Accessibility links

Breaking News

ບົດບັນນາທິການ: ປະທານາທິບໍດີຄົນໃໝ່ ຍຸກສະໄໝການປົກຄອງໃໝ່


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ເຊັນດຳລັດ ຢູ່ທີ່ທຳນຽບຂາວ.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ເຊັນດຳລັດ ຢູ່ທີ່ທຳນຽບຂາວ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

please wait

No media source currently available

0:00 0:04:15 0:00


ໃນຂະນະທີ່ລົມລະດູໜາວ ໂຊຍພັດ ກະທົບໃສ່ທຸງຊາດຫຼາຍໆພັນຜືນ ໃຫ້ປິວສະບັດຢູ່ນັ້ນ ທ່ານໂຈເຊັຟ ໂຣບິນແນັດ ໄບເດັນ ຈູເນຍ ໄດ້ສາບານໂຕເຂົ້າຮັບຕຳ ແໜ່ງເປັນປະທານາທິບໍດີຄົນທີ 46 ຂອງສະຫະລັດ ຢູ່ຂັ້ນໄດຂອງຫໍລັດ ຖະສະພາສະຫະລັດ ໃນວັນທີ 20 ມັງກອນຜ່ານມານີ້.

ໃນຄຳປາໄສເຂົ້າຮັບຕຳແໜ່ງຂອງທ່ານນັ້ນ ປະທານາທິບໍດີໄບເດັນໄດ້ຮຽກຮ້ອງໃຫ້ຊາວອາເມຣິກັນທັງໝົດ ປຸ້ມລຸມສາມັກຄີກັນ ເພື່ອເອົາຊະນະບັນຫາທ້າທາຍຕ່າງໆ ແລະເຮັດໃຫ້ອະນາຄົດຂອງປະເທດມີຄວາມໝັ້ນຄົງ. ທ່ານໄບເດັນກ່າວວ່າ:

“ປະຫວັດສາດ ຄວາມເຊື່ອ ແລະເຫດຜົນສະແດງ ໃຫ້ເຫັນເຖິງເສັ້ນທາງ ເສັ້ນ ທາງແຫ່ງຄວາມປຸ້ມລຸມສາມັກຄີ. ພວກເຮົາສາມາດປະຕິບັດຕໍ່ກັນແລະກັນແບບມີກຽດສັກສີແລະໃຫ້ການເຄົາລົບ. ພວກເຮົາສາມາດເຕົ້າໂຮມກຳລັງກັນ ຢຸດເຊົາການຮ້ອງໃສ່ກັນ ແລະຫຼຸດຜ່ອນອຸນຫະພູມລົງ ...ນີ້ແມ່ນໂອກາດເວລາແຫ່ງປະຫວັດສາດຂອງພວກເຮົາ ເພື່ອຮັບມືກັບວິກິດການແລະສິ່ງທ້າທາຍ ແລະຄວາມປຸ້ມລຸມສາມັກຄີ ແມ່ນເສັ້ນທາງໄປໜ້າ.”

ສຳລັບພວກທີ່ຢູ່ນອກຊາຍແດນຂອງສະຫະລັດອອກໄປະທານາທິບໍດີໄບເດັນ ກໍຂໍສົ່ງຂ່າວໄປຫາພວກເຂົາເຈົ້າເຊັ່ນກັນ. ປະທານາທິບໍດີໄບເດັນ ກ່າວວ່າ:

“ພວກເຮົາຈະປົວແປງພັນທະມິດຂອງພວກເຮົາ ແລະພົວພັນກັບໂລກອີກເທື່ອນຶ່ງ. ບໍ່ແມ່ນເພື່ອຮັບມືກັບບັນຫາທ້າທາຍຂອງມື້ວານນີ້ ແຕ່ແມ່ນຂອງມື້ນີ້ແລະຂອງມື້ອື່ນ. ພວກເຮົາຈະນຳພາ ບໍ່ພຽງແຕ່ເປັນຕົວຢ່າງດ້ວຍກຳລັງຂອງພວກ
ເຮົາເທົ່ານັ້ນ ແຕ່ດ້ວຍກຳລັງຂອງຕົວຢ່າງພວກເຮົາ. ພວກເຮົາຈະມີຄວາມເຂັ້ມແຂງແລະເຊື່ອໝັ້ນໂດຍປະເທດພາຄີເພື່ອໃຫ້ມີສັນຕິພາບ ຄວາມກ້າວໜ້າແລະຄວາມໝັ້ນຄົງ.”

ໃນເວລາຕໍ່ມາຂອງມື້ດຽວກັນນັ້ນ ປະທານາທິບໍດີໄບເດັນກໍໄດ້ເອົາມາດຕະການຫຼາຍໆຢ່າງ ຂອງຝ່າຍບໍລິຫານ ໂດຍມີິເປົ້າໝາຍຕ່າງໆ ໃນໃຈຢູ່ແລ້ວ. ນຶ່ງໃນການເຄື່ອນໄຫວ ກໍແມ່ນເລີ້ມຂັ້ນຕອນເພື່ອໃຫ້ສະຫະລັດໄດ້ກັບຄືນເຂົ້າໄປຮ່ວມຂໍ້ຕົກລົງດິນຟ້າອາກາດປາຣີ. ອີກອັນນຶ່ງກໍແມ່ນເພື່ອຢຸດເຊົາການຖອນຕົວຂອງສະຫະລັດ ອອກຈາກອົງການອະນາໄມໂລກ. ອີກອັນນຶ່ງ ກໍແມ່ນຍົກເລີກ ການຫ້າມບໍ່ໃຫ້ພວກເດີນທາງ ມາຈາກບາງປະເທດທີ່ມີຊາວມຸສລິມເປັນຊົນກຸ່ມໃຫຍ່ ຈາກປະເທດອາຟຣິກາ ແລະປະເທດອື່ນໆ. ນອກນັ້ນກໍຍັງແມ່ນການໂຈະການສ້າງກຳແພງ ຢູ່ຕາມຊາຍແດນສະຫະລັດຕິດກັບເມັກຊິໂກແລະຢຸດຄຳປະກາດ ສຸກເສີນ ທີ່ຊ່ວຍໃນການໃຫ້ທຶນສະໜັບສະໜຸນ ການກໍ່ສ້າງດັ່ງກ່າວ.

ໃນຄຳປາໄສເຂົ້າຮັບຕຳແໜ່ງນັ້ນ ປະທານາທິບໍດີໄບເດັນຍັງຮຽກຮ້ອງໃຫ້ປະຊາຊົນອາເມຣິກັນ “ເລີ້ມຕົ້ນໃໝ່.” ທ່ານໄດ້ທ້າໃຫ້ພວກເຂົາເຈົ້າຮ່ວມກັນເພື່ອ “ຂຽນ ເລື້ອງລາວ ແຫ່ງຄວາມຫວັງ ຂອງອາເມຣິກັນ ບໍ່ແມ່ນ ຄວາມຢ້ານກົວ ແຕ່ເປັນ ຄວາມປຸ້ມລຸມສາມັກຄີ ບໍ່ແມ່ນການແບ່ງແຍກ...ເລື້ອງລາວທີ່ບອກໃຫ້ຮູ້ເຖິງ ໂອ ກາດເວລາທີ່ຍັງມາບໍ່ທັນຮອດເທື່ອທີ່ພວກເຮົາໄດ້ສະໜອງຕອບຕໍ່ການຮຽກຮ້ອງ ຂອງປະຫວັດສາດ ທີ່ອາເມຣິກາຂອງພວກເຮົາ ມີອິດສະຫຼະພາບອັນໝັ້ນຄົງ ຢູ່ພາຍໃນປະເທດ ແລະອີກເທື່ອນຶ່ງ ເປັນແສງໄຟເຍືອງທາງຂອງໂລກ.”

XS
SM
MD
LG