Accessibility links

Breaking News

ບົດບັນນາທິການ: ການຊ່ວຍເຫຼືອປະເທດຕ່າງໆໃນໂລກ ຮັບມືກັບການລະບາດຂອງໂຄວິດ-19


ພະນັກງາການແພດ ສັກຢາວັກຊີນໃຫ້ຜູ້ຄົນ
ພະນັກງາການແພດ ສັກຢາວັກຊີນໃຫ້ຜູ້ຄົນ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ໃນກອງປະຊຸມສຸດຍອດຢູ່ທີ່ປະເທດອັງກິດເມື່ອໄວໆມານີ້ ບັນດາປະເທດປະຊາທິປະໄຕ ທີ່ຮູ້ກັນໃນຊື່ກຸ່ມຈີ 7 ບວກ ໄດ້ໃຫ້ຄວາມໝັ້ນໝາຍ ທີ່ຈະແບ່ງປັນຢາວັກຊີນກັນໂຄວິດ-19​ ຢ່າງໜ້ອຍ 870 ລ້ານໂດສໃຫ້ແກ່ປະເທດຕ່າງໆ. ຢາວັກຊີນເຫຼົ່ານີ້ ເມື່ອສົມໃສ່ກັບຄວາມໝັ້ນໝາຍທີ່ໄດ້ໃຫ້ໄວ້ ນັບແຕ່ເດືອນກຸມ ພາຜ່ານມາແລ້ວນັ້ນ ຈະປະກອບເປັນການບໍລິຈາກທັງໝົດ ຫຼາຍກວ່າ 1 ລ້ານໂດສສຳລັບປີໜ້າ. ສະຫະລັດຈະປະກອບສ່ວນຫຼາຍກວ່າເຄິ່ງນຶ່ງຂອງຢາວັກຊີນເຫຼົ່ານີ້.

ພວກຜູ້ນຳຂອງກຸ່ມຈີ 7​ ໄດ້ຂຽນລົງໃນຖະແຫຼງການວ່າ “ບູລິມະສິດລະຫວ່າງປະເທດອັນຮີບດ່ວນຂອງພວກເຮົາກໍຄືເລັ່ງລັດການຜະລິດຢາວັກຊີນທີ່ປອດໄພ ມີປະສິດທິຜົນ ເຂົ້າເຖິງໄດ້ ແລະລາຄາຖືກ ສຳລັບບັນດາປະເທດທີ່ທຸກຍາກທີ່ສຸດ ໂດຍໃຫ້ຂໍ້ສັງເກດວ່າ ການສັກຢາວັກຊີນໃນຂອບເຂດທີ່ກວ້າງຂວາງເປັນ
ສິ່ງທີ່ດີສຳລັບໂລກຂອງເຮົາ.”

ປະທານາທິບໍດີໄບເດັນ ໄດ້ສະແດງຄວາມຊົມເຊີຍຕໍ່ການໃຫ້ຄວາມໝັ້ນໝາຍຄັ້ງປະຫວັດສາດດັ່ງກ່າວ ທີ່ມີຂຶ້ນ ຫຼັງຈາກຄຳປະກາດຂອງທ່ານ ກ່ອນກອງປະຊຸມສຸດຍອດວ່າ ສະຫະລັດຈະຊື້ຢາວັກຊີນຟາຍເຊີ/ໄບໂອເອັນເທັກ ກັນໂຄວິດ-19 500 ລ້ານໂດສ ເພື່ອບໍລິຈາກ ໃຫ້ແກ່ເກືອບ 100 ປະເທດ ແລະ ເສດຖະກິດຕ່າງໆ ຮວມທັງ 92 ປະເທດ ທີ່ມີລາຍໄດ້ຕ່ຳຫາປານກາງທີ່ມີຄວາມຕ້ອງການ
ຢາວັກຊີນເພື່ອຮັບມືກັບໂຣກລະບາດນີ້. ດັ່ງທີ່ປະທານາທິບໍດີໄດ່້ຊີ້ໃຫ້ເຫັນ ສະຫະລັດກຳລັງ “ເປັນຜູ້ຊື້ ແລະບໍລິຈາກ ຢາວັກຊີນກັນໂຄວິດ-19​ ລາຍໃຫຍ່ທີ່ສຸດ ພຽງປະເທດດຽວເທົ່ານັ້ນ ແບບບໍ່ເຄີຍມີມາກ່ອນ.”

ປະທານາທິບໍດີໂບເດັນ ກ່າວວ່າ “ຢາວັກຊີນ 500 ລ້ານໂດສເຫຼົ່ານີ້ ຈະເລີ້ມມີການສົ່ງໄປໃຫ້ພາຍໃນເດືອນສິງຫາ ທັນທີຫຼັງຈາກ ໄດ້ຖືກຜະລິດອອກມາຈາກໂຮງງານ. 200 ລ້ານໂດສ ຈະຖືກສົ່ງໃຫ້ ພາຍໃນປີ 2021 ນີ້ ແລະອີກ 300 ລ້ານໂດສ ຈະຖືກສົ່ງໃຫ້ພາຍໃນໄລຍະ 6 ເດືອນທຳອິດ ຂອງປີ 2022.”

ການໃຫ້ຄວາມໝັ້ນໝາຍຂອງສະຫະລັດທີ່ຈະບໍລິຈາກຢາວັກຊີນກັນໂຄວິດ-19 ຟາຍເຊີ 500 ລ້ານໂດສໃຫ້ແກ່ປະເທດຕ່າງໆໃນການຕໍ່ສູ້ຕ້ານໂຣກລະບາດນີ້ແມ່ນເພີ້ມໃສ່ການປະກາດກ່ອນໜ້ານີ້ຂອງປະທານາທິບໍດີໄບເດັນທີ່ຈະໃຫ້ການຊ່ວຍເຫຼືອຢ່າງໜ້ອຍ 80 ລ້ານໂດສ ແລະເງິນທຶນ 2 ພັນລ້ານໂດລາ ເພື່ອໃຫ້
ການສະໜັບສະໜຸນຕໍ່ອົງການໂຄແວັກສ໌ ຊຶ່ງເປັນກົນໄກການຈັດຕັ້ງ ລະຫວ່າງປະເທດເພື່ອຈັດສົ່ງຢາວັກຊີນກັນໂຄວິດ-19 ທີ່ປອດໄພ ແລະມີປະສິດທິຜົນໄປໃຫ້ປະເທດຕ່າງໆ.

ການປະກາດຄັ້ງໃໝ່ ກ່ຽວກັບການໃຫ້ຄຳໝັ້ນສັນຍາຂອງປະເທດກຸ່ມຈີ 7​ ໝາຍຄວາມວ່າ ນັບແຕ່ປີ 2020 ເປັນຕົ້ນໄປ ພາຄີຂອງກຸ່ມຈີ 7​ ໄດ້ໃຫ້ຄວາມໝັ້ນໝາຍ ທີ່ຈະໃຫ້ການສະໜັບສະໜຸນທາງດ້ານການເງິນ ແລະສະໜອງຢາວັກຊີນຫຼາຍກວ່າ 2 ພັນລ້ານໂດສໃຫ້ປະເທດຕ່າງໆໃນໂລກ. ນອກນັ້ນ ກຸ່ມຈີ 7 ຍັງໄດ້ໃຫ້ຄວາມໝັ້ນໝາຍ ທີ່ຈະຜະລິດຢາວັກຊີນກັນໂຄວິດ-19 ທີ່ປອດໄພແລະມີປະສິດທິຜົນ ໃນທ້ອງຖິ່ນຢ່າງໜ້ອຍ 1 ພັນລ້ານໂດສ ລະຫວ່າງປີ 2021 ຫາ 2022 ຮວມທັງຜ່ານການເປັນພາຄີເຊັ່ນ ກຸ່ມພາຄີຜະລິດຢາວັກຊີນ Quad ທີ່ປະກອບດ້ວຍສະຫະລັດ ອອສເຕຣເລຍ ອິນເດຍ ແລະຍີ່ປຸ່ນ.

ປະທານາທິບໍດີໄບເດັນ ໃຫ້ຂໍ້ສັງເກດວ່າ ມີຄວາມເຫັນຢ່າງເປັນເອກກະສັນອັນຈະແຈ້ງໃນໝູ່ພາຄີຂອງກຸ່ມຈີ 7​ ທີ່ວ່າ ຄວາມໝັ້ນໝາຍຂອງພວກເຂົາເຈົ້າເມື່ອໄວໆມານີ້ ບໍ່ແມ່ນຂີດໝາຍຂອງການສິ້ນສຸດລົງ ໃນຄວາມພະຍາຍາມເພື່ອເອົາຊະນະໂຄວິດ-19. “ນີ້ແມ່ນ” ທ່ານປະກາດວ່າ ຈະເປັນໂຄງການທີ່ໝັ້ນຄົງເປັນເວລາດົນນານ.”

XS
SM
MD
LG