Accessibility links

Breaking News

ບົດບັນນາທິການ: ພວກກະບົດຮູຕີ ໂຈມຕີຊາອຸດີ ອາຣາເບຍ ເປັນການບ່ອນທຳລາຍ ຕໍ່ໂອກາດໃນການສ້າງສັນຕິພາບ


ຮູບນີ້ສະໜອງໂດຍກະຊວງສື່ມວນຊາອຸດີ ອາຣາເບຍ ທີ່ສະແດງໃຫ້ເຫັນຄວາມເສຍຫາຍ ຕໍ່ເຮືອບິນແອບັສ ທີ່ສະໜາມບິນສາກົນອັບຮາ ຈາກການໂຈມຕີຂອງພວກກະບົດຮູຕີ.
ຮູບນີ້ສະໜອງໂດຍກະຊວງສື່ມວນຊາອຸດີ ອາຣາເບຍ ທີ່ສະແດງໃຫ້ເຫັນຄວາມເສຍຫາຍ ຕໍ່ເຮືອບິນແອບັສ ທີ່ສະໜາມບິນສາກົນອັບຮາ ຈາກການໂຈມຕີຂອງພວກກະບົດຮູຕີ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດຂໍປະນາມຢ່າງແຮງຕໍ່ການໂຈມຕີຊາອຸດີ ອາຣາເບຍ ເມື່ອໄວໆມານີ້ ຂອງພວກກະບົດຮູຕີ. ໃນວັນທີ 31 ສິງຫາຜ່ານມາ ເຮືອບິນບໍ່ມີຄົນຂັບລຳນຶ່ງ ໄດ້ໂຈມຕີສະໜາມບິນພົນລະເຮືອນທີ່ເມືອງອາລກາເຮັດໃຫ້ພົນລະເຮືອນ 7 ຄົນໄດ້ຮັບບາດເຈັບແລະສ້າງຄວາມເສຍຫາຍໃຫ້ແກ່ເຮືອບິນໂດຍສານລໍານຶ່ງ.
ເມື່ອວັນທີ 4 ກັນຍາຜ່ານມານີ້ ການໂຈມຕີດ້ວຍລູກສອນໄຟຂອງພວກກະບົດຮູຕີ ໃສ່ແຂວງພາກຕາເວັນອອກຂອງຊາອຸດີ ອາຣາເບຍເຮັດໃຫ້ເດັກນ້ອຍ 2 ຄົນບາດເຈັບ ແລະບ້ານເຮືອນໄດ້ຮັບຄວາມເສຍຫາຍຫຼາຍໆຫຼັງ.

ໃນຖະແຫຼງການ ທີ່ເປັນລາຍລັກອັກສອນສະບັບນຶ່ງ ລັດຖະມົນຕີການຕ່າງປະ ເທດບລິງເກັນ ໃຫ້ຂໍ້ສັງເກດວ່າ ນັບແຕ່ເລີ້ມປີ 2021 ມາ “ຊາອຸດີອາຣາເບຍໄດ້ຖືກໂຈມຕີຫຼາຍກວ່າ 240 ເທື່ອຈາກພວກກະບົດຮູຕີ ທີ່ເປັນໄພອັນຕະລາຍຕໍ່ປະຊາຊົນຊາວຊາອຸດີພ້ອມໆກັບປະຊາຊົນອາເມຣິກັນຫຼາຍກວ່າ 70,000 ຄົນທີ່ພຳນັກຢູ່ໃນຊາອຸດີ ອາຣາເບຍ.”

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວວ່າ “ພວກກະບົດຮູຕີຍັງໄດ້ເພີ້ມທະວີການໂຈມຕີຂອງພວກເຂົາຢູ່ໃນເຢເມນ ໂດຍສະເພາະແລ້ວແມ່ນການບຸກໂຈມຕີຕໍ່ເຂດມາຣີບ.” ເມື່ອວັນທີ 29 ສິງຫາຜ່ານມາ ການໂຈມຕີໂດຍເຮືອບິນບໍ່ມີຄົນຂັບ ແລະລູກສອນໄຟ ຕໍ່ຖານທັບອາກາດ ອາລ-ອານັດ ໃນແຂວງລາຮອຍຂອງເຢເມນ ໄດ້ສັງຫານຢ່າງໜ້ອຍ 30 ຄົນ. ສະຖານທູດຂອງສະຫະລັດປະຈຳຊາອຸດີ ອາຣາເບຍເອີ້ນການໂຈມຕີດັ່ງກ່າວນີ້ວ່າ “ຊົ່ວຮ້າຍທີ່ສຸດ” ໂດຍກ່າວເພີ້ມຕື່ມວ່າມັນເປັນໄພຂົ່ມຂູ່ຕໍ່ “ຊີວິດ, ພື້ນຖານໂຄງລ່າງ ແລະຕໍ່ໂອກາດສຳລັບການສ້າງສັນຕິພາບແລະສະຖຽນລະພາບຢູ່ໃນເຢເມນ.”

ສົງຄາມໃນເຢເມນເລີ້ມຂຶ້ນໃນປີ 2014 ເວລາພວກກະບົດຮູຕີ ເຂົ້າຢຶດນະຄອນຫຼວງຊານາອາ ຈາກລັດຖະບານທີ່ຖືກຮັບຮູ້ໂດຍນາໆຊາດແລະບັງຄັບໃຫ້ປະທານາທິບໍດີເຢເມນຕ້ອງໄປລີ້ໄພຢູ່ໃນຕ່າງປະເທດ. ກຳລັງປະສົມ ພາຍໃຕ້ການນຳ ພາຂອງຊາອຸດີ ອາຣາເບຍ ໄດ້ເຂົ້າແຊກແຊງຢູ່ເຢເມນ ໃນປີ 2015, ໂດຍໃຫ້ ການສະໜັບສະໜຸນ ຕໍ່ກຳລັງທີ່ຖືກໂຄ່ນລົ້ມ ຂອງລັດຖະບານເຢເມນທີ່ຖືກຕ້ອງຕາມກົດໝາຍ ແລະຖືກຮັບຮູ້ໂດຍນາໆຊາດ. ໃນໄລຍະສອງສາມປີຜ່ານມານີ້ ມີປະຊາຊົນ 233,000 ຄົນ ໄດ້ເສຍຊີວິດ ຮວມທັງ​ 131,000 ຄົນ ທີ່ເສຍຊີວິດໂດຍທາງອ້ອມ ຈາກສາເຫດອື່ນໆເຊັ່ນວ່າ ການຂາດແຄນອາຫານ ການຮັກສາສຸຂະພາບ ແລະພື້ນຖານໂຄງລ່າງ ອີງຕາມການກະປະມານຂອງອົງການສະຫະປະຊາຊາດ. ບັນຫາຂັດແຍ້ງດັ່ງກ່າວ ໄດ້ກໍ່ໃຫ້ເກີດວິກິດການດ້ານມະນຸດສະທຳທີ່ຮ້າຍແຮງທີ່ສຸດໃນໂລກ ໂດຍມີ 5 ລ້ານຄົນໃນເຢເມນ ພວມຕົກຢູ່ໃນສະພາບ ອຶດຢາກແລະ 20 ກວ່າລ້ານຄົນ ຕ້ອງການຄວາມຊ່ວຍເຫຼືອທາງດ້ານມະນຸດສະທຳ.

ໃນເດືອນມີນາ ປີ 2021 ຜ່ານມານີ້ ຊາອຸດີ ອາຣາເບຍແລະລັດຖະບານສາທາລະ ນະລັດເຢເມນ ໄດ້ສະແດງໃຫ້ເຫັນເຖິງຄວາມພ້ອມຂອງພວກເຂົາເຈົ້າ ທີ່ຈະຕົກລົງໃຫ້ມີການຢຸດຍິງ ຢູ່ທົ່ວປະເທດ ໃນເຢເມນ ແຕ່ຂໍ້ສະເໜີດັ່ງກ່າວ ໄດ້ຖືກປະຕິເສດໂດຍພວກກະບົດຮູຕີ.

ລັດຖະບານທ່ານໄບເດັນ ແລະທ່ານນາງແຮຣິສ ໄດ້ຊຸກຍູ້ໃຫ້ມີການແກ້ໄຂທາງດ້ານການທູດຕໍ່ບັນຫາຂັດແຍ້ງດັ່ງກ່າວ. ໃນຖະແຫຼງການຂອງທ່ານນັ້ນ ລັດຖະມົນຕີການຕ່າງປະເທດບລິງເກັນ ກ່າວວ່າ ການໂຈມຕີ ຂອງພວກກະບົດຮູຕີ “ແມ່ນເພື່ອແກ່ຍາວບັນຫາຂັດແຍ້ງ ແກ່ຍາວຄວາມທຸກທໍລະມານຂອງປະຊາຊົນຊາວເຢເມນ ແລະເຮັດໃຫ້ການດຳເນີນຄວາມພຍາຍາມເພື່ອສ້າງສັນຕິພາບ ຕົກຢູ່ໃນອັນຕະລາຍ ທີ່ພວມຢູ່ໃນໄລຍະຫົວລ້ຽວຫົວຕໍ່ນີ້. ພວກເຮົາຂໍຮຽກຮ້ອງ ໃຫ້ພວກກະບົດຮູຕີ” ຊຶ່ງທ່ານຂຽນວ່າ “ໃຫ້ເຄົາລົບການຢຸດຍິງແລະພົວພັນໃນການເຈລະຈາພາຍໃຕ້ການໃຫ້ຄວາມອຸບປະຖຳຂອງອົງການສະຫະປະຊາຊາດນັ້ນ.”

XS
SM
MD
LG