸດຽວ
ກັນນີ້ ພາຍໃຕ້ດຳລັດຂອງຝ່າຍບໍລິຫານເລກທີ 13936.

ພັກຄອມມູນິສຈີນ ຫຼື CCP ໄດ້ທັບມ້າງຢ່າງເປັນລະບົບການປົກຄອງຕົນເອງທີ່
ປັກກິ່ງໄດ້ໃຫ້ຄຳໝັ້ນສັນຍາຕໍ່ປະຊາຊົນຮົງກົງ ແລະປະຊາຊົນໃນທົ່ວໂລກ ຢູ່ໃນ
ຄຳປະກາດຮ່ວມລະຫວ່າງຈີນກັບອັງກິດ ຊຶ່ງເປັນສົນທິສັນຍາທີ່ໄດ້ຮັບການເຫັນ
ດີເຫັນພ້ອມ ຈາກອົງການສະຫະປະຊາຊາດ. ໂດຍການປະກາດໃຊ້ກົດໝາຍວ່າ ດ້ວຍຄວາມໝັ້ນຄົງແຫ່ງຊາດໃນເດືອນມິຖຸນາຜ່ານມາ ພັກຄອມມູນິສຈີນໄດ້ເຮັດ
ໃຫ້ສະຖາບັນປະຊາທິປະໄຕ ສິດທິມະນຸດ ລະບົບຕຸລາການ ທີ່ເປັນອິດສະຫລະ
ແລະສິດເສລີພາບຂອງສ່ວນບຸກຄົນ ເປັນອຳມະພາດໄປ ນັ້ນຄືຄຳເວົ້າ ຂອງໂຄ ສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງມໍແກນ ອໍເຕກັສ.

ສະຫະລັດໄດ້ທຳການປະນາມຢ່າງເປັນການເປີດເຜີຍຕໍ່ການເຄື່ອນໄຫວຂອງເຈົ້າໜ້າທີ່ປັກກິ່ງແລະຮົງກົງ ເພື່ອໃຫ້ພວກຕໍ່ຕ້ານລັດຖະບານປາກບໍ່ໄດ້ໄອບໍ່ດັງແລະ ການປົກຄອງຕົນເອງຂອງຮົງກົງ ໝົດສິດໝົດອຳນາດ. ສິ່ງເຫຼົ່ານີ້ແມ່ນຮວມທັງ
ການສ້າງຕັ້ງ ອົງການຮັກສາຄວາມໝັ້ນຄົງ ຂອງຈີນແຜ່ນດິນໃຫຍ່ ການຈັບກຸມ ຂະໜາດໃຫຍ່ພວກທີ່ປະທ້ວງແບບສັນຕິ ການເລື່ອນເວລາໃນການເລືອກຕັ້ງສະ ພານິຕິບັນຍັດປີ 2020 ໂດຍມີຈຸດປະສົງທາງການເມືອງ ຕະຫຼອດທັງການຈັບ
ກຸມຄຸມຂັງພວກນັກເຄື່ອນໄຫວເພື່ອປະຊາທິປະໄຕ ທີ່ພະຍາຍາມຈະຫຼົບໜີອອກ ຈາກຮົງກົງໄປ.

ການນຳສະເໜີລາຍງານນີ້ຕໍ່ລັດຖະສະພາແມ່ນໄດ້ເນັ້ນໃຫ້ເຫັນເຖິງການຄັດຄ້ານ
ຢ່າງແຂງຂັນຂອງສະຫະລັດ ຕໍ່ການດຳເນີນຄວາມພະຍາຍາມຂອງປັກກິ່ງທີ່ຈະ
ບ່ອນທຳລາຍຕໍ່ສິດເສລີພາບຂອງປະຊາຊົນໃນຮົງກົງ ແລະນຳໃຊ້ນະໂຍບາຍທີ່
ກົດຂີ່ຂອງພັກຄອມມູນິສຈີນ. ສະຫະລັດຈະສືບຕໍ່ຮຽກຮ້ອງໃຫ້ພັກຄອມມິນູສຈີນ
ຟື້ນຟູສິດທິມະນຸດແລະອິດສະຫຼະພາບຂັ້ນພື້ນຖານຂອງປະຊາຊົນໃນຮົງກົງເພື່ອ
ໃຫ້ສອດຄ່ອງກັບພັນທະລະຫວ່າງປະເທດຂອງຕົນ.

XS
SM
MD
LG