Accessibility links

Breaking News

ບົດບັນນາທິການ: ການລຸກຂຶ້ນ ຕ້ານຢັນການກົດຂີ່ ຂອງຈີນ


ກົມວຽກງານຂອງແນວໂຮມຢູ່ຈີນ.
ກົມວຽກງານຂອງແນວໂຮມຢູ່ຈີນ.

ບົດບັນນາທິິການ ທີ່ສະທ້ອນເຖິງທັດສະນະຂອງລັດຖະບານສະຫະລັດ

ພັກຄອມມູນິສຈີນຫຼື CCP ໄດ້ຊອກຫາຊ່ອງທາງເພື່ອເຜີຍແຜ່ລັດທິມາກເລນິນ ແລະອິດທິພົນຂອງຕົນຢູ່ໃນທົ່ວໂລກ ນັ້ນຄືຄຳເວົ້າຂອງລັດຖະມົນຕີການຕ່າງ
ປະເທດໄມຄ໌ ພອມພຽວ ທີ່ກ່າວຢູ່ໃນຖະແຫລງການ. ຊ່ອງທາງນຶ່ງທີ່ພັກຄອມ
ມູນິສຈີນ ດຳເນີນງານກ່ຽວກັບເລື້ອງນີ້ ກໍແມ່ນຜ່ານກົມວຽກງານຂອງແນວໂຮມ ຊຶ່ງເປັນຫ້ອງການນຶ່ງຂອງລັດຖະບານທີ່ໃຫ້ທຶນສະໜັບສະໜຸນຕໍ່ການປະຕິບັດງານເພື່ອສ້າງອິດທິພົນຢູ່ພາຍໃນ ແລະຕ່າງປະເທດ ໂດຍຜ່ານການໂຄ ສະນາຊວນເຊື່ອແລະການໃຊ້ເລ້ຫຼ່ຽມ.

ລັດຖະມົນຕີການຕ່າງປະເທດພອມພຽວ ກ່າວວ່າ “ແນວໂຮມດັ່ງກ່າວມັກຈະທຳ
ການຂົ່ມຂູ່ຕໍ່ບັນດາສະມາຊິກ ຂອງພວກນັກວິຊາການ ທຸລະກິດ ກຸ່ມສັງຄົມພົນລະເຮືອນ ແລະສະມາຊິກປະຊາຄົມຊາວຈີນພົ້ນທະເລ ຮວມທັງ ພວກຊົນຊາດຊົນເຜົ່າແລະສາສະໜາກຸ່ມນ້ອຍ ທີ່ໄດ້ກ່າວຕ້ອງຕິຕໍ່ການລະເມີດສິດທິມະນຸດທີ່ໜ້າຢ້ານກົວທີ່ເກີດຂຶ້ນໃນເຂດຊິນຈຽງ ທິເບດ ແລະແຫ່ງອື່ນໆໃນປະເທດຈີນ.”

ກົນລະຍຸດໃນການບີບບັງຄັບຂອງພັກຄອມມູນິສຈີນ ແມ່ນແນໃສ່ສ່ວນບຸກຄົນທີ່ຖືກເບິ່ງກັນວ່າເຮັດວຽກຕ້ານຜົນປະໂຫຍດຂອງພັກ. ກົນລະຍຸດເຫຼົ່ານີ້ແມ່ນຮວມ
ທັງຊອກຄົ້ນແລະເປີດເຜີຍຂໍ້ມູນລາຍລະອຽດສ່ວນໂຕທີ່ຮູ້ກັນໃນພາສາອັງກິດວ່າ
“doxing” ຂອງພວກທີ່ຕົກເປັນເປົ້າແລະແມ່ນກະທັງສະມາຊິກໃນຄອບຄົວຂອງພວກເຂົາເຈົ້າ ຜ່ານທາງອອນລາຍນ໌ ຊຶ່ງເປັນວິທີນຶ່ງໃນການຂົ່ມຂູ່ທາງດ້ານການເມືອງ.

ໃນຄວາມພະຍາຍາມເພື່ອຈະຍຸຕິການໃຊ້ເລ້ຫຼ່ຽມດັ່ງກ່າວ ລັດຖະມົນຕີການຕ່າງປະເທດພອມພຽວໄດ້ທຳການຈຳກັດຮັດແຄບຕໍ່ການອອກວີຊາພາຍໃຕ້ກົດໝາຍວ່າດ້ວຍຄົນເຂົ້າເມືອງແລະການຖືສັນຊາດຕໍ່ສາທາລະນະລັດປະຊາຊົນຈີນແລະ
ເຈົ້າໜ້າທີ່ຂອງພັກຄອມມູນິສຈີນ ຮວມທັງພວກທີ່ຍັງເຮັດວຽກຢູ່ໃນກົມວຽກງານຂອງແນວໂຮມ ທີ່ມີສ່ວນພົວພັນໃນການນຳໃຊ້ ຫຼືທຳການຂົ່ມຂູ່ ທີ່ຈະໃຊ້ກຳລັງເພື່ອກໍ່ຄວາມຮຸນແຮງ ລັກຂະໂມຍ ແລະເປີດເຜີຍຂໍ້ມູນສ່ວນໂຕ ຈາລະກຳ ກໍ່ວິ ນາດສະກຳ ເຂົ້າແຊກແຊງ ໂດຍມີຈຸດປະສົງທີ່ບໍ່ຫວັງດີ ໃນກິດຈະກຳທາງດ້ານການເມືອງ ພາຍໃນປະເທດ ອິດສະຫຼະພາບດ້ານການສຶກສາ ຄວາມເປັນສ່ວນໂຕຂອງສ່ວນບຸກຄົນ ຫຼືກິດຈະກຳທາງດ້ານທຸລະກິດ.

ກິດຈະກຳທີ່ປະສົງຮ້າຍເຫຼົ່ານີ້ແມ່ນແນໃສ່ເພື່ອຫັນປ່ຽນແລະບີບບັງຄັບໃຫ້ພວກຜູ້ ນຳຢູ່ໃນຂົງເຂດແລະໃນທ້ອງຖິ່ນ ຢູ່ໃນປະຊາຄົມຊາວຈີນພົ້ນທະເລ ໃນສະຖາບັນການສຶກສາຄົ້ນຄວ້າ ແລະກຸ່ມສັງຄົມພົນລະເຮືອນຕ່າງໆ ທັງຢູ່ໃນສະຫະລັດແລະຢູ່ໃນປະເທດອື່ນໆ ເພື່ອສົ່ງເສີມນະໂຍບາຍຜະເດັດການ ຂອງພັກຄອມມູນິສຈີນ.

ລັດຖະມົນຕີການຕ່າງປະເທດພອມພຽວປະກາດວ່າ “ຂ້າພະເຈົ້າຈະສືບຕໍ່ຈັດຕັ້ງປະຕິບັດ ການຈຳກັດຮັດແຄບໃນການອອກວີຊາ ເພື່ອສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ພວກທີ່ຮັບຜິດຊອບໃນການເອົາມາດຕະການທີ່ເປັນການລ່ວງລະເມີດຕໍ່ກົດລະບຽບຂອງສາກົນ ແມ່ນບໍ່ເປັນທີ່ຕ້ອນຮັບຢູ່ໃນະຫະລັດ.”

ສະຫະລັດຂໍຮຽກຮ້ອງໃຫ້ສາທາລະນະລັດປະຊາຊົນຈີນ ຢຸດເຊົາການໃຊ້ກົນລະຍຸດແບບບີບບັງຄັບ ແລະການຂົ່ມຂູ່ ເພື່ອກົດຂີ່ຕໍ່ສິດເສລີພາບໃນການປາກເວົ້າ.

XS
SM
MD
LG