Accessibility links

Breaking News

ສະຫະລັດ ລະບຸຊື່ ອົງການໂຄສະນາຊວນເຊື່ອ ຂອງຈີນ


ທາງເຂົ້າທີ່ໄດ້ຮັບຄວາມເສຍຫາຍ ຂອງອົງການຂ່າວຊິນຫົວຂອງຈີນ ຢູ່ຮົງກົງ.
ທາງເຂົ້າທີ່ໄດ້ຮັບຄວາມເສຍຫາຍ ຂອງອົງການຂ່າວຊິນຫົວຂອງຈີນ ຢູ່ຮົງກົງ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດ ຍັງສືບຕໍ່ຕ້ານຢັນການໂຄສະນາຊວນເຊື່ອ ຂອງພັກຄອມມູນິສຈີນ. ເມື່ອບໍ່ດົນມານີ້ ກະຊວງການຕ່າງປະເທດສະຫະລັດໄດ້ປະກາດໃຫ້ 6 ບໍລິສັດ
ສື່ມວນຊົນຂອງຈີນທີ່ປະຕິບັດງານຢູ່ໃນະຫະລັດ ເປັນອົງການປະຕິບັດງານ
ຂອງຕ່າງປະເທດ ນັ້ນຄືຄຳເວົ້າ ຂອງລັດຖະມົນຕີການຕ່າງປະເທດ ໄມຄ໌ ພອມພຽວ.

“ພວກເຂົາທັງໝົດ ສ່ວນໃຫຍ່ ແມ່ນເປັນເຈົ້າຂອງ ຫຼື ຖືກຄວບຄຸມຢ່າງສິ້ນເຊີງ ໂດຍລັດຖະບານຕ່າງປະເທດ. ພວກເຮົາມີພຽງແຕ່ ຢາກໃຫ້ການຄ້ຳປະກັນວ່າ ປະຊາຊົນອາເມຣິກັນ ຜູ້ບໍລິໂພກຂໍ້ມູນຂ່າວສານ ສາມາດຈຳແນກລະຫວ່າງຂ່າວ
ທີ່ຂຽນໂດຍອົງການຂ່າວທີ່ເສລີແລະການໂຄສະນາຊວນເຊື່ອທີ່ນຳອອກເຜີຍແຜ່
ໂດຍພັກຄອມມູນິສຈີິນ. ມັນຈະບໍ່ຄືກັນ.”

ມີ​ 6 ອົງການຂ່າວໄດ້ຖືກລະບຸຊື່ພາຍໃຕ້ກົດໝາຍວ່າດ້ວຍອົງການປະຕິບັດງານ
ຂອງຕ່າງປະເທດຮວມທັງໜັງສືພິມ Yicai Global, Jiefang ລາຍວັນ, ຂ່າວຕອນແລງ Xinmin, Socical Sciences ຢູ່ໃນຂ່າວຈີນ, Beijing Review ແລະ Economic ລາຍວັນ ເປັນອົງການປະຕິບັດງານຂອງຕ່າງປະເທດ.

ໃນໄລຍະນຶ່ງທົດສະວັດຜ່ານມານີ້ ແລະໂດຍສະເພາະແລ້ວ ພາຍໃຕ້ການເປັນຜູ້
ນຳຂອງເລຂາທິການໃຫຍ່ສີ ຈິ້ນຜິງນີ້ ພັກຄອມມູນິສຈີນຫຼື CCP ໄດ້ເຂົ້າຄວບຄຸມຫຼາຍຂຶ້ນຢູ່ໃນອົງການໂຄສະນາຊວນເຊື່ອ ທີ່ໄດ້ຮັບການໜຸນຫຼັງຈາກລັດຖະ ບານ.

ເລຂາທິການໃຫຍ່ສີ ກ່າວວ່າ “ສື່ມວນຊົນທີ່ພັກເປັນເຈົ້າຂອງ ຕ້ອງໄດ້ສະແດງ
ອອກຢ່າງຈະແຈ້ງເຖິງຄວາມປະສົງຂອງພັກ ປົກປັກຮັກສາສິດອຳນາດຂອງພັກ
ການກະທຳທຸກໆຢ່າງ ຕ້ອງໃຫ້ສອດຄ່ອງກັບນກະໂຍບາຍຂອງພັກ.” ໃນຂະນະທີ່ສື່ມວນຊົນເສລີໃນທົ່ວໂລກແມ່ນມີພາລະໜ້າທີ່ໃນການຊອກຫາຄວາມຈິງ ແຕ່
ສື່ມວນຊົນຂອງ ສປ ຈີນ ແມ່ນມີພາລະໜ້າທີ່ປະຕິບັດຕາມຄຳສັ່ງຂອງພັກ ນັ້ນ
ຄືຄຳເວົ້າ ຂອງໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງມໍແກນ ອໍ
ເຕກັສ ທີ່ກ່າວຢູ່ໃນຖະແຫຼງການສະບັບນຶ່ງ.

ການຕັດສິນໃຈເພື່ອຈະລະບຸຊື່ 6 ອົງການເຫຼົ່ານີ້ບໍ່ໄດ້ວາງຂໍ້ຈຳກັດຮັດແຄບໃດໆ ທີ່ອົງການດັ່ງກ່າວ ອາດຈະພິມເຜີຍແຜ່ຢູ່ໃນສະຫະລັດ. ມີພຽງແຕ່ຮັບຮູ້ອົງການ
ເຫຼົ່ານີ້ໃນສິ່ງທີ່ພວກເຂົາເປັນ ນັ້ນກໍຄືອົງການໂຄສະນາຊວນເຊື່ອທີ່ຄວບຄຸມໂດຍ
ສປ ຈີນ.

ການເຄື່ອນໄຫວດັ່ງກ່າວນີ້ ມີຂຶ້ນຫຼັງຈາກໄດ້ມີການລະບຸໃນວັນທີ 22 ມິຖຸນາໃຫ້
ໂທລະພາບສູນກາງຂອງຈີນ ອົງການຂ່າວ China News, ໜັງສືພິມປະຊາ-
ຊົນລາຍວັນແລະໜັງສືພິມ Global Times ແລະໃນວັນທີ 18 ກຸມພາຜ່ານມາ
ກໍໄດ້ລະບຸຊື່ ໃຫ້ອົງການຂ່າວຊິນຫົວ ຕາໜ່າງໂທລະພາບ China Global ວິທະຍຸສາກົນຂອງຈີນ ບໍລີສັດຂ່າວສານ China Daily ແລະບໍລິສັດ Hai Tian Development USA ເປັນອົງການປະຕິບັດງານຕ່າງປະເທດ.

ອົງການຕ່າງໆທີ່ຖືກລະບຸຊື່ໃຫ້ເປັນອົງການປະຕິບັດງານຕ່າງປະເທດເຫຼົ່ານີ້ຕ້ອງໄດ້ປະຕິບັດຕາມຂໍ້ບັງຄັບບາງຢ່າງ ທີ່ໃຫ້ຄວມໂປ່ງໃສ່ເພີ້ມຂຶ້ນ ກ່ຽວກັບການພົວ
ພັນຂອງພວກເຂົາ ກັບກິດຈະການດ້ານສື່ມວນຊົນຂອງລັດຖະບານ ຢູ່ໃນສະຫະ
ລັດ.

ທ່ານນາງອໍເຕກັສ​ ໂຄສົກກະຊວງການຕ່າງປະເທດສະຫະລັດກ່າວວ່າ “ຈຸດປະ
ສົງຂອງພວກເຮົາກໍຄືປົກປ້ອງສິດເສລີພາບຂອງສື່ມວນຊົນຢູ່ໃນະຫະລັດ ແລະ
ໃຫ້ການຄ້ຳປະກັນວ່າ ປະຊາຊົນອາເມຣິກັນຮູ້ຈັກວ່າ ຂ່າວສານຂອງພວກເຂົາ
ເຈົ້າມາຈາກສື່ມວນຊົນທີ່ເສລີ ຫຼືມາຈາກລັດຖະບານຕ່າງປະເທດ ທີ່ປະສົງຮ້າຍ. ຄວາມໂປ່ງໃສ່ບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ພວກທີ່ຍຶດໝັ້ນໃນຄວາມຈິງເປັນຫຼັກ.”

XS
SM
MD
LG