Accessibility links

Breaking News

ບົດບັນນາທິການ: ສະຫະລັດ ສະໜັບສະໜຸນ ສັນຕິພາບ ໃນອັຟການິສຖານ


ການເຈລະຈາສັນຕິພາບອັຟການິສຖານ ຢູ່ນະຄອນໂດຮາ ປະເທດກາຕ້າ
ການເຈລະຈາສັນຕິພາບອັຟການິສຖານ ຢູ່ນະຄອນໂດຮາ ປະເທດກາຕ້າ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍສະຫະລັດ

ໃນການຖະແຫຼງ ຢູ່ກອງປະຊຸມປີ 2020 ທາງອອນລາຍນ໌ ກ່ຽວກັບອັຟການິສຖານນັ້ນ ຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ຮັບຜິດ
ຊອບກິດຈະການດ້ານການເມືອງ ທ່ານເດວິດ ເຮລ ໄດ້ໃຫ້ຄຳໝັ້ນສັນຍາເປັນ
ເງິນ 300 ລ້ານໂດລາໃນການຊ່ວຍເຫຼືອຂອງສະຫະລັດຕໍ່ພົນລະເຮືອນໃນໄລ
ຍະນຶ່ງປີ ແລະກ່າວວ່າ “ເປົ້າໝາຍຮ່ວມກັນຂອງພວກເຮົາກໍຄື ປະເທດອັຟກາ
ນິສຖານທີ່ີມີສັນຕິພາບກັບຕົນເອງແລະກັບເພື່ອນບ້ານ ໃຫ້ການເຄົາລົບໃນສິດທິມະນຸດຂອງປະຊາຊົນທຸກຖ້ວນໜ້າ ແລະສາມາດຄ້ຳປະກັນໄດ້ວ່າ ພວກກໍ່ການ
ຮ້າຍຈະບໍ່ສາມາດ ໃຊ້ດິນແດນອັຟການິສຖານ ເພື່ອຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງສະຫະລັດ ແລະພັນທະມິດຂອງພວກເຮົາໄດ້.”

ສະຫະລັດຍັງສືບຕໍ່ມີຄວາມໝັ້ນໝາຍທີ່ຈະຮັກສາແລະສ້າງຄວາມກ້າວໜ້າໃຫ້ແກ່ຄວາມສຳເລັດທີ່ໄດ້ຮັບ ຢູ່ໃນອັຟການິສຖານ ຕັ້ງແຕ່ປີ 2001 ເປັນຕົ້ນມາ.
ສິ່ງເຫຼົ່ານີ້ແມ່ນຮວມທັງ ການເຄົາລົບນັບຖືຕໍ່ສິດທິຂອງຊາວອັຟການິສຖານທຸກ
ຖ້ວນໜ້າຮວມທັງພວກແມ່ຍິງ ຊາວໜຸ່ມ ແລະພວກຊົນກຸ່ມນ້ອຍຕ່າງໆ ຍຶດໝັ້ນ
ໃນການປົກຄອງດ້ວຍຕົວບົດກົດໝາຍ ໃຫ້ການເຄົາລົບ ຕໍ່ພັນທະລະຫວ່າງປະ ເທດແລະຮວມເອົາທຸກພັກຝ່າຍເຂົ້າຮ່ວມ ແລະກໍເປັນລັດຖະບານທີ່ມີຄວາມຮັບ ຜິດຊອບ.

ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວຢ້ຳວ່າ
ລັດຖະບານອັຟການິສຖານ ຍັງຈະຕ້ອງໄດ້ເຮັດ ໃນພາກສ່ວນຂອງຕົນ ເພື່ອໃຫ້ມີສະຖຽນລະພາບ ແລະຄວາມໝັ້ນຄົງ.

“ຂ້າພະເຈົ້າຂໍເວົ້າກ່ຽວກັບສິ່ງຕ່າງໆ ເຊັ່ນວ່າການປະຕິຮູບທາງດ້ານເສດຖະກິດ ການພະຍາຍາມຕໍ່ຕ້ານການສໍ້ລາດບັງຫຼວງຢ່າງແທ້ຈິງ ຮວມທັງການປາບປາມ
ການຄ້າຢາເສບຕິດ ການເຄົາລົບນັບຖືສິດທິມະນຸດ ທີ່ຮວມທັງສິດເສລີພາບໃນ
ດ້ານສາສະໜາ ເປີດໂອກາດໃຫ້ມີການລົງທຶນຂອງພາກເອກກະຊົນ ແລະເອົາ
ບາດກ້າວໄປສູ່ການກຸ້ມຕົນເອງ.”

ລັດຖະມົນຕີການຕ່າງປະເທດພອມພຽວ ກ່າວຢ່າງໜັກແໜ້ນວ່າ “ທາງເລືອກທີ່
ເຮັດເພື່ອເປີດການເຈລະຈາສັນຕິພາບຈະມີຜົນຕໍ່ຂະໜາດແລະຂອບເຂດໃນການ
ສະໜັບສະໜຸນແລະການຊ່ວຍເຫຼືອຂອງສາກົນໃນອະນາຄົດ.”

ປະຊາຄົມນາໆຊາດຍັງມີບົດບາດທີ່ຈະຕ້ອງໄດ້ເອົາ ນັ້ນຄືຄຳເວົ້າທ່ານພອມພຽວ ທີ່ໄດ້ກ່າວໄວ້ “ໂດຍສະເພາະ ບັນດາປະເທດເພື່ອນບ້ານ ຂອງອັຟການິສຖານ ເພື່ອຊ່ວຍໃຫ້ປະເທດດັ່ງກ່າວ ມີສັນຕິພາບ ມີຄວາມໝັ້ນຄົງ ແລະມີອະນາຄົດທີ່ຍືນຍົງຕື່ມຂຶ້ນ.”

ສະຫະລັດໄດ້ປະກາດໃນການໃຫ້ຄຳໝັ້ນສັນຍາ 300 ລ້ານໂດລາໃນການຊ່ວຍ
ເຫຼືອພົນລະເຮືອນອັຟການິສຖານໃນປີ 2021 ໂດຍມີເງື່ອນໄຂວ່າ ສ່ວນທີ່ເຫຼືອ
ອີກ 300 ລ້ານໂດລານັ້ນຈະໄດ້ຮັບຕື່ມອີກ “ໃນຂະນະທີ່ພວກເຮົາທົບທວນເບິ່ງ
ຄວາມກ້າວໜ້າໃນຂັ້ນຕອນສັນຕິພາບ” ນັ້ນຄືການໃຫ້ຄຳອະທິບາຍຂອງຮອງລັດ
ຖະມົນຕີການຕ່າງປະເທດເດວິດ ເຮລ.

ທ່ານກ່າວຕື່ມວ່າ “ພວກເຮົາທັງໝົດ ຕ່າງກໍມີສ່ວນໄດ້ສ່ວນເສຍ ຢູ່ໃນອະນາຄົດຂອງອັຟການິສຖານ ແລະໃນການຄ້ຳປະກັນໃຫ້ປະຊາຊົນຂອງປະເທດດັ່ງກ່າວ
ມີຄວາມສະຫງົບ ມີຄວາມໝັ້ນຄົງຕື່ມຂຶ້ນ ແລະອະນາຄົດທີ່ຍືນຍົງ. ລັດຖະບານ
ອັຟການິສຖານຕ້ອງໄດ້ເຮັດ ພາລະບົດບາດຂອງຕົນ ແລະປະຊາຊົນອັຟການິສຖານ ຕະຫຼອດທັງປະຊາຊົນຢູ່ໃນທົ່ວໂລກ ບໍ່ໄດ້ຄາດຫວັງໜ້ອຍໄປກວ່ານັ້ນ.”

XS
SM
MD
LG