Accessibility links

Breaking News

ບົດບັນນາທິການ: ສະຫະລັດ ແລະກຸ່ມຈີ 7 ຈະຮັບມືກັບການໃຊ້ແຮງງານບັງຄັບ ໄພຂົ່ມຂູ່ທາງໄຊເບີ້ ແລະການສໍ້ລາດບັງຫຼວງ


ປະທານາທິບໍດີໂຈ ໄບເດັນ ແຫ່ງສະຫະລັດ ແລະນາຍົກລັດຖະມົນຕີອັງກິດ ທ່ານບໍຣິສ ຈອນສັນ ພວມເຮັດວຽກ ໃນລະຫວ່າງກອງປະຊຸມກຸ່ມ ຈີ 7​ ທີ່ປະເທດອັງກິດ ເມື່ອວັນທີ 12 ມິຖຸນາ 2021. Brendan Smialowski/Pool via REUTERS
ປະທານາທິບໍດີໂຈ ໄບເດັນ ແຫ່ງສະຫະລັດ ແລະນາຍົກລັດຖະມົນຕີອັງກິດ ທ່ານບໍຣິສ ຈອນສັນ ພວມເຮັດວຽກ ໃນລະຫວ່າງກອງປະຊຸມກຸ່ມ ຈີ 7​ ທີ່ປະເທດອັງກິດ ເມື່ອວັນທີ 12 ມິຖຸນາ 2021. Brendan Smialowski/Pool via REUTERS

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ປະທານາທິບໍດີໂຈ ໄບເດັນ ແລະບັນດາຜູ້ນຳຂອງກຸ່ມປະເທດປະຊາທິປະໄຕທີ່ຮູ້ກັນໃນຊື່ ຈີ 7 ໄດ້ປະກາດເຖິງຄວາມໝັ້ນໝາຍຂອງພວກທ່ານ ທີ່ຈະຮັບມືກັບການໃຊ້ແຮງງານບັງຄັບຢູ່ໃນຕ່ອງໂສ້ອຸບປະທານຂອງໂລກ ໄພຂົ່ມຂູ່ຈາກກຸ່ມອາຊຍາກອນແຮນຊຳແວ ແລະການສໍ້ລາດບັງຫຼວງ.

ສະຫະລັດ ແລະບັນດາປະເທດພາຄີ ໃນກຸ່ມ ຈີ 7​ ຍັງມີຄວາມວິຕົກກັງວົນຢ່າງເລິກເຊິ່ງ ໃນການນຳໃຊ້ທຸກຮູບແບບຂອງແຮງງານບັງຄັບ ຢູ່ໃນຕ່ອງໂສ້ອຸບປະທານຂອງໂລກ ຮວມທັງການໃຊ້ແຮງງານບັງຄັບ ທີ່ໄດ້ຮັບການສະໜັບສະໜຸນໂດຍລັດຖະບານ ຕໍ່ກຸ່ມທີ່ມີຄວາມອ່ອນໄຫວຕ່າງໆ​ ເຊັ່ນກຸ່ມຊາວວີເກີ້ ພວກຊົນກຸ່ມນ້ອຍ ແລະສາສະໜາກຸ່ມນ້ອຍອື່ນໆຢູ່ໃນແຂວງຊິນຈຽງຂອງຈີນ. ພາກສ່ວນການກະເສດ ພະລັງງານແສງຕາເວັນ ແລະຕັດຫຍິບ ແມ່ນຕ່ອງໂສ້ອຸບປະທານອັນສຳຄັນທີ່ມີຄວາມເປັນຫ່ວງໃນແຂວງຊິນຈຽງ. ພວກຜູ້ນຳເຫຼົ່ານີ້ໄດ້ຕົກລົງກັນ ເຖິງຄວາມສຳຄັນຂອງການເຄົາລົບນັບຖືສິດທິມະນຸດແລະຄວາມໝັ້ນໝາຍທີ່ຈະປົກປ້ອງຕໍ່ສ່ວນບຸກຄົນຈາກແຮງງານທີ່ຖືກບັງຄັບ.

ຍິ່ງໄປກວ່ານັ້ນ ບັນດາປະເທດໃນກຸ່ມຈີ 7 ຍັງມີຄວາມໝັ້ນໝາຍ ທີ່ຈະຫາລືກັນ ກ່ຽວກັບໄພຂົ່ມຂູ່ ຈາກຕາໜ່າງອາຊະຍາກອນແຣນຊຳແວ. ມີຫຼາຍໆປະເທດສະ ມາຊິກຂອງກຸ່ມຈີ 7 ແລະປະເທດອື່ນໆອີກ ທີ່ພື້ນຖານໂຄງລ່າງທີ່ສຳຄັນ ບໍລິ
ສັດຜູ້ຜະລິດແລະອີເລັກໂທຣນິກ ຕະຫຼອດທັງໂຮງໝໍຂອງພວກເຂົາເຈົ້າໄດ້ຖືກບຸກລຸກ. ວິສາຫະກິດຂອງພວກອາຊະຍາກອນເຈາະຂໍ້ມູນຂ້າມຊາດໄດ້ຂົ່ມຂູ່ຕໍ່ລະບົບພື້ນຖານໂຄງລ່າງ ເງິນຕາທີ່ເໝືອນຈິງແລະຕາໜ່າງການຟອກເງິນແລະໄດ້ແນ່ເປົ້າໃສ່ພວກເຄາະຮ້າຍຢູ່ໃນທົ່ວໂລກ. ທັງລັດຖະບານແລະພາກເອກກະຊົນຕ້ອງໄດ້ເຮັດວຽກຮ່ວມກັນ ເພື່ອຄ້ຳປະກັນວ່າ ລະບົບພື້ນຖານໂຄງລ່າງທີ່ສຳຄັນມີຄວາມສາມາດຮັບມືຕ້ານການຂົ່ມຂູ່ນີ້ໄດ້.

ຍິ່ງໄປກວ່ານັ້ນ ກິດຈະກຳທີ່ມີເຈດຕະນາຮ້າຍທາງໄຊເບີ້ ຕ້ອງມີການສືບສວນແລະນຳໂຕມາລົງໂທດ ແລະການປ້ອງກັນຮ່ວມທາງດ້ານໄຊເບີ້ຕ້ອງໄດ້ມີການສ້າງຕັ້ງຂຶ້ນ. ນອກນັ້ນ ແຕ່ລະປະເທດຍັງຈຳເປັນທີ່ຈະຕ້ອງມີການປຶກສາຫາລືກັນກ່ຽວກັບກິດຈະການທີ່ມີຄວາມຜິດທາງອາຍາຢູ່ພາຍໃນດິນແດນຂອງເຂົາເຈົ້າ

ນອກນັ້ນ ກຸ່ມຈີ 7 ຍັງໄດ້ຕົກລົງ ທີ່ຈະເອົາບາດກ້າວຮ່ວມກັນ ເພື່ອປາບປາມການສໍ້ລາດບັງຫຼວງ. ເມື່ອໄວໆມານີ້ ປະທານາທິບໍດີໄບເດັນ ໄດ້ປະກາດກ່ຽວກັບການດຳເນີນຄວາມພະຍາຍາມ ເພື່ອຫຼຸດຜ່ອນການຄໍຣັບຊັ່ນ ຊຶ່ງເປັນຈຸດໃຈ
ກາງຂອງຜົນປະໂຫຍດແຫ່ງຊາດສະຫະລັດ ແລະໄດ້ອອກບົດບັນທຶກ ກ່ຽວກັບການສຶກສາວ່າດ້ວຍຄວາມໝັ້ນຄົງແຫ່ງຊາດໃນການຕໍ່ສູ້ຕ້ານການຄໍຣັບຊັ່ນເພື່ອຍົກລະດັບວຽກງານທີ່ສຳຄັນອັນນີ້. ການຄໍຣັບຊັ່ນເຮັດໃຫ້ຄວາມເຊື່ອໝັ້ນ ຂອງປະຊາຊົນເສື່ອມຖອຍ ເຮັດໃຫ້ລັດຖະບານມີປະສິດທິຜົນໜ້ອຍລົງ ສິ້ນເປືອງຊັບຍາກອນສາທາລະນະແລະກັດເຊາະພື້ນຖານສັງຄົມປະຊາທິປະໄຕ. ຍິ່ງໄປກວ່ານັ້ນ ຄໍຣັບຊັ່ນຍັງໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ເສດຖະກິດແລະໂດຍພື້ນຖານແລ້ວ ບໍ່ມີຄວາມເປັນທຳຕໍ່ປະຊາຊົນ.

ສະຫະລັດ ຮ່ວມກັນກັບບັນດາປະເທດພາຄີໃນກຸ່ມຈີ 7​ ຈະຮັບມືກັບການນໍາໃຊ້ບັນດາບໍລິສັດປອມຫຼືບໍ່ມີການເຄື່ອນໄຫວ ຈຳກັດຄວາມສາມາດຂອງພວກຄົນບໍ່ດີ ທີ່ຈະຟອກເງິນສົກກະປົກ ດ້ວຍການຊື້ອະສັງຫາລິມມະຊັບ ປັບປຸງການແບ່ງ ປັນຂໍ້ມູນທີ່ພົວພັນກັບການຄໍຣັບຊັ່ນ ແລະປະຕິຮູບການໃຫ້ຄວາມຊ່ວຍເຫຼືອແກ່ຕ່າງປະເທດ ທີ່ຈະເພັ່ງເລັງໃສ່ການຕໍ່ຕ້ານຄໍຣັບຊັ່ນເປັນບູລິມະສິດທີ່ສຳຄັນ. ສະ ຫະລັດຂໍສະແດງຄວາມຊົມເຊີຍ ຕໍ່ການໃຫ້ຄວາມໝັ້ນໝາຍ ຂອງກຸ່ມຈີ 7 ທີ່ຈະເອົາມາດຕະການຮ່ວມກັນ ໃນການປາບປາມການສໍ້ລາດບັງຫຼວງ.

ດັ່ງທີ່ປະທານາທິບໍດີໄບເດັນໄດ້ກ່າວໄວ້ “ອາເມຣິກາກັບຄືນມາແລ້ວໃນທຸລະກິດເປັນຜູ້ນຳພາຂອງໂລກພ້ອມກັບປະເທດອື່ນໆທີ່ໄດ້ຍຶດໝັ້ນໃນຫຼັກຄຸນຄ່າທີ່ພວກເຮົາຍຶດຖືຢ່າງເລິກເຊິ່ງນັ້ນຮ່ວມກັນ.”

XS
SM
MD
LG