Accessibility links

Breaking News

ບົດບັນນາທິການ: ການຊ່ວຍເຫຼືອ ທາງດ້ານມະນຸດສະທຳເທື່ອໃໝ່ ຕໍ່ອັຟການິສຖານ


ທ່ານນາງລິນດາ ທໍມັສ ກຣີນຟິລ
ທ່ານນາງລິນດາ ທໍມັສ ກຣີນຟິລ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຖານະການດ້ານມະນຸດສະທຳສຳລັບປະຊາຊົນອັຟການິສຖານແມ່ນຕົກຢູ່ໃນສະພາບທີ່ຮ້າຍແຮງສຸດຂີດຄື 600,000 ຄົນແລະເຄິ່ງນຶ່ງໃນນັ້ນແມ່ນພວກເດັກນ້ອຍ ໄດ້ພາກັນອົບພະຍົບຫຼົບໄພຍ້ອນເສິກສົງຄາມ ແລະມີຄວາມຢ້ານກົວຕໍ່ການເກີດຄວາມຮຸນແຮງ ໂດຍມີພວກເດັກນ້ອຍຫຼາຍກວ່າ 1 ລ້ານຄົນ ທີ່ມີອາ
ຍຸຕ່ຳກວ່າ 5 ປີແມ່ນຕົກຢູ່ໃນອັນຕະລາຍທີ່ຈະເກີດຄວາມອຶດຫິວ ລະບົບຮັກສາສຸຂະພາບພວມພັງທະລາຍລົງ.

ໃນການຖະແຫຼງຕໍ່ກອງປະຊຸມລະດັບສູງເທື່ອທຳອິດກ່ຽວກັບສະຖານະການດ້ານມະນຸດສະທຳຢູ່ໃນອັຟການິສຖານ ນັບແຕ່ກຸ່ມຕາລີບານໄດ້ເຂົ້າກຳອຳນາດຢູ່ໃນປະເທດດັ່ງກ່າວແລ້ວ ເລຂາທິການໃຫຍ່ ຂອງອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ ກ່າວວ່າ “ປະຊາຊົນຊາວອັຟການິສຖານຕ້ອງການເສັ້ນ
ຊີວິດ. ຫຼັງຈາກໄດ້ເກີດສົງຄາມ ມາເປັນເວລາ ຫຼາຍທົດສະວັດແລ້ວ ປະຊາຊົນ ອັຟການິສຖານທີ່ໄດ້ຮັບຄວາມທຸກທໍລະມານ ແລະຮູ້ສຶກວ່າຕົນບໍ່ມີຄວາມໝັ້ນຄົງນັ້ນ ບາງທີພວກເຂົາເຈົ້າອາດໄດ້ປະເຊີນກັບຊົ່ວໂມງທີ່ເຕັມໄປດ້ວຍອັນຕະລາຍຮ້າຍແຮງ. ບັດນີ້ ແມ່ນເຖິງເວລາແລ້ວ ສຳລັບປະຊາຄົມນາໆຊາດທີ່ຈະຕ້ອງໄດ້ຢືນຢູ່ຄຽງຂ້າງພວກເຂົາເຈົ້າ.”

ເອກອັກຄະລັດຖະທູດສະຫະລັດປະຈຳອົງການສະຫະປະຊາຊາດ ທ່ານນາງລິນດາ ທໍມັສ ກຣີນຟິລ ກ່າວຕໍ່ກອງປະຊຸມວ່າ “ສະຫະລັດມີຄວາມໝັ້ນໝາຍທີ່ຈະສະໜອງການຊ່ວຍເຫຼືອທາງດ້ານມະນຸດສະທຳແລະໃຫ້ການສະໜັບສະໜຸນແກ່ປະຊາຊົນອັຟການິສຖານ.”

ທ່ານນາງໄດ້ປະກາດ ກ່ຽວກັບ ການໃຫ້ຄວາມຊ່ວຍເຫຼືອທາງດ້ານມະນຸດສະທຳກ້ອນໃໝ່ເກືອບ 64 ລ້ານໂດລາ ໂດຍແຈກຢາຍ ຜ່ານສະຫະປະຊາຊາດ ແລະອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ເພື່ອນຳເອົາການຊ່ວຍເຫຼືອໄປໃຫ້ປະຊາ ຊົນອັຟການິສຖານ ໃນສົກງົບປະມານປີນີ້ ຊຶ່ງຕົກເປັນເງິນທັງໝົດ 330 ລ້ານໂດລາ. ທ່ານນາງກ່າວຕື່ມວ່າ “ເງິນກ້ອນນີ້ຈະຊ່ວຍສະໜອງການຊ່ວຍເຫຼືອເພື່ອໃຫ້ມີອາຫານການກິນ ສຳລັບການເອົາຊີວິດລອດ. ມັນຈະສະໜອງຄວາມຕ້ອງ ການທີ່ສຳຄັນທາງດ້ານສາທາລະນະສຸກແລະສານອາຫານ. ມັນຈະແກ້ໄຂຄວາມເປັນຫ່ວງ ຕໍ່ການປົກປ້ອງຄຸ້ມຄອງພວກແມ່ຍິງ ເດັກນ້ອຍ ແລະຜູ້ຄົນທີ່ເປັນສະ ມາຊິກຊົນຊາດຊົນເຜົ່າ ພວກຊົນກຸ່ມນ້ອຍແລະກຸ່ມສາສະໜາອື່ນໆແລະມັນຈະໃຫ້ການຊ່ວຍເຫຼືອພວກເດັກນ້ອຍຫຼາຍຂຶ້ນ ຮວມທັງພວກເດັກນ້ອຍແມ່ຍິງ ກັບຄືນໄປໂຮງຮຽນ ແລະມັນຈະສະໜອງນ້ຳສະອາດທີ່ສາມາດນຳຕິດໂຕໄປໄດ້.”

ເອກອັກຄະລັດຖະທູດທໍມັສ ກຣີນຟິລ ຢືນຢັດວ່າ ແນວໃດກໍຕາມ ເງິນກ້ອນນີ້ແຕ່ພຽງຢ່າງດຽວ ແມ່ນບໍ່ພຽງພໍ ທີ່ຈະໃຫ້ການສະໜັບສະໜຸນຕໍ່ຊາວອັຟການິສຖານ ແລະຄວາມພະຍາຍາມຂອງອົງການສະຫະປະຊາຊາດ ແລະອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ຊຶ່ງເປັນຄູ່ຮ່ວມງານ. ນອກນັ້ນ ຊາວອັຟການິສຖານ
ຍັງຕ້ອງການໃຫ້ບັນດາປະເທດເພື່ອນບ້ານເປີດຊາຍແດນຂອງຕົນ ຮັບເອົາພະ ນັກງານໃຫ້ຄວາມຊ່ວຍເຫຼືອຜູ້ທີ່ມີປະສົບພະການ ພ້ອມທັງການໃຫ້ຄວາມໝັ້ນ ໝາຍທັງປາກເປົ່າແລະເປັນລາຍລັກອັກສອນຂອງກຸ່ມຕາລີບານ ກ່ຽວກັບສິດທິໃນການປະຕິບັດງານຂອງອົງການໃຫ້ຄວາມຊ່ວຍເຫຼືອທາງດ້ານມະນຸດສະທຳແລະການປະຕິບັດຕໍ່ ແລະສິດທິຂອງພວກຊົນກຸ່ມນ້ອຍ ພວກແມ່ຍິງແລະເດັກຍິງ ໄດ້ຮັບການເຄົາລົບ. ເອກອັກຄະລັດຖະທູດ ທໍມັສ ກຣີນຟິລ ກ່າວຕໍ່ພວກນັກຂ່າວວ່າ “ຄຳເວົ້າຊື່ໆ ແມ່ນບໍ່ພຽງພໍ ພວກເຮົາຢາກເຫັນການເຄື່ອນໄຫວ.” ທ່ານນາງໄດ້ກ່າວຕ້ອງຕິ ກ່ຽວກັບລາຍງານຂ່າວ ທີ່ກຸ່ມຕາລີບານ ໄດ້ທຳການຂັດຂວາງ ແລະແຊກແຊງຕໍ່ການຈັດສົ່ງການຊ່ວຍເຫຼືອແລະຄວາມພະຍາຍາມໃນການໃຫ້ການຄຸ້ມຄອງ ຮວມທັງການຫ້າມ ບໍ່ໃຫ້ພວກພະນັກງານແມ່ຍິງໃນການຊ່ວຍຊີວິດ ແລະທຳການແກ້ແຄ້ນຕໍ່ພວກທີ່ຮັບເອົາແລະສະໜອງການໃຫ້ຄວາມຊ່ວຍເຫຼືອ ຊຶ່ງທ່ານນາງກ່າວວ່າ “ມັນເປັນເລື້ອງທີ່ໜ້າຕື່ນຕົກໃຈ ແລະຮັບເອົາບໍ່ໄດ້.”

ເອກອັກຄະລັດຖະທູດທໍມັສ ກຣີນຟິລ ປະກາດວ່າ “ນີ້ແມ່ນໂອກາດເວລາທີ່ປະຊາຄົມນາໆຊາດຕ້ອງສາມັກຄີກັນ ຂໍໃຫ້ພວກເຮົາຈົ່ງໃຫ້ຄວາມໝັ້ນໝາຍໃນມື້ນີ້ ເພື່ອສະໜອງຕອບຕໍ່ການສະໜັບສະໜຸນທາງດ້ານການເງິນທີ່ຮີບດ່ວນດັ່ງກ່າວ. ການໃຫ້ຄຳໝັ້ນສັນຍາທີ່ຈະກຽມໃຫ້ການຊ່ວຍເຫຼືອຕໍ່ພະນັກງານມະນຸດສະທຳໃນຂະນະທີ່ພວກເຂົາເຈົ້າ ເຮັດໜ້າທີ່ອັນສຳຄັນຂອງພວກເຂົາເຈົ້າ ແລະເລີ້ມການປະຕິບັດງານທາງດ້ານມະນຸດສະທຳໃນອັຟການິສຖານເພື່ອໃຫ້ພວກເຮົາສາມາດຊ່ວຍຊີວິດຂອງຊາວອັຟການິສຖານ ຜູ້ທີ່ກຳລັງມີຄວາມຕ້ອງການນັ້ນ.

XS
SM
MD
LG