Accessibility links

Breaking News

ບົດບັນນາທິການ: ການເລືອກຕັ້ງທີ່ສໍ້ໂກງໃນເວເນຊູເອລາ


ຜູ້ຊາຍຄົນນຶ່ງໄປລົງຄະແນນສຽງ ໃນລະຫວ່າງການເລືອກຕັ້ງ ຢູ່ນະຄອນຫຼວງກາຣາກາສ ປະເທດເວເນຊູເອລາ ເມື່ອວັນທີ 6 ທັນວາ 2020.
ຜູ້ຊາຍຄົນນຶ່ງໄປລົງຄະແນນສຽງ ໃນລະຫວ່າງການເລືອກຕັ້ງ ຢູ່ນະຄອນຫຼວງກາຣາກາສ ປະເທດເວເນຊູເອລາ ເມື່ອວັນທີ 6 ທັນວາ 2020.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ເມື່ອວັນທີ 6 ທັນວາຜ່ານມານີ້ ອຳນາດການປົກຄອງທີ່ຜິດກົດໝາຍຂອງ
ນິໂກລາສ ມາດູໂຣ ໃນເວເນຊູເອລາ ໄດ້ຈັດໃຫ້ມີການສະແດງລະຄອນຕະຫຼົກ
ທີ່ແນໃສ່ເພື່ອໃຫ້ເບິ່ງຄືກັບວ່າ ເປັນການເລືອກຕັ້ງສະພານິຕິບັນຢັດ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວຢູ່ໃນຖະ
ແຫຼງການວ່າ “ເປັນຈັ່ງໂຊກ ມີພຽງບໍ່ເທົ່າໃດຄົນທໍ່ນັ້ນ ທີ່ຫຼົງເຊື່ອ.” ສະຫະລັດ
ແລະປະເທດປະຊາທິປະໄຕອີກຫຼາຍສິບປະເທດຢູ່ໃນທົ່ວໂລກໄດ້ປະນາມການ
ຫຼອກລວງ ທີ່ບໍ່ໄດ້ມາດຕະຖານຂັ້ນຕ່ຳສຸດ ທາງດ້ານຄວາມໜ້າເຊື່ອຖືໃດໆ.”

ລັດຖະມົນຕີການຕ່າງປະເທດພອມພຽວກ່າວວ່າ “ມາດູໂຣໄດ້ສໍ້ໂກງການເລືອກ
ຕັ້ງເຫຼົ່ານີ້ແບບໜ້າດ້ານໆເພື່ອໃຫ້ລາວໄດ້ຮັບໄຊຊະນະ ໂດຍການຢຶດເອົາຊື່ພັກການເມືອງຕ່າງໆແບບຜິດກົດໝາຍແລະບັດທີ່ມີກາເຄື່ອງໝາຍ ເພື່ອສ້າງຄວາມ
ປັ່ນປ່ວນໃຫ້ແກ່ຂັ້ນຕອນ ໂດຍພວກທີ່ຈົງຮັກພັກດີຕໍ່ທ່ານໃນສະພາເລືອກຕັ້ງ ກໍ່ຄວາມຮຸນແຮງ ແລະທຳການຂົ່ມຂູ່ ແລະໃຊ້ກົນລະຍຸດ ທີ່ບໍ່ແມ່ນປະຊາທິປະໄຕ
ອື່ນໆ. ຍິ່ງໄປກວ່ານັ້ນ ມີປະມານ 60 ປະເທດ ແລະອົງການຈັດຕັ້ງຕ່າງໆຢູ່ໃນ
ທົ່ວໂລກຮວມທັງສະຫະລັດ ສະຫະພາບຢູໂຣບ ອົງການຂອງບັນດາປະເທດໃນທະວີບອາເມຣິກາ ກຸ່ມລີມາ ແລະກຸ່ມຕິດຕໍ່ສາກົນ ບໍ່ໄດ້ຖືວ່າ ຜົນການເລືອກຕັ້ງ
ດັ່ງກ່າວ ຖືກຕ້ອງຕາມກົດໝາຍ.

ລັດຖະມົນຕີການຕ່າງປະເທດພອມພຽວ ກ່າວວ່າ “ລະຄອນຕະຫຼົກນີ້ ບໍ່ມີຫຍັງເລີຍ ຫຼາຍໄປກວ່າຄວາມພະຍາຍາມເພື່ອຈະສ້າງຕັ້ງພວກສົມຮູ້ຮ່ວມຄິດ ສະພາຫຸ່ນແຫ່ງຊາດ ທີ່ເຊື່ອຟັງແຕ່ມາດູໂຣເທົ່ານັ້ນ ໃນຂະນະທີ່ຫາທາງທຳລາຍສະຖາ
ບັນປະຊາທິປະໄຕຂອງປະເທດທີ່ຍັງເຫຼືອຢູ່ພຽງແຫ່ງດຽວເທົ່ານັ້ນ ທີ່ເປັນຜູ້ຕາງ
ໜ້າໃຫ້ແກ່ປະຊາຊົນຊາວເວເນຊູເອລາ.”

ການເລືອກຕັ້ງແບບຈອມປອມດັ່ງກ່າວນີ້ ມີຂຶ້ນໃນຂະນະທີ່ອຳນາດການປົກຄອງ
ເຖື່ອນຂອງມາດູໂຣ ໄດ້ທຳການລອບສັງຫານ ທໍລະມານ ແລະກໍຈັບກຸມຄຸມຂັງພວກຝ່າຍຄ້ານຢ່າງເປັນລະບົບ ຊຶ່ງທາງອົງການສະຫະປະຊາຊາດ ອົງການບັນ
ດາປະເທດໃນທະວີບອາເມຣິກາ ແລະພວກນັກສັງເກດການອິດສະຫຼະອື່ນໆ ໄດ້
ເປີດເຜີຍໃຫ້ເຫັນຢູ່ໃນລາຍງານ ເມື່ອມໍ່ໆມານີ້. ກ່ອນໜ້າການເລືອກຕັ້ງທີ່ມີການສໍ້ໂກງດັ່ງກ່າວ ອຳນາດການປົກຄອງມາດູໂຣ ຍັງໄດ້ເພີ້ມການຮາວີລົບກວນ ຕໍ່
ພະນັກງານມະນຸດສະທຳ ແລະຂົ່ມຂູ່ ຕໍ່ໂຄງການແຈກຢາຍອາຫານຕ່າງໆ. ລັດ
ຖະມົນຕີພອມພຽວປະກາດວ່າ “ອຳນາດການປົກຄອງທີ່ໂຫດຮ້າຍແລະໄຮ້ຄວາມ
ຮູ້ສຶກ ບໍ່ມີຄວາມສາມາດທີ່ຈະຈັດໃຫ້ມີການເລືອກຕັ້ງທີ່ເສລີແລະເປັນທຳໄດ້.”

ສະຫະລັດຍັງຈະສືບຕໍ່ຮັບຮູ້ປະທານາທິບໍດີຊົ່ວຄາວຮວນ ກວາອີໂດ ແລະສະພາ
ແຫ່ງຊາດທີ່ຖືກຕ້ອງຕາມກົດໝາຍ. ປະຊາຄົມນາໆຊາດບໍ່ສາມາດອະນຸຍາດໃຫ້
ມາດູໂຣ ທີ່ໄດ້ຂຶ້ນຄອງອຳນາດ ຍ້ອນລັກຂະໂມຍການເລືອກຕັ້ງປີ 2018 ເພື່ອ
ໃຫ້ໄດ້ຮັບໄຊຊະນະຈາກການລັກຂະໂມຍເທື່ອທີສອງ.

ສະຫະລັດຂໍຮຽກຮ້ອງໃຫ້ທຸກໆປະເທດ ທີ່ມີຄວາມໝັ້ນໝາຍຕໍ່ປະຊາທິປະໄຕຈົ່ງ
ເຂົ້າຮ່ວມໃນການປະນາມ ການເລືອກຕັ້ງຈອມປອມໃນວັນທີ 6 ທັນວາແລະໃຫ້
ການສະໜັບສະໜຸນສະພາແຫ່ງຊາດທີ່ຖືກຕ້ອງຕາມກົດໝາຍ ແລະປະທານາທິ
ບໍດີຊົ່ວຄາວຂອງປະເທດ. ທັງມາດູໂຣ ແລະສະພາແຫ່ງຊາດ ທີ່ຖືກເລືອກແບບຈອມປອມດັ່ງກ່າວ ບໍ່ໄດ້ເປັນປາກເປັນສຽງຢ່າງຖືກຕ້ອງຕາມກົດໝາຍຕາງໜ້າໃຫ້ປະຊາຊົນຊາວເວເນຊູເອລາ ຊຶ່ງມັນສາມາດສະແດງອອກໄດ້ ໂດຍຜ່ານການເລືອກຕັ້ງປະທານາທິບໍດີທີ່ເສລີແລະເປັນທຳທໍ່ນັ້ນ.

XS
SM
MD
LG