Accessibility links

Breaking News

ບົດບັນນາທິການ: ສະຫະລັດ ລົງໂທດ ພວກນາຍທະຫານ ຮູຕີ


ກຳລັງປະກອບອາວຸດຮູຕີ ເລີກລາ ຫຼັງຈາກພິທີສົ່ງສະການ ໃຫ້ນັກລົບຄົນນຶ່ງ ທີ່ເສຍຊີວິດໃນການສູ້ລົບກຳລັງລັດຖະບານ ໃນເຂດມາຣິບ.
ກຳລັງປະກອບອາວຸດຮູຕີ ເລີກລາ ຫຼັງຈາກພິທີສົ່ງສະການ ໃຫ້ນັກລົບຄົນນຶ່ງ ທີ່ເສຍຊີວິດໃນການສູ້ລົບກຳລັງລັດຖະບານ ໃນເຂດມາຣິບ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດໄດ້ລະບຸຊື່ ນາຍທະຫານບ້ານຮູຕີ 2 ຄົນ ເຊື່ອມໂຍງກັບການກະທຳທີ່ເຮັດໃຫ້ບັນຫາຂັດແຍ້ງຢູ່ໃນເຢເມນແກ່ຍາວ ເປັນໄພຂົ່ມຂູ່ຕໍ່ພົນລະເຮືອນແລະເຮັດໃຫ້ວິກິດການດ້ານມະນຸດສະທຳທີ່ໜ້າຢ້ານກົວຢູ່ທີ່ນັ້ນຊຸດໂຊມລົງຕື່ມ.

ສົງຄາມໃນເຢເມນເລີ້ມຂຶ້ນໃນປີ 2014 ເວລາພວກກະບົດຮູຕີທີ່ໄດ້ຮັບການໜຸນຫຼັງຈາກອີຣ່ານ ເຂົ້າຢຶດນະຄອນຫຼວງຊານາອາ ຈາກລັດຖະບານທີ່ນາໆຊາດຮັບຮູ້ ແລະຂັບໄລ່ໃຫ້ປະທານາທິບໍດີເຢເມນ ໄປລີ້ໄພຢູ່ໃນຕ່າງປະເທດ. ການສູ້ລົບ ທີ່ດຳເນີນຢູ່ຕໍ່ມາ ໄດ້ກໍ່ໃຫ້ເກີດໄພພິບັດທາງດ້ານມະນຸດສະທຳທີ່ຮ້າຍແຮງທີ່ສຸດໃນໂລກ ແລະອີກຄັ້ງນຶ່ງປະເທດດັ່ງກ່າວພວມຈະຕົກຢູ່ໃນສະພາບທີ່ອຶດຫິວ ຊຶ່ງມີຢ່າງໜ້ອຍ 20 ລ້ານຄົນໄດ້ກາງຕໍ່ອາໄສການຊ່ວຍເຫຼືອທາງດ້ານມະນຸດສະ ທຳ ບໍ່ຮູບໃດກໍຮູບນຶ່ງເພື່ອເອົາຊີວິດຢູ່ລອດ.

ພວກນາຍທະຫານບ້ານທັງສອງ ທີ່ສະຫະລັດໄດ້ລະບຸຊື່ເມື່ອວັນທີ 20 ພຶດສະ ພາຜ່ານມານີ້ ຕ່າງກໍໄດ້ມີສ່ວນພົວພັນໃນການບຸກໂຈມຕີຂອງພວກກະບົດຮູຕີ ຕໍ່ເຂດມາຣີບທີ່ຄວບຄຸມໂດຍຝ່າຍລັດຖະບານ. ທ້າວມູຮຳໝັດ ອັບດີ ອາລ-ກາຣິມ ອາລ-ກາ ມາຣີ ເມື່ອໄວໆມານີ້ແມ່ນເປັນຜູ້ຮັບຜິດຊອບໃນການບຸກໂຈມຕີ ສ່ວນທ້າວຢູຊຸບ ອາລ-ມາດານີ ຊຶ່ງເປັນຜູ້ບັນຊາການຢູ່ໃນ 4 ແຂວງຂອງເຢເມນ ເວລານີ້ຖືກແຕ່ງຕັ້ງ ໃຫ້ເປັນຜູ້ທຳການໂຈມຕີ ທີ່ແນເປົ້າໝາຍໃສ່ເຂດມາຣິບ.

ຢູ່ໃນຖະແຫຼງການທີ່ປະກາດໃຫ້ຊາບກ່ຽວກັບການລະບຸໂຕໃນຄັ້ງນີ້ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນກ່າວວ່າ “ການບຸກໂຈມຕໍ່ເຂດມາຣິບ ພວມເຮັດໃຫ້ວິກິດການດ້ານມະນຸດສະທຳໃນເຢເມນຮ້າຍແຮງຂຶ້ນຕື່ມ ຊຶ່ງຈະເຮັດໃຫ້ພວກອົບພະຍົບຫຼົບໄພສົງຄາມພາຍໃນປະເທດ ທີ່ມີຄວາມຫຼໍ່ແຫຼມປະມານ 1 ລ້ານຄົນ ຕົກຢູ່ໃນຄວາມສ່ຽງທີ່ຈະຖືກອົບພະຍົບຫຼົບໜີອີກຄັ້ງນຶ່ງ ຂົ່ມຂູ່ທີ່ຈະເຮັດໃຫ້ການຊ່ວຍເຫຼືອເພື່ອຮັບມືທາງດ້ານມະນຸດສະທຳທີ່ມີຢູ່ຢ່າງແລ້ວນັ້ນລົ້ນມືຈົນຮັບບໍ່ໄຫວແລະກໍໃຫ້ເກີດຄວາມຮ້າຍແຮງຢູ່ໃນຂອບເຂດທີ່ກວ້າງຂວາງ.”

ການລະບຸໂຕດັ່ງກ່າວນີ້ ໝາຍຄວາມວ່າຊັບສິນທັງໝົດແລະຜົນປະໂຫຍດໃນຊັບສິນທີ່ມີຢູ່ໃນສະຫະລັດ ຂອງພວກທີ່ຖືກລະບຸໂຕນັ້ນ ແມ່ນໄດ້ມີການເກືອດຫ້າມແລະໂດຍທົ່ວໄປແລ້ວ ທຸກການໂອນໂດຍສ່ວນບຸກຄົນໃນສະຫະລັດ ທີ່ພົວພັນກັບບຸກຄົນທີ່ຖືກລະບຸໂຕ ຫຼືຊັບສິນດັ່ງກ່າວນັ້ນ ແມ່ນຖືກຫ້າມ.

ລັດຖະມົນຕີການຕ່າງປະເທດບລິງເກັນໃຫ້ຂໍ້ສັງເກດວ່າ ການເອົາມາດຕະການຂອງພວກກະບົດຮູຕີແມ່ນມີຜົນກະທົບຢ່າງຮ້າຍແຮງຕໍ່ພົນລະເຮືອນ ແລະພວມເກີດຂຶ້ນ “ໃນຂະນະທີ່ປະຊາຄົມນາໆຊາດ ມີຄວາມເຫັນທີ່ເປັນເອກກະພາບກັນແບບບໍ່ເຄີຍມີມາກ່ອນແລະບັນດາປະເທດທີ່ສຳຄັນໆຢູ່ໃນຂົງເຂດກ່ຽວກັບຄວາມຈຳເປັນເພື່ອໃຫ້ມີການຢຸດຍິງແລະການຟື້ນຟູການເຈລະຈາສັນຕິພາບໃນທັນທີ.”

ທ່ານກ່າວວ່າ “ພວກເຮົາຂໍຮຽກຮ້ອງໃຫ້ກະບົດຮູຕີ ຢຸດເຊົາທຸກການໂຈມຕີ ແລະການປະຕິບັດງານທາງທະຫານໃນທັນທີໂດຍສະເພາະການບຸກໂຈມຕີຂອງພວກເຂົາຕໍ່ເຂດມາຣິບ ຊຶ່ງມີແຕ່ຈະສ້າງຄວາມເຈັບປວດທໍລະມານຫຼາຍຕື່ມຂຶ້ນສຳລັບປະຊາຊົນຊາວເຢເມນ. ພວກເຮົາຂໍຮຽກຮ້ອງໃຫ້ພວກເຂົາ ຫຼີກເວັ້ນຈາກການສ້າງຄວາມບໍ່ທຸ່ນທ່ຽງໃດໆກໍຕາມ ແລະໃຫ້ພົວພັນ ກັບການດຳເນີນຄວາມພະ ຍາຍາມຂອງທູດພິເສດອົງການສະຫະປະຊາຊາດ ເພື່ອໃຫ້ບັນລຸສັນຕິພາບ.”

ລັດຖະມົນຕີການຕ່າງປະເທດບລິງເກັນ ກ່າວຕື່ມວ່າ “ມັນເຖິງເວລາແລ້ວ ທີ່ຈະເຮັດໃຫ້ບັນຫາຂັດແຍ້ງນີ້ສິ້ນສຸດລົງ.”

XS
SM
MD
LG