Accessibility links

Breaking News

ການຊ່ວຍເຫຼືອໃໝ່ ຂອງສະຫະລັດ ໃຫ້ແກ່ອັຟການິສຖານ


ການຊ່ວຍເຫຼືອໃໝ່ຕໍ່ອັຟການິສຖານ ຈະປັບປຸງຄວາມໝັ້ນຄົງທາງດ້ານອາຫານ ເຮັດໃຫ້ຜົນກະທົບຂອງໂຄວິດ-19 ແລະໄພແຫ້ງແລ້ງ ມີໜ້ອຍລົງ, ວັນທີ 17 ກຸມພາ 2021.
ການຊ່ວຍເຫຼືອໃໝ່ຕໍ່ອັຟການິສຖານ ຈະປັບປຸງຄວາມໝັ້ນຄົງທາງດ້ານອາຫານ ເຮັດໃຫ້ຜົນກະທົບຂອງໂຄວິດ-19 ແລະໄພແຫ້ງແລ້ງ ມີໜ້ອຍລົງ, ວັນທີ 17 ກຸມພາ 2021.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ເມື່ອວັນທີ 14 ເມສາຜ່ານມານີ້ ປະທານາທິບໍດີໂຈ ໄບເດັນ ໄດ້ປະກາດວ່າ ສະຫະລັດຈະຖອນທະຫານທີ່ຍັງເຫຼືອຢູ່ໃນອັຟການິສຖານອອກຈາກປະເທດດັ່ງກ່າວ ພາຍໃນວັນທີ 11 ກັນຍາປີ 2021. ແຕ່ແນວໃດກໍຕາມ ປະທານາທິບໍດີໄບເດັນໃຫ້ການອະທິບາຍວ່າ ເຖິງແມ່ນສະຫະລັດຈະຢຸດເຊົາການພົວພັນທາງດ້ານທະຫານໃນອັຟການິສຖານກໍຕາມ ແຕ່ການຊ່ວຍເຫຼືອຂອງສະຫະລັດຈະດຳ ເນີນຕໍ່ໄປ. ປະທານາທິບໍດີໄບເດັນ ກ່າວວ່າ “ພວກເຮົາຈະສືບຕໍ່ໃຫ້ການສະໜັບສະໜຸນແກ່ລັດຖະບານອັຟການິສຖານ. ພວກເຮົາຈະສະໜອງການຊ່ວຍເຫຼືອໃຫ້ແກ່ການປ້ອງກັນປະເທດແລະກຳລັງຮັກສາຄວາມສະຫງົບຂອງອັຟການິສຖານ.”

ເມື່ອວັນທີ 4 ມິຖຸນາຜ່ານມານີ້ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ປະກາດຢ່າງເປັນລາຍລັກອັກສອນວ່າ ໃນຖານະທີ່ເປັນສ່ວນນຶ່ງຂອງຄວາມໝັ້ນໝາຍ ຕໍ່ປະຊາຊົນອັຟການິສຖານ ສະຫະລັດຈະສະໜອງການຊ່ວຍເຫຼືອໃໝ່ທາງດ້ານມະນຸດສະທຳ ຕົກເປັນເງິນຫຼາຍກວ່າ 266​ ລ້ານໂດລາ.

ລັດຖະມົນຕີການຕ່າງປະເທດບລິງເກັນກ່າວວ່າ “ການຊ່ວຍເຫຼືອຈາກປະຊາຊົນອາເມຣິກາດັ່ງກ່າວນີ້ ຈະຊ່ວຍພາຄີ ລະຫວ່າງປະເທດຂອງພວກເຮົາ ສະໜອງການສະໜັບສະໜຸນໃຫ້ແກ່ປະຊາຊົນທີ່ມີຄວາມຕ້ອງການປະມານ 18 ລ້ານຄົນໃນອັຟການິສຖານ ຮວມທັງ 4 ລ້ານ 8 ແສນກວ່າຄົນ ທີ່ເປັນຜູ້ອົບພະຍົບຫຼົບ
ໄພພາຍໃນປະເທດອັຟການິສຖານ. ໃນປີນີ້ພຽງປີດຽວເທົ່ານັ້ນມີປະຊາຊົນຫຼາຍກວ່າ 115,000 ຄົນຕ້ອງໄດ້ອົບພະຍົບຫຼົບໄພ ຍ້ອນບັນຫາຂັດແຍ້ງໃນອັຟການິສຖານແລະເກືອບ 500,000 ຄົນທີ່ໄດ້ກັບຄືນໄປຍັງອັຟການິສຖານຕ້ອງການຄວາມຊ່ວຍເຫຼືອເຫຼົ່ານີ້.”

ເງິນຈຳນວນດັ່ງກ່າວ ຈະນຳໄປໃຊ້ ເພື່ອສະໜອງບ່ອນພັກພາອາໄສ ສ້າງວຽກເຮັດງານທຳ ໃຫ້ການພະຍາບານຂັ້ນພື້ນຖານ ໃຫ້ການຊ່ວຍເຫຼືອສຸກເສີນ ທາງດ້ານອາຫານການກິນ ສະໜອງນ້ຳກິນນ້ຳໃຊ້ ສະໜອງການບໍລິການດ້ານສຸຂາພິບານແລະດ້ານອະນາໄມ ເພື່ອຮັບມືກັບໂຮກລະບາດ ໂຄວິດ-19. ລັດຖະມົນ ການຕ່າງປະເທດບລິງເກັນກ່າວຕື່ມວ່າ “ຍິ່ງໄປກວ່ານັ້ນ ການຊ່ວຍເຫຼືອນີ້ຈະນຳໄປໃຊ້ເພື່ອໃຫ້ການຄຸ້ມຄອງທີ່ຈຳເປັນ ສຳລັບຊາວອັຟການິສຖານຜູ້ທີ່ມີຄວາມຫຼໍ່ ແຫຼມທີ່ສຸດ ນີ້ແມ່ນຮວມທັງພວກແມ່ຍິງແລະເດັກຍິງທີ່ກຳລັງຕົກຢູ່ໃນຄວາມສ່ຽງເປັນພິເສດ ລວມມີ ຄວາມຮຸນແຮງທາງເພດ ອັນເປັນຜົນເນື່ອງມາຈາກໂຣກລະ ບາດແລະບັນຫາຂັດແຍ້ງທີ່ມີມາເປັນເວລາຫຼາຍໆທົດສະວັດ.”

ທ່ານລັດຖະມົນຕີບລິງເກັນກ່າວວ່າ “ນັບເປັນເວລາຫຼາຍໆປີມາແລ້ວ ສະຫະລັດໄດ້ໃຫ້ບູລິມະສິດ ໃນການສະໜັບສະໜຸນຊາວອັຟການິສຖານທີ່ໄດ້ເດີນທາງກັບຄືນປະເທດແລະພວກອົບພະຍົບຫຼົບໄພພາຍໃນປະເທດ. ໃນຂະນະທີ່ສະຫະລັດຖອນກຳລັງຂອງຕົນອອກຈາກອັຟການິສຖານຢູ່ນີ້ ຄວາມໝັ້ນໝາຍແບບຍືນຍົງຂອງພວກເຮົາແມ່ນເປັນທີ່ຈະແຈ້ງ. ພວກເຮົາຈະສືບຕໍ່ທຳການພົວພັນ ໂດຍຜ່ານທາງດ້ານການທູດ ທາງດ້ານເສດຖະກິດແລະການໃຫ້ຄວາມຊ່ວຍເຫຼືອຂອງເຮົາໂດຍເຕັມ ເພື່ອສະໜັບສະໜຸນຕໍ່ອະນາຄົດ ທີ່ມີແຕ່ສັນຕິພາບຍ ສະຖຽນລະພາບ ທີ່ປະຊາຊົນຊາວອັຟການິສຖານຕ້ອງການແລະສົມຄວນຈະໄດ້ຮັບ.”

ທ່ານລັດຖະມົນຕີບລິງເກັນກ່າວສະຫຼຸບວ່າ “ພວກເຮົາຂໍຮຽກຮ້ອງໃຫ້ພວກຜູ້ນຳຂອງອັຟການິສຖານ ແລະກຸ່ມຕາລີບານ ຈົ່ງເລັ່ງລັດໃຫ້ເກີດຄວາມກ້າວໜ້າໃນການເຈະລຈາ ເພື່ອຕົກລົງກັນທາງດ້ານການເມືອງ ໃຫ້ມີການຢຸດຍິງຢ່າງເປັນການຖາວອນ ແລະໃນຂອບເຂດທີ່ກວ້າງຂວາງ ເພື່ອເຮັດໃຫ້ບັນຫາຂັດແຍ້ງທີ່ດຳເນີນມາເປັນເວລາ 40 ກວ່າປີແລ້ວນັ້ນສິ້ນສຸດລົງແລະສ້າງເງື່ອນໄຂໃຫ້ແກ່ພວກອົບພະຍົບຫຼົບໄພ ໄດ້ກັບຄືນບ້ານຂອງພວກເຂົາເຈົ້າດ້ວຍຄວາມປອດໄພ.”

XS
SM
MD
LG