Accessibility links

Breaking News

ບົດບັນນາທິການ: ການຄ້າຢາເສບຕິດ ຍັງສືບຕໍ່ເປັນບັນຫາສ້າງຄວາມເດືອດຮ້ອນ ຢູ່ໃນທົ່ວໂລກ ສຳລັບປີ 2020


ສານເຄມີຕົ້ນທີ່ຍຶດໄດ້ຢູ່ໃນລັດສານຂ ອງມຽນມາ.
ສານເຄມີຕົ້ນທີ່ຍຶດໄດ້ຢູ່ໃນລັດສານຂ ອງມຽນມາ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

“ການຄ້າຢາເສບຕິດທີ່ຜິດກົດໝາຍ ຍັງສືບຕໍ່ເປັນນຶ່ງ ໃນໄພອັນຕະລາຍທີ່ຮ້າຍແຮງຕໍ່ສາທາລະນະສຸກແລະຄວາມໝັ້ນຄົງຂອງສະຫະລັດ ຕະຫຼອດທັງສະຖຽນລະພາບລະຫວ່າງປະເທດ” ນັ້ນຄືຄໍາເວົ້າຂອງທ່ານເນດ ໄພຣສ໌ ໂຄສົກກະຊວງການຕ່າງປະເທດຂອງສະຫະລັດ.

ລາຍງານຍຸດທະສາດວ່າດ້ວຍການຄວບຄຸມຢາເສບຕິດລະຫວ່າງປະເທດສະບັບ ປີ 2020 ທີ່ຫາກໍອອກເມື່ອໄວໆມານີ້ ໄດ້ເນັ້ນຢ້ຳເຖິງຄວາມສຳຄັນໃນການເຮັດວຽກກັບປະເທດແຫຼ່ງທີ່ມາ ແລະເປັນທາງຜ່ານ ເພື່ອຫຼຸດຜ່ອນໃນການສະໜອງຢາເສບຕິດ ພ້ອມທັງຄວາມພະຍາຍາມສຳລັບຫຼຸດຜ່ອນຄວາມຕ້ອງການຢາເສບ
ຕິດທີ່ຜິດກົດໝາຍ ແລະຂະຫຍາຍການເຂົ້າເຖິງປິ່ນປົວໃນເລື້ອງນີ້.

ໃນຢູໂຣບ ຄວາມຕ້ອງການຢາໂຄເຄນຈາກອາເມຣິກາໃຕ້ ໄດ້ເພີ້ມທະວີຂຶ້ນໃນຂະນະທີ່ການຈັບກຸມ ແລະຄວາມຕ້ອງການເພື່ອຈະໄດ້ຮັບການປິ່ນປົວຍັງສືບຕໍ່ສູງເປັນປະຫວັດການ.

ການຜະລິດ ຂົນສົ່ງ ແລະຊົມໃຊ້ຢາບ້າ ຫຼື methamphetamine ຊຶ່ງສ່ວນໃຫຍ່ມັກເຮັດຈາກສານເຄມີຕົ້ນທີ່ມາຈາກຈີນ ກໍຍັງສືບຕໍ່ມີຄວາມຕ້ອງການໃນລະດັບສູງຢູ່ໃນຫຼາຍໆຂົງເຂດ ໂດຍສະເພາະ ແມ່ນເຂດເອເຊຍຕາເວັນອອກສຽງໃຕ້ ບາງເຂດໃນທະວີບອາຟຣິກາ ແລະທະວີບອາເມຣິກາເໜືອ.

ລາຍງານໃຫ້ຂໍ້ສັງເກດວ່າໄດ້ເກີດບັນຫາທ້າທາຍຂະໜາດໃຫຍ່ໃນປີ 2020 ຊຶ່ງໄດ້ນຳໄປສູ່ການໄດ້ຮັບຜົນແບບປະສົມປະສານ ໃນການຕໍ່ສູ້ ຕ້ານຢາເສບຕິດທີ່ຜິດກົດໝາຍ ຕົວຢ່າງໃນເຂດພູແອນດິສ ໄດ້ກາຍເປັນເຂດແລະກໍຍັງສືບຕໍ່ເປັນທີ່ມີຄວາມເປັນຫ່ວງຢ່າງສຳຄັນ ໃນບັນດາປະເທດ ແຫຼ່ງທີ່ມາ ແລະກໍທາງຜ່ານ. ປະເທດໂຄລອມເບຍ ແລະເປຣູ ແມ່ນມີຄວາມໝັ້ນໝາຍ ຕໍ່ການເປັນພາຄີຂອງສະຫະລັດ ແຕ່ການປູກຕົ້ນໂກກາແລະການຜະລິດໂຄເຄນຢູ່ໃນປະເທດທັງສອງແມ່ນຢູ່ໃນລະດັບສູງເປັນພິເສດ.

ການປິດຊາຍແດນແລະການຈຳກັດຮັດແຄບໃນການເດີນທາງເນື່ອງຈາກໂຄວິດ-19 ໄດ້ລົບກວນເສັ້ນທາງການຂົນສົ່ງ ແລະຕ່ອງໂສ້ການສະໜອງສານເຄມີຕົ້ນ ແຕ່ແນວໃດກໍຕາມ ການລັກລອບຄ້າຂາຍຢາເສບຕິດໄດ້ຊອກຫາເສັ້ນທາງແລະວິທີການໃໝ່ຢ່າງວ່ອງໄວ ແລະເຮັດໃຫ້ການສະໜອງຢາເສບຕິດຢູ່ໃນຫຼາຍໆຂົງເຂດ ແມ່ນສູງເປັນປະຫວັດການ ພາຍໃນໄລຍະທ້າຍປີທີ່ຜ່ານມານີ້.

ແນວໃດກໍຕາມ ກໍຍັງມີຈຸດເດັ່ນຢູ່ຫຼາຍໆຢ່າງ. ປະເທດໂຄລອມເບຍມີລາຍງານວ່າ ໃນປີ 2020 ຜ່ານມານີ້ ສາມາດຍຶດຢາເສບຕິດໄດ້ຫຼາຍເປັນປະຫວັດການ ແລະຍັງສືບຕໍ່ເປັນຜູ້ນຳໃນຄວາມພະຍາຍາມຕໍ່ຕ້ານຢາເສບຕິດຢູ່ໃນຂົງເຂດ.

ໃນຂະນະດຽວກັນ ເວເນຊູເອລາ ອີກເທື່ອນຶ່ງໄດ້ປະສົບກັບຄວາມລົ້ມແຫຼວໃນການສະແດງອອກຊຶ່ງພັນທະຂອງຕົນ ພາຍໃຕ້ຂໍ້ຕົກລົງຄວບຄຸມຢາເສບຕິດລະຫວ່າງປະເທດ. ການສໍ້ລາດບັງຫຼວງ ແລະການຄຸ້ມຄອງເສດຖະກິດທີ່ຜິດພາດ ຂອງອຳນາດການປົກຄອງທີ່ຜິດກົດໝາຍມາດູໂຣ ເຮັດໃຫ້ອຳນາດການປົກຄອງດັ່ງກ່າວ ແມ່ນກາງຕໍ່ເງິນທີ່ໄດ້ມາຈາກການລັກລອບຄ້າຢາເສບຕິດແລະກິດຈະ ກຳທີ່ຜິດກົດໝາຍອື່ນໆ.

ເມັກຊິໂກ ຊຶ່ງເປັນອີກປະເທດນຶ່ງທີ່ຍັງມີຄວາມເປັນຫ່ວງ ຍັງສືບຕໍ່ເປັນແຫຼ່ງທີ່ມາຕົ້ນຕໍຂອງຢາເຮີໂຣອີນ ເຟັນຕານິລ ຢາບ້າສຳລັບສົ່ງຕໍ່ມາຍັງສະຫະລັດ.

ນອກເໜືອໄປຈາກຊີກໂລກຕາເວັນຕົກແລ້ວ ຢາບ້າທີ່ຜະລິດຢູ່ມຽນມາ ຊຶ່ງໄດ້ຮັບສານເຄມີຕົ້ນທີ່ມີຕົ້ນຕໍຢູ່ປະເທດຈີນເພີ້ມຂຶ້ນນັ້ນ ພວມເຮັດໃຫ້ມີການສົ່ງຢາບ້າຫຼາຍຂຶ້ນໄປທົ່ວຂົງເຂດເອເຊຍແລະໂອເຊອາເນຍ. ໃນຂະນະທີ່ລັດຖະບານ
ຈີນໄດ້ຫ້າມບໍ່ໃຫ້ມີການຜະລິດຢາ ທີ່ຄ້າຍຄືກັນກັບເຟັນຕານິລນັ້ນ ສະຫະລັດໄດ້ຮຽກຮ້ອງໃຫ້ຈີນເອົາບາດກ້າວເພີ້ມຕື່ມ ໃນການລົບກວນຕໍ່ການຫຼັ່ງໄຫຼຂອງສານເຄມີຕົ້ນ ເພື່ອນຳໄປຜະລິດຢາເຟັນຕານິລແລະຢາບ້າທີ່ຜິດກົດໝາຍເພື່ອສົ່ງໄປຂາຍໃນທົ່ວໂລກນັ້ນ.

ທ່ານເນດ ໄພຣສ໌ ກ່າວວ່າ “ສະຫະລັດຮັບຮູ້ວ່າ ການຕັດສິນໃຈທາງການເມືອງ​ແມ່ນປັດໄຈທີ່ສຳຄັນສຸດ ຂອງຄວາມສຳເລັດ ໃນການຕໍ່ສູ້ຂອງໂລກ ເພື່ອໃຫ້ໄດ້ມາຊຶ່ງການຫຼຸດຜ່ອນໃນການຜະລິດຢາເສບຕິດ ແລະພວກເຮົາຍັງສືບຕໍ່ມີຄວາມ ໝັ້ນໝາຍທີ່ຈະເຮັດວຽກກັບລັດຖະບານຂອງປະເທດຕ່າງໆ ທີ່ມີຄວາມຄິດແບບດຽວກັນເພື່ອຫຼຸດຜ່ອນໃນການຫຼັ່ງໄຫຼແລະການນຳໃຊ້ຢາເສບຕິດທີ່ຜິດກົດໝາຍ.”

XS
SM
MD
LG