Accessibility links

Breaking News

ບົດບັນນາທິການ: ພວກສະໜັບສະໜຸນປະຊາທິປະໄຕ ໃນຮົງກົງ ຖືກຕັດສິນໂທດ ຫຼາຍຂຶ້ນ


ມະຫາເສດຖີສື່ມວນຊົນ ຈິມມີ ລາຍ ໄປລາຍໂຕ ຕໍ່ຕຳຫຼວດ ຫຼັງຈາກຖືກປ່ອຍ ຍ້ອນປະກັນໂຕອອກມາ.
ມະຫາເສດຖີສື່ມວນຊົນ ຈິມມີ ລາຍ ໄປລາຍໂຕ ຕໍ່ຕຳຫຼວດ ຫຼັງຈາກຖືກປ່ອຍ ຍ້ອນປະກັນໂຕອອກມາ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ພັກຄອມມູນິສຈີນຍັງສືບຕໍ່ການປະຕິບັດງານເພື່ອທັບມ້າງພວກສະໜັບສະໜຸນ ປະຊາທິປະໄຕໃນຮົງກົງ ທີ່ພວມທຳການຕໍ່ສູ້ ຢ່າງກ້າຫານ ຕ້ານການດຳເນີນ
ງານຂອງພັກຄອມມູນິສຈີນ ທີ່ຈະຫັນປ່ຽນຮົງກົງໃຫ້ກາຍເປັນເຂດຜະເດັດການ
ທີ່ສັ່ງການຈາກປັກກິ່ງ.

ນຶ່ງໃນຄວາມເສຍຫາຍຮ້າຍແຮງເທື່ອຫຼ້າສຸດ ທີ່ບົງການໂດຍລັດຖະບານຈີນ ກໍແມ່ນສານແຫ່ງນຶ່ງໄດ້ຕັດສິນໃຫ້ພວກຜູ້ນຳທີ່ໜຸ່ມນ້ອຍຂອງຂະບວນການປະຊາ
ທິປະໄຕໃນຮົງກົງ 3 ຄົນຕິດຄຸກ.

ທ້າວຈາຊົວ ວອງ ອາຍຸ 24 ປີ ເປັນຜູ້ສະໜັບສະໜຸນອະວຸໂສຕໍ່ສິດທິທາງດ້ານ
ການເມືອງ ແລະສິດທິມະນຸດ ຢູ່ໃນຮົງກົງ. ລາວເປັນຜູ້ນຳພວກນັກສຶກສາ “ປະ
ຕິວັດຄັນຮົ່ມ” ປີ 2014 ແລະຮວມຢູ່ໃນບັນດາຜູ້ກໍ່ຕັ້ງພັກການເມືອງ ເດໂມຊິສ-
ໂຕ (Demosisto) ທີ່ຖືກຍຸບໄປແລ້ວນັ້ນ. ໃນວັນທີ 2 ທັນວາຜ່ານມານີ້ ທ້າວ
ວອງໄດ້ຖືກຕັດສິນໂທດໃຫ້ຈຳຄຸກ 13 ເດືອນເຄິ່ງ ຍ້ອນໄດ້ພົວພັນ ໃນການປະ
ທ້ວງປີ 2019 ຢູ່ນອກກອງບັນຊາການຕຳຫຼວດ. ສ່ວນສະມາຊິກທີ່ສຳຄັນອີກ 2
ຄົນຂອງພັກ ຄືນາງແອັກແນສ ຈາວ (Annes Chow) ແລະ ທ້າວໄອແວນ ແລມ (Ivan Lam) ກໍໄດ້ຖືກຕັດສິນລົງໂທດເຊັ່ນດຽວກັນ ຄືນາງຈາວຖືກຕິດຄຸກ 10 ເດືອນ ແລະທ້າວແລມ 7 ເດືອນ.

ພວກຜູ້ນຳທັງ 3 ແມ່ນຮວມຢູ່ໃນພວກເດີນຂະບວນ 10,000 ຄົນທີ່ໄດ້ຖືກຈັບຢູ່ຮົງກົງນັບແຕ່ເດືອນມິຖຸນາປີ 2019 ເປັນຕົ້ນມາ. ການຈັບກຸມຊຶ່ງຮວມທັງມະຫາ
ເສດຖີສື່ມວນຊົນແລະນັກເຄື່ອນໄຫວເພື່ອປະຊາທິປະໄຕຈິມມີ ລາຍ (Jimmy Lai) ມີຂຶ້ນໃນຂະນະທີ່ລັດຖະບານຈີນ ສືບຕໍ່ຫາທາງປິດປາກປິດສຽງ ເຂດປົກ ຄອງຕົນເອງຮົງກົງແລະປະຕິເສດບໍ່ໃຫ້ປະຊາຊົນມີອິດສະຫຼະພາບຂັ້ນພື້ນຖານ
ຊຶ່ງເປັນການລະເມີດຢ່າງເປີດແປນຕໍ່ພັນທະສາກົນຂອງປະເທດຈີນ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວຢູ່ໃນຖະແຫຼງການວ່າ “ສະຫະລັດແມ່ນຕື່ນຕົກໃຈຕໍ່ການປະຫັດປະຫານທາງດ້ານການເມືອງຂອງລັດຖະບານຮົງກົງຕໍ່ພວກສະໜັບສະໜຸນປະຊາທິປະໄຕຢູ່ໃນຮົງກົງ. ການໃຊ້ສານ ເພື່ອປິດປາກປິດສຽງພວກຄັດຄ້ານ ແມ່ນເຄື່ອງບົ່ງບອກກ່ຽວ
ກັບອຳນາດການປົກຄອງແບບຜະເດັດການ ແລະໄດ້ເນັ້ນໃຫ້ເຫັນອີກເທື່ອນຶ່ງວ່າ
ຄວາມຢ້ານກົວທີ່ໃຫຍ່ທີ່ສຸດຂອງພັກຄອມມູນນິສຈີນກໍຄືການປາກເວົ້າແລະການມີຄວາມຄິດທີ່ເສລີຂອງປະຊາຊົນຂອງຕົນ.”

ທ່ານພອມພຽວ ກ່າວວ່າ “ຮົງກົງ ໂດຍປະຫວັດສາດແລ້ວ ແມ່ນໄດ້ຮັບຜົນປະ
ໂຫຍດຈາກລະບົບທີ່ເສລີແລະເປີດກວ້າງທີ່ໃຫ້ການຊຸກຍູ້ຕໍ່ການສະໜັບສະໜຸນ
ແບບສັນຕິຂອງປະຊາຊົນ ເຊັ່ນໂຈຊົວ ວອງ ແອັກແນັສ ຈາວ ໄອແວນ ແລມ
ແລະຈິມມີ ລາຍ. ປະຊາຊົນຮົງກົງຄວນມີສິດເສລີພາບ ໃນການຊົມໃຊ້ສິດທິທີ່
ໄດ້ຮັບການຄ້ຳປະກັນຕໍ່ພວກເຂົາເຈົ້າພາຍໃຕ້ກົດໝາຍຂັ້ນພື້ນຖານ ຄຳປະກາດ
ຮ່ວມລະຫວ່າງຈີນກັບອັງກິດ ສົນທິສັນຍາທີ່ສະຫະປະຊາຊາດຈົດທະບຽນແລະ
ຄຳປະກາດສາກົນວ່າດ້ວຍສິດທິມະນຸດ.”

ລັດຖະມົນຕີການຕ່າງປະເທດພອມພຽວ ປະກາດວ່າ “ສະຫະລັດ ຈະສືບຕໍ່ເຮັດວຽກກັບພັນທະມິດ ແລະພາຄີຂອງພວກເຮົາ ຢູ່ໃນທົ່ວໂລກ ເພື່ອປົກປ້ອງສິດທິ
ແລະອິດສະຫຼະພາບຂອງປະຊາຊົນໃນຮົງກົງແລະພວກທີ່ໄດ້ຮັບຄວາມທຸກທໍລະ
ມານທັງໝົດພາຍໃຕ້ການປົກຄອງແບບກົດຂີ່ຂອງພັກຄອມມູນິສຈີນ. ພວກເຮົາຂໍຢືນຄຽງຂ້າງກັບໂຈຊົວ ວອງ ແອັກແນັສ ຈາວ ໄອແວນ ແລມ ຈິມມີ ລາຍ ປະຊາຊົນຊາວຮົງກົງ ແລະປະຊາຊົນທຸກຖ້ວນໜ້າຂອງປະເທດຈີນ.”

XS
SM
MD
LG