Accessibility links

Breaking News

ບົດບັນນາທິການ: ສະຫະລັດ ບໍ່ຍິນດີຕ້ອນຮັບ ພວກລ່ວງລະເມີດ ສິດທິມະນຸດຢູ່ຈີນ


ພວກຄົນງານພາກັນຍ່າງອ້ອມ ໃນອັນທີ່ເຈົ້າໜ້າທີ່ເອີ້ນວ່າ ສູນຝຶກອາຊີບ ໃນເມືອງ Dabancheng ໃນເຂດຊິນຈຽງ ຂອງຊາວວີເກີ.
ພວກຄົນງານພາກັນຍ່າງອ້ອມ ໃນອັນທີ່ເຈົ້າໜ້າທີ່ເອີ້ນວ່າ ສູນຝຶກອາຊີບ ໃນເມືອງ Dabancheng ໃນເຂດຊິນຈຽງ ຂອງຊາວວີເກີ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ພັກຄອມມູນິສຈີນຫຼື CCP ໄດ້ທຳການຈຳກັດຮັດແຄບຢ່າງຮ້າຍແຮງເກີນຂອບເຂດ ຕໍ່ສິດເສລີພາບໃນການສະແດງຄວາມຄິດຄວາມເຫັນ ການນັບຖືສາ
ສະໜາຫຼືຄວາມເຊື່ອ ການຄົບຄ້າສະມາຄົມແລະສິດທິໃນການເຕົ້າໂຮມກັນດ້ວຍ
ຄວາມສະຫງົບ ຢູ່ໃນປະເທດຈີນ. ລັດຖະມົນຕີການຕ່າງປະເທດພອມພຽວກ່າວວ່າ ສະຫະລັດ “ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງແລ້ວວ່າ ພວກຮັບຜິດຊອບໃນການລ່ວງລະເມີດສິດທິມະນຸດ ແບບນີ້ ແມ່ນບໍ່ຍິນດີຕ້ອນຮັບ ໃຫ້ເຂົ້າມາໃນປະ
ເທດຂອງພວກເຮົາ.”

ເພື່ອກ້າວໄປສູ່ຈຸດນັ້ນ ສະຫະລັດໄດ້ອອກຂໍ້ຈຳກັດຮັດແຄບເພີ້ມຕື່ມ ພາຍໃຕ້ກົດໝາຍຄົນເຂົ້າເມືອງແລະໂອນສັນຊາດຕໍ່ການອອກວີຊາໃຫ້ແກ່ພວກເຈົ້າໜ້າທີ່ຈີນທີ່ເຊື່ອວ່າເປັນຜູ້ຮັບຜິດຊອບ ຫຼືສົມຮູ້ຮ່ວມຄິດ ໃນການອອກນະໂຍບາຍຫລືເອົາມາດຕະການ ທີ່ແນໃສ່ເພື່ອກົດຂີ່ທາງສາສະໜາ ແລະພວກຜູ້ນຳທາງສາສະໜາສະມາຊິກຂອງພວກຊົນກຸ່ມນ້ອຍ ພວກຄັດຄ້ານລັດຖະບານ ພວກປົກປ້ອງສິດທິມະນຸດ ພວກນັກຂ່າວ ພວກຈັດຕັ້ງດ້ານແຮງງານ ຜູ້ນຳກຸ່ມສັງຄົມພົນລະເຮືອນ​ແລະພວກປະທ້ວງແບບສັນຕິ. ບັນດາສະມາຊິກໃນຄອບຄົວຂອງບຸກຄົນປະເພດນີ້​ອາດຈະຖືກຂໍ້ຈຳກັດຮັດແຄບເຫຼົ່ານີ້ນຳດ້ວຍ. ຂໍ້ຈຳກັດຮັດແຄບໃໝ່ນີ້ແມ່ນເພື່ອຈະນຳໃຊ້ກັບພວກເຈົ້າໜ້າທີ່ຈີນໝົດທຸກຄົນທີ່ພົວພັນກັບນະໂຍບາຍກົດຂີ່ ຫຼືເອົາມາດຕະການຕໍ່ຕ້ານກຸ່ມເຫຼົ່ານີ້ ບໍ່ສຳຄັນວ່າຢູ່ສະຖານທີ່ແຫ່ງໃດ.

ໃນປີນີ້ ສະຫະລັດໄດ້ທຳການຈຳກັດຮັດແຄບທາງດ້ານວີຊາ ແລະການລົງໂທດທາງດ້ານການເງິນຕໍ່ພວກເຈົ້າໜ້າທີ່ພັກຄອມມູນິສຈີນ ທີ່ຮັບຜິດຊອບໃນການລະເມີດສິດທິມະນຸດອັນໜ້າຢ້ານກົວ ທີ່ພວມເກີດຂຶ້ນ ຢູ່ໃນເຂດຊິນຈຽງ ຈຳກັດຮັດແຄບໃນການເດີນທາງໄປຍັງເຂດທິເບດຂອງພວກນັກການທູດສະຫະລັດ ແລະມີສ່ວນໃນການທັບມ້າງຄຳໝັ້ນສັນຍາໃນການປົກຄອງຕົນເອງຂອງຮົງກົງ ທີ່ໄດ້ໃຫ້ໄວ້ ພາຍໃຕ້ຖະແຫຼງການຮ່ວມ ລະຫວ່າງຈີນກັບອັງກິດ. ການເອົາມາດຕະການເຫຼົ່ານີ້ ສະແດງໃຫ້ເຫັນເຖິງການຕັດສິນໃຈຂອງສະຫະລັດ ທີ່ຈະຖືວ່າພັກຄອມມູນິສຈີນເປັນຜູ້ຮັບຜິດຊອບໃນການກົດຂີ່ເພີ້ມຂຶ້ນຕໍ່ປະຊາຊົນຈີນ.

ສະຫະລັດ ແມ່ນຢືນຢູ່ຄຽງຂ້າງກັບຫຼາຍໆສ່ວນບຸກຄົນ ທີ່ໄດ້ຖືກປະຫັດປະຫານໂດຍພັກຄອມມູນິສຈີນຍ້ອນພະຍາຍາມທີ່ຈະຊົມໃຊ້ສິດທິພື້ນຖານຂອງພວກເຂົາ ເຈົ້າ. ພວກເຂົາເຈົ້າເຫຼົ່ານີ້ ແມ່ນຮວມທັງ ທະນາຍຄວາມ ສູ ຊີຢົງ (Xu Zhi-yong) ນັກສອນສາສະໜາປະຈໍາເຮືອນ ຫວັງຢີ (Wang Yi) ນັກເຄື່ອນໄຫວສັງຄົມພົນລະເຮືອນ ຫວງ ຈີ (Huang Qi) ນັກວິຊາການ ຊາວວີເກີ້ ອີລາມ ໂທຕີ (Ilham Tohti) ຜູ້ສະໜັບສະໜຸນປະຊາທິປະໄຕ ໃນຮົງກົງ ທ່ານຈິມມີ ລາຍ (Jimmy Lai) ນັກຊ່ຽວຊ້ານດ້ານພາສາ ແລະນັກທຸລະກິດ ຊາວທິເບດ ຕາຊີ ວັງຈຸກ (Tashi Wangchuk) ທີ່ຮວມຢູ່ໃນຈຳນວນຫຼາຍໆຄົນ.

ລັດຖະມົນຕີການຕ່າງປະເທດພອມພຽວ ຮຽກຮ້ອງໃຫ້ “ປ່ອຍພວກເຂົາເຈົ້າໃນທັນທີ ແລະຂໍໃຫ້ພັກຄອມມູນິສຈີນ ເຄົາລົບນັບຖືສິດທິມະນຸດແລະອິດສະຫຼະ ພາບຂັ້ນພື້ນຖານ ທີ່ປະຊາຊົນຊາວຈີນຄວນໄດ້ຮັບ ພາຍໃຕ້ຄຳປະກາດສາກົນວ່າດ້ວຍສິດທິມະນຸດ.”

XS
SM
MD
LG