Accessibility links

Breaking News

ບົດບັນນາທິການ: ການລະເມີດສິດທິມະນຸດ ຢ່າງຮ້າຍແຮງ ຖືກເຜີຍແບຢູ່ເບລາຣຸສ


ການລະເມີດສິດທິມະນຸດຢູ່ເບລາຣຸສ
ການລະເມີດສິດທິມະນຸດຢູ່ເບລາຣຸສ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍສະຫະລັດ

ອົງການວ່າດ້ວຍຄວາມໝັ້ນຄົງແລະການຮ່ວມມືໃນຢູໂຣບຫຼື OSEC ໄດ້ພິມເຜີຍແຜ່ ລາຍງານສະບັບນຶ່ງ ແຈ້ງໃຫ້ຮູ້ເຖິງການລ່ວງລະເມີດສິດທິມະນຸດຂະໜາດໃຫຍ່ແລະເປັນລະບົບຢູ່ໃນເບລາຣຸສໂດຍອຳນາດການປົກຄອງອາເລັກຊານເດີ ລູກາເຊັງໂກ ໃນລະຫວ່າງການເລືອກຕັ້ງທີ່ມີການສໍ້ໂກງຄະແນນ ເມື່ອວັນທີ 9 ສິງຫາຜ່ານມາ ແລະເຫດການຫຼັງຈາກນັ້ນ.

ອົງການວ່າດ້ວຍຄວາມໝັ້ນຄົງແລະການຮ່ວມມືໃນຢູໂຣບ ໄດ້ກ່າວອ້າງວ່າ ຈຸດ
ປະສົງຫຼັກໃນການປາບປາມຂອງລູກາເຊັງໂກ ກໍແມ່ນ “ເພື່ອລົງໂທດພວກເດີນ
ຂະບວນປະທ້ວງແລະຂົ່ມຂູ່ພວກເຂົາເຈົ້າ ແລະພວກທີ່ອາດຈະເຂົ້າຮ່ວມໃນການປະທ້ວງ.”

ການລ່ວງລະເມີດຕໍ່ພວກເດີນຂະບວນແບບສັນຕິ ພວກນັກເຄື່ອນໄຫວຝ່າຍຄ້ານແລະພວກນັກຂ່າວ ແມ່ນຮວມທັງ ການທໍລະມານ ການຄຸມຂັງໂດຍພະລະການແລະການຕັດຮອດອິດສະຫຼະພາບໃນການປາກເວົ້າ ການຄົບຄ້າສະມາຄົມແລະການໂຮມຊຸມນຸມແບບສັນຕິ.

ທ່ານໂວບແກງ ເບເນເດັກ ນັກຂຽນແລະສາສະດາຈານກົດໝາຍແຖວໜ້າໃຫ້ຂໍ້
ສັງເກດຢູ່ໃນລາຍງານວ່າ ມັນ “ໜ້າເປັນຫ່ວງທີ່ສຸດທີ່ວ່າກໍລະນີຕ່າງໆໄດ້ມີການ
ຈົດບັນທຶກໄວ້ເປັນຢ່າງດີ ກ່ຽວກັບການທໍລະມານແລະການປະຕິບັດທີ່ບໍ່ຖືກຕ້ອງໃນການປາບປາມ ໂດຍກຳລັງຮັກສາຄວາມສະຫງົບ ຕໍ່ພວກຄັດຄ້ານທາງການເມືອງນັ້ນເຮັດໃຫ້ຍັງບໍ່ມີຄົນໃດເປັນຜູ້ຮັບຜິດຊອບເທື່ອ ຊຶ່ງເປັນການຢືນຢັນກ່ຽວກັບຂໍ້ກ່າວຫາທີ່ວ່າ ໂດຍທົ່ວໄປແລ້ວກໍບໍ່ມີຜູ້ໃດຖືກລົງໂທດ ນອກນັ້ນກໍເນື່ອງມາຈາກບໍ່ມີການດຳເນີນຄະດີທາງດ້ານການເມືອງທີ່ເປັນທຳ.”

ການເດີນຂະບວນຂະໜາດໃຫຍ່ຍັງດຳເນີນຢູ່ຕໍ່ມາໃນທົ່ວປະເທດເບລາຣຸສ ນັບແຕ່ການເລືອກຕັ້ງທີ່ໄດ້ມີການຂັດແຍ້ງ ການກົດດັນທີ່ມີເພີ້ມຂຶ້ນຕໍ່ປະທານາທິບໍດີລູກາເຊັງໂກ ທີ່ໄດ້ປົກຄອງປະເທດມາເປັນເວລາ 26 ປີ ແລະໄດ້ປະຕິເສດບໍ່ຍອມຮັບຮູ້ວ່າການເລືອກຕັ້ງໄດ້ມີການລັກຂະໂມຍ.

ອີງຕາມ ລາຍງານຂ່າວແລ້ວ ປະທານາທິບໍດີລູກາເຊັງໂກ ໄດ້ເພີ້ມການຮັກສາຄວາມປອດໄພ ໃນການກຳອຳນາດຂອງທ່ານ ໂດຍສະເພາະໄດ້ອັດຊາຍແດນ
ທາງກ້ຳຕາເວັນຕົກຂອງປະເທດ ສັບປ່ຽນລັດຖະມົນຕີກະຊວງພາຍໃນແລະຮຽກ
ຮ້ອງໃຫ້ເຈົ້າໜ້າທີ່ຮັກສາຄວາມສະຫງົບທີ່ຄວບຄຸມພວກປະທ້ວງ ໃຫ້ເພີ້ມທະວີ
ໃນການປາບປາມພວກເດີນຂະບວນປະທ້ວງ.

ສະຫະລັດ “ຍັງສືບຕໍ່ໄດ້ຮັບແຮງກະຕຸກຊຸກຍູ້ຈາກຄວາມສາມາດໃນການຟື້ນໂຕຄືນແລະກຽດສັກສີຂອງປະຊາຊົນຊາວເບລາຣຸສ” ນັ້ນຄືຄຳເວົ້າຂອງລັດຖະມົນຕີ
ການຕ່າງປະເທດໄມຄ໌ ພອມພຽວ ທີ່ກ່າວຢູ່ໃນຖະແຫຼງການສະບັບນຶ່ງ. “ສະຫະ
ລັດຍັງສືບຕໍ່ຮຽກຮ້ອງໃຫ້ພວກເຈົ້າໜ້າທີ່ເບລາຣຸສ ຢຸດເຊົາການປາບປາມ ແລະ
ເອົາໃຈໃສ່ຕໍ່ຄຳຮຽກຮ້ອງຂອງປະຊາຊົນຊາວເບລາຣຸສ ເພື່ອຈັດໃຫ້ມີການເລືອກຕັ້ງທີ່ເສລີ ແລະເປັນທຳ ພາຍໃຕ້ການສັງເກດການທີ່ເປັນອິດສະຫຼະ.”

ການສະເໜີແນະຢູ່ໃນລາຍງານ ຂອງອົງການວ່າດ້ວຍຄວາມໝັ້ນຄົງແລະການຮ່ວມມືໃນຢູໂຣບ ແມ່ນແນະນຳໃຫ້ເຈົ້າໜ້າທີ່ເບລາຣຸສຊອກຫາຊ່ອງທາງຍຸຕິວິກິດການ ຊຶ່ງເສັ້ນທາງຕ່າງໆແມ່ນຮວມທັງອະນຸຍາດໃຫ້ອົງການ OSEC ເຂົ້າໄປສັງເກດການ ຍຸຕິການກໍ່ຄວາມຮຸນແຮງຕໍ່ປະຊາຊົນເບລາຣຸສ ແລະໃຫ້ການຄ້ຳປະກັນວ່າ ພວກທີ່ຮັບຜິດຊອບໃນໄລຍະຜ່ານມາ ຈະຖືກນຳຕົວມາລົງໂທດ. ຍິ່ງໄປກວ່ານັ້ນ ພວກທີ່ຖືກຄຸມຂັງຢ່າງບໍ່ເປັນທຳ ຕ້ອງຖືກປ່ອຍແລະຈະຕ້ອງມີການເປີດການເຈລະຈາແຫ່ງຊາດແບບມີຄວາມໝາຍກັບພວກຜູ້ຕາງໜ້າຂອງພັກການເມືອງຝ່າຍ ຄ້ານແລະກຸ່ມສັງຄົມພົນລະເຮືອນ.

ສະຫະລັດແມ່ນຢືນຢູ່ກັບປະຊາຊົນຊາວເບລາຣຸສ ໃນການຕໍ່ສູ້ເພື່ອໃຫ້ໄດ້ມາຊຶ່ງຄວາມເປັນທຳ ຕະຫຼອດທັງການເລືອກຕັ້ງທີ່ເສລີ ແລະຍຸຕິທຳ.

XS
SM
MD
LG