Accessibility links

Breaking News

ບົດບັນນາທິການ: ນັກຂ່າວອິດສະຫຼະ ຢູ່ຫວຽດນາມ ຖືກຈັບ


ນັກຂ່າວອິດສະຫຼະ ຟາມຈີດຸງ (ຂວາ) ລີຫູມິນຕວານ (ກາງ) ແລະຫງວຽນຕຸງທຸຍ ຖືກນຳໂຕຂຶ້ນສານ ເມື່ອວັນທີ 5 ມັງກອນ 2021.
ນັກຂ່າວອິດສະຫຼະ ຟາມຈີດຸງ (ຂວາ) ລີຫູມິນຕວານ (ກາງ) ແລະຫງວຽນຕຸງທຸຍ ຖືກນຳໂຕຂຶ້ນສານ ເມື່ອວັນທີ 5 ມັງກອນ 2021.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດ ມີຄວາມເປັນຫ່ວງ ນັກຂ່າວອິດສະຫຼະສາມຄົນ ປະກອບດ້ວຍທ່ານຫງວຽນ ທັນຍ່າ, ດວານ ກຽນ ຈຽງ ແລະ ຫງວຽນ ຟຸກ ຈຸງ ບາວ​ ທີ່ຖືກຈັບໂດຍເຈົ້າໜ້າທີ່ຫວຽດນາມຈັບເມື່ອວັນທີ 20 ເມສາຜ່ານມາ ພ້ອມກັບເພື່ອນ ຮ່ວມງານຂອງພວກເຂົາເຈົ້າ ນັກຂ່າວ ຈຸງ ໂຈ ຫູ ດານ ທີ່ຖືກຈັບກຸມຄຸມຂັງໃນ ທ້າຍເດືອນທັນວາປີກາຍ. ນັກຂ່າວທັງ 4 ໄດ້ຖືກກ່າວຫາພາຍໃຕ້ມາດຕາ 331 ຂອງກົດໝາຍອາຍາຫວຽດນາມ ຊຶ່ງໄດ້ຫ້າມ “ບໍ່ໃຫ້ມີການນຳໃຊ້ ສິດເສລີພາບປະຊາທິປະໄຕໄປໃນທາງທີ່ບໍ່ຖືກຕ້ອງ ເພື່ອລ່ວງລະເມີດ ຕໍ່ຜົນປະໂຫຍດຂອງປະເທດ.” ຖ້າພົບເຫັນວ່າມີຄວາມຜິດ ຈະມີໂທດຕິດຄຸກເຖິງ 7 ປີ.

ນັກຂ່າວຈົງ ໂຈ ຫູ ດານ ແມ່ນນຶ່ງໃນບັນດາຜູ້ກໍ່ຕັ້ງແລະຜູ້ປະກອບສ່ວນໃຫ້ແກ່ອົງການຂ່າວອິດສະຫຼະ ບາວ ຊັກ ຫຼື “ໜັງສືພິມ ທີ່ສະອາດ” ຊຶ່ງພິມເຜີຍແຜ່ທາງເຟສບຸກ. ອີງຕາມຄະນະກຳມະການປົກປ້ອງນັກຂ່າວ ຊຶ່ງເປັນອົງການຈັດ ຕັ້ງອິດສະຫຼະທີ່ບໍ່ຫວັງຜົນກຳໄລແລ້ວ ໃນເວລາທີ່ ທ່ານດານຖືກຈັບ ເມື່ອວັນທີ​ 17 ທັນວາປີ 2020 ນັ້ນ ອົງການຂ່າວບາວ ຊັກມີຜູ້ຕິດຕາມທາງເຟສບຸກຫຼາຍກວ່າ 100,000 ຄົນ. ອົງການຂ່າວດັ່ງກ່າວ ໄດ້ນຳເອົາເລື້ອງຕ່າງໆເຊັ່ນການສໍ້ລາດບັງຫຼວງ ແລະຮູບ ຂອງພວກເຈົ້າໜ້າທີ່ ທີ່ສົງໄສວ່າ ເຮັດວຽກເພື່ອຜົນປະ ໂຫຍດຂອງໂຕເອງ ມາພິມເຜີຍແຜ່. ເຟສບຸກຂອງອົງການຂ່າວບາວ ຊັກໄດ້ຢຸດເຊົາການພິມເຜີຍແຜ່ ຫຼັງຈາກທ່ານດານຖືກຈັບ.

ທ່ານເນດ ໄພຣສ໌ ໂຄສົກຂອງກະຊວງການຕ່າງປະເທດສະຫະລັດ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ “ນັກຂ່າວທັງສີ່ ທີ່ຖືກຈັບເຫຼົ່ານີ້ ແມ່ນທ່າອຽງທີ່ໜ້າເປັນຫ່ວງ ໃນການຈັບກຸມຄຸມຂັງ ແລະລົງໂທດ ຕໍ່ປະຊາຊົນຊາວຫວຽດນາມທີ່ໄດ້ຊົມໃຊ້ສິດເສລີພາບຂອງພວກເຂົາເຈົ້າ ໃນການສະແດງອອກແລະປາກເວົ້າ
ດັ່ງທີ່ໄດ້ກຳນົດໄວ້ ໃນລັດຖະທຳມະນູນຂອງຫວຽດນາມ.”

ທ່່ານກ່າວຕື່ມວ່າ “ສະຫະລັດຂໍຮຽກຮ້ອງໃຫ້ເຈົ້າໜ້າທີ່ຫວຽດນາມ ປ່ອຍພວກທີ່ຖືກຄຸມຂັງແບບບໍ່ເປັນທຳທັງໝົດ ແລະອະນຸຍາດໃຫ້ສ່ວນບຸກຄົນໃນຫວຽດນາມສະແດງຄວາມເຫັນຂອງພວກເຂົາເຈົ້າ ໄດ້ຢ່າງເສລີແລະປາສະຈາກຄວາມຢ້ານ ກົວ ທີ່ຈະຖືກແກ້ແຄ້ນ. ພວກເຮົາຂໍຮຽກຮ້ອງໃຫ້ລັດຖະບານຫວຽດນາມໃຫ້ການ ຄ້ຳປະກັນວ່າ ການກະທຳຂອງຕົນແມ່ນສອດຄ່ອງກັບຂໍ້ກຳນົດວ່າດ້ວຍສິດທິມະ ນຸດ ຢູ່ໃນລັດຖະທຳມະນູນຂອງຫວຽດນາມ ຕະຫຼອດທັງພັນທະແລະຄວາມໝັ້ນໝາຍລະຫວ່າງປະເທດຂອງຕົນ.”

ທ່ານເນດ ໄພຣສ໌ ກ່າວສະຫຼຸບວ່າ “ອິດສະຫຼະພາບດ້ານການຂ່າວແມ່ນພື້ນຖານຂອງຄວາມໂປ່ງໃສ ແລະການປົກຄອງ ທີ່ມີຄວາມຮັບຜິດຊອບ. ພວກນັກຂຽນນັກຂ່າວທາງອິນເຕີແນັດ ແລະພວກນັກຂ່າວທົ່ວໄປ ແມ່ນເຮັດໜ້າທີ່ຂອງພວກເຂົາເຈົ້າດ້ວຍຄວາມສ່ຽງທີ່ໃຫຍ່ຫຼວງສະເໝີ ແລະພວກເຮົາຂໍຮຽກຮ້ອງໃຫ້ລັດຖະ
ບານຂອງປະເທດຕ່າງໆແລະປະຊາຊົນໃນທົ່ວໂລກຈົ່ງໃຫ້ການຄ້ຳປະກັນຕໍ່ການ ປົກປ້ອງພວກເຂົາເຈົ້າ.”

XS
SM
MD
LG