Accessibility links

Breaking News

ບົດບັນນາທິການ: ວິກິດການ ກ່ຽວກັບດິນຟ້າອາກາດ ແມ່ນການທົດສອບ ໃນຍຸກສະໄໝຂອງພວກເຮົາ


ທ່ານຈອນ ແຄຣີ ພູດພິເສດດ້ານອາກາດຂອງສະຫະລັດ ພວມໂອ້ລົມກັບ ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານເຊີເກ ລາວຣັ້ອບ ໃນລະຫວ່າງການພົບປະຂອງພວກທ່ານທີ່ມົສກູ ເມື່ອວັນທີ 12 ກໍລະກົດ 2021. (Dimitar Dilkoff/Pool Photo via AP)
ທ່ານຈອນ ແຄຣີ ພູດພິເສດດ້ານອາກາດຂອງສະຫະລັດ ພວມໂອ້ລົມກັບ ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານເຊີເກ ລາວຣັ້ອບ ໃນລະຫວ່າງການພົບປະຂອງພວກທ່ານທີ່ມົສກູ ເມື່ອວັນທີ 12 ກໍລະກົດ 2021. (Dimitar Dilkoff/Pool Photo via AP)

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ທ່ານຈອນ ແຄຣີ ທູດພິເສດ ຂອງປະທານາທິບໍດີສະຫະລັດ ຮັບຜິດຊອບເລື້ອງດິນຟ້າອາກາດ ກ່າວວ່າ “ໂດຍພື້ນຖານແລ້ວການດີ້ນຮົນເພື່ອແກ້ໄຂວິກິດການກ່ຽວກັບດິນຟ້າອາກາດຂອງໂລກ ກໍແມ່ນເພື່ອປົກປັກແລະຮັກສາ ໂລກທີ່ມີ
ຄວາມບອບບາງແຕກຫັກງ່າຍ ທີ່ພວກເຮົາແບ່ງປັນນຳກັນ.”

“ມັນເປັນຄວາມເຂົ້າໃຈທີ່ວ່າ ຈະມີຄວາມເສຍຫາຍຢ່າງຮ້າຍແຮງເກີດຂຶ້ນ ຖ້າບໍ່ຮັບມືກັບວິກິດການ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຫຼາຍກວ່າການ ຮັບມື ແລະມັນກໍເປັນຄວາມຈິງ ໂດຍບໍ່ມີການເວົ້າໂຍກ ກ່ຽວກັບຄວາມຢູ່ລອດ.”

ໃນການຖະແຫຼງທີ່ນະຄອນຫຼວງລອນດອນ ທ່ານແຄຣີກ່າວວ່າ ວິກິດການກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນການທົດສອບ ໃນຍຸກສະໄໝຂອງພວກເຮົາ ແລະເວລາພວມຈະໝົດລົງ. ໃນປີ 2015 ມີ 196 ປະເທດ ໄດ້ລົງນາມໃນຂໍ້ຕົກລົງປາຣີ ຊຶ່ງມີຄວາມຕັ້ງໃຈ ທີ່ຈະຈຳກັດການເພີ້ມຂຶ້ນຂອງອຸນຫະ ພູມໃນໂລກ ໃຫ້ຕຳກວ່າ 2 ອົງສາແຊລຊຽສ ແລະສືບຕໍ່ ດຳເນີນຄວາມພະຍາ ຍາມໄປສູ່ 1.5 ອົງສາ. ທ່ານແຄຣີກ່າວວ່າ “ພາຍໃຕ້ຂໍ້ຕົກລົງນີ້ ແຕ່ລະປະເທດແມ່ນມີຄວາມໝັ້ນໝາຍ ທີ່ຈະເຮັດໃນສິ່ງທີ່ຕົນໄດ້ຕັດສິນໃຈ ດ້ວຍຕົນເອງແບບເຕັມໃຈ ຊຶ່ງຮວມກັນແລ້ວ ຈະເຮັດໃຫ້ໂລກກ້າວໄປໃນທິດທາງທີິ່ຖືກຕ້ອງ.” ແຕ່ເຖິງແມ່ນວ່າ ໄດ້ມີການດຳເນີນການ ໃນສິ່ງທີ່ພວກເຂົາເຈົ້າໄດ້ສັນຍາໄວ້ຢູ່ປາຣີ ອຸນ ຫະພູມຂອງໂລກໜ່ວຍນີ້ ກໍຍັງຈະສືບຕໍ່ສູງຂຶ້ນໃນລະຫວ່າງ 2.5 ຫາ 3 ອົງສາເຊັນຕີເກຣດ. “ພວກເຮົາໄດ້ເຫັນຜົນທີ່ຕິດຕາມມາແລ້ວຢ່າງບໍ່ໜ້າເຊື່ອ.”

“ພວກເຮົາກຳລັງອາໄສຢູ່ໃນໂລກ ບ່ອນທີ່ຜົນລະປູກບໍ່ສາມາດເຕີບໂຕ ໃນບ່ອນທີ່ພວກເຂົາເຄີຍເຕີບໂຕມາແຕ່ກ່ອນ, ປາກົດການທາງເຄມີຂອງມະຫາສະໝຸດມີການປ່ຽນແປງຫຼາຍຂຶ້ນແລະໄວຂຶ້ນກວ່າແຕ່ກ່ອນ ບ່ອນທີ່ຫຼາຍໆລ້ານຄົນໄດ້ຖືກບັງຄັບໃຫ້ໜີອອກໄປ ໃນຈຳນວນເພີ້ມຂຶ້ນ ຍ້ອນບ້ານເຮືອນຂອງພວກເຂົາເຈົ້າບໍ່ສາມາດຢູ່ອາໄສໄດ້ອີກຕໍ່ໄປ ບາງທີອາດມີຫຼາຍ ເຖິງ 20 ລ້ານຄົນຕໍ່ປີຕ້ອງໄດ້ຍົກຍ້າຍໜີຢູ່ໃນທົ່ວໂລກ. ພວກເຮົາທັງໝົດຕ່າງກໍຮູ້ດີເຖິງຜົນກະທົບທາງດ້ານການເມືອງ ກ່ຽວກັບການຍົກຍ້າຍຖິ່ນຖານ ທີ່ໄດ້ເກີດຂຶ້ນເມື່ອບໍ່ເທົ່າໃດປີຜ່ານມານີ້ແລະຍັງເກີດຂຶ້ນຢູ່ ວາດມະໂນພາບໄດ້ບໍວ່າ ແມ່ນຫຍັງຈະເກີດຂຶ້ນ ເວລາສະ ຖານທີ່ຕ່າງໆບໍ່ສາມາດຢູ່ອາໄສໄດ້ແລະປະຊາຊົນມາເຄາະປະຕູຢູ່ຕາມສະຖານ ທີ່ຕ່າງໆ ທີ່ພວກເຂົາເຈົ້າຮູ້ວ່າ ຜູ້ຄົນສາມາດຢູ່ອາໄສໄດ້ນັ້ນ.”

ນີ້ແມ່ນສິ່ງທີ່ພວກເຮົາກຳລັງເຫັນຢູ່ໃນເວລານີ້ ຄືວ່າ ອຸນຫະພູມໄດ້ສູງຂຶ້ນພຽງແຕ່ພຽງ 1.2 ອົງສາເທົ່ານັ້ນ. ທ່ານແຄຣີກ່າວວ່າ “ຖ້າຫາກມັນເພີ້ມຂຶ້ນ ເປັນສອງເທົ່າຂອງຈຳນວນນັ້ນກໍແມ່ນການຖາມຫາໃຫ້ໄພພິບັດເກີດຂຶ້ນ. ພວກເຮົາຍັງສາມາດຫຼີກລ່ຽງໄດ້ ແຕ່ພວກເຮົາຕ້ອງໄດ້ເລີ້ມ ເອົາມາດຕະການອັນຮີບດ່ວນຢ່າງແທ້ຈິງ ໂດຍນຳເອົາປະເທດຕ່າງໆຢູ່ໃນໂລກໜ່ວຍນີ້ໃຫ້ມາໂຮມແຮງໂຮມໃຈກັນ.”

“ໂລກຈຳເປັນຕ້ອງໄດ້ຫຼຸດການປ່ອຍ ໂດຍສະເພາະແລ້ວແມ່ນແກັສເຮືອນແກ້ວຄາບອນໄດອອກໄຊ ຢ່າງໜ້ອຍ 45 ເປີເຊັນ ພາຍໃນປີ 2030 ເພື່ອຈະຢູ່ໃນເສັ້ນທາງທີ່ໜ້າເຊື່ອຖືໄດ້ທາງວິທະຍາສາດ ພາຍໃນກາງສັດຕະວັດນີ້ ເພື່ອຈະກ້າວໄປສູ່ການເພີ້ມຂຶ້ນສຸດທິເປັນສູນ 45 ເປີເຊັນ ບໍ່ແມ່ນພຽງແຕ່ບາງປະເທດ ຫຼືບາງຂົງເຂດເທົ່ານັ້ນ ແຕ່ຢູ່ໃນທົ່ວໂລກ ຊຶ່ງນັ້ນ ຈະເຮັດໃຫ້ທົດສະວັດນີ້ ເປັນທົດສະວັດທີ່ຕັດສິນຊີ້ຂາດ ແລະເຮັດໃຫ້ປີ 2021 ເປັນປີທີ່ຕັດສິນຊີ້ຂາດ.”

ທ່ານແຄຣີ ກ່າວສະຫຼຸບວ່າ “ພວກເຮົາສາມາດ ແລະຕ້ອງບັນລຸສິ່ງນີ້ ຮ່ວມກັນ ໂດຍສະເພາະຮູ້ດີແລ້ວວ່າ ໄຊຊະນະຫຼືໂສກນາດຕະກຳ ຂອງໂລກທີ່ເປັນທາງເລືອກສອງຢ່າງທີ່ພວມລໍຖ້າການເລືອກຂອງພວກເຮົາຢູ່. ນີ້ແມ່ນສິ່ງທີ່ພວກເຮົາ
ເຄີຍໄດ້ກະທຳມາ ເວລາພວກເຮົາຮູ້ວ່າ ໂລກມີຄວາມຈຳເປັນທີ່ສຸດ ພວກເຮົາສາມາດມາໂຮມແຮງໂຮມໃຈກັນໄດ້.”

XS
SM
MD
LG