Accessibility links

Breaking News

ບົນບັນນາທິການ: ນາໆຊາດ ປະນາມ ການຈັບກຸມ ທ່ານນາວາລນີ


ການປະທ້ວງຢູ່ຣັດເຊຍ
ການປະທ້ວງຢູ່ຣັດເຊຍ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດ ພ້ອມດ້ວຍລັດຖະມົນຕີການຕ່າງປະເທດ ຂອງກຸ່ມຈີ 7 ຈາກການາດາ ຝຣັ່ງ ເຢຍຣະມັນ ອີຕາລີ ຍີ່ປຸ່ນ ແລະອັງກິດ ຕະຫຼອດທັງ ຫົວໜ້າໃນດ້ານນະໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບ “ແມ່ນເປັນນ້ຳນຶ່ງໃຈດຽວກັນໃນການປະນາມກ່ຽວກັບການຈັບກຸມຄຸມຂັງນັກການເມືອງຝ່າຍຄ້ານ ທີ່ມີຊື່ສຽງຂອງຣັດເຊຍ ທ່ານອາເລັກເຊ ນາວາລນີ ໂດຍມີຈຸດປະສົງທາງດ້ານການເມືອງ”.ລັດຖະມົນຕີການຕ່າງປະເທດ ຂອງກຸ່ມຈີ 7 ຮຽກຮ້ອງໃຫ້ປ່ອຍທ່ານນາວາລນີ ທີ່ຖືກຈັບບໍ່ດົນຫຼັງຈາກໄດ້ເດີນທາງກັບຄືນໄປຣັດເຊ ຈາກເຢຍຣະມັນ “ໃນທັນທີໂດຍບໍ່ມີເງື່ອນໄຂໃດໆ.”

ໃນຖະແຫຼງການທີ່ເປັນລາຍລັກອັກສອນນັ້ນ ສະມາຊິກຂອງກຸ່ມຈີ 7 ຍັງໄດ້ສະແດງຄວາມເປັນຫ່ວງຢ່າງເລິກເຊິ່ງກ່ຽວກັບ “ການຈັບກຸມພວກປະທ້ວງແບບສັນຕິຫຼາຍໆພັນຄົນແລະພວກນັກຂ່າວ ແລະຮຽກຮ້ອງໃຫ້ຣັດເຊຍຍຶດໝັ້ນໃນພັນທະແຫ່ງຊາດ ແລະພັນທະສາກົນຂອງຕົນແລະປ່ອຍພວກທີ່ຖືກຈັບໂດຍພະລະການຍ້ອນຊົມໃຊ້ສິດທິ ໃນການໂຮມຊຸມນຸມແບບສັນຕິ ຂອງພວກເຂົາເຈົ້າ ເມື່ອວັນທີ 23 ມັງກອນຜ່ານມາ.”

ຖະແຫຼງການຂອງກຸ່ມຈີ 7 ກ່າວຕື່ມວ່າ “ການກົດຂີ່ໂດຍໃຊ້ຄວາມຮຸນແຮງຂອງຕຳຫຼວດ ຕໍ່ສິດທິໃນການສະແດງຄວາມຄິດຄວາມເຫັນ ຂອງສ່ວນບຸກຄົນ ແມ່ນເປັນທີ່ຍອມຮັບເອົາບໍ່ໄດ້. ເຫດການເຫຼົ່ານີ້ໄດ້ໃຫ້ການຢືນຢັນເຖິງການສືບຕໍ່ກ່ຽວກັບການມີທ່າອຽງໃນທາງລົບ ຕໍ່ການຫລຸດນ້ອຍຖອຍລົງຂອງບ່ອນຫວ່າງສຳລັບພວກຝ່າຍຄ້ານ ກຸ່ມສັງຄົພົນລະເຮືອນ ພວກຕໍ່ສູ້ປົກປ້ອງສິດທິມະນຸດ ແລະຫາງສຽງທີ່ເປັນອິດສະຫຼະ ຢູ່ໃນປະເທດຣັດເຊຍ.”

ທ່ານນາວາລນີເກືອບຖືກຂ້າຕາຍ ໃນເດືອນສິງຫາປີ 2020 ໃນການພະຍາຍາມລອບສັງຫານໂດຍໃຊ້ສານພິດທຳລາຍປະສາດ Novichok ຊຶ່ງເປັນສານພິດ ທີ່ພັດທະນາຂຶ້ນມາໃນສະໄໝສະຫະພາບໂຊຫວຽດ. ລັດຖະມົນຕີຂອງກຸ່ມປະເທດຈີ 7 ໄດ້ກ່າວຢ້ຳວ່າ “ການໃຊ້ອາວຸດເຄມີ ໃດໆກໍຕາມ ແມ່ນເປັນທີ່ຮັບເອົາບໍ່ໄດ້ ແລະເປັນການລະເມີດ ຫຼັກການລະຫວ່າງປະເທດ ຕໍ່ການນຳໃຊ້ ອາວຸດແບບນີ້. ພວກເຮົາ ອີກຄັ້ງນຶ່ງ ຂໍຮຽກຮ້ອງໃຫ້ພວເຈົ້າໜ້າທີ່ຣັດເຊຍ ສືບສວນສອບສວນແລະໃຫ້ການອະທິບາຍແບບໜ້າເຊື່ອຖື ຕໍ່ການນຳໃຊ້ອາວຸດເຄມີ ຢູ່ໃນດິນແດນຂອງຕົນ ຕາມຄວາມເປັນຈິງ ກ່ຽວກັບພັນທະຂອງຣັດເຊຍ ພາຍໃຕ້ສົນທິສັນຍາການນຳໃຊ້ອາວຸດເຄມີ.”

ການໃຊ້ອາວຸດເຄມີ ຕໍ່ນັກການເມືອງຝ່າຍຄ້ານ ພ້ອມທັງການຈັບກຸມເທື່ອຫຼ້າສຸດຂອງທ່ານນາວາລນີ ຍິ່ງເປັນການບ່ອນທຳລາຍຫຼາຍຂຶ້ນຕໍ່ປະຊາທິປະໄຕ ຫາງສຽງທີ່ເປັນອິດສະຫຼະ ແລະຄວາມຫຼາກຫຼາຍທາງດ້ານການເມືອງ ຢູ່ໃນປະເທດ ຣັດເຊຍ. ກຸ່ມຈີ 7 ຂໍຮຽກຮ້ອງໃຫ້ຣັດເຊຍ ເຮັດຫຼ້ອນພັນທະຂອງຕົນ ພາຍໃຕ້ສົນທິສັນຍາລະຫວ່າງປະເທດ ກ່ຽວກັບສິດທິຂອງພົນລະເມືອງ ແລະສິດທິທາງດ້ານການເມືອງ ແລະເພື່ອໃຫ້ການຄ້ຳປະກັນ ຕໍ່ສິດທິທີ່ຕົນໄດ້ກຳນົດໄວ້ ຮວມທັງສິດເສລີພາບໃນການປາກເວົ້າ ສຳລັບທຸກໆຄົນຢູ່ໃນດິນແດນ ແລະອຳນາດການຕັດສິນຄະດີຂອງຕົນ.

ສະຫະລັດ ແລະພາຄີໃນກຸ່ມຈີ 7 ຍັງສືບຕໍ່ “ມີຄວາມໝັ້ນໝາຍຢ່າງແຂງຂັນໃນສົນທິສັນຍາການໃຊ້ອາວຸດເຄມີ ແລະການໃຫ້ຄວາມສະໜັບສະໜຸນຂອງພວກເຮົາຕໍ່ປະຊາທິປະໄຕ ການປົກຄອງດ້ວຍຕົວບົດກົດໝາຍ ແລະ ສິດທິມະນຸດຢູ່ໃນຣັດເຊຍ ຕະຫຼອດທັງເສີມຂະຫຍາຍການໃຫ້ຄວາມສະໜັບສະໜຸນຂອງພວກເຮົາຕໍ່ກຸ່ມສັງຄົມພົນລະເຮືອນຣັດເຊຍນຳດ້ວຍ.”

XS
SM
MD
LG