Accessibility links

Breaking News

ບົດບັນນາທິການ: ການກໍ່ຄວາມຮຸນແຮງຂອງພວກທະຫານມຽນມາ ເພີ້ມທະວີຂຶ້ນ


ພວກປະທ້ວງຕໍ່ຕ້ານການເຮັດລັດຖະປະຫານ ທີ່ນະຄອນຢ່າງກຸ້ງ ເມື່ອວັນທີ 5 ເມສາ 2021.
ພວກປະທ້ວງຕໍ່ຕ້ານການເຮັດລັດຖະປະຫານ ທີ່ນະຄອນຢ່າງກຸ້ງ ເມື່ອວັນທີ 5 ເມສາ 2021.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ທະຫານມຽນມາ ຍັງສືບຕໍ່ທຳການການປາບປາມຢ່າງຮຸນແຮງ ຕໍ່ພວກປະທ້ວງດ້ວຍຄວາມສະຫງົບ ຕໍ່ການເຮັດລັດຖະປະຫານເມື່ອວັນທີ 1 ກຸມພາຜ່ານມາ ເພື່ອໂຄ່ນລົ້ມລັດຖະບານພົນລະເຮືອນຂອງປະເທດ ທີ່ນຳພາໂດຍທ່ານນາງອອງຊານ ຊູຈີ.

ປະທານາທິບໍດີໂຈ ໄບເດັນ ໄດ້ກ່າວປະນາມຕໍ່ການປາບປາມ “ທີ່ຮ້າຍແຮງເກີນຂອບເຂດ” ໂດຍພວກຜູ້ນໍາທະຫານມຽນມາເມື່ອວັນທີ 27 ມີນາຜ່ານມາ ທີ່ເຮັດໃຫ້ 100 ກວ່າຄົນເສຍຊີວິດ ຮວມທັງພວກເດັກນ້ອຍ 10 ກວ່າຄົນໃນມື້ທີ່ມີການນອງເລືອດທີ່ສຸດ ນັບແຕ່ໄດ້ມີການກໍ່ລັດຖະປະຫານເປັນຕົ້ນມາ.

ທະຫານແລະຕຳຫຼວດມຽນມາ ໄດ້ສັງຫານປະຊາຊົນໄປແລ້ວ ຫຼາຍກວ່າ 450 ຄົນ ໃນຄວາມພະຍາຍາມເພື່ອຂັດຂວາງບໍ່ໃຫ້ມີການໂຮມຊຸມນຸມປະທ້ວງ ເພື່ອຮຽກຮ້ອງໃຫ້ມີການຟື້ນຟູປະຊາທິປະໄຕ ອີງຕາມສະມາຄົມຊ່ວຍເຫຼືອພວກນັກໂທດການເມືອງ ທີ່ຕິດຕາມສະຖານະການໃນປະເທດມຽນມາ.

ເພື່ອເປັນການຕອບໂຕ້ ຕໍ່ການນອງເລືອດຄັ້ງຫຼ້າສຸດນີ້ ລັດຖະມົນຕີການຕ່າງປະເທດສະຫະລັດທ່ານແອນໂທນີ ບລິງເກັນ ໄດ້ຂຽນລົງໃນທວີດເຕີ້ວ່າ “ພວກເຮົາມີຄວາມຫວາດຫວັ່ນຢ້ານກົວຕໍ່ການນອງເລືອດ ທີ່ກໍ່ຂຶ້ນໂດຍກຳລັງຮັກສາຄວາມສະຫງົບຂອງມຽນມາ ຊຶ່ງສະແດງໃຫ້ເຫັນວ່າພວກຜູ້ນຳທະຫານ ຈະສະຫຼະຊີວິດຂອງປະຊາຊົນ ເພື່ອຮັບໃຊ້ຜົນປະໂຫຍດຂອງພຽງບາງຄົນເທົ່ານັ້ນ. ຂ້າພະເຈົ້າຂໍສົ່ງຄວາມເສົ້າເສຍໃຈຢ່າງເລິກເຊິ່ງທີ່ສຸດ ມາຍັງຄອບຄົວຂອງພວກເຄາະຮ້າຍ. ປະຊາຊົນທີ່ມີຄວາມພິລາດອາດຫານ ຂອງມຽນມາ ໄດ້ປະຕິເສດຕໍ່ການປົກຄອງທີ່ໂຫດຮ້າຍຂອງພວກທະຫານ.”

ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ນາຍພົນມາກ ມີລລີ ໄດ້ເຂົ້າ ຮ່ວມກັບຄູ່ຕຳແໜ່ງ ຢູ່ໃນກະຊວງປ້ອງກັນປະເທດ ຈາກທົ່ວໂລກ ກ່າວປະນາມໃນການໃຊ້ກຳລັງທີ່ຮ້າຍແຮງຕໍ່ປະຊາຊົນຊາວມຽນມາ.

ຖະແຫຼງການກ່າວວ່າ “ໃນຖານະທີ່ເປັນປະທານຮ່ວມຂອງກອງທັບ ພວກເຮົາຂໍປະນາມຕໍ່ການໃຊ້ກຳລັງຮ້າຍແຮງ ຕໍ່ປະຊາຊົນທີ່ບໍ່ມີອາວຸດ ໂດຍກອງທັບມຽນມາ ແລະກຳລັງຮັກສາຄວາມສະຫງົບທີ່ເປັນຄູ່ຮ່ວມງານ. ພວກທະຫານມືອາຊີບ ຄວນປະຕິບັດຕາມມາດຕະຖານ ໃນການປະພຶດຂອງລະຫວ່າງປະເທດ ແລະມີຄວາມຮັບຜິດຊອບໃນການປົກປ້ອງປະຊາຊົນທີ່ຕົນຮັບໃຊ້ ບໍ່ແມ່ນເຮັດໃຫ້ພວກເຂົາເຈົ້າຕົກຢູ່ໃນອັນຕະລາຍ. ພວກເຮົາຂໍຮຽກຮ້ອງໃຫ້ກອງທັບມຽນມາ ຢຸດເຊົາການໃຊ້ຄວາມຮຸນແຮງ ແລະເຮັດວຽກເພື່ອຟື້ນຟູການໄດ້ຮັບຄວາມເຄົາລົບແລະເປັນທີ່ໜ້າເຊື່ອຖືຕໍ່ປະຊາຊົນຊາວມຽນມາ ທີ່ພວກເຂົາໄດ້ສູນເສຍໄປຍ້ອນການປະພຶດປະຕິບັດຂອງພວກເຂົານັ້ນ.”

ທູດພິເສດຂອງສະຫະປະຊາຊາດ ອາລິສ ໄວຣິມູ ແອັນເດຣີຕູ ແລະທ່ານນາງມີແຊລ ບາເຊີແລັດ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການສັງຫານໝູ່ເມື່ອໄວໆມານີ້ ໂດຍກ່າວວ່າ “ການກະທຳທີ່ໜ້າລະອາຍ ຂີ້ຂາດຕາຂາວ ແລະໂຫດຮ້າຍ ປ່າເຖື່ອນຂອງພວກທະຫານ ແລະຕຳຫຼວດ ທີ່ໄດ້ຖ່າຍຮູບການຍິງສັງຫານພວກ
ປະທ້ວງ ໃນຂະນະທີ່ພວກເຂົາເຈົ້າ ພາກັນແລ່ນຫຼົບໜີ ແລະພວກເຂົາ ບໍ່ໄດ້ລະເວັ້ນແມ່ນກະທັງເດັກນ້ອຍ ການກະທຳເຫຼົ່ານັ້ນ ຕ້ອງຢຸດເຊົາໃນທັນທີ.”

ສະຫະລັດຂໍປະນາມ ດ້ວຍຄຳເວົ້າທີ່ແຮງສຸດເທົ່າທີ່ເປັນໄປໄດ້ ຕໍ່ການກະທຳອັນໂຫດຮ້າຍ ຂອງກຳລັງຮັກສາຄວາມສະຫງົບມຽນມາ. ອຳນາດການປົກຄອງດັ່ງ ກ່າວຕ້ອງຢຸດເຊົາການປົກຄອງ ທີ່ໃຊ້ຄວາມຢ້ານກົວ.

XS
SM
MD
LG