Accessibility links

Breaking News

ບົດບັນນາທິການ: ວັນແມມໂຮຣຽລ ປະຈຳປີ 2021


ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ໃນວັນຈັນອາທິດສຸດທ້າຍຂອງເດືອນພຶດສະພາ ຊາວອາເມຣິກັນຈະພາກັນໄວ້ອາໄລໃຫ້ແກ່ສະມາຊິກຂອງກອງທັບຜູ້ທີ່ເສຍຊີວິດ ໃນລະຫວ່າງການຮັບໃຊ້ປະເທດຊາດ. ມັນເປັນໂອກາດໃນການລະນຶກເຖິງການເສຍສະຫຼະຂອງຜູ້ຄົນຈຳ ນວນນຶ່ງເພື່ອໃຫ້ຜົນປະໂຫຍດແກ່ຜູ້ຄົນຈຳນວນຫຼວງຫຼາຍ ຊຶ່ງເປັນການຮັບຮູ້ໃນການປະກອບສ່ວນ ຂອງພວກເຂົາເຈົ້າ ເຂົ້າໃນການປົກປ້ອງປະເທດຊາດ ແລະຫຼັກອຸດົມການ.

ວັນ Memorial ໄດ້ມີການລະນຶກເຖິງເປັນເທື່ອທຳອິດໃນປີ 1868​ ສາມປີຫຼັງຈາກສົງຄາມກາງເມືອງໃນສະຫະລັດສິ້ນສຸດລົງຊຶ່ງໃນເວລານັ້ນເອີ້ນວ່າ ວັນເອ້ປະດັບ ຊຶ່ງບໍ່ໄດ້ໝາຍຄວາມວ່າເພື່ອເປັນການຮັບຮູ້ວັນຄົບຮອບການສູ້ລົບທີ່ສະເພາະເຈາະຈົງໃດໆຫຼືວ່າສົງຄາມ ແຕ່ໄດ້ແນໃສ່ເພື່ອຮຽກຮ້ອງໃຫ້ປະຊາຊົນຈົດຈຳການເສຍສະຫຼະ ຂອງພວກທີ່ໄດ້ຖືກນຳໄປຝັງຢູ່ໃນເມືອງຂອງພວກເຂົາເຈົ້າແລະໄວ້ອາໄລໃຫ້ແກ່ພວກທີ່ເສຍຊີວິດໃນສົງຄາມເຫຼົ່ານີ້ ດ້ວຍການເອ້ຕົກແຕ່ງຂຸມຝັງສົບເຂົາເຈົ້າດ້ວຍດອກໄມ້ ແລະສາຍຣິບບອນ. ໃນມື້ທຳອິດຂອງການປະ ກອບພິທີເທື່ອທຳອິດນັ້ນ ມີປະມານ 5,000 ຄົນ ໄດ້ໄປບົວລະບັດຕົກແຕ່ງຂຸມຝັງສົບຂອງພວກທະຫານ 20,000 ຄົນທີ່ເສຍຊີວິດໃນປາງສົງຄາມກາງເມືອງຢູ່ສຸສານແຫ່ງຊາດອາລິງຕັນໃນນະຄອນຫຼວງວໍຊິງຕັນດີຊີ ໂດຍບໍ່ສຳຄັນວ່າຜູ້ເສຍຊີວິດນັ້ນໄດ້ສູ້ລົບໃຫ້ຝ່າຍໃດ. ໂອກາດດັ່ງກ່າວໄດ້ກາຍເປັນປະເພນີແລະໄດ້ມີການແຜ່ຂະຫຍາຍອອກຢ່າງກວ້າງຂວາງໄປທົ່ວປະເທດ.

ໃນທຸກມື້ນີ້ຫົວເມືອງໃຫຍ່ນ້ອຍໃນທົ່ວປະເທດໄດ້ສະຫຼອງວັນ Memorial ດ້ວຍການເດີນສວນສະໜາມທີ່ມີທັງພວກທະຫານແລະສະມາຊິກຂອງອົງການຈັດຕັ້ງນັກລົບເກົ່າເຂົ້າຮ່ວມນຳ. ຜູ້ຄົນໄດ້ພາກັນໄປຢ້ຽມສຸສານແລະອະນຸສາວະລີແຫ່ງຕ່າງໆແລະບາງຄົນກໍໃສ່ດອກປອບປີ້ສີແດງເພື່ອລະນຶກເຖິງພວກທີ່ເສຍຊີວິດໃນ ສົງຄາມ. ປະເພນີອັນນີ້ເລີ້ມຂຶ້ນໃນສະໄໝສົງຄາມໂລກຄັ້ງທີ 1 ດ້ວຍຄຳກອນທີ່ຂຽນຂຶ້ນໂດຍພວກທະຫານເພື່ອລະນຶກເຖິງໝູ່ເພື່ອນທີ່ເມືອງອີແປຣັດ ປະເທດ ຝຣັ່ງໃນຕົ້ນປີ 1915 ໃນຂະນະທີ່ ດອກປອບປີ້ສີແດງ ເລີ້ມພາກັນເບັ່ງບານຢູ່ຕາມທົ່ງນາແລະເດີ່ນຫຍ້າ ແລະຢູ່ຕາມຂຸມຝັງສົບຂອງພວກທີ່ເສຍຊີວິດ.

ແລະດັ່ງນັ້ນ ໃນວັນ Memorial ທຸກໆຄັ້ງ ຈະມີທຸງຊາດນ້ອຍແລະຊໍ່ດອກໄມ້ສີຕ່າງໆປະຢູ່ຕາມແຜ່ນຫີນຈາລຶກແລະຊື່ ຢູ່ຕາມສຸສານແຫ່ງຕ່າງໆໃນທົ່ວປະເທດໂດຍມີການເອ້ຕົກແຕ່ງຂຸມຝັງສົບ ຂອງພວກທະຫານ ທີ່ເປັນວີລະຊົນ ແລະຄັດດອກປອບປີ້ສີແດງ ໃສ່ເສື້ອຫຼື ຮູກະດຸມ ອັນເປັນສັນຍາລັກຂອງພວກທະຫານທີ່ເສຍຊີວິດຍ້ອນປົກປ້ອງປະເທດຊາດ ແລະໃນສິ່ງທີ່ປະເທດຊາດ ເປັນສັນຍາລັກໃຫ້. ພວກເຂົາເຈົ້າໄດ້ເສຍຊີວິດຍ້ອນທຳການປົກປ້ອງວີຖີຊີວິດແລະຫຼັກຄຸນຄ່າທີ່ພວກເຂົາເຈົ້າຢຶດໝັ້ນແລະກຽດສັກສີທີ່ພວກເຂົາເຈົ້າໄດ້ຮັບຍ້ອນການເສຍສະຫຼະຂອງພວກເຂົາເຈົ້າແມ່ນຍັງຄົງຢູ່ກັບພວກເຂົາເຈົ້າຕະຫຼອດໄປ.

XS
SM
MD
LG