Accessibility links

Breaking News

ບົດບັນນາທິການ: ສະຫະລັດ ປະນາມການຈັບກຸມ ຢູ່ຮົງກົງ


ຜູ້ນຳປະຊາທິປະໄຕໃນຮົງກົງ ໂທນີ ຈຸງ
ຜູ້ນຳປະຊາທິປະໄຕໃນຮົງກົງ ໂທນີ ຈຸງ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ພວກສະໜັບສະໜຸນປະຊາທິປະໄຕທີ່ຖືກຈັບພາຍໃຕ້ກົດໝາຍຄວາມໝັ້ນຄົງສະບັບໃໝ່ ແລະກົດລະບຽບອື່ນໆຢູ່ໃນຮົງກົງ ຍັງສືບຕໍ່ ມີຈຳນວນເພີ້ມຂຶ້ນ.
ດ້ວຍການຈັບກຸມໃໝ່ທີ່ເພີ້ມຂຶ້ນໃນແຕ່ລະເທື່ອນັ້ນ ພັກຄອມມູນິສຈີນແມ່ນພວມ ທັບມ້າງການປົກຄອງຕົນເອງຂອງຮົງກົງຫຼາຍຂຶ້ນນັບມື້ ແລະພວມຕັດຮອນການເຄົາລົບນັບຖືສິດທິມະນຸດ.

ເມື່ອໄວໆມານີ້ ເຈົ້າໜ້າທີ່ ໄດ້ຈັບ​ ພວກນັກການເມືອງ ນິຍົມປະຊາທິປະໄຕ 8 ຄົນຢູ່ໃນຮົງກົງ ຮວມທັງສະມາຊິກ 5 ຄົນ ຂອງສະພານິຕິບັນຢັດ. ອີງຕາມຕຳ
ຫຼວດແລ້ວ ພວກເຂົາເຈົ້າໄດ້ຖືກຈັບໃນຖານະທີ່ເປັນສ່ວນນຶ່ງຂອງການສືບສວນ
ກ່ຽວກັບການປະຊຸມທີ່ຍັງເປັນການໂຕ້ຖຽງໃນວັນທີ 8 ພຶດສະພາ ກ່ຽວກັບວ່າຜູ້
ໃດຄວນເປັນຜູ້ຄວບຄຸມຄະນະກຳມະການທີ່ສຳຄັນໃນສະພານິຕິບັນຢັດ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ປະ
ກາດ ຢູ່ໃນຖະແຫຼງການສະບັບນຶ່ງວ່າ “ການຈັບກຸມສະມາຊິກສະພາ 6 ເດືອນຫຼັງຈາກໄດ້ເກີດເຫດ ທີ່ຍັງເປັນຄຳຖາມຢູ່ນັ້ນ ແມ່ນເປັນການລ່ວງລະເມີດ ຢ່າງຈະແຈ້ງ ໃນການນຳໃຊ້ ການປະຕິບັດກົດໝາຍ ເພື່ອຈຸດປະສົງ ທາງດ້ານການ ເມືອງ. ການຮາວີລົບກວນຂອງລັດຖະບານຮົງກົງແລະການຂົ່ມຂູ່ຕໍ່ສະມາຊິກສະ
ພາທີ່ນິຍົມປະຊາທິປະໄຕ ແລະການພະຍາຍາມຫາທາງປິດປາກປິດສຽງ ພວກຄັດຄ້ານລັດຖະບານ ແມ່ນເປັນຕົວຢ່າງອັນຈະແຈ້ງ ໃນການສົມຮູ້ຮ່ວມຄິດຂອງພວກເຂົາເຈົ້າ ກັບພວກເຈົ້າໜ້າທີ່ຜະເດັດການພັກຄອມມູນິສຈີນ.”

ເມື່ອວັນທີ 23 ຕຸລາຜ່ານມາ ສະມາຊິກ 3 ຄົນຂອງອະດີດກຸ່ມນັກສຶກສາທີ່ສະ
ໜັບສະໜຸນຄວາມເປັນເອກກະລາດ ຂອງຮົງກົງ ໄດ້ຖືກຈັບ ພາຍໃຕ້ກົດໝາຍ
ຄວາມໝັ້ນຄົງແຫ່ງຊາດ ຍ້ອນມີການສົງໄສກ່ຽວກັບເນື້ອໄນຂອງເອກກະສານທີ່ພິມເຜີຍແຜ່ ທີ່ຍຸແຍ່ ໃຫ້ມີການແບ່ງແຍກດິນແດນ ຜ່ານທາງ ອົງການສື່ສັງຄົມ.
ບຸກຄົນທັງ 3 ແມ່ນຮວມທັງອະດີດຜູ້ນຳນັກສຶກສາ ໂທນີ ຈຸງ ພ້ອມທັງອະດີດ
ສະມາຊິກຂອງກຸ່ມ ວິລລຽມ ຈັນ ແລະຢານນີ ໂຮ.

ສະຫະລັດຂໍປະນາມຢ່າງແຮງຕໍ່ການຈັບກຸມ ແລະຄຸມຂັງ ພວກນັກສຶກສາທັງ 3
ແລະຂໍຮຽກຮ້ອງໃຫ້ພວກເຈົ້າໜ້າທີ່ຮົງກົງ ປ່ອຍພວກທີ່ຍັງຖືກຄຸມຂັງທັງໝົດໃນ
ທັນທີ.

ສາທາລະນະລັດປະຊາຊົນຈີນ ໄດ້ລ່ວງລະເມີດຕໍ່ພັນທະສາກົນຂອງຕົນພາຍໃຕ້
ຖະແຫຼງການຮ່ວມ ຈີນ-ອັງກິດ ສະບັບປີ 1984 ໃນຂະນະທີ່ພັກຄອມມູນິີສຈີນ
ແລະຕົວແທນຂອງຕົນໃນຮົງກົງທັບມ້າງຄຳໝັ້ນສັນຍາໃຫ້ຮົງກົງປົກຄອງຕົນເອງ
ແລະຕັດຮອນການເຄົາລົບນັບຖືສິດທິມະນຸດໃນຮົງກົງຮວມທັງສິດທິໃນການໂຮມ
ຊຸມນຸມຢ່າງສັນຕິ ແລະອິດສະຫຼະພາບໃນການປາກເວົ້າ.

ສະຫະລັດ ຂໍຢືນຄຽງບ່າຄຽງໄຫຼ່ ກັບປະຊາຊົນຊາວຮົງກົງ.

XS
SM
MD
LG