Accessibility links

Breaking News

ບົດບັນນາທິການ: ສະຫະລັດ ຊ່ວຍໄກ່ເກ່ຍ ຂໍ້ຕົກລົງສັນຕິພາບ ລະຫວ່າງຊູດານ ກັບອິສຣາແອລ


ປ. ດໍໂນລ ທຣຳ ໂອ້ລົມທາງໂທລະສັບ ກັບພວກຜູ້ນຳຂອງຊູດານ ແລະອິສຣາແອລ.
ປ. ດໍໂນລ ທຣຳ ໂອ້ລົມທາງໂທລະສັບ ກັບພວກຜູ້ນຳຂອງຊູດານ ແລະອິສຣາແອລ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດເປັນຜູ້ຊ່ວຍໄກເກ່ຍຂໍ້ຕົກລົງສັນຕິພາບ ລະຫວ່າງຊູດານ ກັບອິສຣາແອລ ຊຶ່ງເປັນຂໍ້ຕົກລົງສະບັບທີ 3 ລະຫວ່າງອິສຣາແອລແລະປະເທດ ທີ່ພົນລະເມືອງສ່ວນໃຫຍ່ເປັນມຸສລິມ ພາຍໃນເວລາບໍ່ຮອດ 3 ເດືອນ.

ອິສຣາແອລແລະຊູດານ ໄດ້ຕົກລົງທີ່ຈະສ້າງຕັ້ງສາຍພົວພັນແບບປົກກະຕິລະ
ຫວ່າງກັນ. ປະເທດທັງສອງຈະເລີ້ມການເຈລະຈາກ່ຽວກັບການຮ່ວມມືໃນດ້ານ
ການກະສິກຳ ເສດຖະກິດ ການຄ້າ ການບິນ ບັນຫາຄົນເຂົ້າເມືອງແລະເລື້ອງ
ອື່ນໆອີກ ທີ່ຈະໃຫ້ຜົນປະໂຫຍດແກ່ປະເທດທັງສອງ.

ຂໍ້ຕົກລົງສັນຕິພາບທີ່ມີຄວາມສຳຄັນປະຫວັດສາດດັ່ງກ່າວ ໄດ້ມີຂຶ້ນຫຼັງຈາກ
ການຕົກລົງທີ່ຄ້າຍຄືກັນ ລະຫວ່າງອິສຣາແອລ ກັບສະຫະລັດອາຣັບເອເມີເຣັສ
ແລະບາຫ໌ເຣນ. ການຂະຫຍາຍຂໍ້ຕົກລົງແອບຣາແຮມເພື່ອຮວມເອົາປະເທດຊູ
ດານເຂົ້ານຳນັ້ນ ແມ່ນເປັນບາດກ້າວອັນສຳຄັນທີ່ຈະເປີດໂອກາດໃຫ້ແກ່ຊູດານ ແລະອິສຣາແອລ ປັບປຸງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຂອງຕົນໃນຂະນະທີ່ ເສີມຂະຫຍາຍການຮັກສາຄວາມປອດໄພຂອງປະເທດທັງສອງ.

ທີ່ຈິງ ນັບເປັນເວລາຫຼາຍທົດສະວັດມາແລ້ວ ຊູດານແມ່ນຢູ່ໃນສະພາບສົງຄາມກັບອິສຣາແອລ ແລະຂວ້ຳບາດຕໍ່ສິນຄ້າຂອງອິສຣາແອລ. ຫຼັງຈາກສົງຄາມ 6
ວັນໃນປີ 1967 ສັນນິບາດອາຣັບ ໄດ້ພົບປະກັນທີ່ນະຄອນຫຼວງຄາທູມ ຂອງຊູດານ ບ່ອນທີ່ພວກເຂົາເຈົ້າໄດ້ອອກ ໃນອັນທີ່ຮູ້ກັນວ່າເປັນຄຳປະກາດ ສາມບໍ່: ຄືບໍ່ມີສັນຕິພາບ ບໍ່ຮັບຮູ້ ແລະກໍບໍ່ມີການເຈລະຈາ.

ແຕ່ທັງໝົດນັ້ນໄດ້ປ່ຽນແປງໄປແລ້ວ ດັ່ງທີ່ ທີ່ປຶກສາອະວຸໂສ ທ່ານຈາເຣັດ ຄຸສເນີ ໃຫ້ຂໍ້ສັງເກດວ່າ:

“ພວກເຮົາມີສາມມີ ພາຍໃຕ້ປະທານາທິບໍດີທຣຳ: ຄື ພວກເຮົາມີສັນຕິພາບ ພວກເຮົາມີການຮັບຮູ້ ແລະພວກເຮົາມີການເຈລະຈາ ເພື່ອໃຫ້ມີສັນຕິພາບເພີ້ມ
ຕື່ມ.”

ຫຼັງຈາກການດຳລົງຊີວິດ ເປັນເວລາສາມທົດສະວັດ ພາຍໃຕ້ລະບອບຜະເດັດ ການອິສລາມ ທີ່ໃຫ້ການສະໜັບສະໜຸນພວກກໍ່ການຮ້າຍ ປະຊາຊົນໃນຊູດານ
ກໍມີລັດຖະບານຊຸດໃໝ່ ທີ່ມີນະໂຍບາຍໃໝ່. ປະທານາທິບໍດີທຣຳກ່າວກ່ຽວກັບ
ເລື້ອງນີ້ວ່າ:

“ລັດຖະບານໃນໄລຍະຂ້າມຜ່ານຂອງຊູດານ ໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນ ໝາຍຂອງຕົນ ທີ່ຈະປາບປາມການກໍ່ການຮ້າຍ ສ້າງເສດຖະກິດຕະຫຼາດ ແລະ
ພັດທະນາ ສະຖາບັນປະຊາທິປະໄຕ ທີີ່ຕົນພວມຈະກ້າວໄປສູ່. ຂໍ້ຕົກລົງໃນມື້ນີ້
ແມ່ນສ້າງຕັ້ງບົນຄຳໝັ້ນໝາຍເຫຼົ່ານັ້ນແລະເປັນຂີດໝາຍອັນສຳຄັນໃນບາດລ້ຽວ
ປະຫວັດສາດຂອງຊູດານ.”

ສະຫະລັດຍິນດີຕ້ອນຮັບໃນຄວາມກ້າວໜ້າທີ່ສຳຄັນອັນນີ້ ແລະພ້ອມແລ້ວທີ່ຈະ
ໃຫ້ການສະໜັບສະໜຸນຕໍ່ປະຊາຊົນຊາວຊູດານ ໃນຂະນະທີ່ພວກເຂົາເຈົ້າພວມ
ເຮັດວຽກເພື່ອເສີມສ້າງອະນາຄົດທີ່ດີຂຶ້ນກວ່າເກົ່າຂອງພວກເຂົາເຈົ້າແລະພວກ
ອະນຸຊົນຮຸ້ນຕໍ່ໆໄປ.

ຍ້ອນຂໍ້ຕົກລົງສັນຕິພາບໃໝ່ 3 ສະບັບ ພາກຕາເວັນອອກກາງ ແລະທະວີບອາ ຟຣິກາ ພວມກ້າວໄປສູ່ການຫັນປ່ຽນທີ່ສຳຄັນທາງດ້ານພູມີສາດການເມືອງ. ໃນຂະນະທີ່ມີຫຼາຍປະເທດຕື່ມຂຶ້ນ ສ້າງຕັ້ງສາຍພົວພັນແບບເປັນປົກກະຕິກັບອິສຣາແອລຢູ່ນີ້ຂົງເຂດດັ່ງກ່າວ ກໍຈະມີສະຖຽນລະພາບ ມີຄວາມໝັ້ນຄົງແລະມີຄວາມອຸດົມຮັ່ງມີຫຼາຍຂຶ້ນ.

ສະຫະລັດຍັງຈະສືບຕໍ່ຢືນຄຽງບ່າຄຽງໄຫຼ່ກັບປະຊາຊົນຢູ່ໃນຂົງເຂດ ໃນຂະນະທີ່
ພວກເຂົາເຈົ້າພວມເຮັດວຽກ ເພື່ອສ້າງສາອະນາຄົດທີ່ສົດໃສ ແລະມີຄວາມຫວັງຫຼາຍຂຶ້ນ.

XS
SM
MD
LG