Accessibility links

Breaking News

ບົດບັນນາທິການ: ສະຫະລັດຢືນຢູ່ຄຽງຂ້າງປະຊາຊົນຊາວມຽນມາ


ການປະທ້ວງຕໍ່ຕ້ານລັດຖະປະຫານ ທີ່ບາໂກ.
ການປະທ້ວງຕໍ່ຕ້ານລັດຖະປະຫານ ທີ່ບາໂກ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດແມ່ນໃຫ້ການສະໜັບສະໜຸນຕໍ່ປະຊາຊົນຊາວມຽນມາ ໃນຂະນະທີ່ພວກເຂົາເຈົ້າ ສືບຕໍໍ່ການປະທ້ວງ ຕໍ່ຕ້ານການເຮັດລັດຖະປະຫານໃນວັນທີ 1 ກຸມພາຜ່ານມາ ທີ່ໄດ້ໂຄ່ນລົ້ມລັດຖະບານມຽນມາທີ່ມາຈາກການເລືອກຕັ້ງແບບປະຊາທິປະໄຕ ນັ້ນຄືຄຳເວົ້າ ຂອງທ່ານເນດ ໄພຣສ໌ ໂຄສົກຂອງກະຊວງການຕ່າງປະເທດສະຫະລັດ.

“ພວກເຮົາຢືນຢູ່ກັບປະຊາຊົນຊາວມຽນມາ ແລະໃຫ້ການສະໜັບສະໜຸນຕໍ່ສິດທິໃນການໂຮມຊຸມແບບສັນຕິ ຂອງພວກເຂົາເຈົ້າ ຮວມທັງສິດທິໃນການປະທ້ວງດ້ວຍຄວາມສະຫງົບ ເພື່ອສະໜັບສະໜຸນລັດຖະບານທີ່ຖືກເລືອກແບບປະຊາທິປະໄຕ ແລະສິດທິໃນການສະແດງອອກ ຊຶ່ງອິດສະຫຼະພາບ ໃນການປາກເວົ້າ ອິດສະຫຼະພາບໃນການຊອກສະແຫວງຫາ ໄດ້ຮັບ ແລະແຈ້ງຂ່າວຂໍ້ມູນ ທັງໃນທາງອອນລາຍນ໌ ແລະນອກລະບົບອິນເຕີແນັດ.”

ສະຫະລັດຂໍປະນາມຢ່າງແຮງ ຕໍ່ການເຮັດລັດຖະປະຫານເມື່ອວັນທີ 1 ກຸມພາ ແລະຍັງສືບຕໍ່ ທວງໃຫ້ຟື້ນຟູອຳນາດໃຫ້ແກ່ລັດຖະບານທີ່ຖືກເລືອກມາແບບປະ ຊາທິປະໄຕ ປ່ອຍພວກທີ່ຖືກຈັບທັງໝົດ ແລະຢຸດເຊົາການໂຈມຕີພວກນັກຂ່າວ ພວກນັກເຄື່ອນໄຫວ ແລະສະມາຊິກອື່ນໆ ຂອງກຸ່ມສັງຄົມພົນລະເຮືອນ. ພວກເຮົາຂໍຮຽກຮ້ອງໃຫ້ໃຊ້ຄວາມຢັບຢັ້ງສຸດຂີດແລະຂໍແຈ້ງໃຫ້ພວກທະຫານຊາບຢ່າງຈະແຈ້ງວ່າ ການກໍ່ຄວາມຮຸນແຮງຕໍ່ປະຊາຊົນແມ່ນເປັນທີ່ຮັບເອົາບໍ່ໄດ້ ແລະຈະບໍ່ປ່ອຍໃຫ້ເກີດຂຶ້ນ. ສະຫະລັດໄດ້ປຸກລະດົມໃຫ້ກໍ່ຕັ້ງແນວໂຮມໃນຂອບເຂດອັນກວ້າງຂວາງຂອງປະເທດພາຄີແລະພັນທະມິດເພື່ອກົດດັນໃຫ້ພວກທະຫານຕ່າວປີ້ນການກະທຳຂອງຕົນ. ໃນວັນທີ 11 ກຸມພາຜ່ານມາ ສະຫະລັດໄດ້ລົງໂທດຕໍ່ພວກນາຍທະຫານ ທັງໃນປັດຈຸບັນແລະອະດີດ 10 ຄົນ ທີ່ພົວພັນໃນການເຮັດລັດຖະປະຫານ ແລະບໍລິສັດຂຸດຄົ້ນ 3 ບໍລິສັດ ທີ່ພວກທະຫານເປັນເຈົ້າຂອງຫຼືເປັນຜູ້ຄວບຄຸມ.

ຍິ່ງໄປກວ່ານັ້ນ ສະຫະລັດໄດ້ທົບທວນການໃຫ້ຄວາມຊ່ວຍເຫຼືອຂອງອາເມຣິກາ ທີ່ອາດໃຫ້ຜົນປະໂຫຍດແກ່ລັດຖະບານມຽນມາ. ແຕ່ແນວໃດກໍຕາມ ສະຫະລັດຍັງຈະສືບຕໍ່ ໃຫ້ການສະໜັບສະໜຸນຢ່າງແຂງຂັນຂອງພວກເຮົາ ແກ່ປະຊາຊົນຊາວມຽນມາແລະການຊ່ວຍເຫຼືອທາງດ້ານມະນຸດສະທຳ ເຊັ່ນວ່າການຊ່ວຍເຫຼືອໃນດ້ານຮັກສາສຸຂະພາບ ການຊ່ວຍເຫຼືອຕໍ່ກຸ່ມສັງຄົມພົນລະເຮືອນ ແລະ ໂຄງ ການອື່ນໆ ທີ່ໃຫ້ຜົນປະໂຫຍດແກ່ປະຊາຊົນຊາວມຽນມາ.

ເພື່ອເປັນການຕອບໂຕ້ຕໍ່ການເຮັດລັດຖະປະຫານ ອົງການຢູເສດ ໃນທັນທີໄດ້ສັ່ງໃຫ້ຫັນການຊ່ວຍເຫຼືອໃນມູນຄ່າປະມານ 42 ລ້ານ 4 ແສນໂດລາໄປຈາກວຽກງານ ທີ່ອາດຈະໃຫ້ຜົນປະໂຫຍດ ແກ່ພວກທະຫານ. ເງິນເຫຼົ່ານີ້ຈະຖືກສົ່ງໄປຍັງກິດຈະກຳ ທີ່ສະໜັບສະໜຸນປະຊາຊົນຊາວມຽນມາ ໂດຍຊ່ວຍເສີມສ້າງຄວາມສາມາດຂອງກຸ່ມສັງຄົມພົນລະເຮືອນ ເພື່ອປົກປ້ອງປະຊາທິປະໄຕ ເສີມ
ຂະຫຍາຍຄວາມເປັນອິດສະຫຼະຂອງສື່ມວນຊົນ ແລະຊຸກຍູ້ສັນຕິພາບແລະສ້າງ
ຄວາມປອງດອງຊາດຢູ່ໃນບາງເຂດທີ່ໄດ້ຮັບຜົນກະທົບຈາກຄວາມຮຸນແຮງ. ສະຫະລັດຍັງຈະສືບຕໍ່ ໃຫ້ການຊ່ວຍເຫຼືອທາງດ້ານມະນຸດສະທຳ ຕໍ່ຊາວໂຣຮິງຢາແລະປະຊາຊົນທີ່ຕົກຢູ່ໃນຄວາມຫໍ່ແຫຼມກຸ່ມອື່ນໆ. ສະຫະລັດຈະບໍ່ມີຄວາມລັງເລໃຈໃນການໃຫ້ຄວາມສະໜັບສະໜຸນ ແກ່ປະຊາຊົນຊາວມຽນມາ ແລະຄວາມໄຝ່ຝັນຂອງພວກເຂົາເຈົ້າ ທີ່ຢາກມີປະຊາທິປະໄຕ ສິດເສລີພາບ ແລະຄວາມອຸດົມຮັ່ງມີ.

ທ່ານເນດ ໄພຣສ໌ ກ່າວວ່າ “ນັ້ນຄືບູລິມະສິດ ຂອງພວກເຮົາ. ການຢືນຢູ່ຄຽງຂ້າງກັບປະຊາຊົນຊາວມຽນມາຮ່ວມກັບພວກພັນທະມິດທີ່ມີຄວາມຄິດຄ້າຍຄືກັນກັບພວກເຮົາ ກັບພວກພາຄີທີ່ມີຄວາມຄິດຄ້າຍຄືກັນກັບພວກເຮົາ ຈຶ່ງເຮັດໃຫ້ບໍ່ມີຄວາມສົງໄສໃດໆເລີຍສຳລັບປະຊາຊົນຊາວມຽນມາໃນຂະນະທີ່ພວກເຂົາເຈົ້າສືບຕໍ່ ສະແດງອອກຊຶ່ງຄວາມປາຖະໜາຂອງພວກເຂົາເຈົ້າເພື່ອຈະກັບຄືນໄປສູ່ປະຊາທິປະໄຕ ແລະລົງສູ່ຖະໜົນຫົນທາງ.”

XS
SM
MD
LG