Accessibility links

Breaking News

ບົດບັນນາທິການ: ທົບທວນເບິ່ງ ນະໂຍບາຍ ໃນອະນາຄົດ ຕໍ່ເກົາຫຼີເໜືອ


ຜູ້ນຳຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ເມື່ອວັນທີ 9 ເມສາ 2021.
ຜູ້ນຳຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ເມື່ອວັນທີ 9 ເມສາ 2021.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດ ກຳລັງທົບທວນເບິ່ງນະໂຍບາຍໃນອະນາຄົດຂອງອາເມຣິກັນຕໍ່ເກົາຫຼີເໜືອ ພາຍໃຕ້ປະທານາທິບໍດີໂຈ ໄບເດັນ. ໂຄສົກ ກະຊວງການຕ່າງປະເທດ ທ່ານເນດ ໄພຣສ໌ ກ່າວວ່າ ນະໂຍບາຍທັງໝົດໃນອະນາຄົດຈະໃຫ້ບູລິມະສິດແກ່ຄວາມປອດໄພຂອງປະຊາຊົນອາເມຣິກັນ ແລະພັນທະມິດ ເພື່ອຮັບມືກັບໄພຂົ່ມຂູ່ຈາກໂຄງການອາວຸດນິວເຄລຍ ແລະລູກສອນໄຟ ພ້ອມທັງການໂຈມຕີທາງໄຊເບີ້ທີ່ມີຈຸດປະສົງຫວັງຮ້າຍຂອງເກົາຫຼີເໜືອ. ນອກນັ້ນທ່ານເນດ ໄພຣສ໌ ຍັງກ່າວເຖິງຄວາມສຳຄັນໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທັງໃນເກົາຫຼີໃຕ້ແລະເກົາຫຼີເໜືອໃຫ້ດີຂຶ້ນນຳດ້ວຍ.

ທ່ານເນດ ໄພຣສ໌ ກ່າວຕື່ມວ່າ ການຮ່ວມມືຢ່າງໃກ້ຊິດກັບພັນທະມິດຂອງສະຫະລັດໃນເຂດເອເຊຍຕາເວັນອອກ ແມ່ນມີຄວາມຈຳເປັນ ເພື່ອທຳການເຄື່ອນໄຫວໃຫ້ເກົາຫຼີເໜືອປົດອາວຸດນິວເຄລຍ. ທ່ານເນດ ໄພຣສ໌ ກ່າວວ່າ:

“ພວກເຮົາດຳເນີນການສິ່ງນັ້ນ ດ້ວຍການຮ່ວມມືຢ່າງໃກ້ຊິດກັບເກົາຫຼີໃຕ້ຊຶ່ງເປັນພັນທະມິດຂອງພວກເຮົາ ກັບຍີປຸ່ນຊຶ່ງເປັນພັນທະມິດຂອງພວກເຮົາ ກັບພັນທະມິດແລະພາຄີອື່ນໆ ທັງໃນເຂດອິນໂດປາຊີຟິກແລະໃນຂອບເຂດທີ່ກວ້າງຂວາງ ກໍເຊັ່ນດຽວກັນ ໂດຍຈັກຮູ້ວ່າ ອີກເທື່ອນຶ່ງ ດັ່ງທີ່ພວກເຮົາໄດ້ກ່າວໄປ ໃນກໍລະນີຂອງອີຣ່ານນັ້ນ ພວກເຮົາແມ່ນຈຳເປັນຕ້ອງໄດ້ມີເຂົາເຈົ້າຢູ່ກັບພວກເຮົາຖ້າຫາກພວກເຮົາຈະນຳໃຊ້ວິທີ ທີ່ມີປະສິດທິຜົນແລະປະສົບຜົນສຳເລັດໃນທີ່ສຸດເພື່ອປະເຊີນໜ້າກັບການທ້າທາຍຈາກໂຄງການອາວຸດນິວເຄລຍ ໂຄງການລູກສອນໄຟ ຂີປະນາວຸດ ແລະຂົງເຂດອື່ນໆທີ່ສ້າງຄວາມເປັນຫ່ວງກັງວົນຂອງເກົາຫຼີເໜືອ."

ເມື່ອໄວໆມານີ້ເອກອັກຄະລັດຖະທູດສະຫະລັດປະຈຳອົງການສະຫະປະຊາຊາດ ທ່ານນາງລິນດາ-ທໍມັສ ກຣີນຟິລ ກໍໄດ້ສະແດງອອກ ເຖິງຄວາມຄິດເຫັນແບບດຽວກັນນີ້ ໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 2 ມີນາຜ່ານມາ. ທ່ານນາງທໍມັສ ກຣີນຟິລ ໄດ້ກ່າວຢ້ຳເຖິງຄວາມສຳຄັນໃນການພົວພັນກັບບັນດາພັນທະມິດຂອງສະຫະລັດຢູ່ໃນຂົງເຂດ.

ທ່ານນາງທໍມັສ ກຣີນຟິລ ກ່າວຢູ່ທີ່ກອງປະຊຸມຖະແຫຼງຂ່າວວ່າ “ພວກເຮົາເຊື່ອວ່າ ເກົາຫຼີເໜືອເປັນໄພຂົ່ມຂູ່ຢ່າງຮ້າຍແຮງຕໍ່ສັນຕິພາບແລະຄວາມໝັ້ນຄົງແລະຕໍ່ໂລກຂອງພວກເຮົາ ແລະດັ່ງນັ້ນ ພວກເຮົາຈຶ່ງມີຜົນປະໂຫຍດ ອັນຈຳເປັນໃນການພະຍາຍາມທີ່ຈະຢັບຢັ້ງບໍ່ໃຫ້ເກົາຫຼີເໜືອບັນລຸເປົ້າໝາຍອັນນັ້ນ ແລະໃນຂະນະດຽວກັນກໍຫາທາງປ້ອງກັນຕໍ່ການທ້າທ້າຍເກາະຜິດຫຼືການໃຊ້ກຳລັງ.”

ສະຫະລັດມີຄວາມໝັ້ນໝາຍທີ່ຈະໃຫ້ການຮ່ວມມືຢ່າງໃກ້ຊິດກັບເກົາຫຼີໃຕ້ແລະຍີປຸ່ນ ກ່ຽວກັບນະໂຍບາຍຕໍ່ເກົາຫຼີເໜືອ ເພື່ອໃຫ້ການປົກປ້ອງຄຸ້ມຄອງປະຊາຊົນອາເມຣິກັນ ແລະພັນທະມິດຂອງສະຫະລັດ ເພື່ອສືບຕໍ່ຮັກສາສັນຕິພາບແລະສະ ຖຽນລະພາບຢູ່ໃນແຫຼມເກົາຫຼີ.

XS
SM
MD
LG