Accessibility links

Breaking News

ບົດບັນນາທິການ: ສະຫະລັດຫລຸດກຳລັງທະຫານ ໃນອັຟການິສຖານ ແລະປະເທດອີຣັກ


ການຖອນທະຫານສະຫະລັດອອກຈາກອັຟການິສຖານ
ການຖອນທະຫານສະຫະລັດອອກຈາກອັຟການິສຖານ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານຄຣິສໂຕເຟີ ມິລເລີ ໄດ້ປະກາດໃນວັນທີ 17 ພະຈິກຜ່ານມານີ້ວ່າ ສະຫະລັດ ຕັ້ງໃຈທີ່ຈະຫຼຸດກຳລັງທະຫານອາເມຣິກັນທັງໃນອັຟການິສຖານແລະປະເທດອີຣັກ. ພາຍໃນວັນທີ 15 ມັງກອນປີ 2021 ນີ້ ຈະມີທະຫານສະຫະລັດເຫຼືອຢູ່ 2,500 ຄົນໃນປະເທດທັງສອງ.

ທ່ານມິລເລີ ລັດຖະມົນຕີຮັກການກະຊວງປ້ອງກັນປະເທດ ກ່າວຕື່ມວ່າ “ນີ້ແມ່ນສອດຄ່ອງກັບແຜນການທີ່ໄດ້ວາງໄວ້ ແລະຈຸດປະສົງທາງດ້ານຍຸດທະສາດ ໃຫ້ການສະໜັບສະໜຸນ ໂດຍປະຊາຊົນອາເມຣິກັນ ແລະບໍ່ໄດ້ໝາຍເຖິງການປ່ຽນ ແປງໃນນະໂຍບາຍ ຫຼືຈຸດປະສົງຂອງສະຫະລັດ. ພວກເຮົາຮູ້ສຶກເປັນໜີ້ບຸນຄຸນຕໍ່ຜູ້ທີ່ຮັກຊາດຫຼາຍໆຄົນ ທີ່ໄດ້ສະຫຼະຊີວິດເພື່ອປະເທດຊາດແລະພວກສະຫາຍຂອງພວກເຂົາເຈົ້າ ທີ່ໄດ້ດຳເນີນການຕໍ່ໄປເພື່ອມູນເຊື້ອຂອງພວກເຂົາເຈົ້າ.”

ທ່ານມິລເລີ ກ່າວວ່າ “ຮວມກັນແລ້ວ ພວກເຮົາໄດ້ໄວ້ທຸກ ໃນການສູນເສຍທະ ຫານອາເມຣິກັນ 6,900 ກວ່າຄົນ ທີ່ໄດ້ສະຫຼະຊີວິດຂອງພວກເຂົາເຈົ້າໃນອັຟການິສຖານແລະໃນອີຣັກ ແລະພວກເຮົາຈະບໍ່ເຄີຍຫຼົງລືມ ທີ່ພວກທະຫານອີກ 52,000 ກວ່າຄົນທີ່ໄດ້ຮັບບາດເຈັບຈາກສົງຄາມແລະພວກທີ່ຍັງມີຮອຍບາດແຜທັງໝົດ ທັງທີ່ເຫັນໄດ້ແລະເຫັນບໍ່ໄດ້.”

ໃນການຮຽກຮ້ອງ ຮ່ວມກັບລັດຖະມົນຕີຮັກສາການ ກະຊວງປ້ອງກັນປະເທດ ທ່ານຄຣິສໂຕເຟີ ມິລເລີ ນັ້ນ ປະທານາທິບໍດີອັຟການິສຖານ ທ່ານອາສຣາຟ ການີກໍໄດ້ສະແດງຄວາມຮູ້ບຸນຄຸນຕໍ່ທະຫານອາເມຣິກັນທຸກໆຄົນທີ່ໄດ້ຕໍ່ສູ້ເພື່ອ ໃຫ້ມີສັນຕິພາບໃນອັຟການິສຖານ. ສະຫະລັດຍັງສືບຕໍ່ສະໜັບສະໜຸນການເຈລະຈາສັນຕິພາບໃນອັຟການິສຖານ ລະຫວ່າງສາທາລະນະລັດອິສລາມ ແລະພວກກະບົດຕາລີບານ ຊຶ່ງເປັນໂອກາດອັນດີທີ່ສຸດ ທີ່ຈະບັນລຸການຕົກລົງກັນ ເພື່ອແກ້ໄຂທາງດ້ານການເມືອງ ແລະຍຸຕິສົງຄາມ.

ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດມິລເລີ ໃຫ້ຂໍ້ສັງເກດວ່າ ສະຫະລັດຍັງສືບຕໍ່ກຽມພ້ອມ ເພື່ອປົກປ້ອງຊາວອາເມຣິກັນແລະສະໜັບສະໜຸນພາຄີຂອງສະຫະລັດ.

ລັດຖະມົນຕີຮັກສາການມິລເລີກ່າວວ່າ “ກອງທັບຂອງສະຫະລັດຍັງມີຄວາມໝັ້ນໝາຍ ທີ່ຈະໃຫ້ການປົກປ້ອງຄວາມປອດໄພແລະຄວາມໝັ້ນຄົງ ຕໍ່ປະຊາຊົນອາເມຣິກັນ ແລະສະໜັບສະໜຸນພັນທະມິດ ແລະປະເທດພາຄີທີ່ມີຄວາມຄິດຄ້າຍຄືກັນຂອງພວກເຮົາ ຢູ່ໃນທົ່ວໂລກ. ຖ້າກຳລັງຂອງພວກກໍ່ການຮ້າຍ ພວກທີ່ສ້າງຄວາມບໍ່ທຸ່ນທ່ຽງ ພວກສ້າງຄວາມແຕກແຍກ ແລະສ້າງຄວາມກຽດຊັງເລີ້ມການປຸກລະດົມ ດ້ວຍຄວາມຕັ້ງໃຈ ເພື່ອລົບກວນຄວາມພະຍາຍາມ ຂອງພວກເຮົາພວກເຮົາກໍພ້ອມແລ້ວທີ່ຈະນຳໃຊ້ຄວາມສາມາດຕາມທີ່ຕ້ອງການເພື່ອທັບມ້າງພວກເຂົາ.”

ໃນການນຳເອົາພວກທະຫານອາເມຣິກັນກັບຄືນປະເທດນັ້ນ ລັດຖະມົນຕີຮັກສາການກະຊວງປ້ອງກັນປະເທດມິລເລີ ປະກາດວ່າ “ພວກເຮົາຈະສິ້ນສຸດສົງຄາມໃນຮຸ້ນຄົນນີ້. ພວກເຮົາຈະປົກປ້ອງເດັກນ້ອຍຂອງພວກເຮົາຈາກການແບກຫາບພາລະອັນໜັກໜ່ວງແລະຄວາມເສຍຫາຍຈາກສົງຄາມທີ່ບໍ່ມີມື້ຈົບສິ້ນ ແລະພວກເຮົາຈະໃຫ້ກຽດແກ່ການເສຍສະຫຼະທີ່ໄດ້ມີຂຶ້ນ ເພື່ອນຳໄປສູ່ການສ້າງສັນຕິພາບ ແລະສະຖຽນລະພາບຢູ່ໃນອັຟການິສຖານ ອີຣັກ ແລະແຫ່ງອື່ນໆໃນໂລກ ແລະສະເຫຼີມສະຫຼອງຕໍ່ຜູ້ທີ່ໃຫ້ການຊ່ວຍເຫຼືອພວກເຮົາ ເພື່ອໃຫ້ໄດ້ມາຊຶ່ງອິດສະຫຼະພາບເໜືອການກົດຂີ່.”

XS
SM
MD
LG