Accessibility links

Breaking News

ບົດບັນນາທິການ: ການຖອນຮາກຖອນໂຄນກຸ່ມລັດອິສລາມໃຫ້ສິ້ນຊາກ


ພະນັກງານຂອງກະຊວງສາທາລະນະສຸກອີຣັກ ເກັບກູ້ຊາກກະດູກຂອງພວກທີ່ເສຍຊີວິດ ຍ້ອນພວກຫົວຮຸນແຮງລັດອິສລາມ ໃນການຂຸດຂຸມຝັງສົບ ທີ່ເມືອງໂມຊູລ ເມື່ອວັນທີ 13 ມິຖຸນາ 2021.
ພະນັກງານຂອງກະຊວງສາທາລະນະສຸກອີຣັກ ເກັບກູ້ຊາກກະດູກຂອງພວກທີ່ເສຍຊີວິດ ຍ້ອນພວກຫົວຮຸນແຮງລັດອິສລາມ ໃນການຂຸດຂຸມຝັງສົບ ທີ່ເມືອງໂມຊູລ ເມື່ອວັນທີ 13 ມິຖຸນາ 2021.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ໃນທ້າຍເດືອນມີນາປີ 2019 ກຸ່ມກໍ່ການຮ້າຍລັດອິສລາມຫຼື ISIS ໄດ້ປະສົບກັບຄວາມປະລາໄຊ ໃນການສູນເສຍດິນແດນແຫ່ງສຸດທ້າຍ ໃນຢູ່ປະເທດຊີເຣຍ. ເຖິງແມ່ນກຸ່ມດັ່ງກ່າວໄດ້ສູນເສຍດິນແດນຊຶ່ງຄັ້ງນຶ່ງຕົນເຄີຍຄວບຄຸມແລະ ພ້ອມດ້ວຍລັດອິສລາມທີ່ຈອມປອມຂອງພວກເຂົານັ້ນ ກຸ່ມດັ່ງກ່າວກໍຍັງບໍ່ທັນໄດ້ຖືກຖອນຮາກຖອນໂຄນໃຫ້ສິ້ນຊາກເທື່ອ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວຕໍ່ກອງປະຊຸມລະດັບລັດຖະມົນຕີ ຂອງແນວໂຮມ ເພື່ອເອົາຊະນະກຸ່ມ ISIS ວ່າ “ນັບແຕ່ກຸ່ມແນວໂຮມໄດ້ມີການສ້າງຕັ້ງຂຶ້ນໃນປີ 2014 ພົນລະເຮືອນຫຼາຍລ້ານຄົນກໍສາມາດກັບຄືນໄປຫາ ເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ. ການເດີນ
ທາງໂດຍນັກລົບຕ່າງປະເທດຂອງກຸ່ມ ISIS ເຂົ້າໄປໃນປະເທດຊີເຣຍ ແລະອີຣັກເກືອບວ່າຢຸດຊະງັກລົງ ແລະພວກຜູ້ນຳທີ່ສໍາຄັນໆຂອງກຸ່ມ ISIS ກໍໄດ້ຖືກຈັບ ຫຼືບໍ່ກໍຖືກຂ້າຕາຍ. ຜົນສຳເລັດເຫຼົ່ານີ້ແມ່ນມີຄວາມສຳຄັນ ແລະໄດ້ສະທ້ອນ
ໃຫ້ເຫັນເຖິງອັນທີ່ເປັນໄປໄດ້ ເວລາພວກເຮົາມີຄວາມປຸ້ມລຸມສາມັກຄີກັນ ຍ້ອນມີສາເຫດຕົ້ນຕໍຮ່ວມ ດ້ວຍການໃຫ້ຄວາມໝັ້ນໝາຍ ຮ່ວມກັນ.” ແຕ່ແນວໃດກໍຕາມ, ລັດຖະມົນຕີການຕ່າງປະເທດບລິງເກັນ ກ່າວຕື່ມວ່າ “ຍັງມີວຽກການອີກຫຼາຍສິ່ງຫຼາຍຢ່າງທີ່ຈະຕ້ອງໄດ້ເຮັດ.”

ກຸ່ມກໍ່ການຮ້າຍດັ່ງກ່າວ ແລະເຄືອຂ່າຍ ຍັງສືບຕໍດຳເນີນຄວາມພະຍາຍາມເພື່ອຈະເສີມສ້າງອິດທິພົນຂອງຕົນຢູ່ໃນອັຟການິສຖານ ຍັງສືບຕໍ່ຂະຫຍາຍອິດທິພົນຂອງຕົນໃນເຂດຊາແຮລ ຂອງອາຟຣິກາ ສ້າງຕັ້ງເຄືອຂ່າຍຢູ່ໃນປະເທດຕ່າງໆເຊັ່ນວ່າສາທາລະນະລັດປະຊາທິປະໄຕຄອງໂກ ແລະໂມຊຳບິກ.

ປະເທດແນວໂຮມຍັງສືບຕໍ່ ດຳເນີນວຽກການຂອງຕົນ ເພື່ອຫຼຸດຜ່ອນຄວາມສາ ມາດຂອງກຸ່ມກໍ່ການຮ້າຍໃນການຊອກຫາເງິນທຶນ ເສີມຂະຫວາຍການແບ່ງປັນຂໍ້ມູນກ່ຽວກັບກຸ່ມກໍ່ການຮ້າຍຕ່າງໆ ແລະຕໍ່ສູ້ກັບການໂຄສະນາຊວນເຊື່ອ ເພື່ອສ້າງຄວາມມອມເມົາຂອງກຸ່ມ ISIS.

ລັດຖະມົນຕີການຕ່າງປະເທດບລິງເກັນກ່າວວ່າ “ພວກເຮົາຕ້ອງໃຫ້ການຢືນຢັນອີກຄັ້ງນຶ່ງເຖິງຄວາມໝາຍໝັ້ນຂອງພວກເຮົາ ຮວມທັງ ການປະຕິບັດງານເພື່ອກຳຈັດກຸ່ມ ISIS ການປະຕິບັດງານຂອງອົງການເນໂຕ້ໃນອີຣັກ ແລະການເສີມສ້າງຄວາມສາມາດເພື່ອຕໍ່ຕ້ານພວກກໍ່ການຮ້າຍທີ່ນຳພາໂດຍພົນລະເຮືອນ.”

ລັດຖະມົນຕີການຕ່າງປະເທດບລິງເກັນກ່າວຕື່ມວ່າ “ສອງມາ ພວກເຮົາຕ້ອງໄດ້ຕໍ່ອາຍຸການໃຫ້ຄວາມສະໜັບສະໜຸນຂອງແນວໂຮມເພື່ອໃຫ້ຄວາມຊ່ວຍເຫຼືອໃນການສ້າງສະຖຽນລະພາບຢູ່ໃນປະເທດອີຣັກແລະຊີເຣຍ ເພື່ອໃຫ້ການຄ້ຳປະກັນວ່າກຸ່ມ ISIS ບໍ່ໄດ້ຟື້ນໂຕຄືນຢູ່ໃນປະເທດເຫຼົ່ານີ້.”

ສາມມາ ປະເທດຕ່າງໆຊຶ່ງເປັນທີ່ມາຕົ້ນຕໍ ຕ້ອງໄດ້ຈັດການກັບພວກນັກລົບຕ່າງປະເທດແລະສະມາຊິກໃນຄອບຄົວຂອງພວກເຂົາປະມານ 10,000 ຄົນ ຢູ່ຕາມບ່ອນຄຸມຂັງ ແລະສູນຜູ້ປະສົບໄພ ແຫ່ງຕ່າງໆ. ລັດຖະມົນຕີການຕ່າງປະເທດບລິງເກັນກ່າວວ່າ “ສະຖານະການດັ່ງກ່າວນີ້ ແມ່ນປ້ອງກັນບໍ່ໄດ້. ສະຫະລັດຍັງສືບຕໍ່ຮຽກຮ້ອງໃຫ້ບັນດາປະເທດຊຶ່ງເປັນທີ່ມາຕົ້ນຕໍ ຮວມທັງປະເທດພາຄີ ຂອງແນວໂຮມ ຮັບເອົາປະຊາຊົນຂອງຕົນກັບຄືນໄປ ປິ່ນປົວແລະປ່ອຍໃຫ້ສະມາຊິກ ໃນຄອບຄົວຂອງພວກເຂົາ ກັບຄືນເຂົ້າສູ່ສັງຄົມຄືນອີກ ແລະບ່ອນໃດທີ່ສາມາດເຮັດໄດ້ ກໍໃຫ້ດຳເນີນຄະດີພວກນັກລົບຕ່າງປະເທດເຫຼົ່ານີ້.

ສຸດທ້າຍ ແນວໂຮມຕ້ອງໄດ້ປະເຊີນໜ້າກັບກຸ່ມ ISIS ຢ່າງມີປະສິດທິຜົນ ບ່ອນທີ່ເມື່ອໄວໆມານີ້ ພວກເຂົາໄດ້ເພັ່ງເລັງໃສ່ ການດຳເນີນຄວາມພະຍາຍາມ ໃສ່ການປະຕິບັດງານຢູ່ນອກປະເທດອີຣັກແລະຊີເຣຍ. “ພວກເຮົາຕ້ອງໄດ້ດຳເນີິນການກ່ຽວກັບເລື້ອງນີ້ ຈາກທຸກແງ່ທຸກມູມເທົ່າທີ່ເປັນໄປໄດ້.”

ສະຫະລັດຂໍສະແດງຄວາມຮູ້ບຸນຄຸນສຳລັບການເປັນພາຄີແລະຄວາມໝັ້ນໝາຍ ເພື່ອເອົາຊະນະກຸ່ມ ISIS ຢູ່ທົ່ວທຸກແຫ່ງ ໃນໂລກ. ລັດຖະມົນຕີຕ່າງປະເທດບລິງເກັນ ກ່າວວ່າ “ພວກເຮົາໄດ້ຮັບຄວາມກ້າວໜ້າຢ່າງໃຫຍ່ຫຼວງຍ້ອນພວກເຮົາເຮັດວຽກຮ່ວມກັນ. ດັ່ງນັ້ນ ພວກເຮົາຫວັງວ່າຈະດຳເນີນການຕໍ່ໄປໃນການໃນການຕໍ່ສູ້ຕ້ານອົງການກໍ່ການຮ້າຍ ຈົນກວ່າຈະໄດ້ຮັບໄຊຊະນະຂັ້ນເດັດຂາດ.”

XS
SM
MD
LG