Accessibility links

Breaking News

ບົດບັນນາທິການ: ສະຫະລັດ ສົ່ງການຊ່ວຍເຫຼືອ ອັນຮີບດ່ວນໄປໃຫ້ເຮຕີ


ພວກເຄາະຮ້າຍຈາກແຜ່ນດິນໄຫວ ຮັບເອົາຖົງອາຫານ ໃນລະຫວ່າງການແຈກຢາຍອາຫານທີ່ເມືອງເລກາເຢສ ປະເທດເຮຕີ.
ພວກເຄາະຮ້າຍຈາກແຜ່ນດິນໄຫວ ຮັບເອົາຖົງອາຫານ ໃນລະຫວ່າງການແຈກຢາຍອາຫານທີ່ເມືອງເລກາເຢສ ປະເທດເຮຕີ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ເມື່ອເກີດແຜ່ນດິນໄຫວຮ້າຍແຮງ ຢູ່ທີ່ປະເທດເຮຕີ ໃນເດືອນມັງກອນປີ 2010 ມັນເປັນເລື້ອງໜ້າເສົ້າສະຫຼົດໃຈ ທີ່ມີຜູ້ເສຍຊີວິດ ຫຼາຍກວ່າ 150,000 ຄົນ ສະຫະລັດຈຶ່ງໄດ້ຈັດຕັ້ງຄະນະຮັບມືສຸກເສີນຂຶ້ນໃນທັນທີ ໂດຍສົ່ງທີມຊອກຄົ້ນແລະກູ້ໄພ ຕະຫຼອດທັງເຈົ້າໜ້າທີ່ການແພດພ້ອມທັງເຄື່ອງຊ່ວຍເຫຼືອສຸກເສີນ ທີ່ປະກອບດ້ວຍອາຫານ ນ້ຳສະອາດ ຢາປົວພະຍາດ ແລະເຄື່ອງໃຊ້ດ້ານອະນາ ໄມ ຕະຫຼອດທັງບ່ອນພັກພາອາໄສຊົ່ວຄາວ ໄປຊ່ວຍ.

ເມື່ອວັນທີ 14 ສິງຫາ 2021 ນີ້ ແຜ່ນດິນໄຫວທີ່ຮ້າຍແຮງກໍໄດ້ເກີດຂຶ້ນອີກຢູ່ທີ່ປະເທດເຮຕີ ເຮັດໃຫ້ມີຜູ້ເສຍຊີວິດ ບາດເຈັບ ແລະໄດ້ຮັບຄວາມເສຍຫາຍທີ່ສຳ ຄັນຈຳນວນນຶ່ງ ແລະສະຫະລັດກໍໄດ້ສະເໜີໃຫ້ການຊ່ວຍເຫຼືອໃນທັນທີແກ່ປະຊາຊົນຊາວເຮຕີ.

ປະທານາທິບໍດີໂຈ ໄບເດັນ ກ່າວວ່າ “ໃນອັນທີ່ເປັນໂອກາດເວລາແຫ່ງການທ້າທາຍສຳລັບປະຊາຊົນຊາວເຮຕີນັ້ນ ຂ້າພະເຈົ້າແມ່ນຮູ້ສຶກເສົ້າເສຍໃຈ ກ່ຽວກັບແຜ່ນດິນໄຫວຮ້າຍແຮງ ທີ່ໄດ້ເກີດຂຶ້ນຢູ່ໃນເຂດ Saint-Louis du Sud ຂອງປະເທດເຮຕີມື້ເຊົ້ານີ້. ພວກເຮົາຂໍສົ່ງຄວາມເສົ້າສະຫຼົດໃຈເປັນທີ່ສຸດໄປຍັງທຸກໆຄົນ ຜູ້ທີ່ໄດ້ສູນເສຍຄົນຮັກຫຼືເຫັນເຮືອນຊານແລະທຸລະກິດຂອງເຂົາເຈົ້າຖືກທຳລາຍ. ຂ້າພະເຈົ້າໄດ້ອະນຸມັດໃຫ້ມີການຕອບຮັບໃນທັນທີຂອງສະຫະລັດ ແລະແຕ່ງຕັ້ງໃຫ້ ຫົວໜ້າຂອງອົງການຢູເສດ ທ່ານນາງຊານແມນຕາ ພາວເວີ ເປັນເຈົ້າໜ້າທີ່ອະວຸຂອງສະຫະລັດປະສານງານກ່ຽວກັບຄວາມພະຍາຍາມດັ່ງກ່າວ.”

ທ່ານກ່າວຕື່ມວ່າ “ໂດຍຜ່ານອົງການຢູເສດພວກເຮົາຈະໃຫ້ການສະໜັບສະໜຸນຕໍ່ຄວາມພະຍາຍາມເພື່ອຊັ່ງຊາເບິ່ງຄວາມເສຍຫາຍ ແລະຊ່ວຍເຫຼືອໃນການ ໃຫ້ ການປິ່ນປົວແກ່ພວກທີ່ໄດ້ຮັບບາດເຈັບແລະບູລະສ້າງສາບ່ອນທີ່ໄດ້ຮັບຄວາມເສຍຫາຍນັ້ນຄືນ. ສະຫະລັດຍັງສືບຕໍ່ເປັນເພື່ອນມິດທີ່ໃກ້ຊິດແລະຍືນຍາວຂອງປະຊາຊົນຊາວເຮຕີແລະພວກເຮົາຈະຢູ່ທີ່ນັ້ນຫຼັງຈາກທີ່ໄດ້ເກີດເຫດຮ້າຍນີ້ແລ້ວ.”

ເຮຕີ ເປັນບ່ອນທີ່ມັກເກີດໄພພິບັດທຳມະຊາດ ບໍ່ວ່າຈະເປັນລົມພາຍຸເຮີຣິເຄນຫຼືແຜ່ນດິນໄຫວ. ເມື່ອພິຈາລະນາກ່ຽວກັບເລື້ອງນີ້ແລ້ວ ອົງການຢູເສດໄດ້ເລີ້ມສະໜອງການສະໜັບສະໜຸນ ແກ່ອົງການຍົກຍ້າຍຖິ່ນຖານສາກົນ ແລະໂຄງການອາຫານໂລກ ເພື່ອຈັດຫາເຄື່ອງບັນເທົາທຸກສຸກເສີນແລະອາຫານການກິນ ໃນກໍລະນີທີ່ເກີດໄພພິບັດ ຕະຫລອດທັງໃຫ້ການຝຶກອົບຮົມແກ່ເຈົ້າໜ້າທີ່ລັດຖະບານເຮຕີ ໃຫ້ມີຄວາມສາມາດ ໃນການຄຸ້ມຄອງສະຖານທີ່ຕ່າງໆ ແລະຈັດສົ່ງເຄື່ອງຊ່ວຍເຫຼືອໄປໃຫ້ ໃນເວລາທີ່ມີຄວາມຈຳເປັນ. ນີ້ແມ່ນໝາຍຄວາມວ່າ ເວລາໃດທີ່ເກີດໄພພິບັດຂຶ້ນ ຢູ່ໃນປະເທດເຮຕີ ເຄື່ອງຊ່ວຍຊີວິດ ທີ່ມີການຈັດແຈງໄວ້ລ່ວງໜ້າແລ້ວນັ້ນ ກໍສາມາດນຳອອກໄປແຈກຢາກ ໄດ້ໃນທັນທີ ຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບ.

ຄວາມຄິດກ່ຽວກັບການຕັດສິນໃຈດັ່ງກ່າວ ແມ່ນປາກົດວ່າມີຂຶ້ນຫຼັງຈາກໄດ້ເກີດແຜ່ນດິນໄຫວເວລາຄູ່ຮ່ວມງານຂອງອົງການຢູເສດສາມາດເລີ້ມດຳເນີນການໄດ້ໃນທັນທີ ເພື່ອແຈກຢາຍເຄື່ອງບັນເທົາທຸກສຳລັບຊ່ວຍຊີວິດເຫຼົ່ານີ້. ຍິ່ງໄປກວ່ານັ້ນ ອົງການຢູເສດຍັງໄດ້ຈັດສົ່ງຄະນະຮັບມືເພື່ອໃຫ້ຄວາມຊ່ວຍເຫຼືອດ້ານໄພພິບັດພາຍໃນບໍ່ເທົ່າໃດມື້ຫຼັງຈາກໄພພິບັດໄດ້ເກີດຂຶ້ນ. ພາຍໃນວັນທີ 16 ສິງຫາ ອີງຕາມການຂໍຮ້ອງຂອງລັດຖະບານເຮຕີ ທາງອົງການຢູເສດ ໄດ້ສົ່ງຄະນະຊອກຄົ້ນແລະກູ້ໄພ ຊຶ່ງໃນເວລານີ້ພວມປະຕິບັດງານໃນການຊອກຄົ້ນແລະກູ້ໄພອັນເປັນສ່ວນນຶ່ງ ຂອງຄະນະຮັບມືເພື່ອໃຫ້ຄວາມຊ່ວຍເຫຼືອດ້ານໄພພິບັດ ແລະປະສານງານກັບຊາວເຮຕີ ເຮັດວຽກຢູ່ທີ່ນັ້ນ.

ອົງການຢູເສດ ຍັງໄດ້ຮັບການສະໜັບສະໜຸນ ຈາກກອງບັນຊາໃນເຂດພາກໃຕ້ຂອງກະຊວງປ້ອງກັນປະເທດແລະໜ່ວຍຍາມຝັ່ງສະຫະລັດ ຊຶ່ງໄດ້ຈັດສົ່ງຄະນະກູ້ໄພໄປຍັງບ່ອນທີ່ເກີດແຜ່ນດິນໄຫວແລະບໍລິເວນອ້ອມແອ້ມແລະຈັດສົ່ງຊາວເຮຕີທີ່ໄດ້ຮັບບາດເຈັບໄປຍັງນະຄອນຫຼວງປອກໂອແປຣັງ ເພື່ອຮັບການປິ່ນປົວ.

XS
SM
MD
LG