Accessibility links

Breaking News

ບົດບັນນາທິການ: ສະຫະລັດເປັນຫ່ວງ ໃນການຈັບກຸມ ຢູ່ເບນິນ


ປະທານາທິບໍດີ ແພຕຣິກ ເທລອນ ພວມປ່ອນບັດ.
ປະທານາທິບໍດີ ແພຕຣິກ ເທລອນ ພວມປ່ອນບັດ.

ບົດບັນນາທິິການ ທີ່ສະທ້ອນເຖິງທັດສະນະຂອງລັດຖະບານສະຫະລັດ

ຫຼັງຈາກສານລັດຖະທຳມະນູນຂອງເບນິນ ໄດ້ໃຫ້ການອະນຸມັດ ຕໍ່ຜົນການເລືອກຕັ້ງປະທານາທິບໍດີໃນຂັ້ນຕົ້ນ ເມື່ອວັນທີ 11 ເມສາຜ່ານມາ ຂອງປະເທດທີ່ຕັ້ງຢູ່ໃນພາກຕາເວັນຕົກຂອງທະວີບອາຟຣິກາດັ່ງກ່າວປະທານາທິບໍດີແພຕຣິກ ເທລອນ (Patrice Talon) ຊຶ່ງໄດ້ຖືກເລືອກໃຫ້ເຂົ້າຮັບຕຳແໜ່ງຄືນອີກ ໄດ້ກ່າວໃນຄຳປາໄສຕໍ່ປະເທດຊາດຂອງທ່ານ ໂດຍຮຽກຮ້ອງໃຫ້ປະຊາຊົນໃນທົ່ວປະເທດຈົ່ງພາກັນເຮັດວຽກດ້ວຍ “ຄວາມປອງດອງ ສາມັກຄີ ແບບມີສັນຕິພາບ ແລະຄວາມ ໝັ້ນຄົງ.”

ແຕ່ຄວາມສາມັກຄີແລະສັນຕິພາບ ບໍ່ໄດ້ເປັນຄຳຂວັນ ແມ່ນແຕ່ຢູ່ໃນເຫດການທີ່ພົວພັນກັບການເລືອກຕັ້ງປະທານາທິບໍດີ ຢູ່ທີ່ປະເທດເບນິນ ໃນປີນີ້ເລີຍ. ກ່ອນການເລືອກຕັ້ງ ດ້ວຍການສະໜັບສະໜຸນຂອງປະທານາທິບໍດີເທລອນນັ້ນ ໄດ້ມີການຊຸກຍູ້ໃຫ້ສະພາແຫ່ງຊາດຮັບຜ່ານກົດໝາຍຫຼາຍສະບັບ ທີ່ເຮັດໃຫ້ເປັນການຫຍຸ້ງຍາກຫຼາຍຂຶ້ນສຳລັບພັກຝ່າຍຄ້ານທີ່ຈະລົງສະໝັກແຂ່ງຂັນ ແລະພວກຜູ້ນຳຝ່າຍຄ້ານຫຼາຍຄົນ ໄດ້ເດີນທາງອອກຈາກປະເທດໄປ. ໃນລະຫວ່າງການລົງຄະແນນສຽງນັ້ນ ສູນກາງປ່ອນບັດຢູ່ໃນບາງເຂດຂອງປະເທດເບນິນບໍ່ສາມາດທີ່ຈະເປີດໄດ້.

ຍິ່ງໄປກວ່ານັ້ນ ພວກຜູ້ນຳຝ່າຍຄ້ານຈຳນວນນຶ່ງ ທີ່ຍັງຢູ່ພາຍໃນປະເທດ ໄດ້ຖືກຈັບໃນອັນທີ່ພວກນັກສັງເກດການເວົ້າວ່າ ຍ້ອນເຫດຜົນທາງດ້ານການເມືອງ.

ຢູ່ໃນຖະແຫຼງການສະບັບນຶ່ງນັ້ນ ໂຄສົກ ຂອງກະຊວງການຕ່າງປະເທດສະຫະ ລັດທ່ານເນດ ໄພຣສ໌ ກ່າວວ່າ ສະຫະລັດ “ໃຫ້ຂໍ້ສັງເກດດ້ວຍຄວາມເປັນຫ່ວງທີ່ພວກຜູ້ນຳພັກການເມືອງຝ່າຍຄ້ານຫຼາຍໆຄົນໄດ້ຖືກຈັບ ຍ້ອນພົວພັນກັບການເລືອກຕັ້ງປະທານາທິບໍດີ ເມື່ອວັນທີ 11 ເມສາ. ຮວມຢູ່ໃນຫຼັກການປະຊາທິປະໄຕທີ່ປະເທດຂອງເຮົາທັງສອງຊົມໃຊ້ຮ່ວມກັນແລ້ວ ກໍແມ່ນການສັນນິດຖານວ່າ ທຸກຄົນເປັນຜູ້ບໍລິສຸດ ຈົນກວ່າມີການພິສູດວ່າ ຜູ້ກ່ຽວມີຄວາມຜິດ ໂດຍຜ່ານຂັ້ນຕອນຍຸຕິທຳ ທີ່ດຳເນີນການຢ່າງວ່ອງໄວ ເປັນທຳ ມີຄວາມໂປ່ງໃສ ແລະບໍ່ມີການເມືອງເຂົ້າມາກ່ຽວຂ້ອງ. ທ່ານກ່າວຕື່ມວ່າ “ຫຼັກການດັງກ່າວພ້ອມທັງສິດເສ ລີພາບໃນການປາກເວົ້າ ແລະການໂຮມຊຸມນຸມ ແມ່ນໄດ້ຮັບການເຊີດຊູຢູ່ໃນລັດ ຖະທຳມະນູນ ທັງຂອງປະເທດເບນິນ ແລະຂອງສະຫະລັດ.”

ພວກຜູ້ນຳຝ່າຍຄ້ານບາງຄົນທີ່ຖືກຈັບນັ້ນ ໄດ້ຖືກຄຸມຂັງໃນຖານສົງໄສວ່າ “ໃຫ້ການສະໜັບສະໜຸນທາງດ້ານການເງິນຕໍ່ພວກກໍ່ການຮ້າຍ” ແລະ “ຍຸແຍ່ໃຫ້ເກີດຄວາມຮຸນແຮງ.”

ໂຄສົກກະຊວງການຕ່າງປະເທດເນດ ໄພຣສ໌ ກ່າວວ່າ “ໃນຂະນະທີ່ພວກເຮົາຖືວ່າການກ່າວຫາກ່ຽວກັບພວກກໍ່ການຮ້າຍ ແລະຍຸແຍ່ໃຫ້ເກີດຄວາມຮຸນແຮງຢ່າງຈິງຈັງນັ້ນ ປະຊາຊົນຊາວເບນິນກໍຄວນທີ່ຈະໄດ້ຮັບການອະທິບາຍໃຫ້ຟັງຢູ່ເປັນປະຈຳກ່ຽວກັບສະຖານະພາບຂອງຄະດີເຫຼົ່ານີ້. ພາຄີດ້ານຄວາມໝັ້ນຄົງຢູ່ໃນທົ່ວໂລກຂອງພວກເຮົາ ແມ່ນເພິ່ງພາໃນການຍຶດໝັ້ນຂອງປະເທດທີ່ເປັນພາຄີຕໍ່ພັນ ທະທາງດ້ານສິດທິມະນຸດ ແລະຄວາມໝັ້ນໝາຍ ຕະຫຼອດທັງການຄ້ຳປະກັນວ່າ ກຳລັງຮັກສາຄວາມສະຫງົບແລະລະບົບຕຸລາການບໍ່ໄດ້ຖືກນຳໃຊ້ເພື່ອຈຸດປະສົງທາງດ້ານການເມືອງ.”

ທ່ານເນດ ໄພຣສ໌ ກ່າວວ່າ ສະຫະລັດພວມ “ຕິດຕາມເບິ່ງການເຄື່ອນໄຫວຂອງລັດຖະບານເບນິນຢ່າງໃກ້ຊິດ. ການເຄົາລົບນັບຖື ແລະການປົກປ້ອງ ສິດເສລີ ພາບຂັ້ນພື້ນຖານຮວມທັງສິດເສລີພາບໃນການປາກເວົ້າ ການໂຮມຊຸມນຸມແບບສັນຕິ ແລະລະບົບຕຸລາການທີ່ເປັນອິດສະຫຼະ ແມ່ນເປັນສິ່ງຈຳເປັນສຳລັບທຸກໆລະບອບປະຊາທິປະໄຕ. ປະເທດຕ່າງໆທີ່ໃຫ້ການປົກປ້ອງສິດທິມະນຸດແມ່ນສາມາດທີ່ຈະມີຄວາມອຸດົມຮັ່ງມີ ແລະຄວາມໝັ້ນຄົງຫຼາຍຂຶ້ນສຳລັບໝົດທຸກໆຄົນ.”

XS
SM
MD
LG